You are here

ຫຼວງພະບາງ, ສປປ ລາວ 2020 – ພາຍໃຕ້ກອງທຶນ Multi-Partners Trust Fund (MPTF), ອົງການ UNFPA ໄດ້ມີການສືບຕໍ່ສະໜັບສະໜູນກະຊວງສາທາລະນະສຸກ ໃນວຽກງານການບໍລິການ ປົກປ້ອງຄຸ້ມຄອງການຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ສຸຂະພາບຂອງໄວໝຸ່ມ ຫຼື ການບໍລິການ SRMNCAH ໃນສະພາບການແຜ່ລະບາດຂອງ COVID, ຜ່ານການຝຶກອົບຮົມໃຫ້ແກ່ບັນດາບຸກຄະລາກອນສາທາລະນະສຸກ ແລະ ການມອບບັນດາເຄື່ອງມື, ອຸປະກອນທີ່ຈໍາເປັນເພື່ອປ້ອງກັນບຸກຄະລາກອນເອງ ແລະ ເພື່ອເປັນການສະໜັບສະໜູນການຕອບໂຕ້ຕ້ານ COVID-19. 

ຜົນສຳເລັດໃນໄລຍະທຳອິດແມ່ນ ບັນດາຄູ່ມືການຝຶກອົບຮົມ ໄດ້ຖືກພັດທະນາ ແລະ ຮັບຮອງ ເພື່ອຮັບປະກັນການບໍລິການຢ່າງຕໍ່ເນື່ອງ ໃນໄລຍະການແຜ່ລະບາດຂອງ COVID-19 ນີ້. ເຊິ່ງມາໃນໄລຍະທີສອງ ກໍໄດ້ມີການຈັດຕັ້ງວຽກງານຕ່າງໆ ເປັນຕົ້ນປະກອບມີ ແຜນງານ Job Aid ແລະ ການຈັດຕັ້ງປະຕິບັດຄູ່ມືການຝຶກອົບຮົມ ໂດຍໄດ້ມີການຈັດການຝຶກອົບຮົມສອງຄັ້ງ (ໃນວັນທີ 20-23, ຕຸລາ ແລະ 03-06, ພະຈິກ) ໃຫ້ແກ່ບຸກຄະລາກອນສາທາລະນະສຸກ ຈຳນວນ 40 ທ່ານ ຈາກໂຮງໝໍເມືອງ ແລະ ສຸກສາລາ ຈາກເມືອງຫຼວງພະບາງ, ເມືອງພູຄູນ ແລະ ເມືອງໂພນທອງ, ແຂວງຫຼວງພະບາງ.

ພາຍຫຼັງການສ້າງຂີດຄວາມສາມາດດັ່ງກ່າວ, ຜູ້ໃຫ້ບໍລິການດ້ານສຸຂະພາບຈະສາມາດເລີ່ມຕົ້ນທົດລອງໃຊ້ບັນດາຮູບແບບທີ່ແຕກຕ່າງກັນ ເພື່ອສືບຕໍ່ໃຫ້ການບໍລິການ RMNCAH ທີ່ຈຳເປັນໃນໄລຍະສະຖານະການ COVID-19, ຍົກຕົວຢ່າງການໃຫ້ບໍລິການສາທາລະນະສຸກທາງໄກໂດຍການນຳໃຊ້ເຕັກໂນໂລຢີ ແລະ ການບໍລິການແບບເຄື່ອນທີ່.
ກອງທຶນ MPTF ຮັບປະກັນໃຫ້ ບັນດາປະເທດທີ່ມີທ່າອ່ຽງໃນການພັດທະນາ ໄດ້ມີການແກ້ໄຂບັນຫາທີ່ຫຼາກຫຼາຍເຊັ່ນ: ບັນຫາທາງດ້ານມະນຸດສະທຳ ແລະ ການພະຍາຍາມມີສ່ວນຮ່ວມເຂົ້າໃນການຮ່ວມມືຊ່ວຍເຫຼືອບັນຫາພະຍາດລະບາດ. ໃນສປປລາວ, ການສະໜັບສະໜູນລັດຖະບານ, ໂດຍສະເພາະກະຊວງສາທາລະນະສຸກ ປະກອບມີການສ້າງກົນໄກເຄື່ອງມືທາງດ້ານສາທາລະນະສຸກ ເພື່ອແກ້ໄຂບັນດາອຸປະສັກຕ່າງໆຂອງ COVID-19 ທີ່ແມ່ຍິງ, ໄວໜຸ່ມ ແລະ ຄູ່ຮັກປະສົບຢູ່ ໃນການເຂົ້າເຖິງການບໍລິການ SRMNCAH ທີ່ຈຳເປັນ.

ດຣ. ບຸນທຽມ ສີພາດາ, ຮອງພະແນກສາທາລະນະສຸກແຂວງຫຼວງພະບາງ ໄດ້ກ່າວໃນພິທີການເປີດການຝຶກອົບຮົມຄັ້ງທີ 1 ວ່າ: “ຍຸດທະສາດດັ່ງກ່າວນີ້ ແມ່ນມີຄວາມຈະແຈ້ງ, ຊັດເຈນວ່າມີຄວາມຈໍາເປັນຫຼາຍ ເພື່ອຊ່ວຍເຫຼືອໃນການຮັບປະກັນວ່າ ບັນດາຄົນເຈັບຈະຍັງສາມາດເຂົ້າເຖິງການດູແລ, ເບິ່ງແຍງ ເຖິງແມ່ນວ່າຈະຢູ່ໃນສະພາບການທີ່ ການເດີນທາງໄປມານັ້ນມີຄວາມຈໍາກັດ. ຂ້າພະເຈົ້າເອງຫວັງຢ່າງຍິ່ງວ່າ ບັນດາທ່ານທີ່ເຂົ້າຮ່ວມໃນການຝຶກອົບຮົມນີ້ ຈະມີຄວາມເອົາໃຈໃສ່ ແລະ ຮຽນຮູ້ເຖິງສິ່ງທີ່ພວກທ່ານຈະສາມາດເຮັດໄດ້ ເພື່ອໄປໝູນໃຊ້ໃນການຈັດຕັ້ງປະຕິບັດຕົວຈິງໃນຂົງເຂດຂອງທ່ານເອງ.”

ໃນປະຈຸບັນ, ອົງການ UNFPA ສະໜັບສະໜູນ ກະຊວງສາທາລະນະສຸກ ບໍ່ໃຫ້ມີການຫຼຸດຜ່ອນມາດຕະການປ້ອງການ COVID-19 ໂດຍໃຫ້ມີການສືບຕໍ່ສ້າງຄວາມເຂັ້ມແຂງທາງດ້ານສາທາລະນະສຸກ. ເຊິ່ງບາດກ້າວດັ່ງກ່າວແມ່ນປະກອບດ້ວຍ ການສະຫຼຸບຄຳໝັ້ນສັນຍາໃນກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD25), ເພື່ອຮັບປະກັນ ການປະຕິບັດໜ້າທີ່ວຽກງານທີ່ມີຄຸນນະພາບ,​ ມີການຝຶກອົບຮົມ ແລະ ມີຄວາມພ້ອມໃນການສະໜອງການບໍລິການທີ່ຈໍາເປັນ, ໂດຍບໍ່ມີການຂັດຂວາງ ຫຼື ອຸປະສັກ ໃນທຸກສະພາບການ ແລະ ບໍ່ປະຖິ້ມໃຜໄວ້ທາງຫຼັງ. ພະນັກງານສາທາລະນະສຸກທີ່ໄດ້ຮັບການຝຶກອົບຮົມນັ້ນ ມີບົດບາດສຳຄັນໃນການຮັບປະກັນການເຂົ້າເຖິງ ການບໍລິການສຸຂະພາບທາງເພດ ແລະ ການຈະເລິນພັນ ລວມເຖິງການເຂົ້າເຖິງການຄຸມກຳເນີດ ແລະ ການໃຫ້ຄຳປຶກສາ, ການກວດກາຕິດຕາມການຖືພາ, ສຸຂະພາບແມ່, ເດັກເກີດໃໝ່ ແລະ ການເກີດລູກ. ຍົກຕົວຢ່າງ ການຝຶກອົບຮົມ ແລະ ຄວາມພ້ອມທາງດ້ານອຸປະກອນສາທາລະນະສຸກນັ້ນ ແມ່ນສາມາດຊ່ວຍຫຼີກລ່ຽງພາວະແຊກຊ້ອນຂອງແມ່ໄດ້ເຖິງ 87% ແລະ ສາມາດຮັກສາສະພາບຄົງທີ່ຂອງຄົນເຈັບ ຫາກສາມາດເຂົ້າເຖິງການດູແລພາຍໃນ 2 ຊົ່ວໂມງ. 

ດຣ. ນິພອນ ສິມພາລີ, ຮອງພະແນກສາທາລະນະສຸກແຂວງຫຼວງພະບາງ ໄດ້ກ່າວໃນພິທີການເປີດການຝຶກອົບຮົມຄັ້ງທີ 2 ວ່າ: “ໃນປະຈຸບັນ ອັດຕາຂອງແມ່ທີ່ເຂົ້າມາເພື່ອຮັບການດູແລເດັກກ່ອນເກີດ ນັ້ນແມ່ນຍັງຕໍ່າ ກໍຄື 65%, ແລະ ເພື່ອບັນລຸຕາມເປົ້າໝາຍ 85%  ຕາມແຜນການທີ່ວາງໄວ້ນັ້ນ ອາດຈະເປັນໄປບໍ່ໄປໃນປີນີ້ ເນື່ອງຈາກສະພາບການແຜ່ລະບາດຂອງ COVID-19, ທີ່ພາໃຫ້ອັດຕາການຕາຍຂອງແມ່ນັ້ນ ມີທ່າອ່ຽງທີ່ຈະເພີ່ມຂຶ້ນ. ສະນັ້ນ, ຂ້າພະເຈົ້າເອງຂໍຮຽກຮ້ອງໃຫ້ ບັນດາທ່ານທີ່ເຂົ້າຮ່ວມທັງຫຼາຍ ຮ່ວມມືຮ່ວມໃຈກັນໃນການເຮັດໃຫ້ການບໍລິການດ້ານສຸຂະພາບຂອງແມ່ນີ້ ສາມາດເຂົ້າເຖິງໄດ້ຫຼາຍກວ່າເກົ່າດ້ວຍວິທີການຕ່າງໆທີ່ເປັນໄປໄດ້ ເພື່ອປ້ອງກັນບໍ່ໃຫ້ເກີດຜົນກະທົບທີ່ບໍ່ດີ ທີ່ພວກເຮົາບໍ່ຕ້ອງການ.”

ຈາກການຝຶກອົບຮົມທັງສອງຄັ້ງນີ້, ກໍໄດ້ມີການການພັດທະນາແຜນການຈັດຕັ້ງປະຕິບັດຂອງເມືອງ ເພື່ອການທົດລອງການໃຫ້ບໍລິການ RMNCAH ທີ່ຈໍາເປັນ ໃນໄລຍະການແຜ່ລະບາດຂອງ COVID-19 ອີງຕາມແຜນງານ Job Aid.

ໂດຍໃນມື້ສຸດທ້າຍຂອງການຝຶກອົບຮົມຄັ້ງທີ 2, ບັນດາເຄື່ອງມື ແລະ ອຸປກອນທີ່ຈໍາເປັນກໍໄດ້ຖືກສົ່ງມອບໃຫ້ແກ່ພະແນກສາທາລະນະສຸກແຂວງ, ນຳພາໂດຍທ່ານ Victor Valdivieso, ຮອງຜູ້ຕາງໜ້າອົງການ UNFPA. ພ້ອມນັ້ນ ກໍມີ ດຣ. ພອນປະເສີດ ອຸນະພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ເຂົ້າຮ່ວມເປັນສັກຄີພະຍານໃນການສົ່ງມອບໃນຄັ້ງນີ້. 

ອຸປະກອນທັງໝົດ ແມ່ນມີມູນຄ່າ 75,000 ໂດລາສະຫະລັດ ໂດຍປະກອບມີ: 1,327 ກ່ອງ ທີ່ບັນຈຸດ້ວຍ ຖົງມື ຈໍານວນ 100 ອັນ, ຜ້າອັດປາກຜ່າຕັດ ຈໍານວນ 40,000 ອັນ, ຜ້າກັນເປື້ອນ 1,150 ຜືນ, ເຈວລ້າງມື 2,480 ຂວດ, ເຫຼົ້າທາງການແພດ 1,200 ລິດ ແລະ ຜ້າອັດປາກ (ທີ່ນໍາກັບມາໃຊ້ໃໝ່ໄດ້) ຈໍານວນ 2,100 ອັນ. ນອກນັ້ນ ກໍຍັງປະກອບມີອຸປະກອນອື່ນໆ ເປັນຕົ້ນ ຊຸດລຳໂພງ ແລະ ໂທລະສັບ ເພື່ອໃຊ້ເຂົ້າໃນການສື່ສານທາງແພດ.
ບັນດາເຄື່ອງມື ແລະ ອຸປະກອນເຫຼົ່ານີ້ ຈະຖືກແຈກຢາຍໃຫ້ແກ່ບັນດາແພດຜະດຸງຄັນ ແລະ ບຸກຄະລາກອນສາທາລະສຸກປະຈໍາໜ່ວຍງານ OBGY (ANC, PNC, ການລ້ຽງລູກດ້ວຍນົມແມ່ ແລະ ການບໍລິການທີ່ເປັນມິດແກ່ໄວໜຸ່ມ) ໃນ 3 ເມືອງ (ເມືອງຄູນ, ເມືອງໂພນທອງ ແລະ ເມືອງຫຼວງພະບາງ), ແຂວງຫຼວງພະບາງ. ໂດຍປະຊາກອນໃນເມືອງດັ່ງກ່າວນັ້ນ ປະກອບມີ 467,520 ຄົນ. ຈາກການລິເລີ່ມໃນຄັ້ງນີ້ ຜູ້ທີ່ໄດ້ຮັບຜົນປະໂຫຍດໂດຍກົງແມ່ນ: ບຸກຄະລາກອນແພດ 1,260 ຄົນ, ຄູອາຈານໃນວິທະຍາໄລສຸຂະພາບຫຼວງພະບາງ ຈໍານວນ 20 ຄົນ; ແມ່ຍິງທີ່ຢູ່ໃນຊ່ວງຈະເລີນພັນ 118,955  ຄົນ; ໄວໜຸ່ມຈໍານວນ 46,752  ຄົນ; ແລະ ເດັກເກີດໃໝ່ 9,950  ຄົນ. 

ສຳລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່: 
ທ່ານ ນາງ ສິລິພອນ ສະກຸນຄູ, ຜູ້ປະສານງານໂຄງການ SRH
ອີເມວ: ssakulku@unfpa.org

ທ່ານ ນາງ ເພັດມະນີ ວິຍາເດດ, ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org

************ 
ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການ, ທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໂດຍສະເພາະ ສຸຂະພາບຂອງແມ່, ໃນຫຼາຍກວ່າ 150 ປະເທດ, ລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກ, ແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.