You are here

ນະຄອນຫຼວງວຽງຈັນ, ວັນທີ  09, ພະຈິກ, ອົງການ UNFPA ແລະ ສູນກາງຊາວໜຸ່ມໄດ້ມີການຈັດການຝຶກອົບຮົມສ້າງຂີດຄວາມສາມາດ ແລະ ເຜີຍແຜ່ຄວາມຮູ້ໃຫ້ແກ່ອາສາສະໝັກຊາວໜຸ່ມຈໍານວນ 20 ຄົນເປັນເວລາ 03 ວັນ ພາຍໃຕ້ແຄມເປນ ຂ້ອຍຮ່າງກາຍຂອງຂ້ອຍ, ໂລກຂອງຂ້ອຍ, ອະນາຄົດຂອງຂ້ອຍ. ການຝຶກອົບຮົມແມ່ນໄດ້ແນໃສ່ໃຫ້ຊາວໜຸ່ມໄດ້ຮຽນຮູ້ກ່ຽວກັບຄຳໝັ້ນສັນຍາຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ, ໂດຍຊຸມໃສ່ວຽກງານກ່ຽວກັບບົດບາດຍິງຊາຍ, ການສຶກສາ ແລະ ການປົກປ້ອງທາງສັງຄົມ ພ້ອມທັງເສີມສ້າງທັກສະຕ່າງໆໃຫ້ແກ່ພວກເຂົາໃນການພົວພັນກັບໝູ່ເພື່ອນອ້ອມຂ້າງ.

ຊາວໜຸ່ມໄດ້ເຂົ້າຮ່ວມໃນການສົນທະນາກ່ຽວກັບບົດບາດຂອງພວກເຂົາເອງ ພາຍໃຕ້ແຄັມເປນດັ່ງກ່າວ ແລະ ພວກເຂົາຍັງໄດ້ສົນທະນາກ່ຽວກັບຄວາມຄືບໜ້າ, ຄວາມທ້າທາຍ ແລະ ທິດທາງຕໍ່ໜ້າອີກດ້ວຍ. ສູນກາງຊາວໝຸ່ມ ທີ່ຮັບຜິດຊອບກ່ຽວກັບວຽກງານສາຍດ່ວນໃນການໃຫ້ຄໍາປຶກສາ ກໍໄດ້ຖືເອົາໂອກາດໃນການຝຶກອົບຮົມຄັ້ງນີ້ ນຳສະເໜີບົດຮຽນທີ່ໄດ້ຖອດຖອນ ແລະ ໄດ້ຝຶກອົບຮົມບັນດາອາສາສະ ໝັກໃນການດູແລ ແລະ ໃຫ້ການຊ່ວຍເຫຼືອຜ່ານທາງສາຍດ່ວນກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. 

ໂດຍແຄັມເປນ ຂ້ອຍ, ຮ່າງກາຍຂອງຂ້ອຍ, ໂລກຂອງຂ້ອຍ, ອະນາຄົດຂອງຂ້ອຍ ແມ່ນສ່ວນ ໜຶ່ງຂອງຍຸດທະສາດທົ່ວໂລກຂອງອົງການ UNFPA ເພື່ອເດັກ ແລະ ໄວໜຸ່ມ, ໂດຍຖືເອົາໄວໜຸ່ມຄວາມສາມາດຂອງພວກເຂົາ, ຄວາມຫວັງ, ທັດສະນະຄະຕິ ແລະ ຄວາມຕ້ອງການທີ່ແຕກຕ່າງຂອງພວກເຂົາ ເປັນຈຸດໃຈກາງໃນການພັດທະນາແບບຍືນຍົງ. ໂດຍວຽກງານດັ່ງກ່າວ, ມັນຈະສະໜັບສະໜູນຄວາມສໍາເລັດຢ່າງເຕັມສະກະຍະພາບຂອງພວກເຂົາ ເພື່ອເສີມສ້າງຄົນຮຸ່ນຫຼັງ ທີ່ຈະເປັນປະໂຫຍດຕໍ່ສັດສ່ວນດ້ານປະຊາກອນໃນອະນາຄົດ. ຄົນໄວໜຸ່ມຈະໄດ້ຮັບຮູ້ເຖິງສິດທິຂອງພວກເຂົາໃນການຕັດສິນໃຈທີ່ຖືກຕ້ອງຕໍ່ຮ່າງກາຍ, ຕໍ່ຊີວິດ ແລະ ຕໍ່ໂລກທີ່ພວກເຂົາອາໄສຢູ່ ເຊິ່ງເປັນເລື່ອງຂອງຄວາມຍຸຕິທຳ ແລະ ທັງເປັນໂຕຂັບເຄື່ອນຂອງຜົນຕອບແທນໃນຊົ່ວຊີວິດຂອງພວກເຂົາເອງ.

ອາສາສະໝັກຊາວໜຸ່ມຍັງໄດ້ຮຽນຮູ້ກ່ຽວກັບ ນາງນ້ອຍ ຜ່ານແຜນງານນາງນ້ອຍ ແລະ ລະບົບນິເວດ ສຳ ລັບນາງນ້ອຍ ແລະ ກິດຈະກຳເຕົ້າໂຮມ ກຸ່ມນາງນ້ອຍ ເພື່ອການມີສ່ວນຮ່ວມ ໃນການສົ່ງເສີມສິດທິຂອງໄວໜຸ່ມຍິງ ແລະ ຕໍ່ຕ້ານການປະຕິບັດທີ່ເປັນອັນຕະລາຍຕໍ່ພວກເຂົາ. ໄວໜຸ່ມຊາຍກໍໄດ້ຮຽນຮູ້ກ່ຽວກັບບົດບາດສໍາຄັນຂອງພວກເຂົາໃນຖານະເປັນໄວໜຸ່ມຊາຍ ເພື່ອສະໜັບສະໜູນສິດທິຂອງແມ່ຍິງ ແລະ ເດັກຍິງ ລວມເຖິງການເຜີຍແຜ່ໂດຍການເປັນຕົວຢ່າງເພື່ອການປ່ຽນແປງທີ່ດີ.

ການຝຶກອົບຮົມດັ່ງກ່າວນັ້ນ ຍັງເປັນໂອກາດອັນດີໃນການເສີມສ້າງຂີດຄວາມສາມາດ, ພາວະຄວາມເປັນຜູ້ນໍາໃຫ້ແກ່ໄວໜຸ່ມຜ່ານທັກສະການສື່ສານ, ທັກສະການຊ່ວຍເຫຼືອ ແລະ ທັກສະການນໍາສະ  ເໜີ, ທັກສະໃນການຈັດກິດຈະກໍາ/ແຄັມເປນ ທັງຜ່ານສື່ສັງຄົມອອນໄລ ແລະ ການປະຕິບັດຕົວຈິງ. ແລະເພື່ອເປັນການສຳເລັດການຝຶກອົບຮົມໃນຄັ້ງນີ້, ຊາວໜຸ່ມໄດ້ມີການລົງຢ້ຽມຢາມໂຮງຮຽນເພື່ອເປັນການຝຶກນຳໃຊ້ທັກສະການນໍາສະເໜີຂອງພວກເຂົາ ແລະ ພວກເຂົາກໍຍັງໄດ້ຮັບຮູ້ຫຼາຍຂຶ້ນກ່ຽວກັບວຽກງານຂອງສະຫະປະຊາຊາດ, ໂດຍສະເພາະແມ່ນໂຄງການອາສາສະໝັກຂອງສະຫະປະຊາຊາດໃນ ສປປ ລາວອີກດ້ວຍ. 

ໃນຖານະທີ່ເປັນຜູ້ບໍລິຫານ ມັນເປັນຄວາມຮັບຜິດຊອບຂອງພວກເຮົາທີ່ຈະໃຫ້ຂໍ້ມູນທີ່ຈຳເປັນຕໍ່ກັບໄວໜຸ່ມ ແລະ ເຍົາວະຊົນ, ໂດຍສະເພາະແມ່ນຂໍ້ມູນກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ວິທີຮັກສາສຸຂະພາບ ແລະ ສິ່ງແວດລ້ອມ ທີ່ພວກເຂົາອາໄສຢູ່. ເມື່ອພວກເຂົາມີຄວາມຮູ້ຄວາມສາມາດພຽງພໍ ພວກເຂົາຈະເຕີບໂຕເປັນຜູ້ໃຫຍ່ທີ່ມີຄຸນນະພາບ.

ກ່າວໂດຍ ທ່ານ ຮອງຜູ້ອຳນວຍການ ໂຮງຮຽນມັດທະຍົມສົມບູນ ໂນນສະອາດ.

ຂ້ອຍຮູ້ສຶກດີໃຈ ແລະ ໂຊກດີຫຼາຍ ທີ່ໄຫ້ມີໂອກາດເຂົ້າຮ່ວມງານໃນຄັ້ງນີ້ ທີ່ຂ້ອຍໄດ້ຮຽນຮູ້, ແບ່ງປັນ ແລະ ເຝິກຝົນ ກັບໝູ່ເພື່ອນຂອງຂ້ອຍ ເມື່ອເຮັດກິດຈະກຳຢູ່ຕາມໂຮງຮຽນຕ່າງໆ ແລະ ຂ້ອຍເອງກໍຢາກເຊີນຊວນໝູ່ເພື່ອນທັງຫຼາຍມາຮ່ວມເປັນອາສາສະໝັກນຳຂ້ອຍ.

ກ່າວໂດຍອາສາສະໝັກ ຈາກ ໂຮງຮຽນ ມັດທະຍົມສົມບູນມິດຕະພາບລາວ-ຫວຽດນາມ.

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ນາງ ເພັດມະນີ ວິຍາເດດ

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org

 

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.