You are here

ນະຄອນຫຼວງວຽງຈັນວັນທີ 15-16 ຕຸລາ 2020 - ກະຊວງສາທາລະນະສຸກ ນຳໂດຍ ສະ​ພາ​ຄຸ້ມ​ຄ​ອງວະ​ຊາ​ຊີບ ແລະ ປິ່ນ​ປົວ ໄດ້ດຳເນີນກອງປະຊຸມກັບພະນັກງານວິຊາການທີ່ສຳຄັນເພື່ອທົບທວນເນື້ອໃນຂອງທັງຂອບເຂດການປະຕິບັດການແພດຜະດຸງຄັນ (2009) ແລະ ມາດຕະຖານທາງດ້ານການຊ່ວຍຂອງການປະຕິບັດຜະດຸງຄັນ ສ ປ ປ ລາວ (2009), ພ້ອມດ້ວຍຄູ່ຮ່ວມງານທີ່ກ່ຽວຂ້ອງ. ຂໍ້ສະ   ເໜີ ຕ່າງໆທີ່ໄດ້ຖືກສະເໜີຈາກກອງປະຊຸມເຫຼົ່ານີ້ທີ່ໄດ້ຖືກຈັດຕັ້ງປະຕິບັດຕັ້ງແຕ່ຕົ້ນປີທີ່ຜ່ານມາ ໄດ້ຮັບການພິຈາລະນາຜ່ານເນື້ອໃນໂດຍທີມ​ຄູ​ອາ​ຈາ​ນ​ພາກ​ທິດ​ສະ​ດີ, ຕາກ​ສະ​ຖານ​ການ​ສຶກ​ສາ ສາ​ທາ​ລະ​ນະ​ສຸກ  ແລະ ພາ​ກ​ປະ​ຕິ​ບັດ​ຕົວ​ຈິງ​ ຈາກ​ໂຮງ​ໝໍ​ສູນ​ກາງ ແລະ ສະ​ຖານ​ທີ່ ທີ່​ຜະ​ດຸງ​ຄັນ​ລົງ​ເຝິກ​ປະ​ຕິ​ບັດກອງປະຊຸມ ໄດ້​ດຳ​ເນີນ​ໄປ​ເປັນ​ເວ​ລາ 02 ວັນ ດັ່ງກ່າວນື້.

 

ລັດຖະບານລາວໄດ້ໃຫ້ຄຳໝາຍໝັ້ນຕໍ່ ​​ICPD25 (ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ ຄົບຮອບ 25 ປີໃນປີ 2019 ວ່າຮອດປີ 2030, ອັດຕາ ການຕາຍຂອງແມ່ຈະຖືກລົບລ້າງກາຍເປັນສູນ ໂດຍການຍົກລະດັບຄຸນນະພາບການປິ່ນປົວ ແລະ ການຈະເລີນພັນແມ່ເດັກເກີດໃໝ່ຍຸດທະສາດການເບິ່ງແຍງສຸຂະພາບຂອງເດັກນ້ອຍ ແລະ ໄວໜຸ່ມ ແລະ ນະໂຍບາຍດ້ານສຸຂະພາບ ແລະ ຮັບປະກັນການສະໜອງການບໍລິການສຸຂະພາບໂດຍອີງໃສ່ຄວາມພ້ອມຄວາມສາມາດໃນການບໍລິການ ແລະ ໃຫ້ມີຄຸນນະພາບສູງ. ເປົ້າໝາຍໃໝ່ໄດ້ຖືກກຳນົດຢ່າງຈະແຈ້ງເພື່ອເພີ່ມອັດຕາສ່ວນຂອງແມ່ຍິງ​ທີ່​ເກີດ​ລູກ ພາໃຕ້ການຊ່ວຍເຫຼືອທີ່ຊຳນານງານໃຫ້ສູງເຖິງ 90%. ຕົວເລກລ່າສຸດ (LSIS II, 2017) ສະແດງໃຫ້ເຫັນວ່າຫຼາຍກວ່າ 35% ຂອງແມ່ຍິງຍັງໄດ້ໃຫ້ກຳເນີດລູກ ໂດຍການເບິ່ງແຍງຂອງຜູ້ຊ່ວຍເກີດທີ່ບໍ່ມີຄວາມຊຳນານ. ການບໍລິການທາງດ້ານຜະດຸງຄັນທີ່ມີຄຸນນະພາບທີ່ໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນແມ່ນກຸນແຈສຳຄັນໃນການບັນລຸເປົ້າໝາຍທີ່ໄດ້ກຳນົດໄວ້ໃນICPD25.

 

ດ້ວຍຄຳໝັ້ນສັນຍາທີ່ສຳຄັນນີ້ ແມ່ນອີງໃສ່ກຳລັງແຮງຂອງຜະດຸງຄັນເປັນຕົ້ນຕໍກະຊວງສາທາລະນະສຸກຕ້ອງຮັບປະກັນໂຄງສ້າງທີ່ເຂັ້ມແຂງເພື່ອນຳໃຊ້ ຂອບເຂດການປະຕິບັດການແພດຜະດຸງຄັນ ພ້ອມດຽວກັນກັບຂອບເຂດປະຕິບັດການ. ສະນັ້ນກອງປະຊຸມຄັ້ງນີ້ໄດ້ກຳນົດເພື່ອກວດກາເອກະສານທັງສອງສະບັບ ນັບແຕ່ປີ 2009 ເພື່ອຮັບປະກັນວ່າເອກະສານເຫຼົ່ານີ້ສອດຄ່ອງກັບຫຼັກຖານທີ່ທັນສະໄໝ ແລະ ຄວາມເປັນຈິງຂອງວຽກງານຜະດຸງຄັນໃນ ສ ປ ປ ລາວ.ຜະດຸງຄັນ ແມ່ນໜຶ່ງໃນເສົາຫຼັກທີ່ຊ່ວຍຫຼຸດຜ່ອນອັດຕາການຕາຍຂອງແມ່ເດັກນ້ອຍ ແລະ ຍັງຊ່ວຍໃຫ້ມີສຸຂະພາບທີ່ແຂງແຮງ ແລະ ຍົກລະດັບຊີວິການເປັນຢູ່ຂອງແມ່ຍິງ ແລະ ເດັກນ້ອຍໃນເວລາດຽວກັນອີກດ້ວຍ. ການລົງທຶນສ້າງຄວາມເຂັ້ມແຂງແພດຜະດຸງຄັນ ຈະເປັນຜົນສະທ້ອນອັນໃຫຍ່ຫຼວງຕໍ່ສຸຂະ ພາບຂອງ ແມ່ໄວໜຸ່ມ ແລະ ເດັກນ້ອຍ. ຫຼັກຖານທີ່ຜ່ານມາສະແດງໃຫ້ເຫັນວ່າ 83% ຂອງການເສຍຊີວິດທັງໝົດຂອງແມ່ການຕາຍຂອງເດັກນ້ອຍ ແລະ ເດັກເກີດໃໝ່ ແມ່ນມາຈາກບັນດາປັດໄຈທີ່ສາມາດຫລີກລ່ຽງໄດ້ ດ້ວຍການຍົກສູງຄຸນນະພາບຂອງແພດຜະດຸງຄັນ ແລະ ການວາງແຜນຄອບຄົວ. ເພື່ອຮັບປະກັນວ່າແມ່ຍິງໃນໄວຈະເລີນພັນໝົດທຸກຄົນ ໄດ້ຮັບການເບິ່ງແຍງດູແລຈາກແພດຜະດຸງຄັນທີ່ມີຄວາມຊຳນານງານການປັບປຸງມາດຕະຖານການສຶກສາຂອງແພດຜະດຸງຄັນແມ່ນມີຄວາມ ສຳຄັນ ເຊັ່ນດຽວກັນກັບການເພີ່ມປະລິມານຂອງໂຄງປະກອບ ແລະ ການສະໜອງການບໍລິການໃຫ້ພຽງພໍ ແລະ ທົ່ວເຖິງ.

 

ກອງປະຊຸມດັ່ງກ່າວ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ດຣ. Ponemek Dalaloy, ປະທານສະພາຄຸ້​ມ​ຄອງວິຊາຊີບ ແລະ ປິ່ນ​ປົວ, ທ່ານ ນາງ ແສງມະນີ ຄຳບຸນເຮືອງ, ຮອງ​ຫົວ​ໜ້າ​ກົມ​ການ​ສຶກ​ສາ ສາ​ທາ​ລະ​ນະ​ສຸກ,ໂດຍມີຜູ້ຕາງໜ້າຈາກ ອົງການ UNFPA ເຂົ້າຮ່ວມ. ນອກຈາກນັ້ນ, ຍັງມີຜູ້ເຂົ້າຮ່ວມຈາກ ສະ​ຖານ​ການ​ສຶກ​ສາ ສາ​ທາ​ລະ​ນະ​ສຸກ​ທົ່ວ​ປະ​ເທດ, ຄະ​ນະ​ພະ​ຍາ​ບານ​ສາດ ພາກວິ​ຊາ​ຜະ​ດຸງ​ຄັນ, ສະພາ ພະ​ຍາ​ບານສະມາຄົມສູດ​ຕິ​ສາດ​ນາ​ລິ​ເວດສະມາຄົມຜະດຸງຄັນ ແລະ ພາກສ່ວນຕ່າງໆຈາກອົງການຈັດຕັ້ງລັດ ທີ່ ພົວພັນກັບວຽກງານຜະດຸງຄັນ ທີ່ໄດ້ເຮັດວຽກຢ່າງບໍ່ຮູ້ອິດເມື່ອຍ ຜ່ານຫລາຍກອງປະຊຸມ ເພື່ອສະ ຫລຸບໃນກອງປະຊຸມຢັ້ງຢືນສອງວັນ.

 

 ສະຖານະການຂອງການແພ່ລະບາດຂອງພະຍາດ COVID-19 ໃນ ສປປ ລາວ ກຳລັງບົ່ງບອກວ່າພວກເຮົາຕ້ອງຕອບສະໜອງຕໍ່ຄວາມຕ້ອງການຂອງປະຊາຊົນ. ມັນເຮັດໃຫ້ພວກເຮົາເຫັນໄດ້ວ່າ ແມ່ຍິງໄດ້ເຂົ້າເຖິງສະຖານໃຫ້ບໍລິການສາທາລະນະສຸກພາຍໃນປະເທດລາວເພີ່ມຂຶ້ນ ພຽງຍ້ອນມີພະຍາດ COVID ທີ່ເຮັດໃຫ້ພວກເຂົາສາມາດໄປປະເທດເພື່ອນບ້ານເພື່ອໃຫ້ກຳເນີດບຸດໄດ້ຄືແຕ່ກ່ອນ. ສະ ເພາະຢູ່ໂຮງ ໝໍແມ່ ແລະ ເດັກເກີດໃໝ່ ໃນນະຄອນຫຼວງເຫັນວ່າ ຈຳນວນການເກີດໄດ້ເພີ່ມຂື້ນຈາກ 5,000 ໃນປີທີ່ຜ່ານມາ ເປັນ 7,000 ຄົນໃນປີ 2020,ແລະ ສະຖິຕິນີ້ຍັງບໍ່ທັນຮອດທ້າຍປີ. ສະນັ້ນພວກເຮົາຄວນນຳໃຊ້ໂອກາດນີ້ຮັບໃຊ້ແມ່ຍິງຂອງພວກເຮົາເພື່ອຍົກສູງຄຸນນະພາບຂອງການບໍລິການ ແລະ ພະຍາຍາມຮັກສາພວກເຂົາໄວ້ກັບພວກເຮົາໃນອະນາຄົດ ', ທ່ານ ສາດສະດາຈານ Ponemek Dalaloy, ປະທານສະພາວິຊາຊີບ ແລະ ປິິ່ນ​ປົວກ່າວ. ຂະບວນການກວດສອບໃຊ້ເວລາ 02 ວັນໂດຍມີການເຂົ້າຮ່ວມຢ່າງພ້ອມພຽງໂດຍ​ແພດ​ຜະ​ດຸງ​ຄັນ​ຈາກ​ສະ​ຖານ​ການ​ສຶກ​ສາ​ທົ່ວ​ປະ​ເທດສະມາ ຄົມວິຊາຊີບ ແລະພາກສ່ວນຕ່າງໆຈາກອົງການຈັດຕັ້ງລັດ ທີ່ພົວພັນກັບວຽກງານຜະດຸງຄັນຜູ້ທີ່ໃຫ້ ການວິເຄາະ ແລະ ຄຳແນະນຳ ທີ່ສຳຄັນເພື່ອປັບປຸງການປັບປຸງເອກະສານໃນປະຈຸບັນທີ່ກຳນົດ ແລະ ຕົກລົງກ່ຽວກັບຂອບເຂດຂອງການປະຕິບັດແລະມາດຕະຖານທາງດ້ານການຊ່ວຍຂອງການປະ ຕິບັດວຽກງານຜະດຸງຄັນໃນ ສປປ ລາວ.

 

ອົງການ UNFPA ແມ່ນອົງການສຸຂະພາບຈະເລີນພັນ ແລະ ສິດທິໃນການຈະເລີນພັນຂອງສະຫະປະຊາຊາດ. ເປັນອົງການທີ່ນຳໜ້າໃນການນຳສະເໜີໂລກທີ່ ທຸກໆການຖືພາເປັນສິ່ງທີ່ຕ້ອງການການເກີດລູກທຸກໆຄັ້ງມີຄວາມປອດໄພ ແລະ ຄວາມສາມາດຂອງໄວໜຸ່ມທຸກຄົນແມ່ນບັນລຸຜົນສຳເລັດ. ອົງການ UNFPA ສົ່ງເສີມ ສິດທິສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະແມ່ນສຸຂະພາບຂອງແມ່ໃນຫລາຍກວ່າ 150ປະເທດພ້ອມທັງເຮັດວຽກເພື່ອຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ: ການແຕ່ງງານໃນໄວເດັກແລະ ເກັບກຳ, ວິເຄາະຂໍ້ມູນກ່ຽວກັບປະຊາກອນ.

 

ສຳລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

ທ່ານ ນາງ ສິລິພອນ ສະກຸນຄູຜູ້ປະສານງານໂຄງການ SRH

ອີເມວ: ssakulku@unfpa.org

 

ທ່ານ ນາງ ເພັດມະນີ ວິຍາເດດ , ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org