You are here

ວັນທີ 8 ກໍລະກົດ 2019, ນະຄອນຫຼວງວຽງຈັນ - ສະຫະພັນແມ່ຍິງລາວເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືກ່ຽວກັບຄູ່ມືການສະໜອງການບໍລິການທີ່ຈຳເປັນແກ່ແມ່ຍິງ ແລະ ເດັກຍິງທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ຄັ້ງທຳອິດຂຶ້ນຢູ່ ສປປ ລາວ,ເຊິ່ງກອງປະຊຸມດັ່ງກ່າວ ຈະໄດ້ດຳເນີນຂຶ້ນເປັນເວລາ ສອງມື້ນັບແຕ່ວັນທີ 8 ຫາ 9 ກໍລະກົດ 2019 ຢູ່ ໂຮງແຮມ ລາວ ພລາຊາ.

ກອງປະຊຸມປຶກສາຫາລືຄັ້ັງນີີ້ ໄດ້ນໍາເອົາຜູ້ຊ່ຽວຊານ, ຕົວແທນລັດຖະບານ ແລະ ຄູ່ຮ່ວມພັດທະນາ ມາຮວມໂຕກັນເພື່ອປຶກສາຫາລືກ່ຽວກັບວິທີປັບແລະນໍາໃຊ້ຊຸດການບໍລິການທີ່ສໍາຄັນເປັນເຄື່ອງມືເພື່ອສະຫນອງການບໍລິການທີ່ຈໍາເປັນສໍາລັບແມ່ຍິງ ແລະ ເດັກຍິງຜູ້ທີ່ເປັນຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ. ນອກນັ້ນຍັງມີຈຸດປະສົງ ສ້າງຄວາມເຂັ້ມແຂງໃນການປະສານງານ ແລະ ການອ້າງອີງບັນດາຜູ້ໃຫ້ບໍລິການເພື່ອປ້ອງກັນ ແລະ ຕອບສະຫນອງຕໍ່ຄວາມຮຸນແຮງທາງເພດໃຫ້ມີປະສິດທິພາບດີຂຶ້ນ.

ປັດຈຸບັນ, ສປປ ລາວ ໄດ້ມີຄວາມຄືບຫນ້າຫຼາຍດ້ານນະໂຍບາຍແຫ່ງຊາດ ແລະ ກົດຫມາຍເພື່ອປ້ອງກັນ ແລະ ຕອບສະຫນອງຕໍ່ຄວາມຮຸນແຮງທີ່ເກີດຂຶ້ນກັບແມ່ຍິງ ແລະ ເດັກຍິງ. ຜູ້ກໍ່ການລ່ວງລະເມີດທາງເພດ ແລະ ຄວາມຮຸນແຮງທາງເພດໂດຍແມ່ນຖືກລະເມີດກົດຫມາຍ. ທຸກຮູບແບບຂອງຄວາມຮຸນແຮງໂດຍກົງ ແລະ ທາງອ້ອມແມ່ນຖືກຫ້າມໂດຍກົດຫມາຍ. ຄວາມສະເຫມີພາບທາງເພດ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງແມ່ນຖືເປັນບູລິມະສິດຢູ່ໃນແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດຄັ້ງທີ 8 (NSEDP) ແລະ ຂອບແຜນງານ Noi ແມ່ນໄດ້ສ້າງຂຶ້ນເພື່ອເສີມສ້າງ ແລະ ປົກປ້ອງສິດທິຂອງເດັກຍິງ.

ນອກຈາກກົດຫມາຍ ແລະ ນະໂຍບາຍທີ່ມີປະສິດທິພາບ, ບົດສຳຫຼວດດ້ານຄວາມຮຸນແຮງແຫ່ງຊາດໄດ້ສະແດງໃຫ້ເຫັນວ່າ 58% ຂອງແມ່ຍິງ ແລະ 49% ຂອງຜູ້ຊາຍໄດ້ລາຍງານວ່າ ການໃຊ້ຄວາມຮຸນແຮງທາງເພດແມ່ນເຫມາະສົມຖ້າແມ່ຍິງບໍ່ປະຕິບັດຕາມຮີດຄອງປະເພນີ, ບົດຄົ້ນຄວ້າອີກສະບັບຫນຶ່ງໄດ້ສະແດງໃຫ້ເຫັນວ່າ 1/3 ຂອງແມ່ຍິງໄດ້ລາຍງານວ່າມີຄວາມຮຸນແຮງທາງດ້ານຮ່າງກາຍ, ຈິດໃຈແລະຄວາມຮຸນແຮງທາງເພດ. ເກືອບເຄິ່ງຄົນຂອງແມ່ຍິງເຫຼົ່ານີ້ໄດ້ລາຍງານວ່າບໍ່ເຄີຍຊອກຫາຄວາມຊ່ວຍເຫຼືອ ເນື່ອງຈາກວ່າມີການແບ່ງແຍກກ່ຽວກັບບົດບາດຍິງ - ຊາຍ, ສະຖານທີ່ບໍລິການ ແລະ ອ້າງອີງບໍ່ມີປະສິດຕິພາບ.

“ສປປ ລາວ ໄດ້ມີກົດຫມາຍ ແລະ ນະໂຍບາຍທີ່ດີໃນການປົກປ້ອງ ແລະ ຮັກສາສິດທິຂອງແມ່ຍິງ ແລະ ເດັກຍິງເພື່ອພວກເຂົາສາມາດດໍາລົງຊີວິດໂດຍປາສະຈາກຈາກຄວາມຮຸນແຮງ. ລຳດັບຕໍ່ໄປ ການສ້າງໃຫ້ມີບໍລິການເພື່ອຕອບສະໜອງຕາມກົດໝາຍແມ່ນຕ້ອງຖືເປັນບູລິມະສິດເຊັ່ນດຽວກັນ. ນີ້ແມ່ນຕອບສະຫນອງຕາມການແນະນໍາຂອງ ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ຫຼື CEDAW ສໍາລັບ ສປປ ລາວ.” ກ່າວໂດຍ ທ່ານນາງ  ມາຣຽມ ຄານ, ຜູ້ຕາງຫນ້າຂອງ UNFPA ປະຈຳ ສປປ ລາວ ໃນກອງປະຊຸມປຶກສາຫາລືດັ່ງກ່າວ.

ໃນປີ 2018, ສະຫະພັນແມ່ຍິງລາວ (LWU) ໄດ້ກໍ່ຕັ້ງສະຖານທີ່ທີ່ເປັນມິດສຳລັບແມ່ຍິງ ຫຼືເອີ້ນວ່າ: ເຮືອນເພື່ອນມິດ ຂຶ້ນຢູ່ສອງແຄ້ມທີ່ເມືອງ ສະໜາມໄຊ, ແຂວງອັດຕະປື ຈາກການສະຫນັບສະຫນູນຂອງ UNFPA. UNFPA ຍັງໄດ້ສະຫນັບສະຫນູນການສ້າງຄວາມເຂັ້ມແຂງໃນການສົ່ງຕໍ່ບໍລິການລະຫວ່າງຂະແຫນງການຫຼາຍເພື່ອປ້ອງກັນ ແລະ ຕອບສະຫນອງຕໍ່ຄວາມຮຸນແຮງທາງເພດ ໃນຍາມທີ່ເກີດໄພພິບັກ. ເພື່ອສານຕໍ່ການຮ່ວມມືຂອງທັງສອງຝ່າຍ, ສະຫະພັນແມ່ຍິງລາວ ແລະ UNFPA ມີຈຸດປະສົງປະຕິບັດໂຄງການສະໜອງບໍລິການທີ່ຈຳເປັນ (ESP) ນີ້ໃນປີ 2020-2023.

ຄູ່ມືການສະໜອງການບໍລິການທີ່ຈຳເປັນ ນີ້ແມ່ນໂຄງການໂດຍອົງການສະຫະປະຊາຊາດ, ເປັນຄູ່ມືຊີ້ນໍາ ແລະ ກຳນົດບໍລິການທີ່ຈໍາເປັນໃຫ້ແກ່ແມ່ຍິງ ແລະ ເດັກຍິງທັງຫມົດທີ່ຕົກເປັນດຫຍື່ອຄວາມຮຸນແຮງທາງເພດ, ການບໍລິການທີ່ໄດ້ກ່າວມານັ້ນລວມມີດ້ານສຸຂະພາບ, ສັງຄົມ, ການຂໍຄວາມຊ່ວຍເຫຼືອຈາກຕໍາຫຼວດ ແລະ ຄວາມຍຸດຕິທໍາ.

“ມັນມີຄວາມເປັນໄປໄດ້ທີ່ຈະເກີດຄວາມຮຸນແຮງຂຶ້ນພາຍໃນຊຸມຊົນໃນຍາມໄພພິບັດ, ດັ່ງນັ້ນເຮົາຕ້ອງຄາດເດົາ ແລະ ມີການປ້ອງກັນ. ການປະສານງານຢ່າງເຂັ້ມແຂງລະຫວ່າງບັນດາຄູ່ຮ່ວມງານແມ່ນເປັນສິ່ງຈໍາເປັນເພື່ອໃຫ້ການບູລິມະສິດການປ້ອງກັນ ແລະ ຕອບໂຕ້ຄວາມຮຸນແຮງທາງເພດທີ່ເກີດຂຶ້ນ.” ກ່າວໂດຍທ່ານນາງ ບັນດິດ ປະທຸມວັນ, ຮອງປະທານສະຫະພັນແມ່ຍິງລາວ.

ຜູ້ເຂົ້າຮ່ວມກອງປະຊຸມປຶກສາຫາລືໄດ້ມີການສົນທະນາ ກະກຽມເພື່ອປັບຄູ່ມືດັ່ງກ່າວໃຫ້ເຂົ້າກັບສະພາບການຢູ່ ສປປ ລາວ ແລະ ຈະມີການເຊື່ອມໂຍງເຂົ້າໃນແຜນການຂອງແຕ່ລະຂະທັງແຫນງໃນພາກລັດ ແລະ ສາກົນ.

 

  

ຂໍ້ມູນເພີ່ມເຕີມ ຕິດຕໍ່່:

ທ່ານ ນາງ ໄກອຳພນ ສິງຫາລາດ

ໂທລະສັບ: 021 267 680 ມືຖື: 020 77776597

ອີເມລ: Singhalath@unfpa.org