You are here

ງານສະເຫລີມສະຫລອງວັນໄວໜຸ່ມສາກົນປີນີ້ (IYD) ຈັດຂຶ້ນໂດຍໄວໜຸ່ມ ເຊິ່ງເນັ້ນໜັກໃສ່ການສຶກສາ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ ແລະ ໂດຍໄວໜຸ່ມເອງ, ເພື່ອໃຫ້ການສຶກສາມີຄວາມເປັນເອກະພາບ ແລະ ມີຄວາມສະເໝີພາບ. ຈັດຂຶ້ນໃນວັນທີ 14 ສິງຫາ 2019 ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພາຍໃຕ້ຫົວຂໍ້ ພັດທະນາການສຶກສາ ພັດທະນາຊີວິດ ສະໜັບສະໜູນໂດຍ ສະຫະປະຊາຊາດກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ (UNFPA).

 

ໃນປີ 1999, ສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດໄດ້ກຳນົດເອົາວັນທີ 12 ເດືອນສິງຫາເປັນວັນໄວໜຸ່ມສາກົນ, ເພື່ອເປັນການສະເຫຼີມສະຫຼອງບົດບາດຂອງແມ່ຍິງໜຸ່ມ ແລະ ຜູ້ຊາຍໜຸ່ມໃນຖານະເປັນຜູ້ນຳດ້ານການປ່ຽນແປງ, ພ້ອມທັງເສີມຂະຫຍາຍໂອກາດໃນການປູກຈິດສຳນຶກກ່ຽວກັບສິ່ງທ້າທາຍ ແລະ ບັນຫາຕ່າງໆທີ່ໄວໜຸ່ມຕ້ອງປະສົບພົບພໍ້. ເມື່ອໄວໜຸ່ມໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ມີການກຽມພ້ອມ, ພວກເຂົາມີສັກກາຍະພາບທີ່ຈະນຳພາການປ່ຽນແປງທີ່ດີຂຶ້ນ.” ບົດກ່າວຂອງ ທ່ານນາງ Dr. Natalia Kanem ອຳນວຍການໃຫຍ່ຂອງ UNFPA ໃນວັນໄວໜຸ່ມສາກົນທີ່ຜ່ານມາ.

 

ປັດຈຸບັນນີ້, ໄວໜຸ່ມ (ທີ່ມີອາຍຸຕໍ່າກວ່າ 25ປີ) ກວມເອົາເກືອບ 60%ຂອງປະຊາກອນທົ່ວປະເທດ. ຢູ່ບ້ານເຮົາມັກເວົ້າວ່າ ໄວໜຸ່ມລາວແມ່ນກະດູກສັນຫຼັງຂອງຊາດ. ສະນັ້ນ, ການລົງທຶນໃສ່ໄວໜຸ່ມໂດຍສະເພາະໃນຂົງເຂດທີ່ສຳຄັນເຊັ່ນ: ການສຶກສາ, ສຸຂະພາບ, ການຈ້າງງານ, ການປົກປ້ອງ ແລະ ການມີສ່ວນຮ່ວມ ມັນກໍ່ຄືການລົງທືນໃນເສດຖະກິດ-ສັງຄົມ, ແລະ ການພັດທະນາຂອງປະເທດຊາດບ້ານເມືອງ.” ກ່າວໂດຍ ທ່ານ ອາລຸນໄຊ ສູນນະລາດ, ປະທານຄະນະບໍລິຫານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (LYU).

 

 

25 ປີທີ່ຜ່ານມາ (1994), ລັດຖະບານ ສປປ ລາວໄດ້ໃຫ້ ຄຳໝັ້ນສັນຍາໃນກອງປະຊຸມສາກົນວ່າດ້ວຍ ປະຊາກອນ ແລະ ການພັດທະນາ (ICPD) ໃນການນຕອບສະໜອງຄວາມຕ້ອງການຂອງເຍົາວະຊົນ ແລະ ໄວໜຸ່ມ, ໂດຍສະເພາະແມ່ນໄວໜຸ່ມຍິງ ເພື່ອໃຫ້ເຂົ້າເຖິງການສຶກສາ, ສາທາລະນະສຸກ, ການໃຫ້ຄຳປຶກສາດ້ານການຈະເລີນພັນ ແລະ ການບໍລິການສຸຂະພາບທີ່ດີ. 25 ປີຜ່ານມາ, ໄດ້ມີຄວາມກ້າວໜ້າໃນວຽກງານດັ່ງກ່າວຢ່າງຫຼວງຫຼາຍ, ຜ່ານການວຽກງານຂອງລັດຖະບານ ແລະ ການຮ່ວມມື, ການສະໜັບສະໜູນຈາກຫລາຍໆພາກສ່ວນ. ສະແດງເຖິງຄຳໝັ້ນສັນຍານີ້ໄດ້ຖືກຮັກສາໄວ້, ແຕ່ກໍຍັງບໍ່ສາມາດເຮັດໃຫ້ເຂົ້າເຖິງທຸກຄົນ.

 

ເພື່ອຮັບປະກັນຄຳໝັ້ນສັນຍາວ່າຈະເຂົ້າເຖິງ ແລະ ຊ່ວຍເຫຼືອໄວໜຸ່ມທຸກຄົນ ໃຫ້ພວກເຂົາສາມາດບັນລຸເປົ້າໝາຍໄດ້ຢ່າງເຕັມສ່ວນ. ອົງການ UNFPA ໄດ້ເຜີຍແຜ່ຍຸດທະສາດໃໝ່ສຳລັບໄວໜຸ່ມຊື່ວ່າ: ຮ່າງກາຍຂອງຂ້ອຍ, ຊີວິດຂອງຂ້ອຍ, ໂລກຂອງຂ້ອຍ! ເຊິ່ງເອົາຄວາມຕ້ອງການ, ຄວາມມຸ່ງມາດປາດຖະໜາ ແລະ ອຸດົມການຂອງໄວໜຸ່ມມາເປັນຫຼັກໃນວຽກງານຂອງພວກເຮົາເພື່ອສະໜັບສະໜູນການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ແລະ ວາລະການພັດທະນາຂອງ ICPD ພາຍໃນປີ 2030.

 

"ພວກເຮົາຕ້ອງຮັບປະກັນວ່າໄວໜຸ່ມ, ໂດຍສະເພາະແມ່ນໄວໜຸ່ມຍິງ ກໍ່ຄື ນາງນ້ອຍ ບໍ່ອອກໂຮງຮຽນກ່ອນໄວອັນຄວນ ແລະ ຫາກເຂົາຕ້ອງການກັບເຂົ້າຮຽນຄືນກໍ່ແມ່ນສາມາດກັບມາໄດ້ ແລະ ສ້າງຄວາມເຂັ້ມແຂງໃຫ້ຫຼັກສູດວິຊາຊີບ. ຫາກເຮັດໄດ້ສິ່ງເຫຼົ່ານີ້ ສປປ ລາວຈະມີແຮງງານທີ່ມີຝີມື ແລະ ເກັ່ງທີ່ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດໄດ້. ກ່າວໂດຍ ທ່ານນາງ Mariam A. Khan ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ.

 

 

ງານດັ່ງກ່າວຍັງໄດ້ປະກາດຜົນຜູ້ຊະນະການປະກວດຮູບແຕ້ມ ພາຍໃຕ້ຫົວຂໍ້ພັດທະນາການສຶກສາ ພັດທະນາຊີວິດ”. ນອກນັ້ນໄວໜຸ່ມທີ່ເຂົ້າຮ່ວມຍັງໄດ້ນຳພາຄະນະ ຈັດເວທີສົນທະນາເພື່ອປຶກສາຫາລືກ່ຽວກັບບັນຫາສຸຂະພາບຈະເລີນພັນ, ເພື່ອສ້າງຄວາມດຶງດູດໃຫ້ແກ່ນັກສ້າງນະໂຍບາຍ ແລະ ເພີ່ມຂອບເຂດໃນການລົງທືນ. ໃນຕອນທ້າຍຂອງງານ, ໄວໜຸ່ມ, ຕາງໜ້າອົງການສາກົນ ແລະ ລັດຖະບານ, ໄດ້ຮ່ວມກັນລົງນາມເພື່ອໃຫ້ຄຳໝັ້ນສັນຍາທີ່ເຂັ້ມແຂງ ແລະ ສືບຕໍ່ເພື່ອບັນລຸເປົ້າໝາຍພັດທະນາອີງຕາມກອງປະຊຸມ ICPD.

 

 

______________________________________________________________________

 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການ, ທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໂດຍສະເພາະ ສຸຂະພາບຂອງແມ່, ໃນຫຼາຍກວ່າ 150 ປະເທດ, ລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກ, ແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.

  

ຂໍ້ມູນເພີ່ມເຕີມຕິດຕໍ່: ທ່ານ ນາງ ໄກອຳພອນ ສິງຫາລາດ

ໂທລະສັບ: 021 267 680  ອີເມວ: Singhalath@unfpa.org website: lao.unfpa.org

 

Follow us on Facebook: UNFPA Laos, Twitter & Youtube: UNFPA Lao PDR