Go Back Go Back
Go Back Go Back
Go Back Go Back

ຢຸດການລະບາດຂອງພະຍາດໂຄວິດ-19: ເພື່ອຮັບປະກັນດ້ານສຸຂະພາບ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກຍິງ ຢ່າງເຕັມສ່ວນ

ຢຸດການລະບາດຂອງພະຍາດໂຄວິດ-19: ເພື່ອຮັບປະກັນດ້ານສຸຂະພາບ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກຍິງ ຢ່າງເຕັມສ່ວນ

Press Release

ຢຸດການລະບາດຂອງພະຍາດໂຄວິດ-19: ເພື່ອຮັບປະກັນດ້ານສຸຂະພາບ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກຍິງ ຢ່າງເຕັມສ່ວນ

calendar_today 10 July 2020

ນະຄອນຫຼວງວຽງຈັນ, ສປປ ລາວ, 10 ກໍລະກົດ 2020

ລັດຖະບານ ສປປ ລາວ ຮ່ວມມືກັບ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ UNFPA ແລະ ບັນດາອົງການຈັດຕັ້ງທາງສັງຄົມ, ຄູ່ຮ່ວມພັດທະນາຕ່າງໆ ໄດ້ສຸມໃສ່ວຽກງານສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ ເພື່ອແກ້ໄຂການຖືພາແບບບໍ່ຕັ້ງໃຈ ແລະ ຫຼຸດຜ່ອນອັດຕາການຕາຍຂອງແມ່ໃນ ສປປ ລາວ ໃຫ້ຫຼຸດລົງຢ່າງກ້າວກະໂດດ, ເຊິ່ງມັນໄດ້ສົ່ງຜົນໃຫ້ ແມ່ຍິງ ແລະ ເດັກຍິງ ຫຼາຍລ້ານຄົນ ມີສຸຂະພາບແຂງແຮງ, ມີການດໍາລົງຊີວິດທີ່ດີຂື້ນເປັນກ້າວໆ.

 

ໃນສະພາບການປະຈຸບັນ, ການແຜ່ລະບາດຂອງພະຍາດ COVID-19 ໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ ສປປ ລາວ ແລະ ທົວໂລກ ເຮັດໃຫ້ການເຄື່ອນໄຫວວຽກງານ ໃນຫຼາຍຂົງເຂດ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກຍິງ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ເນື່ອງຈາກ, ເປັນກຸ່ມທີ່ມີຄວາມສ່ຽງ ແລະ ມີຄວາມບອບບາງທາງສັງຄົມສູງ ສະນັ້ນ, ຈິ່ງເຮັດໃຫ້ເຂົາເຈົ້າໄດ້ຮັບຜົນກະທົບໂດຍກົງເປັນຕົ້ນແມ່ນ: ແມ່ຍິງຜູ້ທີ່ບໍ່ໄດ້ຮັບການສຶກສາ, ຜູ້ທີ່ມີລາຍຮັບຕໍ່າ, ຊົນເຜົ່າ, ຜູ້ອົບພະຍົບ, ຄົນພິການຜູ້ທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ແລະ ອື່ນໆ.

 

ອີງຕາມບົດຄົ້ນຄວ້າຂອງ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ UNFPA ໄດ້ສະແດງໃຫ້ເຫັນວ່າຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ອາດຈະສົ່ງຜົນເຮັດໃຫ້ເກີດມີການຖືພາໂດຍບໍ່ໄດ້ຕັ້ງໃຈຫລາຍຂື້ນ, ເຊິ່ງຄາດວ່າຈະສົ່ງຜົນໃຫ້ອັດຕາການຕາຍຂອງແມ່ເພີ່ມສູງຂຶ້ນຫຼາຍເຖິງ 684 ກໍລະນີ ພາຍໃນປີ 2020, ຖ້າທຽບໃສ່ຊຸມປີ ຜ່ານມາເຫັນວ່າເປັນຕົວເລກທີ່ສູງກວ່າອັດຕາສະເລ່ຍຕໍ່ປີເຖີງ 284 ກໍລະນີ.       

 

ເນື່ອງໃນໂອກາດວັນປະຊາກອນໂລກ ໃນປີນີ້,  ລັດຖະບານ ສປປ ລາວ ຂໍສະແດງຄວາມຊົມເຊີຍ ຕໍ່​ຜົນສຳເລັດຂອງ​ກອງປະຊຸມສຸດຍອດໄນໂຣບີ​ ແລະ ຄຳໝາຍ​ໝັ້ນໃນການຈັດຕັ້ງປະຕິບັດແຜນດຳເນີນງານກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ(ICPD) ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ 2030. ໃນການ​ຮັບຮອງເອົາແຜນດຳເນີນງານ​ (ICPD) ດັ່ງກ່າວນີ້, ບັນດາປະເທດໃນໂລກໄດ້ມີຄວາມຄືບ ແລະມີສິ່ງພົ້ນເດັ່ນສຳຄັນຫຼາຍດ້ານ ໂດຍສະເພາະການຈັດຕັ້ງວຽກງານໃນຂົງເຂດແມ່ຍິງ ແລະ ເດັກຍິງ, ດ້ານພື້ນຖານໂຄງລ່າງ ແລະ ການປົກປ້ອງສິດທິຂອງເຂົາເຈົ້າ.

 

 

ໃນໄລຍະຜ່ານມາ, ການຈັດຕັ້ງປະຕິບັດແຜນດຳເນີນງານກອງປະຊຸມສາກົນ ວ່າດ້ວຍປະຊາ ກອນ ແລະ ການພັດທະນາ (ICPD) ຂອງ ສປປ ລາວ ແລະ ຫຼາຍ​ປະເທດ ໄດ້ປະສົບກັບຄວາມຫຍຸ້ງ ຍາກໃນການປະຕິບັດພັນທະຂອງຕົນ ແລະ ຖືກສະກັດກັ້ນດ້ວຍໄພນາບຂູ່ຕ່າງໆ ເຊັ່ນ: ການຂາດເຂີນທຶນຮອນ, ໄພຂົ່ມຂູ່ຈາກ​ທຳມະຊາດ, ສົງຄາມ, ວິກິດການດ້ານເສດຖະກິດ, ພະຍາດລະບາດ ແລະ ອື່ນໆເຊິ່ງເປັນສິ່ງທ້າທາຍ ທີ່ພວກເຮົາຈະຈະຕ້ອງຮ່ວມແຮງຮ່ວມໃຈຂ້າມຜ່ານໄປໃຫ້ໄດ້ ເພື່ອໃຫ້ບັນລຸຄໍາໝາຍ​ໝັ້ນ ໃນການຈັດຕັ້ງປະຕິບັດແຜນດໍາເນີນງານ ກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະການພັດທະນາ (ICPD)  ແລະ ວາລະການພັດທະນາແບບຍືນຍົງປີ 2030 ໂດຍສະເພາະ 3 ເປົ້າໝາຍຂອງການປ່ຽນແປງທີ່ສຳຄັນ ຄື​: 1) ຫຼຸດອັດຕາການຕາຍຂອງແມ່​ ໃຫ້ກາຍເປັນສູນ;  2) ຫຼຸດຄວາມຕ້ອງການການວາງແຜນຄອບຄົວແບບທັນສະໄໝແຕ່ບໍ່ໄດ້ຮັບການສະໜອງກາຍເປັນສູນ; ແລະ 3)  ຫຼຸດຄວາມຮຸນແຮງທາງເພດ ແລະ ການປະຕິບັດທີ່ເປັນອັນຕະລາຍຈາກຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ກາຍເປັນສູນ

 

 

ລັດຖະບານ ສປປ ລາວ ໄດ້ສຸມໃສ່ການຟື້ນຟູຜົນກະທົບຈາກ ການແຜ່ລະບາດຂອງພະຍາດ COVID-19 ຄຽງຄູ່ກັນກັບການວາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9, ແລະໄດ້ເຮັດບົດລາຍງານການຄາດຄະເນປະຊາກອນລາວ ໃນປີ 2030 ເຊີ່ງເຫັນວ່າ ປະຊາກອນ ສປປ ລາວ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນຮອດ . ສະນັ້ນ, ຈື່ງຈຳເປັນຈະຕ້ອງໄດ້ເພີ່ມທະວີການລົງທຶນ ໃສ່ການປັບປຸງການສຶກສາລະດັບມັດທະຍົມ ໂດຍໃຫ້ມີໂຮງຮຽນ ແລະ ຄູສອນທີ່ມີທັກສະພຽງພໍ ເພື່ອຮັບຮອງນັກຮຽນ ເຖິງ 1,068,500 ຄົນທີ່ຈະບັນຈຸເຂົ້າໃນການສຶກສາລະດັບມັດທະຍົມໃນຕໍ່ໜ້າ;ພາຍໃນປີ 2030, ຕ້ອງມີວຽກຮອງຮັບຊາວໜຸ່ມຈຳນວນ 87,000 ຄົນທີ່ຈະເພີ່ມຂື້ນໃນແຕ່ລະປີ; ແລະຈະຕ້ອງມີນະໂຍບາຍເພື່ອຮັບປະກັນດ້ານສຸຂະພາບ, ເພີ້ມບຸກຄະລາກອນດ້ານສາທາລະນະສຸກ ໂດຍສະເພາະແພດພະດຸງຄັນຂຶ້ນຕື່ມອີກ 50 ສ່ວນຮ້ອຍ ຂອງຈຳນວນແພດພະດຸງຄັນໃນທົ່ວປະເທດ.

 

 

ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ສີສົມພອນ ເພັດດາວເຮືອງ, ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ

ອີເມລ: sysomphorn.dic@gmail.com

ທ່ານ ພອນໄຊ ສິດທິຣາຊວົງສາ, ຜູ້ຮັບຜິດຊອບຕິດຕາມ ແລະ ປະເມີນຜົນ ແຜນງານພັດທະນາປະຊາກອນ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ

ອີເມລ: sithirajvongsa@unfpa.org

 

************

ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໂດຍມີເປົ້າໝາຍເພື່ອ ບັນລຸໃຫ້ອັດຕາການຕາຍຂອງແມ່ເປັນສູນ, ໃຫ້ອັດຕາຂາດການຄຸມກຳເນີດເປັນສູນ ແລະ ຫຼຸດຄວາມຮຸນແຮງທາງເພດ ແລະ ພຶດຕິກຳທີ່ເປັນອັນຕະລາຍ ເປັນສູນ ໃນແມ່ຍິງ ແລະ ເດັກຍິງ.