You are here

ໃນວັນທີ 8 ມິຖຸນາ 2020 ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ (UNFPA) ຮ່ວມກັບກະຊວງສາທາລະນະສຸກ ໄດ້ຈັດພິທີມອບ - ຮັບລົດບໍລິການສຸຂະພາບເຄື່ອນທີ ເພື່ອໃຫ້ບໍລິການທີ່ເປັນມິດແກ່ເຍົາວະຊົນ ເພື່ອສົ່ງເສີມການເຂົ້າເຖິງການບໍລິການສຸຂະພາບທີ່ເປັນມິດແກ່ໄວໜຸ່ມ

 

ຈຸດມຸ່ງໝາຍຂອງການລິເລີ່ມວຽກງານນີ້ ແມ່ນເພື່ອຊ່ວຍໃຫ້ໄວໜຸ່ມໄດ້ເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ເຊັ່ນດຽວກັບການຊ່ວຍຜູ້ໃຫ້ບໍລິການແລະຜູ້ໃຫ້ຄຳປຶກສາແບບເພື່ອນສອນເພື່ອນໄດ້ກ້າວຜ່ານອຸປະສັກຕ່າງໆໃນການເຮັດວຽກກັບໄວໜຸ່ມ. ລົດບໍລິການເຄື່ອນທີນີ້ ແມ່ນເປັນນະວັດຕະກຳໃໝ່ ໃນການແກ້ໄຂແບບເປັນເປັນມິດ ເພື່ອຕອບສະໜອງຄວາມຕ້ອງການທີ່ຈຳເປັນ ໃນການໃຫ້ບໍລິການສຸຂະພາບແກ່ເຍົາວະຊົນແລະໄວໜຸ່ມ. ລົດບໍລິການເຄື່ອນທີນີ້ ສາມາດໄປຫາໄວໜຸ່ມໃນທຸກໆບ່ອນ ຖືເປັນການກ້າວຂ້າມອຸປະສັກດ້ານໄລຍະທາງແລະການເຂົ້າເຖິງໄດ້ງ່າຍ

 

ການໃຫ້ບໍລິການທີ່ມີຄວາມເປັນທຳ, ເຂົ້າເຖິງໄດ້, ຍອມຮັບໄດ້, ມີຄວາມເໝາະສົມ ແລະ ມີປະສິດຕິພາບໃຫ້ແກ່ໄວໜຸ່ມ ຈະໃຫ້ຜົນຕອນຮັບຢ່າງໃຫຍ່ຫຼວງໃນການໃຫ້ບໍລິການແກ່ເຍົາວະຊົນໃນໄວໜຸ່ມ ໂດຍສະເພາະກຸ່ມຄົນທີ່ເປັນກຸ່ມສ່ຽງ ດັ່ງເຊັ່ນໄວໜຸ່ມທີ່ເຮັດວຽກຢູ່ໃນໂຮງງານ ການແຕ່ງງານແລະຖືພາກ່ອນໄວອັນຄວນຢູ່ໃນໃນ ສປປ ລາວ (42% ຂອງໄວໜຸ່ມຍິງ) ການອອກໂຮງຮຽນ ເຮັດໃຫ້ບໍ່ມີຄຸນສົມບັດພຽງພໍຕໍ່ການເຮັດວຽກທີ່ດີ ເມື່ອແມ່ຍິງແລະໄວໜຸ່ມຍິງມີການພົວພັນທາງເພດ ແມ່ນມີຄວາມຢຸ້ງຍາກຫຼາຍສຳຫຼັບເຂົາເຈົ້າໃນການເຈລະຈາ ເພື່ອໃຫ້ມີການຮ່ວມເພດແບບປອດໄພ ເຂົາເຈົ້າເຫຼົ່ານີ້ ມີຄວາມຮູ້ທີ່ຈຳກັດຕໍ່ທາງເລືອກໃນການປ້ອງກັນແລະການຄຸມກຳເນີດ

 

ນັບຕັ້ງແຕ່ປີ 2017 UNFPA ແລະກະຊວງສາທາລະນະສຸກໄດ້ຮ່ວມມືກັນໃນການເຊື່ອມສານວຽກງານການບໍລິການທີ່ເປັນມິດແກ່ເຍົາວະຊົນແລະໄວໜຸ່ມ ເຂົ້າໃນສະຖານທີບໍລິການສຸຂະພາບທົ່ວປະເທດ. ທາງສູນພັດທະນາສຸຂະພາບແມ່ຍິງແລະໄວໜຸ່ມນະຄອນຫຼວງ ໄດ້ມີບົດບາດທີ່ສຳຄັນໃນການຊ່ວຍເຫຼືອທາງດ້ານວິຊາການ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ຜູ້ບໍລິການສຸຂະພາບ ແລະ ພ້ອມທັ້ງໃນການຊ່ວຍເຝິກອົບຮົມໃນການໃຫ້ບໍລິການສຸຂະພາບແບບເຄື່ອນທີ

 

ໃນປີທີ່ຜ່ານມາ ໄດ້ມີການເຊັນສັນຍາການຮ່ວມມືກັບ 4 ບໍລິສັດ ( Hi-tech Laos Apparel Co., Ltd, Daewoo Co., Ltd, Venture International (Lao) Co., Ltd and Be cooperate Export Co., Ltd) ໃນການສ້າງຈິດສຳນຶກໃນສຸຂະພາບຈະເລີນພັນ

 

ການໃຫ້ບໍລິການສຸຂະພາບທາງເພດແລະສຸຂະພາບຈະເລີນພັນ ຢູ່ໃນສະຖານທີເຮັດວຽກ ໄດ້ພິສູດໃຫ້ເຫັນວ່າມັນເປັນວິທີການທີມີປະສິດຕິພາບ ໃນການເຂົ້າເຖິງໄວໜຸ່ມໃນບ່ອນເຮັດວຽກ ທີ່ມີແຮງງານທີ່ເປັນໄວໜຸ່ມເປັນຈຳນວນຫຼາຍ. ໃນປີທີ່ຜ່ານມາ ການໃຫ້ບໍລິການທີ່ເປັນມິດແກ່ເຍົາວະຊົນແລະໄວໜຸ່ມແບບເຄື່ອນທີ່ໂດຍ ສູນພັດທະນາສຸຂະພາບແມ່ຍິງແລະໄວໜຸ່ມນະຄອນຫຼວງ ໄດ້ເຂົ້າເຖິງແຮງງານໄວໜຸ່ມຫຼາຍກວ່າ 3,200 ຄົນ ໃນໂຮງງານຕັດຫຍິບ ຢູ່ໃນນະຄອນຫຼວງວຽງຈັນຜົນທີ່ໄດ້ຮັບ ໄດ້ຢືນຢັນວ່າການບໍລິການດັ່ງກ່າວ ເປັນທີ່ຕ້ອງການຢ່າງສູງໃນບັນດາໄວໜຸ່ມທີ່ເຮັດວຽກຢູ່ໂຮງງານ ແລະສົມຄວນແກ່ການເຂົ້າເຖິງໃນທຸກທີ ທຸກເວລາ. ນອກຈາກນີ້ ການໃຫ້ບໍລິການສຸຂະພາບໃນສະຖານທີເຮັດວຽກ ຖືເປັນການປະຫຍັດຕົ້ນທຶນ ໃນແຜນປະກັນສຸຂະພາບ ທີ່ໄດ້ຮັບການປະກອບສ່ວນຈາກຜູ້ຈ້າງງານ.

 

ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ:

ດາໄລວັນ ແກ້ວນະຄອນ, ຜູ້ອຳນວຍການສູນຊາວໜຸ່ມ

ອີເມວ: vycentre@yahoo.com

ສຸກພັກສາ ສາຍສະໝອນ, UNFPA

ອີເມວ: saysamone@unfpa.org

 

************

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແມ່ນອົງການພັດທະນາສາກົນ ເຮັດວຽກເພື່ອໃຫ້ໂລກນີ້ເປັນບ່ອນທີ່ການຖືພາທຸກຄັ້ງແມ່ນດ້ວຍຄວາມຕັ້ງໃຈ ການເກີດລູກທຸກຄັ້ງທີ່ມີຄວາມປອດໄພ ແລະ ໄວໜຸ່ມທຸກຄົນມີໂອກາດບັນລຸເປົ້າໝາຍຕາມຄວາມສາມາດຂອງຕົນ ຍ້ອນວ່າທຸກຄົນມີຄວາມສຳຄັນ ແລະ ມີສ່ວນຮ່ວມ