You are here

"ແມ່ຂອງຂ້າພະເຈົ້າໃຫ້ກຳເນີດລູກຢູ່ຂ້າງຖະໜົນ ເຊິ່ງຍັງເປັນຄວາມຈິງໃນທຸກໆວັນທີ່ແຂວງຜົ້ງສາລີ ເພາະເຫດນີ້ຂ້າພະເຈົ້າຈຶງລົງຮຽນການຜະດຸງຄັນ"

 

“ແມ່ຂ້ອຍໄດ້ເກີດນ້ອງຊາຍກ່ອນກຳໜົດຢູ່ຂ້າງຖະໜົນ ເມື່ອເພິ່ນອາຍຸ 17 ປີ ທັ້ງສອງມີອາການແຊກຊ້ອນຮຸນແຮງ ເຊິ່ງຍັງເປັນຄວາມຈິງໃນຊີວິດປະຈຳວັນໃນແຂວງຜົ້ງສາລີ ຂ້ອຍຕ້ອງການປ່ຽນແປງສິ່ງນີ້” ນາງໄພລິນ ອາຍຸ 21 ປີ ເປັນຜູ້ທີ່ຢາກຈະເປັນຜະດຸງຄັນ

ແມ່ຂອງໄພລິນແຕ່ງງານຕອນອາຍຸ 13 ປີ ແລະໃຫ້ກຳເນີດລາວສອງປີຕໍ່ຈາກນັ້ນ. ແມ່ຂອງລາວຖືພາອີກເທື່ອໜຶ່ງຕອນອາຍຸ 17 ປີ. ໃນເດືອນທີເຈັດ ແມ່ຂອງລາວເຈັບທ້ອງຢ່າງຮຸນແຮງ ລາວໄປໂຮງໝໍທີ່ໃກ້ຄຽງທີ່ສຸດ ແຕ່ບໍ່ມີໝໍ ພະຍາບານ ຫຼື ຜະດຸງຄັນຈັກຄົນ. ລາວເຮັດຍັງບໍ່ໄດ້ ເລີຍຕ້ອງກັບບ້ານທັ້ງທີ່ຍັງມີອາການປວດ. ຕໍ່ມາ ລາວກໍ່ໄດ້ເກີດລູກກ່ອນກຳໜົດ ໂດຍທີ່ບໍ່ມີຜູ້ໃດມາຊ່ວຍ ຢູ່ຂ້າງຖະໜົນ . ແມ່ແລະລູກນ້ອຍລອດຊີວິດ ແຕ່ທັ້ງສອງຕ້ອງຢູ່ກັບບັນຫາສຸຂະພາບຕະຫຼອດຊີວິດ.

ແຂວງຜົ້ງສາລີ ຕ້ັງຢູ່ທາງເໜືອຂອງ ສ.ປ.ປ. ລາວ ເຊິ່ງມີຄວາມສູງສະເລ່ຍ 1400 ແມັດ ເໜືອລະດັບນໍ້າທະເລ ສູງທີ່ສຸດໃນປະເທດລາວ ໃນຂະນະດຽວກັນ ກໍ່ມີຄວາມໜ້າແໜັ້ນຂອງປະຊາກອນໜ້ອຍທີ່ສຸດໃນປະເທດ. 60% ຂອງຜູ້ທີ່ຢູ່ອາໄສ ແມ່ນຢູ່ຕາມຊົນນະບົດທີ່ມີຖະໜົນເຂົ້າເຖິງ ແລະ 21% ທີ່ບໍ່ມີຖະໜົນເຂົ້າເຖິງ.

ອີງຈາກກະຊວງສາທາລະນະສຸກ ມີແຕ່ 35% ຂອງແມ່ຍິງທີ່ຖືພາໃນແຂວງຜົ້ງສາລີ ທີ່ໄດ້ກັບການດູແລຢ່າງຊຳນິຊຳນານໃນຕອນເກີດລູກ. ການຄຸ້ມຄອງສຸຂະພາບຂອງແມ່ແລະເດັກມີຄວາມຈຳກັດຍ້ອນເປັນເຂດພູຜາປ່າດົງທີ່ຫຍຸ້ງຍາກ, ສະພາບເສັ້ນທາງທີ່ບໍ່ດີ ແລະ ພະນັກງານແພດທີ່ມີທັກສະບໍ່ພຽງພໍ.

ຄວາມປາດຖະໜາໃນການປະກອບສ່ວນ ເພື່ອຊ່ວຍຊີວິດ

ເມື່ອຈົບຊັ້ນມັດທະຍົມຕອນປາຍ ນາງໄພລິນໄດ້ເຮັດວຽກເສີມຫຼາຍຢ່າງ ເພື່ອຊ່ວຍເຫຼືອຄອບຄົວ ເຊິ່ງສ່ວນໃຫຍ່ແມ່ນຈາກການເຮັດໄຮ່ເຮັດນາ, ຫຼັງຈາກນັ້ນລາວກໍ່ຄິດໄດ້ວ່າວຽກດັ່ງກ່າວບໍ່ສາມາດສ້າງຄວາມແຕກຕ່າງໃຫ້ຄອບຄົວ ຫຼື ຊຸມຊົນ. ລາວໄດ້ຮັບໂອກາດທີ່ຈະປ່ຽນແປງຊີວິດຂອງລາວ ເມື່ອລາວໄດ້ຖືກຮັບເຂົ້າຮຽນຫຼັກສູດຜະດຸງຄັນ ລະດັບຊັ້ນສູງ ທີ່ໂຮງຮຽນການພະຍາບານ ແຂວງວຽງຈັນ ລາວຮູ້ວ່ານີ້ແມ່ນໂອກາດທີ່ຈະສ້າງຄວາມແຕກຕ່າງ ໂດຍການສືບສານອາຊີບເປັນຜະດຸງຄັນ.

ຄວາມຕັ້ງໃນຂອງການເປັນຜະດຸງຄັນຂອງນາງໄພລິນ ໄດ້ເຮັດໃຫ້ລາວມີຄວາມເຂັ້ມແຂງໃນການຮັບມືກັບສິ່ງທ້າທາຍຕົວຈິງຫຼາຍຢ່າງທີ່ນາງໄດ້ພົບໃນລະຫວ່າງການສຶກສາຂອງລາວ. ເພື່ອຈະເຂົ້າໃຈຄຳສັບພາສາອັງກິດໃຫ້ດີຂື້ນ, ລາວຕ້ອງອາໄສເຄື່ອງມືທີ່ຕ້ອງນຳໃຊ້ອິນເຕີເນັດເພື່ອກ້າວຂ້າມອຸປະສັກດ້ານພາສາ.

“ຄວາມຫຍຸ້ງຍາກເຫຼົ່ານີ້ ບໍ່ສາມາດຢຸດເຮົາຈາກການເປັນຜະດຸງຄັນ ເພື່ອປົກປ້ອງສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍເກີດໃໝ່” ນາງໄພລິນໄດ້ກ່າວໄວ້. ລາວຕັ້ງໃຈທີ່ຈະກັບໄປບ້ານເກີດຂອງລາວ ເພື່ອຮັບໃຊ້ຊຸມຊົນຂອງລາວຫຼັງຈາກຮຽນຈົບ.

ແມ່ຍິງທຸກຄົນຕ້ອງໄດ້ຮັບການຊ່ວຍເຫຼືອໃນການເກີດລູກກັບຜູ້ໃຫ້ບໍລິການດູແລສຸຂະພາບທີ່ໄດ້ຮັບການຝຶກອົບຮົມເປັນຢ່າງດີ

ຈາກການສະໜັບສະໜູນຂອງອົງການ UNFPA, ກະຊວງສາທານະລະສຸກ ສ.ປ.ປ. ລາວ, ອົງການ ຜະດຸງຄັນສາກົນ ແລະ ມະຫາວິທະຍາໄລຂອນແກ່ນ ປະເທດໄທ ໄດ້ເລີ່ມຮ່ວມມືກ່ຽວກັບການປັບປຸງຫຼັກສູດຜະດຸງຄັນ. ແຜນງານດັ່ງກ່າວລວມມີການປັບປຸງຫຼັກສູດຜະດຸງຄັນລະດັບຊາດ, ການຝຶກອົບຮົມເພີ່ມເຕີມຂອງຄູອາຈານຜະດຸງຄັນແລະການສະໜອງທຶນການສຶກສາໃຫ້ຜະດຸງຄັນຈາກຊົນເຜົ່າຕ່າງໆ. ບັນດາໂຮງຮຽນວິທະຍາສາດສາທາລະນະສຸກໃນທົ່ວປະເທດໄດ້ຮັບການສະໜັບສະໜູນ ໃນການຂະຫຍາຍການສຶກສາຜະດຸງຄັນໃຫ້ແກ່ຊາວໜຸ່ມໃນທົ່ວປະເທດ. ນາງໄພລິນແມ່ນໜຶ່ງ ໃນບັນດາຜູ້ທີ່ສາມາດຮຽນວິຊາຊີບຜະດຸງຄັນ ເຊິ່ງເປັນຜົນມາຈາກແຜນງານການສຶກສາຜະດຸງຄັນທີ່ມີການຂະຫຍາຍອອກໄປ.

"ເມື່ອຜະດຸງຄັນໄດ້ຮັບການຝຶກອົບຮົມ ເຂົາກໍ່ໄດ້ຖືກສົ່ງເຂົ້າໄປໃນຊຸມຊົນທີ່ເຂົ້າເຖິງຍາກທີ່ສຸດ ແລະ ໄດ້ຮັບການສະໜັບສະໜູນດ້ວຍເຄື່ອງມືແລະອຸປະກອນທີ່ຈຳເປັນ, ພວກເຂົາສາມາດແກ້ໄຂບັນຫາຂອງການຢຸດຕິການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້," ທ່ານນາງ ມາຣຽມ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສ.ປ.ປ. ລາວ ໄດ້ກ່າວໄວ້. ການແຊກແຊງທີ່ສຳຄັນທີ່ສຸດໃນການປົກປ້ອງແມ່ໃຫ້ປອດໄພ ແມ່ນການຮັບປະກັນໃຫ້ມີຜູ້ຊ່ຽວຊານດ້ານສຸຂະພາບທີ່ມີຄວາມຊຳນິຊຳນານ ທີ່ມີທັກສະຜະດຸງຄັນໃນທຸກໆການເກີດລູກ.

ອີງຕາມສະພາບການຫຼ້າສຸດໃນວັນຜະດຸງຄັນສາກົນ, ການຈັດຕັ້ງປະຕິບັດການບໍລິການຜະດຸງຄັນທີ່ມີຄຸນນະພາບສາມາດປ້ອງກັນອັດຕາການຕາຍຂອງແມ່ແລະເດັກໃນທົ່ວໂລກປະມານສອງສ່ວນສາມ. ຜະດຸງຄັນທີ່ມີຄວາມຮູ້ແລະການສຶກສາສາມາດໃຫ້ການດູແລທີ່ຈຳເປັນສຳລັບແມ່ຍິງແລະເດັກເກີດ ໃໝ່ 87% ແລະ ປະກອບສ່ວນໃຫ້ຄອບຄົວແລະຊຸມຊົນໃຫ້ມີສຸຂະພາບທີ່ແຂງແຮງກວ່າເກົ່າ.

ຢູ່ໃນ ສປປ ລາວ ມີນັກຜະດຸງຄັນ ຈຳນວນ 1,867 ຄົນທີ່ໄດ້ລົງທະບຽນເຂົ້າໂຮງໝໍ ແລະ ໂຮງໝໍນ້ອຍ ທົ່ວປະເທດ ໃນນັ້ນ ມີ 512 ຄົນທີ່ມາຈາກຊົນເຜົ່າຕ່າງໆ. ຍິ່ງໄປກວ່ານັ້ນ ສະມາຄົມຜະດຸງຄັນຂອງລາວກໍ່ໄດ້ຖືກຈັດຕັ້ງຂື້ນມາເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຜະດຸງຄັນ ແລະ ສ້າງບຸກຄະລາກອນການແພດທີ່ເຂັ້ມແຂງເພື່ອຊ່ວຍເຫຼືອແມ່ຍິງ.

ຈາດການສະໜັບສະໜູນຂອງອົງການ UNFPA ສ.ປ.ປ. ລາວ ກໍ່ມີຄວາມຄືບໜ້າທີ່ສຳຄັນ ໃນການເຮັດໃຫ້ອັດຕາການຕາຍຂອງແມ່ຫຼຸດລົງຈາກ 294 ຄົນຕໍ່ການເກີດ 100,000 ຄົນໃນປີ 2010 ເຖິງ 197 ໃນປີ 2015. ເພື່ອບັນລຸເປົ້າ ໝາຍ ໃນການຢຸດຕິການຕາຍຂອງແມ່ໃນປີ 2030 ທາງລັດຖະບານຈະສືບຕໍ່ສົ່ງເສີມການສຶກສາຜະດຸງຄັນ ໂດຍການສະ ໜັບສະໜູນຂອງອົງການ UNFPA ເພື່ອຮັບປະກັນການຄຸ້ມຄອງບໍລິການຜະດຸງຄັນທີ່ມີຄຸນນະພາບ, ໂດຍສະເພາະໃນບັນດາຊຸມຊົນທີ່ມີຄວາມສ່ຽງຫຼາຍທີ່ສຸດ.

 

 

ສຳລັບຂໍ້ມູນເພີ່ມເຕີ laos.office@unfpa.org