You are here

ນະຄອນຫຼວງວຽງຈັນ - 5 ພຶດສະພາ 2018 ແມ່ນ​ເປັນ​ສັນ​ຍາ​ລັກ​ແຫ່ງ​ການ​ສະ​ເຫຼີມຫຼອງ ວັນ​ຜະ​ດຸງ​ຄັນ​ສາ​ກົນ

ຫົວຂໍ້ຂອງການສະເຫຼີມສະຫຼອງໃນປີນີ້ແມ່ນກໍານົດໂດຍສະມາຄົມຜະ​ດຸງ​ຄັນສາກົນ ເຊິ່ງ​ໄດ້​ເວົ້າ​ວ່າ: “ຜະດຸງຄັນແມ່ນເປັນຜູ້ນຳດ້ວຍຄຸນນະພາບຂອງການບໍລິການ

ສິ່ງ​ທີ່​ພົ້ນ​ເດັ່ນ​ໃນ​ປະ​ຈຸ​ບັນ ແມ່ນ​ຜະ​ດຸງ​ຄັນ​ໄດ້​ມີ​ຄວາມ​ສຳ​ຄັນ​ເປັນ​ກະ​ດູກ​ສັນຫຼັງ​ໃນ​ການ​ສົ່ງ​ເສີມ​​ສຸ​ຂະ​ພາບຄອບ​ຄົ​ວ, ແລະ ຊຸມຊົນ ພ້ອ​ມ​ທັງຫຼຸດ​ຜ່ອນ​ການ​ຕາຍ​ຂອງ​ແມ່ ແລະ ເດັກ​ນ້ອຍ. ໃນທົ່ວໂລກ ແມ່ຍິງ 303,000ຄົນ ຍັງສືບຕໍ່ເສຍຊີວິດໃນການຖືພາ ແລະ ເກີດລູກ, ແລະ ໃນແຕ່ລະປີມີເດັກ​ນ້ອຍ​ເກີດ​ໃຫ່​ມເກືອບ 2.6 ລ້ານຄົນໄດ້ເສຍຊີວິດໃນ​ອາ​ທິດ​ທຳ​ອິດຂອງ​ການ​ເກີດ . 99% ຂອງການເສຍຊີວິດເຫຼົ່ານີ້ເກີດຂື້ນໃນບັນດາປະເທດກໍາລັງພັດທະນາ, ດັ່ງນັ້ນພວກເຮົາຈໍາເປັນຕ້ອງແກ້ໄຂບັນຫາ ການຂາດແຄນຜະ​ດຸງ​ຄັນ ໃນໂລກ ແລະ ຮັບປະກັນວ່າພວກເຂົາມີສິດ,  ມີການສຶກສາ​ທີ່​ດີ ແລະ ມີ​ການຝຶກອົບຮົມຢ່າງເຫມາະສົມກັບມາດຕະຖານຂອງໂລກ.

ການສໍາຫຼວດດັດ​ສະ​ນີ​ເປົ້າ​ໝາຍທ​າງສັງຄົມລາວ (LSIS) 2011-2012, ໄດ້ສະແດງໃຫ້ເຫັນວ່າອັດຕາສ່ວນ​ຂອງອັດຕາການຕາຍຂອງແມ່ (MMR) ແມ່ນ 357/100.000 ຄົນ, ເຊິ່ງສູງທີ່ສຸດໃນ​ຂົງ​ເຂດ​ປະ​ເທດອາຊຽນ. ແມ່ຍິງ ແລະ ເດັກຍິງໄດ້ຮັບຜົນກະທົບຈາກການຈໍາແນກ, ຄວາມບໍ່ສະເຫມີພາບ ແລະ ການເຂົ້າເຖິງຂໍ້ມູນ​ຂ່າວ​ສານທາງສຸຂະພາບ ແລະ ການບໍລິການ ທີ່ຈໍາກັດ, ລວມທັງການວາງແຜນຄອບຄົວ.

ເນື່ອງຈາກອັດຕາການຕາຍ​ຂອງ​ແມ່​ແມ່ນ​ຍັງສູງ, ​ລັດ​ຖະ​ບານ​ແຫ່ງ ສປປລາວ​ກໍ່​ໄດ້ມີ​ບາດກ້າວທີ່​ສຳຄັນ​ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາໃນ​ການ​ສ້າງ​ຜະ​ດຸງ​ຄັ​ນ​ໃຫ້​ໄດ້ 1500 ຄົນໃນປີ 2015. ວິ​ຊາ​ຊິບ​ຜະ​ດຸງ​ຄັນ​ກໍ່​ໄດ້​ຖຶກ​ສ້າງ​ຂື້ນ​ໂດຍ​ຜ່ານ​ແຜນ​ພັດ​ທະ​ນາ​ຜູ້​ມີ​ທັກ​ສະ​ຊ່ວຍ​ເກີດ​ໃນ​ປີ (2009-2012) ໂດຍ​ການ​ສະ​ໜັບ​ສະ​ໜູນ​ຈາກອົງ​ການສະຫະປະຊາຊາດ ກອງທຶນປະຊາກອນ (UNFPA) ແລະບັນດາຄູ່ຮ່ວມ​ພັດ​ທະ​ນາອື່ນໆ. ຫຼັກ​ສູດ​ການຝຶກອົບຮົມຕ່າງໆໄດ້ຖືກພັດທະນາ​ຂື້ນ ລວມທັງຫຼັກ​ສູດການຝຶກອົບຮົມ​ຜະ​ດຸງ​ຄັນຊຸມ​ຊົນຊັ້ນ​ກາງ​ຕໍ່​ເນື່ອງ ແລະ ​ຜະ​ດຸງ​ຄັນຊຸມ​ຊົນສາຍ​ກົງ 2 ປີ ແລະ ຫຼັກ​ສູດ ຊັ້ນ​ສູງ​ຕໍ່​ເນື່ອງ 18 ເດືອນ ສຳ​ລັບ​ຜູ້​ໃຫ້​​ການບໍ​ລິ​ການ​ທີ່​ຮຽນ​ຈົບ​ຊັ້ນ​ກາງ​ມາ​ກ່ອນ. ເພື່ອສືບຕໍ່ໃນ​ການປັບປຸງຄຸນນະພາບຂອງວິ​ຊາ​ຊີບ​ຜະ​ດຸງ​ຄັນ, ກົມ​ການ​ສຶ​ກ​ສາ ສາ​ທາ​ລະ​ນະ​ສຸກ (DHPE) ກໍໄດ້ປັບປຸງການຝຶກອົບຮົມທາງຜະ​ດຸງ​ຄັນ ແລະ ຕອນ​ນີ້ກໍ່​ໄດ້ມີ ຫຼັກ​ສູດ 3 ປີ ຊັ້ນ​ສູງ ​ໃນ​ປີ 2014

 "ຜະ​ດຸງ​ຄັນ​ແມ່ນ​ມີ​ໜ້າ​ທີ່ຫຼາຍກວ່າ​ການ​ຊ່ວຍ​ເກີດ ພວກເຂົາໄດ້​ໃຫ້​ບໍ​ລິ​ການສຸ​ຂະ​ພາ​​ບທາງ​ເພດ ແລະ ສຸ​ຂະ​ພາບ​ຈະ​ເລີນ​ພັນຫຼາຍກວ່າ 85% ຂອງການບໍລິການ. ຕະຫຼອດການດູ​ແລ​ເບິ່ງ​ແຍງ​ການຖືພາ ແລະ ການເກີດລູກ ຜະ​ດຸງ​ຄັນ​ໄດ້ ສະຫນັບສະຫນູນທາງ​ດ້ານ​ຂໍ້​ມູນ ແລະ ການ​ບໍ​​ລິການ ແກ່ແມ່ ແລະ ເດັກນ້ອຍ.  ສາຍພົວພັນໃກ້ຊິດ​ອັນນີ້ເຮັດໃຫ້ມີໂອກາດທີ່ດີທີ່ຈະໃຫ້ແມ່ຍິງເຂົ້າ​ເຖິງຂໍ້ມູນກ່ຽວກັບການວາງແຜນຄອບຄົວ, ສຸຂະພາບຈະເລີນພັນ, ລວມທັງພະ​ຍາດ​ຕິດ​ຕໍ່ທາງເພດສໍາພັນ, ເອັສ​ໄອ​ວີ ແລະ ການລ້ຽງລູກດ້ວຍນົມແມ່ ແລະ ໂພຊະນາການ ". ທ່ານນາງ ເຟ​ຣດ​ເດີ​ລີ​ກາ ເມ​ເຢີ, ຜູ້ງ​ຕາງ​ໜ້​າ ອົງ​ການ UNFPA ປະຈຳລາວ.

ໃນປະຈຸບັນ, ມີ​ຜະ​ດຸງ​ຄັນຫຼາຍກວ່າ 1794 ຄົນ​ທີ່​ໃຫ້​ບໍ​ລິ​ການ​​ທາງສຸ​ຂະ​ພາບຢູ່​ທົ່ວ​ປະເທດ, ການ​ທີ່​ມີ​ຜະ​ດຸງ​ຄັນ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ຂັ້ນ​ພື້ນ​ຖານ​ໃນ​ລະ​ດັບ​ສຸກ​ສາ​ລາ, ໄດ້​ຊິດ​ຕິດ​ແທດ​ກັບ​ແມ່ ແລະ ຊຸມ​ຊົນ ຜະ​ດຸງ​ຄັນ​ເຫຼົ່າ​ນີ້​ແມ່ນ​ໄດ້​ຊ່ວຍ​ໃຫ້​ເພີ່ມ​ການ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ຂອງ ປະ​ຊາ​ຊົນ​ທີ່​ຢູ່​ເຂດ​ຊົນ​ນະ​ບົດ.

ການເພີ່ມຈໍານວນຜະ​ດຸງ​ຄັນ​ທີ່​ມີ​ທັກ​ສະ​ ໄດ້​ຊ່ວຍ​ຢ່າງຫຼວງຫຼາຍ​ໃນ​ການ​ຫຼຸດ​ຜ່ອນ​ອັດ​ຕາ​ການ​ຕາຍ​ຂອງ​ແມ່. ເຫັ​ນ​ໄດ້​ວ່າ​ອັດ​ຕາ​ການ​ຕາຍ​ຂອງ​ແມ່ ໄດ້ຫຼຸດ​ລົງ​ເປັນ 206 ຕໍ່ ການເກີດລູກ 100,000 ໃນປີ 2015 (ຂໍ້ມູນຈາກການສໍາຫຼວດພົນລະເມືອງແລະ ຄົວ​ເຮືອນ2015)

ລັດຖະບານລາວ ໄດ້ມີຄວາມພະຍາຍາມ ຢ່າງຫຼວງຫຼາຍເພື່ອປັບປຸງທາງ​ດ້ານປະລິມານ ແລະ ຄຸນນະພາບຂອງຜະ​ດຸງ​ຄັນ.  ພ້ອມກັນກັບບັນດາຄູ່ຮ່ວມພັດທະນາອື່ນໆ, UNFPA ກໍໄດ້ສະຫນອງການສະຫນັບສະຫນູນດ້ານວິຊາການ ແລະດ້ ານການເງິນແກ່ແຜນ​ງານ​ຜະ​ດຸງ​ຄັນ ດ້ວຍ​ເຫດ​ຜົນ​ຕາມ​ຫລັກ​ຖານ​ອ້າງ​ອີງ ຜະ​ດຸງ​ຄັນ​ທີ່​ມີ​ທັກ​ສະ​ຄວາມ​ສາ​ມາດ ແມ່ນ​ເປັນ​ສິ່ງ​ສຳ​ຄັນ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ເຂົ້າ​ເຖິງ​ການ​ບໍ​ລິ​ການສຸ​ຂະ​ພາບ​​ທາງ​ເພດ ແລະ ການ​ບໍ​ລິ​ການ​ສຸ​ຂະ​ພາບ​ຈະ​ເລີນ​ພັນ ແບບ​ທົ່ວ​ເຖິງ ແລະ ເທົ່າ​ທຽມ.

ທ່ານນາງ ເຟຣດເດີລີກາ ເມເຢີ ໄດ້​ກ່າວ​ເພີ່ມ​ເຕີມ​ອີກວ່າ “ຜະ​ດຸງ​ຄັນ​ໄດ້​ຊ່ວຍ ແມ່​ຍິງ ແລະ ເດັກ​ຍິງ ໃນ​ການ​​ເຂົ້າ​ເຖິງ​ຂໍ້​ມູນຂ່າວ​ສານ ແລະ ການ​ບໍ​ລິ​ການສຸ​ຂະ​ພາບ​ທາງ​ເພດ ແລະ ການ​ບໍ​ລິ​ການ​​ສຸ​ຂະ​ພາບ​ຈະ​ເລີນ​ພັນ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ ພ້ອມ​ໃຫ້​ມີ​ການ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ທີ່​ຈຳ​ເປັ​ນ. ຜະ​ດຸງ​ຄັນ​ຮັບ​ປະ​ກັນ​ສິດ​ທິ​ສຸ​ຂະ​ພາບ​ຈະ​ເລີນ​ພັນ ແລະ ສະ​ໜັບ​ສະ​ໜູນ​ທຸກ​ຄວາມ​ພະ​ຍາ​ຍາ​ມ ເພື່ອ​ໃຫ້​ອັດ​ຕາ​ຄວາມ​ຕ້ອງ​ການ​​ການ​ວາງ​ແຜນ​ຄອບ​ຄົວ​ແຕ່​ຍັງ​ບໍ່​ໄດ້​ເຂົ້າ​ເຖິງ​ໃຫ້ຫຼຸດ​ລົງ ​ແລະ ອັດ​ຕາ​ການ​ຕາຍ​ຂອງ​ແມ່ ໃຫ້ ເປັນ 0”

ນະຄອນຫຼວງວຽງຈັນ - 5 ພຶດສະພາ 2018 ແມ່ນ​ເປັນ​ສັນ​ຍາ​ລັກ​ແຫ່ງ​ການ​ສະ​ເຫຼີມຫຼອງ ວັນ​ຜະ​ດຸງ​ຄັນ​ສາ​ກົນ

ຫົວຂໍ້ຂອງການສະເຫຼີມສະຫຼອງໃນປີນີ້ແມ່ນກໍານົດໂດຍສະມາຄົມຜະ​ດຸງ​ຄັນສາກົນ ເຊິ່ງ​ໄດ້​ເວົ້າ​ວ່າ: “ຜະດຸງຄັນແມ່ນເປັນຜູ້ນຳດ້ວຍຄຸນນະພາບຂອງການບໍລິການ

ສິ່ງ​ທີ່​ພົ້ນ​ເດັ່ນ​ໃນ​ປະ​ຈຸ​ບັນ ແມ່ນ​ຜະ​ດຸງ​ຄັນ​ໄດ້​ມີ​ຄວາມ​ສຳ​ຄັນ​ເປັນ​ກະ​ດູກ​ສັນຫຼັງ​ໃນ​ການ​ສົ່ງ​ເສີມ​​ສຸ​ຂະ​ພາບຄອບ​ຄົ​ວ, ແລະ ຊຸມຊົນ ພ້ອ​ມ​ທັງຫຼຸດ​ຜ່ອນ​ການ​ຕາຍ​ຂອງ​ແມ່ ແລະ ເດັກ​ນ້ອຍ. ໃນທົ່ວໂລກ ແມ່ຍິງ 303,000ຄົນ ຍັງສືບຕໍ່ເສຍຊີວິດໃນການຖືພາ ແລະ ເກີດລູກ, ແລະ ໃນແຕ່ລະປີມີເດັກ​ນ້ອຍ​ເກີດ​ໃຫ່​ມເກືອບ 2.6 ລ້ານຄົນໄດ້ເສຍຊີວິດໃນ​ອາ​ທິດ​ທຳ​ອິດຂອງ​ການ​ເກີດ . 99% ຂອງການເສຍຊີວິດເຫຼົ່ານີ້ເກີດຂື້ນໃນບັນດາປະເທດກໍາລັງພັດທະນາ, ດັ່ງນັ້ນພວກເຮົາຈໍາເປັນຕ້ອງແກ້ໄຂບັນຫາ ການຂາດແຄນຜະ​ດຸງ​ຄັນ ໃນໂລກ ແລະ ຮັບປະກັນວ່າພວກເຂົາມີສິດ,  ມີການສຶກສາ​ທີ່​ດີ ແລະ ມີ​ການຝຶກອົບຮົມຢ່າງເຫມາະສົມກັບມາດຕະຖານຂອງໂລກ.

ການສໍາຫຼວດດັດ​ສະ​ນີ​ເປົ້າ​ໝາຍທ​າງສັງຄົມລາວ (LSIS) 2011-2012, ໄດ້ສະແດງໃຫ້ເຫັນວ່າອັດຕາສ່ວນ​ຂອງອັດຕາການຕາຍຂອງແມ່ (MMR) ແມ່ນ 357/100.000 ຄົນ, ເຊິ່ງສູງທີ່ສຸດໃນ​ຂົງ​ເຂດ​ປະ​ເທດອາຊຽນ. ແມ່ຍິງ ແລະ ເດັກຍິງໄດ້ຮັບຜົນກະທົບຈາກການຈໍາແນກ, ຄວາມບໍ່ສະເຫມີພາບ ແລະ ການເຂົ້າເຖິງຂໍ້ມູນ​ຂ່າວ​ສານທາງສຸຂະພາບ ແລະ ການບໍລິການ ທີ່ຈໍາກັດ, ລວມທັງການວາງແຜນຄອບຄົວ.

ເນື່ອງຈາກອັດຕາການຕາຍ​ຂອງ​ແມ່​ແມ່ນ​ຍັງສູງ, ​ລັດ​ຖະ​ບານ​ແຫ່ງ ສປປລາວ​ກໍ່​ໄດ້ມີ​ບາດກ້າວທີ່​ສຳຄັນ​ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາໃນ​ການ​ສ້າງ​ຜະ​ດຸງ​ຄັ​ນ​ໃຫ້​ໄດ້ 1500 ຄົນໃນປີ 2015. ວິ​ຊາ​ຊິບ​ຜະ​ດຸງ​ຄັນ​ກໍ່​ໄດ້​ຖຶກ​ສ້າງ​ຂື້ນ​ໂດຍ​ຜ່ານ​ແຜນ​ພັດ​ທະ​ນາ​ຜູ້​ມີ​ທັກ​ສະ​ຊ່ວຍ​ເກີດ​ໃນ​ປີ (2009-2012) ໂດຍ​ການ​ສະ​ໜັບ​ສະ​ໜູນ​ຈາກອົງ​ການສະຫະປະຊາຊາດ ກອງທຶນປະຊາກອນ (UNFPA) ແລະບັນດາຄູ່ຮ່ວມ​ພັດ​ທະ​ນາອື່ນໆ. ຫຼັກ​ສູດ​ການຝຶກອົບຮົມຕ່າງໆໄດ້ຖືກພັດທະນາ​ຂື້ນ ລວມທັງຫຼັກ​ສູດການຝຶກອົບຮົມ​ຜະ​ດຸງ​ຄັນຊຸມ​ຊົນຊັ້ນ​ກາງ​ຕໍ່​ເນື່ອງ ແລະ ​ຜະ​ດຸງ​ຄັນຊຸມ​ຊົນສາຍ​ກົງ 2 ປີ ແລະ ຫຼັກ​ສູດ ຊັ້ນ​ສູງ​ຕໍ່​ເນື່ອງ 18 ເດືອນ ສຳ​ລັບ​ຜູ້​ໃຫ້​​ການບໍ​ລິ​ການ​ທີ່​ຮຽນ​ຈົບ​ຊັ້ນ​ກາງ​ມາ​ກ່ອນ. ເພື່ອສືບຕໍ່ໃນ​ການປັບປຸງຄຸນນະພາບຂອງວິ​ຊາ​ຊີບ​ຜະ​ດຸງ​ຄັນ, ກົມ​ການ​ສຶ​ກ​ສາ ສາ​ທາ​ລະ​ນະ​ສຸກ (DHPE) ກໍໄດ້ປັບປຸງການຝຶກອົບຮົມທາງຜະ​ດຸງ​ຄັນ ແລະ ຕອນ​ນີ້ກໍ່​ໄດ້ມີ ຫຼັກ​ສູດ 3 ປີ ຊັ້ນ​ສູງ ​ໃນ​ປີ 2014

 "ຜະ​ດຸງ​ຄັນ​ແມ່ນ​ມີ​ໜ້າ​ທີ່ຫຼາຍກວ່າ​ການ​ຊ່ວຍ​ເກີດ ພວກເຂົາໄດ້​ໃຫ້​ບໍ​ລິ​ການສຸ​ຂະ​ພາ​​ບທາງ​ເພດ ແລະ ສຸ​ຂະ​ພາບ​ຈະ​ເລີນ​ພັນຫຼາຍກວ່າ 85% ຂອງການບໍລິການ. ຕະຫຼອດການດູ​ແລ​ເບິ່ງ​ແຍງ​ການຖືພາ ແລະ ການເກີດລູກ ຜະ​ດຸງ​ຄັນ​ໄດ້ ສະຫນັບສະຫນູນທາງ​ດ້ານ​ຂໍ້​ມູນ ແລະ ການ​ບໍ​​ລິການ ແກ່ແມ່ ແລະ ເດັກນ້ອຍ.  ສາຍພົວພັນໃກ້ຊິດ​ອັນນີ້ເຮັດໃຫ້ມີໂອກາດທີ່ດີທີ່ຈະໃຫ້ແມ່ຍິງເຂົ້າ​ເຖິງຂໍ້ມູນກ່ຽວກັບການວາງແຜນຄອບຄົວ, ສຸຂະພາບຈະເລີນພັນ, ລວມທັງພະ​ຍາດ​ຕິດ​ຕໍ່ທາງເພດສໍາພັນ, ເອັສ​ໄອ​ວີ ແລະ ການລ້ຽງລູກດ້ວຍນົມແມ່ ແລະ ໂພຊະນາການ ". ທ່ານນາງ ເຟ​ຼ​ເດີ​ລີ​ກາ ເມ​ເຢີ, ຜູ້ງ​ຕາງ​ໜ້​າ ອົງ​ການ UNFPA ປະຈຳລາວ.

ໃນປະຈຸບັນ, ມີ​ຜະ​ດຸງ​ຄັນຫຼາຍກວ່າ 1794 ຄົນ​ທີ່​ໃຫ້​ບໍ​ລິ​ການ​​ທາງສຸ​ຂະ​ພາບຢູ່​ທົ່ວ​ປະເທດ, ການ​ທີ່​ມີ​ຜະ​ດຸງ​ຄັນ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ຂັ້ນ​ພື້ນ​ຖານ​ໃນ​ລະ​ດັບ​ສຸກ​ສາ​ລາ, ໄດ້​ຊິດ​ຕິດ​ແທດ​ກັບ​ແມ່ ແລະ ຊຸມ​ຊົນ ຜະ​ດຸງ​ຄັນ​ເຫຼົ່າ​ນີ້​ແມ່ນ​ໄດ້​ຊ່ວຍ​ໃຫ້​ເພີ່ມ​ການ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ຂອງ ປະ​ຊາ​ຊົນ​ທີ່​ຢູ່​ເຂດ​ຊົນ​ນະ​ບົດ.

ການເພີ່ມຈໍານວນຜະ​ດຸງ​ຄັນ​ທີ່​ມີ​ທັກ​ສະ​ ໄດ້​ຊ່ວຍ​ຢ່າງຫຼວງຫຼາຍ​ໃນ​ການ​ຫຼຸດ​ຜ່ອນ​ອັດ​ຕາ​ການ​ຕາຍ​ຂອງ​ແມ່. ເຫັ​ນ​ໄດ້​ວ່າ​ອັດ​ຕາ​ການ​ຕາຍ​ຂອງ​ແມ່ ໄດ້ຫຼຸດ​ລົງ​ເປັນ 206 ຕໍ່ ການເກີດລູກ 100,000 ໃນປີ 2015 (ຂໍ້ມູນຈາກການສໍາຫຼວດພົນລະເມືອງແລະ ຄົວ​ເຮືອນ2015)

ລັດຖະບານລາວ ໄດ້ມີຄວາມພະຍາຍາມ ຢ່າງຫຼວງຫຼາຍເພື່ອປັບປຸງທາງ​ດ້ານປະລິມານ ແລະ ຄຸນນະພາບຂອງຜະ​ດຸງ​ຄັນ.  ພ້ອມກັນກັບບັນດາຄູ່ຮ່ວມພັດທະນາອື່ນໆ, UNFPA ກໍໄດ້ສະຫນອງການສະຫນັບສະຫນູນດ້ານວິຊາການ ແລະດ້ ານການເງິນແກ່ແຜນ​ງານ​ຜະ​ດຸງ​ຄັນ ດ້ວຍ​ເຫດ​ຜົນ​ຕາມ​ຫລັກ​ຖານ​ອ້າງ​ອີງ ຜະ​ດຸງ​ຄັນ​ທີ່​ມີ​ທັກ​ສະ​ຄວາມ​ສາ​ມາດ ແມ່ນ​ເປັນ​ສິ່ງ​ສຳ​ຄັນ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ເຂົ້າ​ເຖິງ​ການ​ບໍ​ລິ​ການສຸ​ຂະ​ພາບ​​ທາງ​ເພດ ແລະ ການ​ບໍ​ລິ​ການ​ສຸ​ຂະ​ພາບ​ຈະ​ເລີນ​ພັນ ແບບ​ທົ່ວ​ເຖິງ ແລະ ເທົ່າ​ທຽມ.

ທ່ານນາງ ເຟຣດເດີລີກາ ເມເຢີ ໄດ້​ກ່າວ​ເພີ່ມ​ເຕີມ​ອີກວ່າ “ຜະ​ດຸງ​ຄັນ​ໄດ້​ຊ່ວຍ ແມ່​ຍິງ ແລະ ເດັກ​ຍິງ ໃນ​ການ​​ເຂົ້າ​ເຖິງ​ຂໍ້​ມູນຂ່າວ​ສານ ແລະ ການ​ບໍ​ລິ​ການສຸ​ຂະ​ພາບ​ທາງ​ເພດ ແລະ ການ​ບໍ​ລິ​ການ​​ສຸ​ຂະ​ພາບ​ຈະ​ເລີນ​ພັນ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ ພ້ອມ​ໃຫ້​ມີ​ການ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ທີ່​ຈຳ​ເປັ​ນ. ຜະ​ດຸງ​ຄັນ​ຮັບ​ປະ​ກັນ​ສິດ​ທິ​ສຸ​ຂະ​ພາບ​ຈະ​ເລີນ​ພັນ ແລະ ສະ​ໜັບ​ສະ​ໜູນ​ທຸກ​ຄວາມ​ພະ​ຍາ​ຍາ​ມ ເພື່ອ​ໃຫ້​ອັດ​ຕາ​ຄວາມ​ຕ້ອງ​ການ​​ການ​ວາງ​ແຜນ​ຄອບ​ຄົວ​ແຕ່​ຍັງ​ບໍ່​ໄດ້​ເຂົ້າ​ເຖິງ​ໃຫ້ຫຼຸດ​ລົງ ​ແລະ ອັດ​ຕາ​ການ​ຕາຍ​ຂອງ​ແມ່ ໃຫ້ ເປັນ 0”

 

 

ສອບຖາມ ແລະ ຂໍ້ມູນເພີ່ມເຕີມທີ່:

ໄກອຳພອນ ສິງຫາລາດ

ອີເມວ: Singhalath@unfpa.org

ໂທ: 021 267 680, ມືຖື: 020 7777 6597