You are here

ເປັນຂົວຕໍ່ລະຫວ່າງຊຸມຊົນ ແລະ ສະຖານທີ່ບໍລິການສຸຂະພາບ, ຜະດຸງຄັນ ໃຫ້ການບໍລິການດ້ານສຸຂະພາບທີ່ຈຳເປັນ ໃຫ້ແກ່ແມ່, ເຊິ່ງເປັນປັດໄຈສຳຄັນໃນການຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກເກີດຢ່າງປອດໄພ, ບໍ່ວ່າຈະຢູ່ໃນເຂດຊົນນະບົດ, ຂາດໂອກາດ ແລະ ລວມທັງເຂດປະສົບໄພ. ຜະດຸງຄັນບໍ່ພຽງແຕ່ຊ່ວຍຊີວິດ, ພວກເຂົາຍັງສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ຄູ່ຜົວເມຍ ສາມາດຮັບຂໍ້ມູນທີ່ເປັນປະໂຫຍດໃນການຕັດສິນໃຈ.

“ຜະດຸງຄັນແມ່ນ ຜູ້ກອບກູ້ ດ້ານສາທາລະນະສຸກ, ຮັບປະກັນໃຫ້ແມ່ຍິງຖືພາມີສຸຂະພາບແຂງແຮງ, ເກີດລູກປອດໄພ ແລະ ເບິ່ງແຍງເດັກເກີດໃຫມ່ - ຄືສິ່ງຈຳເປັນແກ່ພື້ນຖານສິດທິດ້ານສຸຂະພາບ.” ກ່າວໂດຍ ທ່ານ ນາງ ດຣ. ນາຕາເລຍ ຄາເນມ, ຜູ້ຈັດການໃຫຍ່ ສປຊ ກອງທຶນປະຊາກອນ(UNFPA) ໃນວັນທີ 5 ພຶດສະພາ ທີ່ຜ່ານມາ.

ການລົງທຶນດ້ານການສຶກສາໃຫ້ແກ່ຜະດຸງຄັນ ເປັນການລົງທຶນທີ່ຄຸ້ມຄ່າ, ມີຜົນປະໂຫຍດສູງ ແລະ ຍືນຍົງ, ຈະນຳພາໃຫ້ພວກເຮົາບັນລຸເປົ້າໝາຍການເຂົ້າເຖິງບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແບບສູນລວມໄດ້ໄວຂຶ້ນ - ກໍ່ຄືເປົ້າໝາຍທີ່ສຳຄັນໃນວາລະການພັດທະນາແບບຍືນຍົງ ປີ 2030.

 

ສປປ ລາວ, ນັບແຕ່ປີ 2015, ໂຄງການຂອງກາະຊວງສາທາ ຜ່ານການສະໜັບສະໜຸນໂດຍ UNFPA, ຄູສອນຜະດຸງຄັນຫຼາຍກວ່າ 70 ຄົນທົ່ວປະເທດ ໄດ້ຮັບການອົບຮົມດ້ານຫຼັກສູດການສິດສອນແບບມາດຕະການສາກົນ. ໃນເດືອນ ມິຖຸນາ ທີ່ໃກ້ເຂົ້າມານີ້, ສະມາຄົມຜະດຸງຄັນ ຈະໄດ້ສະເຫຼີມສະຫຼອງຜົນສຳເລັດຂອງຜະດຸງຄັນຢູ່ລາວ, ແລະ ສົນທະນາເພີ່ມເຕີມເພື່ອຍົກສູງບົດບາດ ແລະ ພັດທະນາວຽກງານຜະດຸງຄັນ.

ນອກຈາກຄູສອນຜະດຸງຄັນແລ້ວ, ຫຼາຍກວ່າ 1800 ຜະດຸງຄັນໄດ້ຜ່ານການຝຶກອົບຮົມທີ່ໄດ້ມາດຕະຖານ ແລະ ໄປປະຕິບັດໜ້າທີ່ ເພື່ອຊ່ວຍເຫຼືອແມ່ຍິງຢູ່ຕາມເຂດຊົນນະບົດ ແລະ ຊຸມຊົນທີ່ຫ່າງໄກຊອກຫຼີກ. ຜະດຸງຄັນ ຍັງຊ່ວຍແມ່ຍິງວາງແຜນ ແລະ ຮັກສາສຸຂະພາບຂອງພວກເຂົາໃນລະຫວ່າງຖືພາ, ກ່ອນ ແລະ ຫຼັງເກີດລູກ.

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າ UNFPA ປະຈຳ ສປປ ລາວ ໄດ້ກ່າວເພີ່ມເຕີມວ່າ: “ພວກເຮົາຮູ້ສຶກຍິນດີຫຼາຍ ກັບຜົນໄດ້ຮັບຈາກການຮ່ວມງານກັບລັດຖະບານ ສປປ ລາວ ແລະ ພາກສ່ວນອື່ນໆ ເພື່ອສົ່ງເສີມວຽກງານຜະດຸງຄັນ ແລະ ພວກເຮົາຫວັງວ່າຈະສືບຕໍ່ການຮ່ວມມືເພື່ອການປະຕິຮູບສຸຂະພາບ ແລະ ຍົກສູງບົດບາດຂອງຜະດຸງຄັນໃນວຽກງານສາທາລະນະສຸກ.”

ໃນປີ 2019, UNFPA ແລະ ພາກສ່ວນທີ່ກ່ຽວຂ້ອງຈະໄດ້ສະເຫຼີມສະຫຼອງຄົບຮອບ 25 ປີຂອງກອງປະຊຸມສາກົນ ດ້ານປະຊາກອນ ແລະ ການພັດທະນາ (ICPD), ທີ່ລັດຖະບານຈາກ 179 ປະເທດໄດ້ມາຮວມໂຕກັນທີ່ນະຄອນຫຼວງ ໄຄໂຣ, ປີ 1994 ເພື່ອຫັນເອົາຄົນມາເປັນສູນກາງຂອງການພັດທະນາ, ແລະສົ່ງເສີມໃຫ້ແມ່ຍິງສາມາດຕັດສິນໃຈເອງ, ແລະມີສິດໃນການເຂົ້າເຖິງສຸຂະພາບທາງເພດ ແລະ ຈະເລີນພັນຂອງພວກເຂົາ.

 

ຮົບຊົມສາລະຄະດີ ຜະດຸງຄັນໃຫ້ການຊ່ວຍເຫຼືອແມ່ຍິງຖືພາຫຼັງຈາກນຳ້ຖ້ວມທີ່ ແຂວງອັດຕະປືໄດ້ທີ່: www.youtube.com/watch?v=wQp2WBcK1lc&fbclid=IwAR08D8GJb1ado5YBkxHKblS53XC...">https://www.youtube.com/watch?v=wQp2WBcK1lc&fbclid=IwAR08D8GJb1ado5YBkxH..." style="color:blue; text-decoration:underline" target="_blank">www.youtube.com/watch?v=wQp2WBcK1lc

 

 

  

ຂໍ້ມູນເພີ່ມເຕີມຕິດຕໍ່:

Ms. Kay amphone Singhalath

ໂທລະສັບ: 021 267 680 ໂທ: 020 77776597

ອີເມວ: Singhalath@unfpa.org">mailto:Singhalath@unfpa.org" style="color:blue; text-decoration:underline">Singhalath@unfpa.org