You are here

ວັນທີ 23 ເດືອນເມສາ 2020 ນະຄອນຫຼວງວຽງຈັນ - ການລົງທຶນໃສ່ໃນການເພີ່ມພູນຄຸນະພາບການດູແລດ້ານຜະດຸງຄັນແມ່ນສົ່ງຜົນອັນໃຫຍ່ຫຼວງຕໍ່ສຸຂະພາບຂອງແມ່, ໄວໜຸ່ມ ແລະ ເດັກນ້ອຍ. ໃນຄວາມເປັນຈິງ, ໂຄງການທີ່ປະສົບຜົນສຳເລັດທີ່ຜ່ານມາໃນປະເທດລາວ ໃນການເພີ່ມພູນຫຼັກສູດເຝິກອົບຮົມສຳລັບຜະດຸງຄັນ ໄດ້ສະແດງໃຫ້ເຫັນເຖິງຜົນໄດ້ຮັບອັນໂດດເດັ່ນກ່ຽວກັບຄຸນະພາບຂອງການໃຫ້ບໍລິການ.

ຜະດຸງຄັນທີ່ມີທັກສະສາມາດຫຼີກຫຼ່ຽງການເສຍຊີວິດໃນແມ່ ແລະ ເດັກໄດ້ ແລະ ສາມາດສະໜອງຄວາມຕ້ອງການໃນດ້ານການວາງແຜນຄອບຄົວ ແຕ່ກໍ່ຍັງສາມາດ, ດ້ວຍທັກສະ ແລະ ວິທີການທີ່ເໝາະສົມ, ນຳພາປະຊາກອນຈຳນວນຫຼາຍຜູ້ທີ່ຕ້ອງການການບໍລິການດູແລດ້ານສຸຂະພາບຂອງແມ່ ແລະ ການວາງແຜນຄອບຄົວ, ໂດຍສະເພາະ ແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ.

ເສີມສ້າງຄວາມພະຍາຍາມໃນການເພີ່ມພູນດ້ານການຜະດຸງຄັນ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ມີຄວາມຍິນດີທີ່ໄດ້ປະຕິບັດຂໍ້ຕົກລົງຮ່ວມກັບອົງການໂກຟີ (Korea Foundation for International Healthcare (KOFIH)) ໃນການສະໜອງທຶນໂຄງການໜຶ່ງປີ ຈຳນວນມູນຄ່າ 1.8 ຕື້ກີບ ເພື່ອເພີ່ມພູນການໃຫ້ບໍລິການດ້ານຜະດຸງຄັນ.  

ສອງແຂວງເຂດພູສູງ ແຂວງຫົວພັນ ແລະ ແຂວງຊຽງຂວາງ ຈະເປັນແຂວງເປົ້າໝາຍຂອງໂຄງການນີ້ ທີ່ຈະສຸມໃສ່ໃນການພັດທະນາທັກສະດ້ານຄລິນິກ ແລະ ການສິດສອນຂອງຜະດຸງຄັນ, ອາຈານຜະດຸງຄັນ ແລະ ຜູ້ຊ່ຽວຊານດ້ານຄລິນິກ ເພື່ອໃຫ້ການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ມີຄຸນະພາບ ດ້ວຍການແນໃສ່ການຈັດການພາວະສຸກເສີນສູດຕິສາດ ຢູ່ທີ່ສະຖານບໍລິການສາທາ ພ້ອມດຽວກັນກັບ ຜ່ານການໃຫ້ບໍລິການນອກສະຖານທີ່ຕໍ່ຊຸມຊົນ.

ເພື່ອເພີ່ມພູນຄວາມຮູ້ ແລະ ຄວາມສາມາດຂອງຜະດຸງຄັນ ໃນການສົ່ງມອບ ການດຸແລຂັ້ນພື້ນຖານພາວະສຸກເສີນສູດຕິສາດ (Basic Emergency Obstetric Care), ໂຄງການຈະຖືກນຳໃຊ້ວິທີ ປະລິມານຕ່ຳຄວາມຖີ່ສູງ (Low Dose High Frequency) ເຊິ່ງແມ່ນການເຂົ້າເຖິງການເສີມສ້າງຄວາມສາມາດ ທີ່ສົ່ງເສີມການເກັບຮັກສາຂັ້ນສູງສຸດຂອງຄວາມຮູ້, ທັກສະ ແລະ ທັດສະນະຄະຕິດ້ານຄລິນິກ ຜ່ານການປະຕິບັດການຮຽນຮູ້ທີ່ກະທັດຫັດ, ຕາມເປົ້າໝາຍໃນການບໍລິການ ແລະ ບົນພື້ນຖານການຮຽນແບບ ເຊິ່ງສົ່ງເສີມການຮຽນປະຕິບັດແບບໂຄງສ້າງ ແລະ ແບບດຳເນີນໄປເລື້ອຍໆໃນການເຮັດວຽກ. ສິ່ງນີ້ຈະໄດ້ສົ່ງເສີມຄວາມພະຍາຍາມທີ່ກວ້າງຂຶ້ນ ໃນການດຸແລພາວະສຸກເສີນສູດຕິສາດ (Emergency Obstetric Care) ທີ່ກຳລັງໄດ້ຮັບການດຳເນີນງານຜ່ານ ຍຸດທະສາດດ້ານສຸຂະພາບຈະເລີນພັນຂອງແມ່, ເດັກຫຼັງເກີດ, ເດັກນ້ອຍ ແລະ ໄວໜຸ່ມ (Reproductive Maternal Newborn Child and Adolescent Health Strategy) (RMNCAH, 2016-2025) ຂອງກະຊວງສາທາລະນະສຸກ.

“ຕາມການເລີ່ມຕົ້ນຂອງໂຄງການແມ່ນຢູ່ໃນຂັ້ນຕອນການຈັດຕັ້ງ ອີງຕາມສະຖານະການແຜ່ລະບາດເຊື້ອພະຍາດ COVID-19 ໃນປະຈຸບັນ, ການດຳເນີນງານອາດຈະຕ້ອງໃຊ້ຄວາມພະຍາຍາມຫຼາຍ ໃຫ້ໄວເທົ່າທີ່ ໄດ້ລິເລີ່ມໂດຍການວາງເປົ້າໝາຍບໍ່ໃຫ້ໜ້ອຍກວ່າຈຳນວນແມ່ຍິງ ແລະ ເດັກຍິງ 192,267 ຄົນທີ່ຢູ່ໃນຊ່ວງໄວຈະເລີນພັນຜູ້ທີ່ກຳລັງອາໃສໃນປະຈຸບັນຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ ຜ່ານຜູ້ສະໜອງການຝຶກດ້ານສຸຂະພາບ” ກ່າວໂດຍ: ທ່ານນາງ ແສງມະນີ ຄຳບຸນເຮືອງ, ຮອງຫົວໜ້າ, ຜະແນກການສຶກສາຊ່ຽວຊານສຸຂະພາບ.

ການເຄື່ອນໄຫວຈະໄດ້ເລີ່ມປະຕິບັດໃຫ້ໄວເທົ່າທີ່ຄູ່ຮ່ວມງານຈາກກະຊວງສາທາລະນະສຸກອະນຸຍາດໃຫ້ເດີນທາງໄປຕ່າງແຂວງໄດ້ ເພື່ອເລີ່ມໂຄງການເຝິກອົບຮົມຜູ້ຝຶກ ທີ່ເລັງໃສ່ອາຈານຊ່ຽວຊານສຸຂະພາບ 12 ທ່ານ ທີ່ໂຮງຮຽນວິທະຍາສາດສຸຂະພາບແຂວງຊຽງຂວາງ. ຫຼັງຈາກນັ້ນ ພວກເຂົາຈະເສີມສ້າງທັກສະ, ຄວາມຮູ້ ແລະ ເຕັກນິກຂອງຜຸ້ສະໜອງການບໍລິການດ້ານສຸຂະພາບ ຢູ່ສະຖານທີ່ສາທາ 149 ແຫ່ງ. ໂຄງການຍັງວາງແຜນໃນການຮັບປະກັນການສະໜອງອຸປະກອນ ແລະ ເຄື່ອງມືທີ່ຈຳເປັນ, ສະໜອງການຊ່ວຍເຫຼືອທາງເຕັກນິກໃນດ້ານຜະດຸງຄັນ, ແລະ ພັດທະນາຍຸດທະສາດການຄວບຄຸມດູແລທີ່ສະໜັບສະໜູນ.

ຫົວໜ້າຫ້ອງການສາທາລະນະສຸກແຂວງຊຽງຂວາງ, ດຣ. ບຸນໄຊ ນູນທະສິມໄຊ, ກ່າວຄຳຍິນດີຕໍ່ການເລີ່ມການດຳເນີນງານຄັ້ງນີ້ “ຕາມການຮ່ວມມືເປັນເວລາດົນກັບອົງການໂກຟີ ຕັ້ງແຕ່ປີ 2010, ການຮ່ວມມືຄັ້ງນີ້ສຳລັບການພັດທະນາຄວາມຮູ້ ແລະ ທັກສະຂອງຜະດຸງຄັນຈະເພີ່ມຄຸນຄ່າຕໍ່ຄວາມພະຍາຍາມທີ່ຜ່ານມາ.” ທ່ານຍັງກ່າວວ່າ: ທ່ານຫວັງວ່າ “ການຮ່ວມງານຄັ້ງນີ້ໃນບັນດາ ແຂວງຊຽງຂວາງ, ອົງການໂກຟີ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ຈະນຳຄຸນະພາບຂອງການໃຫ້ບໍລິການທີ່ແທ້ຈິງ ໃຫ້ກັບສູນບໍລິການສາທາ ແລະ ສຸກສາລາຫຼາຍແຫ່ງ.” 

ທ່ານນາງ ມາລຽມ ຄານ, ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປລາວ ໄດ້ກ່າວວ່າ: “ໂຄງການນີ້ຮ່ວມກັນດ້ວຍຄວາມຊ່ຽວຊານ ແລະ ວິທີການຂອງຄູ່ຮ່ວມງານຫຼາກຫຼາຍ ເພື່ອການເຄື່ອນໄຫວທີ່ເຕັມໄປດ້ວຍພະລັງ ໃນການໃຫ້ບໍລິການດ້ານຜະດຸງຄັນທີ່ຈະສະໜອງການສະໜັບສະໜູນໃຫ້ແມ່ຍິງ, ເດັກຍິງ ແລະ ຄອບຄົວຂອງພວກເຂົາ. ຄູ່ຮ່ວມງານກໍ່ຄືຜະແນກການສຶກສາຊ່ຽວຊານສຸຂະພາບ ຂອງກະຊວງສາທາລະນະສຸກ (DHPE), ອົງການໂກຟີ (KOFIH), ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA), ພ້ອມດ້ວຍໂຮງຮຽນວິທະຍາສາດສຸຂະພາບແຂວງຊຽງຂວາງ ແລະ ສະມາຄົມຜະດຸງຄັນແຫ່ງຊາດລາວ (LAM)”.