You are here

ວັນທີ 29 ທັນວາ 2019, ທີ່ນະຄອນຫຼວງວຽງຈັນ - ໄວໜຸ່ມຈໍານວນ 200 ກວ່າຄົນໄດ້ເຕົ້າໂຮມກັນຢູ່ວິທະຍາເຂດມະຫາວິທະຍາໄລແຫ່ງຊາດລາວເພື່ອຮ່ວມກັນເຮັດກິດຈະກຳ ແລະ ເກັບຂີ້ເຫຍື້ອພາຍໃນວິທະຍາເຂດ ມີການຈັດການສິ່ງເສດເຫຼືອ ແລະ ການຫຼຸດຜ່ອນການນຳໃຊ້ພລາສຕິກທີ່ນຳໃຊ້ພຽງຄັ້ງດຽວ.

ກິດຈະກຳດັ່ງກ່າວແມ່ນສ່ວນໜຶ່ງຂອງຂະບວນການ “ ຂ້ອຍ, ຮ່າງກາຍຂອງຂ້ອຍ, ໂລກຂອງຂ້ອຍ, ແລະ ອະນາຄົດຂອງຂ້ອຍ” ທີ່ອົງການ ສະຫະປະຊາຊາດກອງທຶນສຳລັບປະຊາກອນ UNFPA ໄດ້ລິເລີ່ມໃນຕົ້ນປີນີ້ ໂດຍການສະໜັບສະໜູນ ຈາກກະຊວງສາທາລະນະສຸກ ແລະ ຄູ່ຮ່ວມງານຈາກບັນດາສື່ມວນຊົນ ແລະ ພາກເອກະຊົນ. ການໂຄສະນາຢ່າງຕໍ່ເນື່ອງແມ່ນແນໃສ່ເພື່ອຊຸກຍູ້ ແລະ ປຸກລະດົມໃຫ້ໄວໜຸ່ມມີສ່ວນຮ່ວມໃນການຈັດຕັ້ງປະຕິບັດເພື່ອແກ້ໄຂບັນຫາຫຼາຍຢ່າງທີ່ສົ່ງຜົນກະທົບຕໍ່ເຂົາເຈົ້າ, ລວມທັງການປ່ຽນແປງດິນຟ້າອາກາດ.

ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການສະຫະປະຊາຊາດ ກອງທຶນເພື່ອປະຊາກອນຂອງ (UNFPA) ແລະ ອາສາສະໝັກອົງການສະຫະປະຊາຊາດ (UNV), ກຸ່ມຜູ້ນໍາໄວໜຸ່ມ Zero Waste Laos ຈະໄດ້ອຳນວຍຄວາມສະດວກໃຫ້ແກ່ການຮຽນຮູ້ແບບມີສ່ວນໃນພາກບ່າຍກ່ຽວກັບສິ່ງທີ່ໄວໜຸ່ມສາມາດເຮັດໄດ້ເພື່ອຫຼຸດຜ່ອນການປ່ອຍອາຍກາກບອນ ແລະ ເຮັດໃຫ້ໂລກມີຄວາມຍືນຍົງເພື່ອຄົນລຸ້ນຕໍ່ໄປ. ນອກນັ້ນຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນໄດ້ເຂົ້າຮ່ວມໃນງານດັ່ງກ່າວ ແລະ ໃຫ້ຂໍ້ມູນທີ່ກ່ຽວກັບມາດຕະການທີ່ລັດຖະບານໄດ້ປະຕິບັດເພື່ອປັບປຸງການຈັດການສິ່ງເສດເຫຼືອ.

ທ່ານ ນາງ ສຸກສະເຫວີຍ ແກ້ວທຽມຈັນ, ຜູ້ກໍ່ຕັ້ງ Zero Waste Laos ກ່າວວ່າ:“ ລະດັບຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນການຈັດການສິ່ງເສດເຫຼືອ ແມ່ນຍັງຕໍ່າ ແລະ ການຊົມໃຊ້ພລາສຕິກແມ່ນໃນລະດັບສູງ ເຊີ່ງເປັນບັນຫາໃຫຍ່ຂອງ ສປປ ລາວ. ການຮ່ວມມືກັນກັບທຸກໆພາກສ່ວນແມ່ນມີຄວາມຈຳເປັນຍ່າງຮິບດ່ວນ ແລະ ໄວໜຸ່ມ ສາມາດມີບົດບາດສຳຄັນໃນການເຮັດໃຫ້ປະເທດຂອງພວກເຮົາມີຄວາມສະອາດ, ປອດໄພ ແລະ ມີຄວາມຍືນຍົງ.” ນັບຕັ້ງແຕ່ໄດ້ສ້າງຕັ້ງກຸ່ມອາສາສະໝັກ Zero Waste Laos, ພວກເຂົາໄດ້ລະດົມໄວໜຸ່ມກວ່າຮ້ອຍຄົນໃນການເຂົ້າຮ່ວມເປັນອາສາສະໝັກ ເພື່ອຫຼີກລ່ຽງການນໍາໃຊ້ພລາສຕິກ ແລະ ການຫຼຸດຜ່ອນຂີ້ເຫຍື້ອ. ໃນຂະນະທີ່ໃຫ້ໄວໜຸ່ມ ເຂົ້າຮ່ວມໃນຂະບວນການປູກຈິດສຳນຶກ, ການເຮັດອະນາໄມ ແລະ ດຳເນີນການສຳຫຼວດກ່ຽວກັບວິທີແກ້ໄຂ ການຈັດການຂີ້ເຫຍື້ອທີ່ເປັນໄປໄດ້, ກຸ່ມທີ່ນຳພາໄວໜຸ່ມ ຍັງໄດ້ຮັບການສະໜັບສະໜູນຈາກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ເພື່ອປະຕິບັດໜ້າທີ່ຂອງພວກເຂົາໃນການແກ້ໄຂບັນຫາທ້າທາຍຈາກການປ່ຽນແປງດິນຟ້າອາກາດ.

 “ ກິດຈະກຳໃນມື້ນີ້ ຈະສະແດງໃຫ້ເຫັນສິ່ງທີ່ໄວໜຸ່ມສາມາດເຮັດໄດ້ ເພື່ອເຮັດໃຫ້ໂລກຂອງພວກເຮົາມີສະພາບແວດລ້ອມທີ່ດີ ແລະ ຍືນຍົງ. ໃນຖານະທີ່ເປັນຕົວແທນການປ່ຽນແປງ, ຈາກການກະທຳນ້ອຍໆຂອງເຈົ້າໃນມື້ນີ້ຈະນຳໄປສູ່ການປ່ຽນແປງທີ່ຍືນຍົງ ແລະ ຍາວນານ ສຳລັບອະນາຄົດ,” ກ່າວໂດຍທ່ານ Victor Valdivieso, ຮອງຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ. ແລະ ທ່ານຍັງໄດ້ສົ່ງເສີມໃຫ້ອາສາສະໝັກໄວໜຸ່ມ ເຜີຍແຜ່ຂໍ້ມູນໃນສື່ສັງຄົມເພື່ອໃຫ້ພວກເຂົາຊ່ວຍຍົກລະດັບຄວາມຮູ້ ແລະ ສ້າງແຮງບັນດານໃຈໃຫ້ແກ່ໄວໜຸ່ມຄົນອື່ນໆໃນທົ່ວປະເທດ.

ທ່ານ Alberto Cuomo, ພະນັກງານໂຄງການອາສາສະໝັກຂອງອົງການສະຫະປະຊາຊາດປະຈຳ ສປປລາວ, ໄດ້ສະແດງຄວາມຂອບໃຈຕໍ່ຜູ້ເຂົ້າຮ່ວມທີ່ໄດ້ປະກອບສ່ວນເຂົ້າໃນບັນຫາການພັດທະນາທີ່ຈຳເປັນລວມທັງການປ່ຽນແປງດິນຟ້າອາກາດ. ທ່ານເນັ້ນວ່າໄວໜຸ່ມ - ໂດຍຜ່ານການອາສາສະໝັກ, ການມີສ່ວນຮ່ວມໃນສັງຄົມ - ແມ່ນມີບົດບາດສໍາຄັນໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ແລະ ທ່ານ Alberto Cuomo ຍັງໄດ້ກ່າວວ່າ“ ອາສາສະໝັກ ໄດ້ຂະຫຍາຍພື້ນທີ່ໃຫ້ໄວໜຸ່ມ ມີສ່ວນຮ່ວມໃນສັນຕິພາບ ແລະ ການພັດທະນາ, ແລະ ຊ່ວຍປັບປຸງທັກສະຄວາມເປັນຜູ້ນຳຂອງໄວໜຸ່ມ.

ໃນເສັ້ນທາງທີ່ຈະກ້າວອອກຈາກປະເທດດ້ອຍພັດທະນາ, ປະເທດລາວກໍາລັງບັນລຸການເຕີບໂຕທາງເສດຖະກິດຢ່າງໄວວາ ດ້ວຍອັດຕາການເຕີບໂຕສະເລ່ຍສູງກວ່າ 6 %, ແລະ ລັດຖະບານຍັງໄດ້ສຸມໃສ່ໃນການຊອກຫາເສດຖະກິດສີຂຽວ ແລະ ແກ້ໄຂບັນຫາກ່ຽວກັບການປ່ຽນແປງດິນຟ້າອາກາດ.

ສປປ ລາວ ມີໂຄງສ້າງປະຊາກອນໜຸ່ມ, ເຊິ່ງເກືອບ 60% ແມ່ນອາຍຸຕໍ່າກວ່າ 25 ປີ. ເຊີ່ງພວກເຂົາຢືນເປັນໃຈກາງຂອງເປົ້າໝາຍ ການພັດທະນາແບບຍືນຍົງ (SDGs) 2030, ເປັນວິໄສທັດສຳລັບປະຊາຊົນ, ໂລກ ແລະ ຄວາມຈະເລີນຮຸ່ງເຮືອງໂດຍລວມຂອງພວກເຮົາໃນປີ 2030. ໃນລະດັບບຸກຄົນ, ໄວໜຸ່ມໃນລາວມີກໍາລັງທີ່ຈະນຳພາການປ່ຽນແປງໄປສູ່ການຫຼຸດຜ່ອນການປ່ອຍກາກບອນ ແລະ ເຮັດໃຫ້ຕົວເມືອງມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດໃນອະນາຄົດ. ຜ່ານກິດຈະກຳໃນມື້ນີ້, ຜູ້ເຂົ້າຮ່ວມໄດ້ສະເໜີຫຼາຍກິດຈະກຳ ທີ່ແຕ່ລະບຸກຄົນ ສາມາດໄປນໍາໃຊ້ເພື່ອຫຼຸດຜ່ອນການປ່ອຍອາຍກາກບອນໄດ້, ຕົວຢ່າງເຊັ່ນ: ການນຳໃຊ້ ພລາສຕິກໜ້ອຍລົງ, ການນຳກັບມາໃຊ້ໃໝ່ ກ່ອນການນໍາໄປຖິ້ມ, ການນຳໃຊ້ລົດໂດຍສານສາທາລະນະ ແລະ ອື່ນໆ. ທີ່ສຳຄັນກວ່ານັ້ນ, ໄວໜຸ່ມສາມາດຊ່ວຍໄດ້ອີກກໍຄື ການເຜີຍແຜ່ຂໍ້ມູນຂ່າວສານໃນສື່ຕ່າງໆໃຫ້ຄົນອື່ນໆໄດ້ຮັບຮູ້ຕື່ມ.