You are here

ວັນທີ 11 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ, ກະຊວງສາທາລະນະສຸກ ແລະ ອົງການ ສະຫະປະຊາຊາດກອງທຶນປະຊາກອນ (UNFPA) ຮ່ວມກັບຄູ່ຮ່ວມພັດທະນາຈັດງານສະເຫຼີມ ສະຫຼອງວັນເດັກຍິງສາກົນ ເພື່ອທົບທວນຄວາມ ຄືບໜ້າຂອງຂອງການຈັດຕັ້ງປະຕິບັດກອບ ແຜນງານນາງ ນ້ອຍ ປີ 2030, ຫຼາຍຂະແໜງການໄດ້ເລີ່ມຕົ້ນ ເຮັດການໂຄສະນາຂໍການ ສະໜັບສະໜູນເພື່ອການລົງທຶນໃສ່ໄວໜຸ່ມຍິງໃນລາວໃຫ້ຫຼາຍກວ່າເກົ່າ.

ຜູ້ທີ່ມີສ່ວນຮ່ວມຈາກກະຊວງທີ່ກ່ຽວຂ້ອງ, ຈາກອົງການສະຫະປະຊາຊາດໃນລາວ, ອົງການ ສາກົນທີ່ບໍ່ແມ່ນຂອງລັດຖະບານ, ອົງການຈັດຕັ້ງທາງສັງຄົມ ໄດ້ແລກປ່ຽນຜົນສຳເລັດທີ່ຜ່ານມາ ແລະ ສະເໜີຂັ້ນຕອນຕໍ່ໄປ ເພື່ອແກ້ໄຂສິ່ງທ້າທາຍທີ່ຍັງຄົງຄ້າງໃຫ້ສອດຄ່ອງກັບສະພາບການ ຂອງຊາດ. ຊາວໜຸ່ມກໍ່ໄດ້ເຂົ້າຮ່ວມກິດຈະກຳ, ແລກປ່ຽນຄຳຄິດເຫັນ ແລະ ການກະທຳທີ່ສ້າງ ແຮງບັນດານໃຈ.

ປີນີ້ແມ່ນປີຄົບຮອບສາມປີຂອງກອບແຜນງານ 2030 ຂອງນາງ ນ້ອຍ, ແຜນການຂອງ ລັດຖະບານ ແລະ ຄູ່ຮ່ວມງານໃນການເຮັດວຽກຮ່ວມກັນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ເດັກຍິງລາວອາຍຸ 10-19 ປີ ເພື່ອໃຫ້ ເຂົາເຈົ້າເປັນຄົນທີ່ມີຄວາມສາມາດໃນປີ 2030. ນ້ອຍ ໄດ້ຖືກຕັ້ງຊື່ຂື້ນມາໃນປີ 2016 ເພື່ອເປັນຕົວແທນ ຂອງເດັກຍິງໃນລາວ ແລະ ນ້ອຍ ກໍ່ແມ່ນ ຊື່ຂອງຜູ້ຍິງລາວທີ່ມັກເອີ້ນກັນ.

ສປປ ລາວມີປະຊາກອນ 7,1 ລ້ານຄົນ, 58% ມີອາຍຸຕຳ່ກວ່າ 25 ປີ. ໃນນັ້ນ, ຫລາຍກວ່າ 700,000 ແມ່ນເດັກຍິງອາຍຸ 10-19 ປີ. ສປປລາວເຖິງຈະເປັນປະເທດດ້ອຍພັດທະນາ ແຕ່ ການຂະຫຍາຍຕົວທາງ ເສດຖະກິດສູງກວ່າ 7 ສ່ວນຮ້ອຍໃນຊຸມປີທີ່ຜ່ານມາ. ເຖິງຢ່າງໃດ ກໍ່ຕາມ, ເດັກຍິງລາວທີ່ເປັນຕົວແທນໂດຍ ນາງ ນ້ອຍ ແມ່ນໜຶ່ງໃນບັນດາຜູ້ຍິງທີ່ຖືກປ່ອຍປະ ໃນເລື່ອງຂອງການເຂົ້າເຖິງການບໍລິການສຸຂະພາບ, ການສຶກສາ, ການຈ້າງງານ ແລະ ໂອກາດ ອື່ນໆ. ຄວາມສ່ຽງທີ່ເຫັນໄດ້ຊັດເຈນໃນລາວແມ່ນ ອັດຕາສ່ວນການແຕ່ງດອງແຕ່ອາຍຸຍັງນ້ອຍ ແມ່ນສູງ ແລະ ອັດຕາການເກີດຂອງໄວໜຸ່ມ ແມ່ນສູງທີ່ສຸດໃນ ພາກພື້ນ.

ກອບແຜນງານ 2030 ຂອງນາງ ນ້ອຍ ໄດ້ມີຮູບແບບໃຫ້ຄູ່ຮ່ວມງານເພື່ອແກ້ໄຂສິ່ງທ້າທາຍຂອງ ຜູ້ຍິງລາວທີ່ປະເຊີນໜ້າກັບເລື່ອງການສຶກສາ, ສຸຂະພາບຈະເລີນພັນ ແລະ ເພດສຳພັນ, ໂພຊະນາການ, ການຈ້າງງານ ແລະ ຄວາມສະເໝີພາບຍິງ-ຊາຍ ເຊັ່ນດຽວກັນກັບໂອກາດທີ່ຈະ ມີສ່ວນຮ່ວມໃນການຕັດສິນບັນຫາ ໃນເລື່ອງໃດນຶ່ງຂອງພວກເຂົາ. ເພື່ອໃຫ້ບັນລຸຕົວຊີ້ວັດ ໃນຂົງເຂດນີ້ ຄູ່ຮ່ວມງານຈະໄດ້ເຮັດວຽກຮ່ວມກັນເພື່ອໃຫ້ແນ່ໃຈວ່າ ໄວໜຸ່ມຍິງໃນວັນນີ້ໄດ້ ເຕີບໂຕຂື້ນຢ່າງມີຄຸນນະພາບ, ປະສົບຜົນສຳເລັດໃນການດຳລົງຊີວິດໃນປີ 2030 ຕາມ ເປົ້າໝາຍການພັດທະນາແບບຍືນຍົງ (SDGs).

ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນກະຊວງສາທາລະນະສຸກ ໄດ້ກ່າວໃນງານ, ດັ່ງທີ່ຮູ້ກັນວ່າ ກອບແຜນງານ ນາງ ນ້ອຍ 2030 ກໍຄືກົນໄກການປະສານຂອງຫຼາຍຂະແໜງການສຳລັບ ຫຼາຍຂະແໜງການເພື່ອສຸມໃສ່ບັນຫາຂອງໄວໜຸ່ມຍິງໃນທັດສະນະທີ່ແຕກຕ່າງກັນ, "ພວກເຮົາ ຕ້ອງເພີ່ມທະວີການຮ່ວມມືໃນຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອຮັບປະກັນສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ ນາງ ນ້ອຍ ແລະ ໄວໜຸ່ມຍິງທຸກຄົນ ໃນຂະນະທີ່ ພວກເຮົາກໍ່ພະຍາຍາມ ຢ່າງໜັກໜ່ວງເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs),"
ຕົວແທນຈາກທິມງານທີ່ກ່ຽວຂ້ອງຂອງກອບແຜນງານ ນາງ ນ້ອຍ 2030 ໄດ້ແລກປ່ຽນ ຜົນສຳເລັດແຕ່ປີ 2016 ນັບຕັ້ງແຕ່ສ້າງຕັ້ງນາງ ນ້ອຍ. ກະຊວງສາທາລະນະສຸກ, ກະຊວງ ສຶກສາທິການ ແລະ ກິລາ, ສູນກາງສະຫະພັນ ແມ່ຍິງ, ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ໄດ້ປັບປຸງບັນດາຜົນສຳເລັດທີ່ແນ່ນອນໃນການກ້າວໄປສູ່ເປົ້າໝາຍ ການພັດທະນາແບບ ຍືນຍົງກ່ຽວກັບການລົບລ້າງຄວາມອຶດຫິວ ລວມທັງຄຸນນະພາບການສຶກສາ, ຄວາມສະເໝີພາບ ຍິງ-ຊາຍ, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ, ການເຮັດວຽກທີ່ມີກຽດ ແລະ ການເຕີບໂຕທາງເສດຖະກິດ, ນອກຈາກນັ້ນ ກະຊວງແຜນການ ແລະ ການລົງທຶນໄດ້ປັບປຸງ ຄວາມຄືບໜ້າ ຂອງແຜນພັດທະນາ 5 ປີໃນຕໍ່ໜ້າ (ແຜນພັດທະນາເສດຖະກິດສັງຄົມຄັ້ງທີ 9) . ບັນດາຄູ່ຮ່ວມງານໄດ້ມີ ຄວາມເຫັນທີ່ເປັນເອກະພາບກັນວ່າ ການລົງທືນສຳລັບໄວໜຸ່ມຍິງ ໃຫ້ຫຼາຍຂື້ນແມ່ນວິທີທາງທີ່ຖືກຕ້ອງ ສຳລັບປະເທດລາວ ເພື່ອສົ່ງຜົນກະທົນໃສ່ການພັດທະນາ ແບບຍືນຍົງ.
ທ່ານ ນາງ ມາຣ່ຽມ ຄານ ຜູ້ປະສານງານຂອງອົງການສະຫະປະຊາຊາດ ແລະ ຜູ້ຕາງໜ້າ ອົງການ UNFPA ປະຈຳລາວ, ໄດ້ແບ່ງປັນຄວາມກະຕືລືລົ້ນຂອງນາງໃນການສະໜັບສະໜູນ ໄວໜຸ່ມຍິງ. ລາວກ່າວວ່າ: "ຮັກພວກເຮົາທຸກຄົນ, ນ້ອຍ ຝັນຢາກຈະໄປໂຮງຮຽນ, ຝັນທີ່ຈະ ເຕີບໂຕຂື້ນຢ່າງມີມີສຸຂະພາບແຂງແຮງ, ມີວຽກເຮັດທີ່ດີ ແລະ ມີສ່ວນ ໃນການຕັດສິນໃຈ ໃນເລື່ອງຂອງລາວ. ກອບແຜນງານ 2030 ຂອງ ນ້ອຍ ເຮັດໃຫ້ພວກເຮົາໄດ້ຮ່ວມກັນເພື່ອ ຊ່ວຍໃຫ້ຝັນນາງ ນ້ອຍ ເປັນຄວາມຈິງ" ນາງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ໃຫ້ການສະໜັບ ສະໜູນຢ່າງແຂງແຮງໃນການລິເລີ້ມກອບແຜນງານນາງ ນ້ອຍ 2030. ສະແດງຄວາມຂອບໃຈຕໍ່ຄູ່ຮ່ວມງານ ໃໝ່ຂອງ UNFPA ເຊິ່ງເປັນພາກເອກະຊົນ, ສື່ມວນຊົນ ແລະ CSOs ທີ່ສະໜັບສະໜູນນາງ ນ້ອຍ ແລະ ໄດ້ເລີ່ມໃນ ປີ 2019, ວັນຄົບຮອບ 25 ປີຂອງກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD25) ແລະ ຄົບຮອບ 50 ປີຂອງ UNFPA.

ການຂະຫຍາຍການຮ່ວມມື ໄດ້ເຮັດໃຫ້ມີຫົວຄິດປະດິດສ້າງໃນການຈັດຕັ້ງປະຕິບັດກອບ ແຜນງານ 2030 ຂອງນາງ ນ້ອຍ, ຄູ່ຮ່ວມງານຄື ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ ໄດ້ນໍາໃຊ້ຄວາມກ້າວຫນ້າທາງດ້ານເຕັກໂນໂລຢີໃນການສ້າງແອັບ "ນ້ອຍຢາກຮູ້" ສຳລັບໂທລະສັບມືຖື ເພື່ອ ແນະນຳແຫຼ່ງຂໍ້ມູນຂ່າວສານສຸຂະພາບຈະເລີນພັນ ແລະ ເພດສຳພັນ, ບົດບາດຍິງຊາຍ ແລະ ທັກສະຊີວິດ. ແອັບ ນ້ອຍຢາກຮູ້ ເປັນສູນລວມ ຂໍ້ມູນສຳລັບໄວໜຸ່ມ ພຽງແຕ່ໃຊ້ນີ້ວສຳຜັດກັບໂທລະສັບ ແລະ ເຊື່ອມຕໍ່ສັນຍານອິນເຕີເນັດ. ໃນງານອາສາສະໝັກຂອງສູນໄວໜຸ່ມວຽງຈັນ ຈະໄດ້ຮັບ ແທັບເບຼັດ ໂດຍມີແອັບ ນ້ອຍຢາກຮູ້ ເຊິ່ງເປັນເຄື່ອງມືໃໝ່ທີ່ຈະໃຫ້ຄວາມຮູ້ແບບເພື່ອນສອນເພື່ອນ.

 

 

ນຳໂດຍ UNFPA, ກະຊວງສາທາລະນະສຸກ ແລະ ຈຳນວນຂອງຄູ່ຮ່ວມງານໃໝ່ ລວມທັງ ວິທະຍຸສາກົນ ຊີອາໄອ (CRI) ສາຂາໃນລາວ, ກາເຟ ສີໜຸກ ແລະ ທະນາຄານ ລາວ ຝຣັ່ງໂກ ໄດ້ຮ່ວມກັນເປີດໂຕຂະບວນການໂຄສະນາ ຜ່ານສື່ອອນລາຍ "ຂ້ອຍ, ຮ່າງກາຍຂ້ອຍ, ໂລກ ຂອງຂ້ອຍ, ອະນາຄົດຂອງຂ້ອຍ" ຊຶ່ງເປັນອີກຊ່ອງທາງນຶ່ງ ເພື່ອຊຸກຍູ້ໄວໜຸ່ມ. ຂະບວນການ ດັ່ງກ່າວແມ່ນໄດ້ໃຊ້ອຳນາດຂອງສື່ສັງຄົມອອນລາຍ ເພື່ອເປັນແຮງບັນດານໃຈໃຫ້ເຍົາວະຊົນ ມີການກະທຳທີ່ດີຕໍ່ສຸຂະພາບ, ບົດບາດຍິງຊາຍ, ສິ່ງແວດລ້ອມ ແລະ ບັນຫາການພັດທະນາ ແບບຍືນຍົງຢ່າງກວ້າງຂວາງ ໃນປະເທດລາວ.

ນອກຈາກເຫດການສຳຄັນໃນມື້ນີ້, ຊາວໜຸ່ມໃນລາວໄດ້ເຮັດການສະເຫຼີມສະຫຼອງວັນເດັກຍິງ ສາກົນໃນຮູບແບບ ຕ່າງໆເຊັ່ນ ການເຮັດຄວາມສະອາດຊຸມຊົນ, ການປູກຕົ້ນໄມ້, ການໂຕ້ວາທີ ແລະ ການສະແດງລະຄອນທີ່ສະແດງໃຫ້ເຫັນເຖິງຄວາມຄິດສ້າງສັນ ແລະ ບົດບາດໃນການ ເປັນຜູ້ນຳ ໃນການປົກປ້ອງໂລກ .

ທົບທວນຄວາມຄືບໜ້າທີ່ເກີດຂື້ນ ແລະ ສິ່ງທ້າທາຍທີ່ຍັງຄົງຄ້າງ, ຄູ່ຮ່ວມງານ, ລວມທັງ ຊາວໜຸ່ມເອງກໍ່ໄດ້ມີ ຄຳໝັ້ນສັນຍາໃໝ່ໃນກອບແຜນງານນາງ ນ້ອຍ 2030. ໂດຍມີການ ປະສານສົມທົບທີ່ແໜ້ນແຟ້ນ ແລະ ໄດ້ຮັບການສະໜັບສະໜູນຈາກທຸກໆພາກສ່ວນ, ເດັກຍິງ ໄວລຸ້ນທີ່ເປັນຕົວແທນໂດຍ ນາງ ນ້ອຍ ຈະສືບຕໍ່ເປັນຈຸດໃຈກາງຂອງການພັດທະນາໃນລາວ.

For further information, please contact:

ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ

Mr. Visith Khamlusa

Tel: 020 2250 2862

Email: vkhamlusa@yahoo.com

 

ອົງການສະຫະປະຊາຊາດກອງທືນສຳລັບປະຊາກອນ

Ms. Kay amphone Singhalath

Tel: 021 267 680

Email: singhalath@unfpa.org