You are here

ນະຄອນຫຼວງວຽງຈັນ, ວັນທີ 07, ພະຈິກ 2020. ກິລາ ແລະ ທັກສະຊີວິດ ແມ່ນການປະສົມປະສານກັນທີ່ມີປະສິດທິພາບໃນການສົ່ງເສີມພຶດຕິກຳທີ່ດີ ໃນໝູ່ໄວໜຸ່ມຍິງ ແລະ ຊາຍ. ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ສະຫະພັນກິລາຣັກບີ້ລາວ (LRF) ໄດ້ຮ່ວມກັນຈັດກິດຈະກໍາໃຫ້ແກ່ ນັກກິລາ ແລະ ຄູຝຶກຣັກບີ້ໄວໜຸ່ມ ຢູ່ທີ່ສະໜາມກິລາເຈົ້າອານຸວົງ, ນະຄອນຫຼວງວຽງຈັນ ເຊິ່ງເປັນສ່ວນໜຶ່ງຂອງແຄັມເປນ “ຂ້ອຍ, ຮ່າງກາຍຂອງຂ້ອຍ, ໂລກຂອງຂ້ອຍ, ອະນາຄົດຂອງຂ້ອຍ,”. ນັກກິລາ ແລະ ຄູຝຶກກິລາຮັກບີ້ ໄດ້ຮຽນຮູ້ກ່ຽວກັບສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ ລວມເຖິງສິດທິຕ່າງໆ, ການຟຶ້ນຟູຈາກ COVID-19, ທັກສະຊີວິດ ແລະ ການປົກປັກຮັກສາສິ່ງແວດລ້ອມໃນລະຫວ່າງການຫຼິ້ນກິລາຣັກບີ້. ໂດຍສະຫະພັນກິລາຣັກບີ້ລາວ ໄດ້ມີການຈັດກິດຈະກຳເພື່ອພັດທະນາທັກສະຊີວິດ ຄຽງຄູ່ໄປກັບການຫຼິ້ນຣັກບີ້. 

ທ່ານ ວິຣະຍຸດ ລັດທິກຸນ, ປະທານສະຫະພັນກິລາຣັກບີ້ລາວ ໄດ້ກ່າວວ່າ: “ກິລາມີບົດບາດສໍາຄັນໃນການພັດທະນາທັກສະຄວາມເປັນຜູ້ນໍາ ແລະ ການສ້າງຂີດຄວາມສາມາດໃຫ້ແກ່ໄວໜຸ່ມຍິງ. ກິລາຣັກບີ້ ໄດ້ທ້າທາຍພາບລວມ ແລະ ການແບ່ງແຍກບັນທັດຖານຂອງສັງຄົມ ພ້ອມທັງມອບໂອກາດໃຫ້ແກ່ເດັກຍິງ ໄດ້ເຊື່ອໝັ້ນ ແລະ ຮັບຮູ້ເຖິງຄວາມສາມາດ ແລະ ສັກກະຍະພາບໃນຕົວຂອງພວກເຂົາເອງ”. 

ສປປ ລາວ ເປັນໜຶ່ງໃນປະເທດທີ່ມີປະຊາກອນໜຸ່ມທີ່ສຸດໃນພາກພຶ້ນອາຊີຕາເວັນອອກສ່ຽງໃຕ້. ການສຶກສາດ້ານພົນລະເມືອງສະແດງໃຫ້ເຫັນວ່າ ສປປ ລາວ ຈາກປະຊາກອນທັງໝົດ 7.2 ລ້ານຄົນໃນປີ 2020 ຄາດວ່າຈະເພີ່ມຂຶ້ນເປັນ 8.1 ລ້ານຄົນ ໃນປີ 2030, ເຊິ່ງເປັນການເພີ່ມຂຶ້ນເກືອບ ໜຶ່ງລ້ານຄົນພາຍໃນອີກ 10  ປີຂ້າງໜ້າ. ຮູບພາບໂຄງສ້າງປີລາມິດຂອງປະຊາກອນລາວຈະປ່ຽນແປງໃນທົດສະວັດນີ້. ເນື່ອງຈາກບັນດາໄວໜຸ່ມຈະກ້າວເຂົ້າມາເປັນປະຊາກອນໄວເຮັດວຽກຫຼາຍຂຶ້ນ. ປະຊາກອນຂອງໄວເຮັດວຽກຈະເພີ່ມຂຶ້ນຈາກ 64%  ໃນປີ 2020 ເປັນ 69%  ໃນປີ 2030, ເຊິ່ງ ສປປ ລາວຈະມີກຸ່ມແຮງງານເປັນກຸ່ມປະຊາກອນທີ່ໃຫຍ່ທີ່ສຸດ ໃນຂະນະທີ່ການສະໜັບສະໜູນພຶງພາແມ່ນໜ້ອຍລົງ. 

ທ່ານນາງ Mariam A. Khan, ຜູ້ຕາງໜ້າອົງການ UNFPA ໄດ້ກ່າວວ່າ: “ໄວໜຸ່ມໃນມື້ນີ້ຈະກາຍເປັນປະຊາກອນກຸ່ມທີ່ໃຫຍ່ທີ່ສຸດຂອງປະເທດ ກໍຄືປະຊາກອນໄວເຮັດວຽກ. ພວກເຂົາຈະສາມາດເລັ່ງໃສ່ການພັດທະນາເສດຖະກິດ-ສັງຄົມ ທີ່ຍືນຍົງໄດ້ຫາກພວກເຂົາໄດ້ຮັບການສຶກສາທີ່ດີ ແລະ ໄດ້ຮັບການສົ່ງເສີມໃນການຕັດສິນໃຈທີ່ດີ ເພື່ອຕົວເຂົາເອງ, ເພື່ອຊຸມຊົນ, ເພື່ອປະເທດ ແລະ ເພື່ອໂລກໃບນີ້.” 

ນັກກິລາ ແລະ ຄູຝຶກປະມານ 100 ຄົນ ຈາກນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນໄດ້ເຂົ້າຮ່ວມໃນກິດຈະກໍາດັ່ງກ່າວ ແລະ ໄດ້ມີສ່ວນຮ່ວມໃນການແລກປ່ຽນຄວາມຮູ້, ກິດຈະກຳແບບມີສ່ວນຮ່ວມອື່ນໆ ແລະ ການແລ່ນດຶງແທ໋ກຮັກບີ້. ບັນດາຜູ້ເຂົ້າຮ່ວມໄດ້ມີການສົນທະນາກ່ຽວກັບຂໍ້ມູນຂ່າວສານ ແລະ ການບໍລິການສຸຂະພາບທາງເພດ ແລະ ການຈະເລີນພັນ. ນອກນັ້ນ ກໍໄດ້ມີການສະແດງຂໍ້ມູນກ່ຽວກັບການຟຶ້ນຟູຈາກ COVID19 ປະກອບມີ ແອ໋ບພິເຄຊັ່ນ ນ້ອຍ ຢາກຮູ້ ແລະ ສຸຂະພາບທາງຈິດ ແລະ ສາຍດ່ວນການໃຫ້ຄຳປຶກສາດ້ານສຸຂະພາບທາງຈິດ. 

ນັກກິລາຣັກບີ້ຍິງ ອາຍຸ 18 ປີຈາກໂຮງຮຽນມໍປາຍເກົ້າຫຼ້ຽວ ທີ່ເຂົ້າຮ່ວມໃນກິດຈະກໍາດັ່ງກ່າວ ໄດ້ເວົ້າວ່າ: ມັນເປັນໂອກາດທີ່ດີຫຼາຍໃຫ້ແກ່ຂ້ອຍ, ຂ້ອຍໄດ້ຮຽນຮ້ກ່ຽວກັບ ແອ໋ບພິເຄຊັ່ນ ນ້ອຍຢາກຮູ້ ແລະ ສາຍດ່ວນທາງໂທລະສັບ. ເຊິ່ງດຽວນີ້ເຮັດໃຫ້ຂ້ອຍສາມາດຮັບຮູ້ເຖິງຂໍ້ມູນຂ່າວສານ ແລະ ສາມາດປຶກສາບັນຫາທີ່ຂ້ອຍບໍ່ສາມາດໂອ້ລົມກັບໃຜໄດ້. ນອກນັ້ນ, ຂ້ອຍຍັງໄດ້ຮຽນຮູ້ກ່ຽວກັບການຕັດສິນໃຈໃນຊີວິດຂອງຂ້ອຍ ແລະ ວິທີການປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມອີກດ້ວຍ. 

ຫຼາຍໆວິທີແກ້ໄຂໄດ້ຖືກຍົກຂຶ້ນມາໂດຍບັນດາຜູ້ເຂົ້າຮ່ວມ ກ່ຽວກັບບັນຫາການຊົມໃຊ້ຊັບພະຍາກອນ ແລະ ສິ່ງແວດລ້ອມຢ່າງມີຄວາມຮັບຜິດຊອບ, ເຊິ່ງເປັນກິດຈະກໍາທີ່ນໍາພາໂດຍ Zero waste Laos. ຜູ້ເຂົ້າຮ່ວມໄດ້ໃຫ້ຄໍາໝັ້ນສັນຍາທີ່ຈະຫຼຸດຜ່ອນການໃຊ້ພາສຕິກ, ນຳສິ່ງຂອງກັບມາໃຊ້ໃໝ່ ແລະ ເຜີຍແຜ່ກ່ຽວກັບການຣີໄຊໂຄຜະລິດຕະພັນພາສຕິກ ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ.
ກິດຈະກຳດັ່ງກ່າວໄດ້ສິ້ນສຸດລົງດ້ວຍການກ່າວປະຕິຍານຕົນຮ່ວມກັນຂອງບັນດາຜູ້ເຂົ້າຮ່ວມ ວ່າຈະຜັນຂະຫຍາຍສິ່ງທີ່ໄດ້ຮຽນຮູ້ຈາກກິດຈະກໍານີ້ ເຂົ້າໃນຊີວິດຕົວຈິງ ແລະ ແບ່ງປັນຄວາມຮູ້ເຫຼົ່ານັ້ນໃຫ້ແກ່ບັນດາໝູ່ເພື່ອນ ແລະ ມິດສະຫາຍໃນຊຸມຊົນຂອງພວກເຂົາ. 

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:

ດຣ ເຕັດຣາມແຈດ 
ຊ່ຽວຊານດ້ານສຸຂະພາບຈະເລີນພັນຂອງໄວໜຸ່ມ, ອົງການUNFPAປະຈຳສປປລາວ
ອີເມວ: tejram@unfpa.org

ທ່ານ ນາງ ເພັດມະນີ ວິຍາເດດ

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org

************ 
ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການ, ທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໂດຍສະເພາະ ສຸຂະພາບຂອງແມ່, ໃນຫຼາຍກວ່າ 150 ປະເທດ, ລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກ, ແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.