You are here

-ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2020, ເພື່ອເປັນການຕອບສະໜອງຕໍ່ໄພນໍ້າຖ້ວມທີ່ເກີດຂຶ້ນ ທີ່ສົ່ງຜົນກະທົບໃນແຕ່ລະຂອບເຂດໃນປະເທດ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ໄດ້ມີການມອບຊຸດອຸປະກອນເຄື່ອງໃຊ້ຈໍາເປັນ ຈຳນວນ 200 ຊຸດໃຫ້ແກ່ ຫ້ອງການສູນກາງສະຫະພັນແມ່ຍິງລາວ. ເຊິ່ງບັນດາເຄື່ອງຈຳນວນດັ່ງກ່າວຈະຖືກສົ່ງມອບຕໍ່ໄປໃຫ້ແກ່ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍຍິງທີ່ຢູ່ໃນໄວຈະເລີນພັນ (ອາຍຸ 15-49 ປີ) ໃນແຂວງສະຫວັນນະເຂດ. 
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລາຍງານວ່າ: ຢູ່ເຂດເມືອງວິລະບູລີ, ເມືອງນອງ, ເມືອງພິນ ແລະ ເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢ່າງກະທັນຫັນ ຈາກຝົນທີ່ຕົກແຮງຢ່າງຕໍ່ເນື່ອງໜຶ່ງອາທິດເຕັມ ໃນເດືອນທີ່ຜ່ານມາ (ເດືອນຕຸລາ 2020).​ ການໃຫ້ການຊ່ວຍເຫຼືອລະດັບຊາດ ກຳລັງຢູ່ໃນຂັ້ນການດຳເນີນການ ເພື່ອຕອບສະໜອງຢ່າງວ່ອງໄວຕໍ່ກັບບັນຫາ ເພື່ອບໍ່ປະຖິ້ມໃຜໄວ້ກັບໄພນ້ຳຖ້ວມທີ່ເກີດຂຶ້ນໃນແຕ່ລະບ້ານ. 
ອີງຕາມການລາຍງານສະພາບການຂອງແຂວງສະຫວັນນະເຂດ ເຫັນວ່າມີປະຊາຊົນຈຳນວນ 32,898 ຄົນໃນທົ່ວ 5 ເມືອງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ປະຊາຊົນຈໍາວນ 2,623 ຄົນແມ່ນໄດ້ຖືກອົບພະຍົບ. ປະຊາຊົນທີ່ໄດ້ຮັບການຊ່ວຍເຫຼືອແມ່ນໄດ້ແຈກຢາຍໄປຢູ່ໃນສູນຊ່ວຍເຫຼືອຊົ່ວຄາວ, ໂຮງຮຽນ ແລະ ບ້ານເຮືອນຂອງຍາດພີ່ນ້ອງຂອງພວກເຂົາ. 

ໃນແຕ່ລະປີ, ໄພນໍ້າຖ້ວມໄດ້ເກີດຂຶ້ນໃນຫຼາຍໆເມືອງ, ໂດຍສະເພາະໃນເຂດຊົນນະບົດ ທີ່ປະຊາຊົນປະສົບ ແລະ ມີຄວາມຫຍຸ້ງຍາກໃນການເຂົ້າເຖິງການບໍລິການດ້ານສາທາລະນະສຸກຢູ່ແລ້ວ, ພວກເຂົາຕ້ອງເຂົ້າເຖິງການເບິ່ງແຍງ, ການປິ່ນປົວ ຜ່ານຖະໜົນຫົນທາງທີ່ຫຍຸ້ງຍາກ ແລະ ຫ່າງໄກ. ໄພພິບັດທຳມະຊາດຍິ່ງ ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນບັນດາເຜົ່າ ໃນການເຂົ້າເຖິງການບໍລິການຂັ້ນພຶ້ນຖານ, ລວມທັງການບໍລິການກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບການຈະເລີນພັນຂອງພວກເຂົາ. ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍທີ່ບໍ່ພຽງແຕ່ສູນເສຍບ້ານເຮືອນ ແລະ ຊີວິດການເປັນຢູ່ຈາກໄພນ້ຳຖ້ວມ ແຕ່ຍັງສົ່ງຜົນກະທົບຕໍ່ປັດໄຈພຶ້ນຖານຂອງພວກເຂົາອີກດ້ວຍ. 

ບັນດາປັດໄຈພື້ນຖານເຫຼົ່ານີ້ ແມ່ນສິ່ງທີ່ມັກຈະຖືກລະເລີຍໃນສະພາບການສຸກເສີນ. ເພາະແນວນັ້ນ ເຖິງແນວໃດກໍຕາມ, ໃນສະພາບການດັ່ງກ່າວນີ້ ແມ່ຍິງຕ້ອງຍັງສາມາດເກີດລູກໄດ້, ເດັກຍິງຕ້ອງຍັງສາມາດເຂົ້າເຖິງຜ້າອະນາໄມ ແລະ ສຸຂະອະນາໄມໄດ້. ປັດໄຈພື້ນຖານດັ່ງກ່າວ ຈະບໍ່ມີການຢຸດສະຫງັກໃນລະຫວ່າງສະພາບໄພພິບັດ ແຕ່ມັນຍິ່ງມີຄວາມຈຳເປັນທີ່ຫຼາຍຂຶ້ນກວ່າເກົ່າ. 

ການບໍລິຈາກຄັ້ງນີ້ ສະແດງໃຫ້ເຫັນເຖິງການຊ່ວຍເຫຼືອທາງດ້ານມະນຸດສະທຳ ແລະ ເປັນການປະກອບສ່ວນຈາກອົງການ UNFPA ໃຫ້ແກ່ລັດຖະບານ ສປປ ລາວ. ເພື່ອປົກປ້ອງກຽດສັກສີ ແລະ ສະຫວັດດີພາບຂອງແມ່ຍິງ ໂດຍສະເພາະແມ່ນ ແມ່ຍິງຖືພາມານ ແລະ ໄວໝຸ່ມຍິງທັງຫຼາຍ, ໂດຍອົງການ UNFPA ໄດ້ມີການສະໜອງໃຫ້ແກ່ບັນດາແມ່ຍິງ ແລະ ເດັກນ້ອຍຍິງທີ່ໄດ້ຮັບຜົນກະທົບຈາກໄພພິບັດຈຳນວນ 200 ຄອບຄົວ ໂດຍມອບ: ຜ້າເຊັດໂຕ, ເກີບ, ໜາກຫວີດ, ຢາກັນຍຸງ, ສະບູ່, ຢາຖູແຂ້ວ, ໄມ້ຖູແຂ້ວ, ເສື້ອຢືດ, ໄຟສາຍ LED, ສິ້ນແຕ້ມ , ຜ້າອະນາໄມ ແພັກ, ຖ້ວຍຢາງ, ຖົງກັນນ້ຳເພື່ອບັນຈຸອຸປະກອນເຄື່ອງໃຊ້ເຫຼົ່ານີ້ ຈຳນວນ 200 ຖົງ, ພ້ອມທັງ ຫວີ, ສະຫລິບ ແລະ ຖົງຢາງ ອຸປະກອນເຄື່ອງໃຊ້ຈໍາເປັນເຫຼົ່ານີ້ຈະຖືກຈໍລະຈອນ ຊ້າສຸດພາຍໃນວັນທີ 08 – 10.

“ຄວາມເປັນຢູ່ທີ່ດີຂອງແມ່ຍິງແລະເດັກຍິງເປັນຫົວໃຈສຳຄັນຂອງ UNFPA. ເມື່ອໄພພິບັດເກີດຂື້ນ, UNFPA ຮັບປະກັນວ່າຄວາມຕ້ອງການດ້ານສຸຂະພາບຈະເລີນພັນແລະການປົກປ້ອງແມ່ຍິງແລະເດັກຍິງຕ້ອງໄດ້ຮັບຄວາມຊ່ວຍເຫຼືອໂດຍດ່ວນ. ຊຸດອຸປະກອນເຄື່ອງໃຊ້ຈຳເປັນແມ່ນຕອບສະ ໜອງ ຄວາມຕ້ອງການຂັ້ນພື້ນຖານຂອງແມ່ຍິງແລະເດັກຍິງ ສຳລັບສຸຂະອະນາໄມ, ການເຄື່ອນທີ່ແລະສະພາບຈິດໃຈແລະ ສະຫວັດດີການສັງຄົມ “ກ່າວໂດຍທ່ານ ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ ລາວ

“UNFPA ແມ່ນພັນທະມິດທີ່ຢູ່ຄຽງບ່າຄຽງໄຫຼ່ກັບສະຫະພັນແມ່ຍິງລາວ ແລະ ລັດຖະບານແຫ່ງສປປລາວ. ການປະກອບສ່ວນຂອງ UNFPA ມີບົດບາດສຳຄັນໃນການປົກປ້ອງແມ່ຍິງແລະເດັກຍິງຈາກຄວາມຮຸນແຮງດ້ານບົດບາດຍິງ - ຊາຍແລະເພື່ອປິດຊ່ອງຫວ່າງໂດຍຕອບສະ ໜອງ ກັບຄວາມຕ້ອງການໃຫ້ຄອບຄົວທີ່ຖືກກະທົບ, ໂດຍສະເພາະແມ່ຍິງແລະເດັກຍິງໄວລຸ້ນ” ກ່າວໂດຍທ່ານ ທ່ານ ນາງ ອິນລາວັນ ແກ້ວບຸນພັນ,ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ

ອົງການ UNFPA ປະຈໍາ ສປປ ລາວ, ສະແດງຄວາມພ້ອມທີ່ຈະສະໜັບສະໜູນລັດຖະບານ ໃນແຕ່ລະພື້ນທີ່ ແລະ ມີການປະສານສົມທົບ ເພື່ອຕອບສະໜອງຕໍ່ຄວາມຕ້ອງການທີ່ຮີບດ່ວນໃຫ້ແກ່ບັນດາຄອບຄົວທີ່ໄດ້ຮັບຜົນກະທົບ ແລະ ພວກເຮົາຈະສືບຕໍ່ປະຕິບັດວຽກງານດັ່ງກ່າວນີ້ ເມື່ອມີຄວາມຕ້ອງການເກີດຂຶ້ນ. 

************ 
ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການ, ທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໂດຍສະເພາະ ສຸຂະພາບຂອງແມ່, ໃນຫຼາຍກວ່າ 150 ປະເທດ, ລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກ, ແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.