You are here

ວັນທີ 9 ຕຸລາ 2019, ນະຄອນຫຼວງວຽງຈັນ - ຊາວໜຸ່ມນັບຫຼາຍຮ້ອຍຄົນໄດ້ເຕົ້າໂຮມກັນເຮັດອະນາໄມຊຸມຊົນ ແລະ ໂຮງຮຽນ. ກະຊວງສາທາລະນະສຸກຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA), ອົງການ ແພລນສາກົນ, ອົງການຊ່ວຍເຫຼືອເດັກສາກົນ, ອົງການ ພີ ເອສໄອ (PSI) ແລະອົງການຈັດຕັ້ງທາງສົງຄົມອື່ນໆ ໄດ້ຈັດກິດຈະກຳດັ່ງກາວນີ້ຂື້ນ ຊື່ງມີຈຸດປະສົງເພີື່ອສ້າງຂະບວນການຮັກສາຄວາມສະອາດ, ປູກຈິດສຳນຶກກກ່ຽວກັບສິ່ງແວດລ້ອມ ແລະ ສຸຂະອານາໄມທີ່ດີ ຕໍ່ກັບໄວໜຸ່ມໂດຍສະເພາະ ແມ່ນ ເດັກຍິງ ແລະ ສະເຫຼີມສະຫຼອງວັນເດັກຍິງສາກົນ (International Day of Girl Child) ໃນ ສ ປປ ລາວ ຢ່າງມີບັນຍາກາດອັນຟົດຟື້ນ ແລະໄດ້ຮັບຜົນສຳເລັດຢ່າງຈົບງາມ.

“ການລົງມືປະຕິບັດຕົງຈິງຈະຊ່ວຍຊາວໜຸ່ມໃຫ້ມີຄວາມຮັບຜິດຊອບຫຼາຍຂຶ້ນຕໍ່ການຮັກສາອານາໄມສີ່ງແວດລ້ອມກໍ່ຄືຊຸມຊົນທີ່ເຂົາເຈົ້າອາໃສຢູ່ ເພື່ອສຸຂະພາບທີ່ດີ ແລະ ຍັງສອດຄ່ອງກັບຍຸດທະສາດຂອງກະຊວງສາທາລະນະສຸກກ່ຽວກັບ “5 ” ໂດຍສະເພາະແມ່ນການປະຕິບັດເພື່ອປູກຈິດສຳນຶກກ່ຽວກັບພະຍາດໄຂ້ເລືອດອອກ. ໂດຍການເຮັດໃຫ້ຊຸມຊົນມີຄວາມສະອາດ, ພວກເຮົາ, ຄອບຄົວຂອງພວກເຮົາຈະມີຊີວິດທີ່ມີຄວາມສຸກ ແລະມີສຸຂະພາບແຂງແຮງ, ຢູ່ຫ່າງໄກຈາກພະຍາດທີ່ເກີດຈາກການຖິ້ມຂີ້ເຫຍື້ອແລະພຶດຕິກຳອື່ນໆ,” ກ່າວໂດຍ ທ່ານ ດຣ ບົວຂັນ ພະຂຸນທອງ, ຮອງຫົວໜ້າກົມ ປິ່ນປົວ ແລະຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ.

ຮ່ວມເກັບຂີ້ເຫຍື້ອ, ຮຽນຮູ້ກ່ຽວກັບການຈັດປະເພດຂື້ເຫຍື້ອ, ການໃຊ້ຖົງຢາງຢ່າງມີຄວາມຮັບຜິດຊອບ ແລະວິທີການອື່ນໆເພື່ອຊ່ວຍປະຫຍັດພະລັງງານ ແລະ ຮັກສາສີ່ງແວດລ້ອມ. ນອກຈາກນີ້, ພວກເຂົາເຈົ້າຍັງໄດ້ເຜີຍແຜ່ຂໍ້ມູນ ແລະ ໂຄສະນາ ໃຫ້ກັບໝູ່ເພື່ອນໂດຍຜ່ານສື່ສັງຄົມ online ພາຍໃຕ້ຄຳຂວັນ: ຂ້ອຍ, ຮ່າງກາຍຂ້ອຍ, ໂລກຂອງຂ້ອຍ , ອານາຄົດຂອງຂ້ອຍ, “My Body, My Planet, My Future”, ການໂຄສະນາດັ່ງກ່າວນີ້ ແມ່ນລິເລີ້ມໂດຍອົງການ   UNFPA ແລະ ຄູ່ຮ່ວມງານ ເພື່ີອໃຫ້ໄວໜຸ່ມມີສ່ວນຮ່ວມ ແລະຄວາມຮັບຜິດຊອບໃນການແກ້ໄຂບັນຫາຕ່າງໆທີ່ກ່ຽວຂ້ອງກັບພວກເຂົາ, ໂດຍສະເພາະ ສຸຂະພາບ, ສິ່ງແວດລ້ອມ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະການພັດທະນາແບບຍືນຍົງ.

ທ່ານນາງ ມາຣຽມ  ເອ ຄານ, ຜູ້ຕາງ ໜ້າ ອົງການ UNFPA ປະ ຈຳ ລາວໄດ້ເນັ້ນວ່າ ໄວໜຸ່ມ ແຕ່ລະຄົນມີບົດບາດໃນການເບິ່ງແຍງຕົນເອງ, ໂລກແລະອະນາຄົດຂອງພວກເຂົາ. “ພວກເຮົາຕ້ອງໄດ້ເອົາໃຈໃສ່ ແລະ ຮັບປະກັນການມີສ່ວນຮ່ວມຂອງໄວໜຸ່ມເພື່ອແກ້ໄຂບັນຫາຕ່າງໆເພື່ອບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ 2030 ນັ້ນແມ່ນເປັນສີ່ງຈຳເປັນ ແລະ ສຳຄັນ” ກ່າວໂດຍ ທ່ານ ນາງ ຄານ.

ຜູ້ຕາງ ໜ້າ ຈາກສະຖານທູດຝຣັ່ງ, ໂຮງຮຽນມັດທະຍົມສົມບູນວຽງຈັນ, Lycee Francais International de Vientiane, ໂຄງການນິເວດວິທະຍາກັບກຸ່ມ Swim Laos ກໍ່ໄດ້ເຂົ້າຮ່ວມກິດຈະກຳ, ການຮ່ວມມືກັບຊາວໜຸ່ມເພື່ອໂລກທີ່ດີຂື້ນ.

 

ສຳລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

ສູນສື່ສານແລະສຸຂະພາບການສຶກສາ, ກະຊວງສາທາລະນະສຸກ

ເບີໂທ:  020 2250 2862

Email: vkhamlusa@yahoo.com

 

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ

ເບີໂທ: 021 267 680

Email: Singhalath@unfpa.org