You are here

ນະຄອນຫລວງວຽງຈັນ, 7 ຕຸລາ 2020 -ລັດຖະບານລາວໄດ້ໃຫ້ຄຳຫມັ້ນສັນຍາຕໍ່ ກອງປະຊຸມວ່າດ້ວຍປະຊາກອນແລະການພັດທະນາສາກົນ 25 (ICPD25) ໃນປີ2019, ພາຍໃນປີ2030, ຢຸດຕິອັດຕາການເສຍຊີວີດຂອງແມ່ , ດ້ວຍການຮັກສາຄຸນະພາບ ແລະ ນະໂຍບາຍ ດ້ານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃຫ່ມ,ໄວຫນຸ່ມ, ຮັບປະກັນການໃຫ້ບໍລິການດ້ານ ສຸຂະພາບໂດຍອີງໃສ່ຄວາມພ້ອມ, ຄວາມສາມາດໃນການໃຫ້ບໍລິການ ແລະ ການບໍລິການທີ່ມີຄຸນະພາບສູງ, ພ້ອມກັບກຳຫນົດເປົ້າຫມາຍໃນການເພີ່ມອັດຕາການໃຊ້ຍາຄຸມກຳເນີດ (CPR) ເຖິງ70%. ໃນປະຈຸບັນ ການຄາດຄະເນໃນປີ 2020 ແມ່ນພຽງ 54% ເທົ່ານັ້ນ. ດັ່ງນັ້ນ ສ.ປ.ປ ລາວຈະຕ້ອງເພີ່ມຂຶ້ນ 16%ໃນ10ປີ ຂ້າງຫນ້າເພື່ອບັນລຸເປົ້າຫມາຍທີ່ໄດ້ວາງໄວ້.

ສ່ວນຂໍ້ຜູກມັດອື່ນໆກ່ຽວກັບການວາງແຜນຄອບຄົວແມ່ນ ຕ້ອງຢຸດຕິ ຄວາມຕ້ອງການວາງແຜນຄອບຄົວແຕ່ບໍ່ໄດ້ໃຊ້ ບໍ່ ຂອງກຸ່ມໄວຫນຸ່ມຍິງພາຍໃນປີ 2030 ນີ້, ໂດຍຕ້ອງຜ່ານການຈັດສັນດ້ານຊັບພະຍາກອນທີ່ເພີ່ມຂຶ້ນ ແລະ ຂະຫຍາຍການບໍລິການທີເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມທີ່ມີຄຸນະພາບ, ລວມເຖິງຂໍ້ມູນສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ການບໍລິການວາງແຜນຄອບຄົວໃຫ້ແມ່ຍິງ, ຊາຍ ແລະໄວຫນຸ່ມທີ່ຍັງບໍ່ໄດ້ແຕ່ງງານໃນທົ່ວປະເທດ, ເຊັ່ນດຽວກັບການຕອບສະຫນອງດ້ານມະນຸດສະທຳ. ຈຸດປະສົງນີ້ກໍແມ່ນເພື່ອເພື່ມ ຕ້ອງການວາງແຜນຄອບຄົວແຕ່ບໍ່ໄດ້ໃຊ້ (CPR) ແບບທັນສະໄຫມໃຫ້ກັບໄວຫນຸ່ມອາຍຸ15-19ປີ ໃຫ້ເປັນ 45% ໃນປີ 2025.

ດ້ວຍພັນທະຄຳໜັ້ນສັນຍາຂອງ ສອງປັດໃຈນີ້ທີ່ມີຄວາມເຊື່ອມໂຍງກ່ຽວກັບການວາງແຜນຄອບຄົວ, ກະຊວງສາທາລະນະສຸກ,ຜູ້ທີ່ປະຕິບັດແຜນງານດັ່ງກ່າວ ຈຳເປັນຕ້ອງໄດ້ເພີ່ມຄວາມພະຍາຍາມ ແລະ ການລົງທຶນເປັນສອງເທົ່າ ເພື່ອໃຫ້ບັນລຸເປົ້າຫມາຍ. ດັ່ງນັ້ນກອງປະຊຸມປະຈຳປີນີ້ຈັດຂຶ້ນ ແມ່ນເພື່ອຕິດຕາມຄວາມຄືບຫນ້າຂອງໂຄງການການວາງແຜນຄອບຄົວໃນທົ່ວປະເທດ. ຕັ້ງແຕ່ປີ 2012 ຫາ 2020, ຜູ້ໃຊ້ການຄຸມກຳເນີດ ມີພຽງແຕ່ 262,000 ຄົນເທົ່ານັ້ນ. ດັ່ງນັ້ນ ພາຍໃນປີ 2030, ເພື່ອບັນລຸເປົ້າຫມາຍ ຈະຕ້ອງມີຜູ້ໃຊ້ ເພີ່ມຂຶ້ນ 312,000 ຄົນ.

ວຽກງານວາງແຜນຄອບຄົວເປັນຫນຶ່ງໃນເສົາຫລັກທີ່ຊ່ວຍລົດອັດຕາການເສຍຊີວິດຂອງແມ່ ແລະ ເດັກເກີດໃຫ່ມ ເພື່ອປັບປຸງສຸຂະພາບ ແລະ ຄວາມເປັນຢູ່ທີ່ດີໃຫ້ແມ່ຍິງ ແລະ ລູກຂອງພວກເຂົາ.ການວາງແຜນຄອບຄົວ ແມ່ນ ຊ່ວຍໃຫ້ຄູ່ຜົວເມຍ, ແມ່ຍິງ ແລະ ຊາຍ ສາມາດຕັດສິນໃຈວ່າຈະມີລູກຫຼືບໍ່, ໃນເວລາໃດຈຶ່ງຄວນຈະມີ, ຈະມີຈັກຄົນ ຫຼື ມີຫຼາຍປານໃດ. ໃນປີ2020, ໂດຍການໄດ້ຮັບບໍລິການວາງແຜນຄອບຄົວ, ສາມາດຫຼີີກລ້ຽງ ການຖືພາແບບບໍ່ໄດ້ຕັ້ງໃຈ ຈຳນວນ 299,000ຄົນ, ຫຼີກລ້ຽງການອອກລູກທີ່ບໍ່ປອດໄພໄດ້ 70,000 ຄັ້ງ ແລະ ຫຼຸດການເສຍຊີວິດຂອງແມ່ໄດ້ 240 ຄົນ.

ກະຊວງສາທາລະນະສຸກໄດ້ພິຈາລະນາກ່ຽວກັບຂໍ້ສະເຫນີແນະທີ່ແຕກຕ່າງກັນ, ເຊິ່ງເປັນຜົນມາຈາກການທົບທວນໄລຍະກາງຂອງຍຸດທະສາດ RMNCAH ປີ2019, ທີ່ກ່ຽວຂ້ອງກັບແຜນງານການວາງແຜນຄອບຄົວ. ບົດແນະນຳການຝຶກອົບຮົມຂອງການວາງແຜນຄອບຄົວ ໄດ້ຖືກປັບປຸງເພື່ອເພີ່ມຂໍ້ມູນຂ່າວສານລ່າສຸດທີ່ມີການເນັ້ນຫນັກສະເພາະໃນບົດການໃຫ້ຄຳປຶກສາ ເພື່ອໃຫ້ແນ່ໃຈວ່າຜູ້ໃຊ້ບໍລິການໄດ້ຮັບບໍລິການທີ່ດີ ແລະ ຂໍ້ມູນທີ່ລະອຽດ.

ກອງປະຊຸມ ໂດຍທ່ານດຣ ພອນປະເສີດ ອຸນາພົມ, ຫົວຫນ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ພ້ອມດ້ວຍທາງນາງ ສິລິພອນ ສະກຸນຄູ, ຜູ້ປະສານງານໂຄງການSRHຂອງ UNFPA. 
ໂດຍການເຂົ້າຮ່ວມຂອງທ່ານຫົວໜ້າ/ຮອງຫົວຫນ້າຂະແໜງອະນາໄມ ແລະ ສົ່ງເສີມ ຂອງສາທາລະນະສຸກແຂວງ ແລະ ພະນັກງານສາທາລະນະສຸກແມ່ ແລະເດັກທີ່ມາຈາກ 18ແຂວງ, ພ້ອມທັງພະນັກງານປະຈຳຈາກພະແນກທີ່ກ່ຽວຂ້ອງຂອງກະຊວງສາທາລະນະສຸກ ແລະ ຄູ່ຮ່ວມພັດທະນາທີ່ສະຫນັບສະຫນຸນໂຄງການວາງແຜນຄອບຄົວ.

“ເຖິງວ່າສະຖານະການຂອງພະຍາດລະບາດ COVID-19 ໃນຕົ້ນປີນີ້, ແລະ ການປິດປະເທດເຮັດໃຫ້ຜູ້ໃຊ້ບໍລິການເຂົ້າເຖິງການບໍລິການວາງແຜນຄອບຄົວ ໜ້ອຍລົງ, ແຕ່ໃນຕອນນີ້, ການບໍລິການ ວາງແຜນຄອບຄົວ ກໍກັບມາຟື້ນຕົວອີກເທື່ອໜຶ່ງ. ເຖິງຢ່າງໃດກໍຕາມ, ວຽກງານຍັງຕ້ອງໄດ້ເຮັດໃຫ້ຫຼາຍກວ່າເກົ່າ ເພື່ອປັບປຸງການເຂົ້າເຖິງແລະການຊຸກຍູ້ໃຫ້ໄວໜຸ່ມ ເຂົ້າເຖິງການບໍລິການຂອງ ການວາງແຜນຄອບຄົວ ”ທ່ານ ດຣ ພອນປະເສີດ ກ່າວໃນການກ່າວເປີດ. 

ກອງປະຊຸມດັ່ງກ່າວໄດ້ ດຳເນີນໄປເປັນເວລາໜຶ່ງວັນເຕັມ,ໂດຍມີການເຂົ້າຮ່ວມຢ່າງເຕັມທີ່ຈາກບັນດາແຂວງ, ທີ່ປະກອບສ່ວນໃນການວິເຄາະ ແລະ ຂໍ້ສະເໜີແນະເພື່ອປັບປຸງການວາງແຜນ ແລ ະການຈັດຕັ້ງປະຕິບັດວຽກງານວາງແຜນຄອບຄົວໃນແຕ່ລະແຂວງ.

 

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ :
ດຣ ພອນປະເສີດ ຫົວຫນ້າກົມອະນາໄມ ແລະສົ່ງເສີມສຸຂະພາບ
Email: Phonepaseuth14@gmail.com

ນາງ ສິລິພອນ ສະກຸນຄູ, ຜູ້ປະສານງານUBFPAໂຄງການSRH 
Email: ssakulku@unfpa.org