You are here

ໃນວັນທີ 16 ກັນຍາ 2019, ນະຄອນຫຼວງວຽງຈັນ - ກະຊວງສາທາລະນະສຸກ ແລະ ອົງການສະຫາປະຊາຊາດ ກອງທຶນເພື່ອປະຊາກອນ (UNFPA) ປະຈໍາ ສປປ ລາວ ໄດ້ເຜີຍແຜ່ຂະບວນການປຸກລະດົມ ພາຍໃຕ້ຫົວຂໍ້ ຂ້ອຍ, ຮ່າງກາຍຂອງຂ້ອຍ, ໂລກຂອງຂ້ອຍ, ອານາຄົດຂອງຂ້ອຍ  ເພື່ອສົ່ງເສີມ ແລະ ຊຸກຍູ້ການມີສ່ວນຮ່ວມຂອງໄວໜຸ່ມ ໃນການບັນລຸເປົ້າໝາຍກາຍພັດທະນາແບບຍຶນຍົງ. ຂະບວນການດັ່ງກ່າວ, ແມ່ນໄດ້ຮັບການສະໜັບສະໜູນຈາກຈາກຄູ່ຮ່ວມງານທີ່ຫຼາກຫຼາຍລວມທັງທະນາຄານລາວ-ຝຣັ່ງ (BFL), ບໍລິສັດກາເຟສີນຸກ (Sinouk Coffee) ແລະ ສະຖານີວິທະຍຸສາກົນແຫ່ງປະເທດຈີນ (CRI) ໃນ ສປປ ລາວ. ຂະບວນການນີ້ຍັງເປັນຫົວຂໍ້ຂອງວັນຄົບຮອບ 13 ປີ ຂອງນາງນ້ອຍ (Noi) ທີ່ຈະມາເຖິງ ໃນວັນເດັກຍິງສາກົນ ແລະ ຄາດວ່າຈະໄດ້ຮັບການນຳພາກ້າວໄປຂ້າງໜ້າ ແລະ ເຕີບໂຕຜ່ານບັນດາຄູ່ຮ່ວມງານລະດັບຊາດ ແລະ ຊາວໜຸ່ມຂອງຊາດ.

 

ໃນໂລກປັດຈຸບັນນີ້ມີຊາວໜຸ່ມ 1,8 ພັນລ້ານຄົນ ແລະ ພວກເຂົາເປັນຈຸດໃຈກາງຂອງເປົ້າໝາຍການພັດທະນາແບບຍືນຍົງ (SDGs) 2030, ມັນເປັນວິໄສທັດອັນໜຶ່ງທີ່ ອົງການສະຫະປະຊາຊາດ ໄດ້ກຳນົດເພື່ອປະຊາຊົນ, ໂລກ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງພວກເຮົາໃນປີ 2030. ສປປ ລາວ ມີໂຄງສ້າງຂອງປະຊາກອນໜຸ່ມ, ເກືອບ 60% ແມ່ນອາຍຸຕໍ່າກວ່າ 25 ປີ, ເຊິ່ງເປັນຕົວແທນໃຫ້ແກ່ກຸ່ມປະຊາກອນທີ່ມີທ່າແຮງ ຖ້າຫາກມີການລົງທືນເພື່ອສຶກສາຫຼາຍຂຶ້ນ ແລະ ສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມ ໃຫ້ເປັນສະມາຊິກຜົນຜະລິດທີ່ດີຂອງສັງຄົມ.

 

ທ່ານນາງ Mariam A. Khan, ຜູ້ຕາງໜ້າ ອົງການ UNFPA ປະຈຳ ສປປ ລາວ ໄດ້ກ່າວວ່າ: ພວກເຮົາວາງເປົ້້າໝາຍເພື່ອໃຫ້ໄວໝຸ່ມລາວເຂົ້າມາມີສ່ວນຮ່ວມໃນຂະບວນການຈັດຕັ້ງປະຕິບັດຕ່າງໆໃນທາງທີ່ດີ ໃນການບັນລຸເປົ້້າໝາຍການພັດທະນາແບບຍືນຍົງໃນ ສປປ ລາວ”, “ອະນາຄົດ, ໂລກ ແລະ ຄວາມຈະເລີນຮຸ່ງເຮືອງໂດຍລວມຂອງພວກເຮົາແມ່ນຂື້ນກັບການຮ່ວມມື ແລະຄວາມຕັ້ງໃຈກະທໍາຮ່ວມກັນ, ນັ້ນແມ່ນເຫດຜົນທີ່ວ່າ ນີ້ແມ່ນການລິເລີ່ມທີ່ໜ້າຕື່ນເຕັ້ນ ເຊິ່ງວ່າມັນໄດ້ນຳເອົາຄູ່ຮ່ວມງານທີ່ຫລາກຫລາຍມາເຮັດວຽກຮ່ວມກັນເພື່ອເປົ້າໝາຍລວມ"

 

ຂະບວນການດັ່ງກ່າວຈະເລີ່ມຕົ້ນດ້ວຍການປູກຈິດສຳນຶກກ່ຽວກັບ SDGs ໃຫ້ແກ່ໄວໜຸ່ມ ຢູ່ ສປປ ລາວ, ຕາມດ້ວຍການລົງມືປະຕິບັດໂດຍໄວໜຸ່ມເອງ ຕາມບັນດາຫົວຂໍ້ທີ່ສຳຄັນທີ່ສຸດຕໍ່ພວກເຂົາ, ເຊິ່ງລວມມີສຸຂະພາບທາງເພດ ແລະ ການຈະເລີນພັນ, ຄວາມສະ ເໝີພາບລະຫວ່າງຍິງ - ຊາຍ, ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ໆລໆ. ໃນໄລຍະຕໍ່ໄປ, UNFPA ແລະ ຄູ່ຮ່ວມງານສົ່ງເສີມການການມີສ່ວນຮ່ວມຂອງໄວໜຸ່ມລາວໃນການສ້າງນະໂຍບາຍແຫ່ງຊາດໃນຫຼາຍຮູບແບບ.

 

ການລິເລີ່ມຂອງຂະບວນການປຸກລົະດົມຂົນຂວາຍ ໂຄສະນາດັ່ງກ່າວນີ້ ແມ່ນໄດ້ຜ່ານການມີສ່ວນຮ່ວມຈາກຫລາຍຂະແໜງ ເພື່ອສຸມໃສ່ວຽກງານທີ່ຫັນເອົາຄົນ ມາເປັນຈຸດໃຈກາງຂອງການພັດທະນາ. ລັດຖະບານແຫ່ ງສປປລາວ ໂດຍຜ່ານບັນດາກະຊວງເຊັ່ນ: ກະຊວງສາທາພວກເຮົາ, ກໍ່ໄດ້ປະກອບສ່ວນໃນການວາງແຜນການໂຄສະນາ ແລະ ຈະປະກອບສ່ວນເຂົ້າໃນການໂຄສະນາເຜີຍແຜ່." ກ່າວໂດຍທ່ານ ວິສິດ ຄຳລືຊາ, ຫົວໜ້າສູນສື່ສານດ້ານການສຶກສາເພື່ອສຸຂະພາບ, ກະຊວງສາທາລະນະສຸກ. ພວກເຮົາມີຄວາມຍິນດີທີ່ໄດ້ເຫັນວຽກງານດັ່ງກ່າວທີ່ສົ່ງເສີມໄວໜຸ່ມໃນລາວໃຫ້ມີສ່ວນຮ່ວມຫຼາຍຂື້ນໃນການພັດທະນາປະເທດຂອງພວກເຮົາ."

 

 

 

 

ຜູ້ເຂົ້າຮ່ວມມີໄວໜຸ່ມອາສາສະໝັກຈາກ ຈາກສູນກາງຊາວໜຸ່ມ ແລະ ສູນໄວໜຸ່ມນະຄອນຫຼວງວຽງຈັນ, ພວກເຂົາຍັງໄດ້ແບ່ງປັນທັດສະນະຂອງພວກເຂົາກ່ຽວກັບບັນຫາທີ່ສົ່ງຜົນກະທົບຕໍ່ໄວໜຸ່ມ, ພວກເຂົາໄດ້ເອົາໃຈໃສ່ ແລະ ຮັບຜິດຊອບຊີວິດຂອງພວກເຂົາ ພ້ອມທັງຕັ້ງໜ້າຕັ້ງຕາເປັນຜູ້ນຳພາການປ່ຽນແປງ. ຜູ້ຊະນະການແຂ່ງຂັນແຕ້ມຮູບຈາກວັນໄວໜຸ່ມສາກົນ, ທ່ານນາງ ອາລິີ ສີດາພອນ ກ່າວວ່າ ພວກເຮົາ, ໄວໜຸ່ມ ຄວນມີໂອກາດໃນການສຶກສາ, ມີສຸຂະພາບທີ່ດີ, ມີທັກສະວິຊາຊີບ ແລະ ການສ້າງຄວາມເຂັ້ມແຂງໃຫ້ເທົ່າທຽມ, ບໍ່ວ່າຈະແມ່ນເພດ, ຊົນເຜົ່າ ຫຼື ພື້ນຖານທາງສັງຄົມແນວໃດ. ການເປັນສ່ວນໜຶ່ງ ຂອງຂະບວນການນີ້ຊ່ວຍໃຫ້ພວກເຮົາມີຄວາມ ໝັ້ນໃຈ ແລະ ໂອກາດທີ່ດີເພື່ອເປັນສ່ວນໜຶ່ງໃນວຽກງານເພື່ອບັນລຸວາລະຂອງ SDGs ໃນ ສປປລາວ.

 

ຂະບວນການດັ່ງກ່າວຍັງໄດ້ຮັບການສະໜັບສະໜູນ ຈາກການຮ່ວມມືທີ່ຫຼາກຫຼາຍເປັນປັດໄຈອັນສຳຄັນເພື່ອບັນລຸການພັດທະນາແບບຍືນຍົງ. ວິທະຍຸສາກົນແຫ່ງປະເທດຈີນ (CRI) ຈະໃຫ້ການສະ ໜັບສະໜູນ ໃນຖານະທີ່ເປັນຕົວແທນສື່ມວນຊົນ ທີ່ມີຊື່ສຽງໃນ ສປປລາວ, ຜ່ານຊ່ອງທາງການໂຄສະນາທີ່ແຕກຕ່າງກັນໄປ ເພື່ອປຸກລະດົມໃຫ້ໄວໜຸ່ມມີສ່ວນຮ່ວມ. ພາກເອກະຊົນເຊັ່ນ: ທະນາຄານລາວຝຣັ່ງ (BFL), ເຊິ່ງເປັນໜຶ່ງໃນບັນດາທະນາຄານທີ່ໃຫ້ຄວາມສົນໃຈໃນການໃຫ້ການບໍລິການດ້ານການເງິນສາມາດເຂົ້າເຖິງທຸລະກິດຂະ ໜາດ ນ້ອຍ, ໂດຍສະເພາະແມ່ນແມ່ຍິງລາວ, ແລະຈະຂະຫຍາຍຂອບເຂດການໂຄສະນາເຜີຍແຜ່ຂ່າວສານໃຫ້ປະຊາຊົນໂດຍຜ່ານສາຂາທີ່ກວ້າງຂວາງໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ. ແລະ ກາເຟສີໜຸກ, ໜຶ່ງໃນບັນດາຜູ້ນຳໃນດ້ານອຸດສາຫະ ກຳກາເຟໃນລາວ, ໄດ້ມີຄວາມຕັ້ງໃຈທີ່ຈະສົ່ງເສີມການໂຄສະນາລະຫວ່າງພະນັກງານຂອງຕົນເອງກໍ່ຄືຄູ່ຮ່ວມງານ ແລະ ລູກຄ້າໃນຕ່ອງໂສ້ການສະໜອງ.

 

 

For more information, please contact:

Ms. Kay amphone Singhalath

Telephone: 021 267 680

Email: Singhalath@unfpa.org website: lao.unfpa.org

 

 

Follow us on Facebook: UNFPA Laos, Twitter & Youtube: UNFPA Lao PDR