You are here

ວັນທີ 10 ທັນວາ 2019, ທີ່ນະຄອນຫຼວງວຽງຈັນ, ສື່ມວນຊົນຫຼາຍຂະແໜງການໄດ້ຮ່ວມກັນເຜີຍແຜ່ 16 ວັນຂອງການຈັດກິດຈະກໍາຕ້ານການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດໃນສປປ ລາວ, ຊຶ່ງເປັນກິດຈະກໍາປະຈໍາປີຂອງສາກົນກ່ຽວກັບການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ ຊຶ່ງເລີ່ມຈາກວັນສາກົນລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຈົນເຖິງວັນສິິດທິມະນຸດ.

ເມື່ອບໍ່ດົນຜ່ານມານີ້, ໃນກອງປະຊຸມສຸດຍອດໄນໂຣບີ ICPD 25, ລັດຖະບານແຫ່ງສປປ ລາວ ໄດ້ໃຫ້ຄໍາໝັ້ນສັນຍາຢ່າງໜັກແໜ້ນກ່ຽວກັບການຮີບຮ້ອນຈັດຕັ້ງປະຕິບັດ ICPD ທີ່ຍັງບໍ່ທັນສໍາເລັດ,  ຊຶ່ງກວມເອົາກຸ່ມເປົ້າໝາຍສະເພາະໃນການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ເປັນຕົ້ນແມ່ນການຢຸດຕິການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ ແລະ ການປະຕິບັດທີ່ເປັນໄພອັນຕະລາຍ ເຊັ່ນ: ການແຕ່ງງານກ່ອນໄວອາຍຸ ໃນປີ 2030 ແລະ ເພື່ອກໍານົດ ແລະ ຈັດຕັ້ງປະຕິບັດນະໂນບາຍ ແລະ ກົດໝາຍກ່ຽວກັບບົດບາດຍິງ-ຊາຍ.

ພາຍໃຕ້ການປະສານງານຂອງອົງການສະຫະປະຊາຊາດເພື່ອປະຊາກອນ (UNFPA) ໄດ້ມີການຮ່ວມມືກັບ 20 ພາກສ່ວນ ໃນການສົ່ງເສີມການປູກຈິດສໍານຶກກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ລວມທັງບັນດາອົງການເຄືອຄ່າຍສປຊ, ອົງການຈັດຕັ້ງສາກົນ, ພາກລັດຖະບານ, ພາກເອກະຊົນ, ສື່ມວນຊົນ ແລະ ອົງການຈັດຕັ້ງທາງສັງຄົມ.

ກິດຈະກໍາ 16 ວັນໃນປີນີ້ ແມ່ນໄດ້ຮວບຮວມເອົາບັນດາຄູ່ຮ່ວມງານທັງເກົ່າ ແລະ ໃໝ່ ເພື່ອຮ່ວມມືກັນໃນການສົ່ງຂໍ້ຄວາມຜ່ານສື່ສັງຄົມອອນລາຍ ເພື່ອເນັ້ນໃສ່ການກະທໍາເພື່ອແກ້ໄຂບັນຫາຄວາມຮຸນແຮງບົນພື້ນຖານທາງເພດໃນສປປ ລາວ. ບັນດາທິມງານສປຊໃນສປປລາວ (ຫ້ອງການຜູ້ຕາງໜ້າດ້ານການປະສານງານຂອງອົງການສະຫະປະຊາຊາດ, ອົງການສະຫະປະຊາຊາດເພື່ອການພັດທະນາ, the UN Resident Coordinator’s Office, UNDP, UNV, ILO, UNAIDS, WFP), ບັນດາຜູ້ໃຫ້ທຶນ (ສະຫະພາບເອີຣົບ, USAID, ສະຖານທູດການາດາ, ສະຖານທູດອັງກິດ, ສະຖານທູດອົດສະຕາລີ, ສະຖານທູດ ຝຣັ່ງ), ບັນດາອົງການຈັດຕັ້ງສາກົນ (ມູນນິທິເອເຊຍ, ອົງການແຄຣນາໆຊາດ, ໂຄງການວິນລັອກ), ແລະ ພາກເອກະຊົນ ເປັນຕົ້ນ ທະນາຄານຝຣັ່ງ ກໍໄດ້ເຂົ້າຮ່ວມໃນກິດຈະກໍາດັ່ງກ່າວ. ຈາກຄວາມພະຍາຍາມຂອງພາກສ່ວນຕ່າງໆ ໄດ້ເຮັດໃຫ້ມີຜູ້ເຂົ້າຮ່ວມກິດຈະກໍາຕ່າງໆຜ່ານສື່ມວນຊົນ ມີຈໍານວນ 500,000 ຄົນ ໃນສປປ ລາວ.

ການສໍາຫຼວດກ່ຽວກັບການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດຄັ້ງທໍາອິດໃນປີ 2016, ໄດ້ເປີດເຜີຍວ່າ ແມ່ຍິງ 1 ໃນ 3 ຄົນ ໄດ້ມີປະສົບການຖືກໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍ, ທາງເພດ ຫຼື ຈິດໃຈ ໂດຍຄູ່ຮ່ວມຂອງພວກເຂົາ. ນອກຈາກນີ້, ຜົນການສໍາຫຼວດຍັງໄດ້ສະແດງໃຫ້ເຫັນວ່າ ຜູ້ຖືກເຄາະຮ້າຍຫຼາຍກວ່າ 70 ສ່ວນຮ້ອຍ ບໍ່ເຄີຍຮ້ອງຂໍການຊ່ວຍເຫລືອຈາກບຸກຄົນໃດເລີຍ, ໃນຂະນະ 19 ສ່ວນຮ້ອຍແມ່ນໄດ້ຮ້ອງຂໍການຊ່ວຍເຫລືອຈາກນາຍບ້ານ. ມີພຽງ 4 ສ່ວນຮ້ອຍ ໄດ້ເຂົ້າເຖິງການບໍລິການຂອງເຈົ້າໜ້າທີ່ຕໍາຫຼວດ ແລະ ມີພຽງ 3 ສ່ວນຮ້ອຍ ທີ່ເຂົ້າເຖິງການຊ່ວຍເຫລືອຈາກການບໍລິການທາງດ້ານສາທາ ລະນະສຸກ.

ໃນສະພາບເງື່ອນໄຂອງສປປ ລາວ ແລະ ສະຖານທີ່ອື່ນໆ, ຮີີດຄອງປະເພນີ ແມ່ນສາເຫດພື້ນຖານໃນການຈໍາແນກບົດບາດຍິງ-ຊາຍ ລວມທັງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ. ອົງການແຄຣນາໆຊາດ ໄດ້ເຜີຍແຜ່ລະຄອນສັ້ນ ທີ່ມີຊື່ວ່າ ‘ ກ້າທີ່ຈະປ່ຽນແປງ’. ຊຶ່ງເປັນລະຄອນສັ້ນເລື່ອງໃໝ່ທີ່ໄດ້ຜະລິດຂຶ້ນພາຍໃຕ້ການຮ່ວມມືກັບສູນກາງສະຫະພັນແມ່ຍິງລາວ ໂດຍເນັ້ນໃສ່ບັນຫາສຸຂະພາບ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ. ລະຄອນເລື່ອງນີ້ ສະແດງໃຫ້ເຫັນເຖິງຮູບແບບການປ່ຽນແປງທາງດ້ານບວກທີ່ສາມາດເກີດຂຶ້ນໃນການດໍາລົງຊີວິດປະຈໍາວັນ ເຊັ່ນ: ການຊ່ວຍກັນເຮັດວຽກເຮືອນ, ການຕັດສິນໃຈຮ່ວມກັນກ່ຽວກັບວຽກເຮືອນ, ການປະກອບຄໍາເຫັນ ແລະ ການມີສ່ວນຮ່ວມຂອງແມ່ຍິງໃນການຕັດສິນໃຈໃນເລື່ອງທົ່ວໄປ.

ບັນດາອົງການຕ່າງໆ ໄດ້ສົ່ງຂໍ້ຄວາມທີ່ໜັກແໜ້ນ ເພື່ອປູກຈິດສໍານຶກໃຫ້ເພດຊາຍມີສ່ວນຮ່ວມໃນການຕ້ານການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ. ທ່ານເອກອັກຄະລັດຖະທູດແຫ່ງສະຫະພາບເອີຣົບປະຈໍາສປປ ລາວ  ແລະ ທ່ານເອກອັກຄະລັດຖະທູດແຫ່ງສາທາລະນະລັດຝຣັ່ງປະຈໍາສປປ ລາວ ກໍໄດ້ບັນທຶກວິດີໂອ ເພື່ອສົ່ງຂໍ້ຄວາມເຖິງຜູ້ຊາຍ ແລະ ເດັກຊາຍ ເພື່ອເປັນການປູກຈິດສໍານຶກໃນການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ.

ອົງການສະຫະປະຊາຊາດເພື່ອປະຊາກອນ (UNFPA) ໄດ້ເນັ້ນເຖິງ ຄວາມສໍາຄັນໃນການມີສ່ວນຮ່ວມຂອງໄວໜຸ່ມ, ເດັກຊາຍ ແລະ ເດັກຍິງ ໃນການສົ່ງເສີມບົດບາດຍິງ-ຊາຍໃນສັງຄົມ ເພື່ອແນໃສ່ການປ່ຽນແປງໃນສັງຄົມ. ນອກຈາກນີ້, ອົງການສະຫະປະຊາຊາດເພື່ອປະຊາກອນ (UNFPA)  ຍັງໄດ້ເຂົ້າເຖິງສາທາລະນະຊົນ ໂດຍຜ່ານການໃຫ້ສໍາພາດກັບສະຖານີວິທະຍຸສາກົນແຫ່ງປະເທດຈີນ (CRI Lao).

ໃນໄລຍະກິດຈະກໍາ 16 ວັນ, ສື່ມວນຊົນພາຍໃນປະເທດ ກໍໄດ້ເຫັນສະພາບການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດແຜ່ຂະຫຍາຍຢ່າງກວ້າງຂວາງ. ຈາກເລື່ອງຂອງແມ່ຍິງຄົນໜຶ່ງທີ່ອາໃສຢູ່ໃນເງົາຂອງການໃຊ້ຄວາມຮຸນແຮງຈາກຜູ້ເປັນຜົວຂອງລາວເອງ, ການໄດ້ຄົ້ນພົບເສັ້ນທາງຂອງແມ່ຍິງ ແລະ ເດັກຍິງ ທີ່ປາສະຈາກຄວາມຮຸນແຮງໃນສປປລາວ  ໄດ້ຖືກນໍາສະເໜີເພື່ອຮຽກຮ້ອງໃຫ້ມີການກະທໍາເພື່ອຊຸກຍູ້ການປ້ອງກັນ ແລະ ການຕອບໂຕ້ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ.

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອປະຊາກອນ (UNFPA)  ໄດ້ກ່າວວ່າ: “ ກິດຈະກໍາດັ່ງກ່າວ ບໍ່ເປັນພຽງແຕ່ກິດຈະກໍາປູກຈິດສໍານຶກເທົ່ານັ້ນ, ແຕ່ມັນໄດ້ສະແດງໃຫ້ເຫັນເຖິງການແກ້ໄຂບັນຫາພື້ນຖານຈາກທຸກພາກສ່ວນເພື່ອແກ້ໄຂສາເຫດຕົ້ນຕໍຂອງການຈໍາແນກບົດບາດຍິງ-ຊາຍຈາກແນວຄວາມຄິດທີ່ແຕກຕ່າງກັນ ”,  ທ່ານໄດ້ຮຽກຮ້ອງໃຫ້ສືບຕໍ່ຄວາມພະຍາຍາມໃນການຈັດກິດຈະກໍາກ່ຽວກັບການຢຸດຕິການໃຊ້ຄວາມຮຸນແຮງບົນພື້ນ ຖານທາງເພດ ໃນໄລຍະ 16 ວັນ, ຊຶ່ງໄດ້ສະແດງໃຫ້ເຫັນເຖິງການຮ່ວມມືກັນໃນການຢຸດຕິການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ.

ອົງການສະຫະປະຊາຊາດເພື່ອປະຊາກອນ (UNFPA) ຮ່ວມກັບຄູ່ຮ່ວມມືອື່ນໆ ຈະສືບຕໍ່ໃຫ້ການສະໜັບສະໜູນສູນກາງສະຫະພັນແມ່ຍິງລາວ ໃນການຮັບຮອງຊຸດບໍລິການທີ່ຈໍາເປັນສໍາລັບແມ່ຍິງ ແລະ ເດັກທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ໃຫ້ແທດເໝາະກັບສະພາບເງື່ອນໄຂຂອງສປປ ລາວ, ເຄື່ອງມືການປະຕິບັດຂອງສາກົນ ແລະ ຄູ່ມືຕ່າງໆຈະສ້າງໃຫ້ກົນໄກການເຮັດວຽກແບບມີສ່ວນຮ່ວມຂອງຫຼາຍພາກສ່ວນດໍາເນີນໄປຢ່າງມີປະສິດທິຜົນ ເພື່ອປ້ອງກັນ ແລະ ຕອບໂຕ້ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ.

ສຳລັບຂໍ້ມູນເພີ່ມເຕີ laos.office@unfpa.org 

************

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແມ່ນອົງການພັດທະນາສາກົນ ເຮັດວຽກເພື່ອໃຫ້ໂລກນີ້ເປັນບ່ອນທີ່ການຖືພາທຸກຄັ້ງແມ່ນດ້ວຍຄວາມຕັ້ງໃຈ ການເກີດລູກທຸກຄັ້ງທີ່ມີຄວາມປອດໄພ ແລະ ໄວໜຸ່ມທຸກຄົນມີໂອກາດບັນລຸເປົ້າໝາຍຕາມຄວາມສາມາດຂອງຕົນ ຍ້ອນວ່າທຸກຄົນມີຄວາມສຳຄັນ ແລະ ມີສ່ວນຮ່ວມ