ຫຼັງຈາກທີ່ເກີດລູກຊາຍຢ່າງປອດໄພມາແລ້ວ ຊາວວັນ ນາງໂພນຄຳໄດ້ໄປຫາໝໍທີ່ເຮັດວຽກໃນໂຮງໝໍນ້ອຍໃກ້ບ້ານ ພ້ອມກັບລູກນ້ອຍທີ່ອຸ້ມມາ ຍ້ອນວ່າເປັນລູກຄົນທຳອິດຂອງລາວ ນາງໂພນຄຳ ຄືກັບແມ່ມືໃໝ່ຫຼາຍຄົນ ມີຄວາມກັງວົນໃຈຕໍ່ກັບສຸຂະພາບຂອງລູກຂອງລາວຢູ່ເລື້ອຍໆ ຈາກການທີ່ເຫັນລູກມີອາການເລັກນ້ອຍເຊັ່ນເປັນຫວັດ ລາວກໍ່ຟ້າວພາລູກມາໂຮງໝໍນ້ອຍ ທີ່ລາວໄດ້ມາກວດສຸຂະພາບເປັນປະຈຳຕອນຖືພາ ຫຼັງຈາກທີ່ພະນັກງານແພດໄດ້ຢືນຢັນວ່າລູກລາວເປັນປົກກະຕິ ລາວກໍ່ໄດ້ປຶກສາກັບຜະດຸງຄັນເຖິງການວາງແຜນຄອບຄົວ ເພາະວ່າລາວຢາກເວັ້ນໄລຍະເວລາໄວ້ສອງປີ ກ່ອນທີ່ຈະມີລູກຄົນທີ່ສອງ
ໂພນຄຳເປັນຜູ້ຮັບບໍລິການທີ່ຫາຍາກ ຍ້ອນວ່າລາວມາຈາກຊົນເຜົ່າມົ້ງ ທີ່ເປັນຊົນກຸ່ມນ້ອຍ, ເປັນຊຸມຊົນທີ່ອາໄສຢູ່ໃນເຂດຫ່າງໄກສອກຫຼີກ ແລະ ມີພູສູງອ້ອມຂ້ອງໃນທົ່ວປະເທດລາວ, ຫວຽດນາມ, ກຳ ປູເຈຍ, ແລະໄທ. ດ້ວຍການສຶກສາທີ່ດີ ແລະ ເຮັດວຽກເປັນຄູສອນມັດທະຍົມໃນເມືອງ, ນາງໂພນຄຳມີຄວາມໝັ້ນໃຈແລະຮູ້ກ່ຽວກັບການເບິ່ງແຍງຕົວເອງຫລັງເກີດລູກ.
ຜູ້ຍິງສ່ວນໃຫຍ່ທີ່ອາໄສຢູ່ເຖິງພູ ຕາມປົກກະຕິເຂົາຈະໄປໃຊ້ບໍລິການທີ່ສະຖານວາງແຜນຄອບຄົວ ຫຼັງ ຈາກພວກເຂົາມີລູກ 4 ຄົນແລ້ວ. ມີຄວາມເຊື່ອທາງດ້ານວັດທະນະທຳທີ່ວ່າຄອບຄົວທີ່ດີຄວນມີລູກຊາຍຢ່າງນ້ອຍ 4 ຄົນ. ນອກຈາກນີ້, ການມີລູກຊາຍເປັນທີ່ນິຍົມຍ້ອນທຳມະຊາດຂອງການເຮັດວຽກຢູ່ໃນເຂດຊົນນະບົດເຊັ່ນ: ການລ່າສັດ, ການກະສິກຳ ແລະ ວຽກທີ່ໃຊ້ແຮງກາຍອື່ນໆ. ສະນັ້ນບັນດາຄອບຄົວກ່າວວ່າພວກເຂົາມີລູກຊາຍ ເພື່ອໃຫ້ພວກເຂົາປະກອບສ່ວນເຂົ້າໃນວຽກປະຈຳວັນຢ່າງເຕັມສ່ວນ.
ທີ່ໂຮງໝໍນ້ອຍ ນາງໂພນຄຳໄດ້ເລົ່າເລື່ອງກ່ຽວກັບແມ່ຜູ້ທີ່ອາຍຸຕໍ່າກວ່າ 35 ປີ ເຊິ່ງມີລູກ 14 ຄົນ. ລາວຮູ້ສຶກເສົ້າໃຈຕໍ່ກັບແມ່ຜູ້ນີ້ "ລາວຈະດູແລສຸຂະພາບແລະໂພຊະນາການຂອງຕົວເອງ ແລະ ເດັກນ້ອຍຫຼາຍໆຄົນແນວໃດ?" ນາງ ໂພນຄຳກ່າວ. ອາໄສຢູ່ໃກ້ກັບຕົວເມືອງ, ລາວກັງວົນກ່ຽວກັບຄວາມເປັນຈິງທີ່ທ້າທາຍຂອງແມ່ຍິງສ່ວນໃຫຍ່ໃນຊຸມຊົນຫ່າງໄກຊອກຫຼີກ.
ສິ່ງກີດຂວາງແມ່ຍິງໃຫ້ເຂົ້າເຖິງການບໍລິການວາງແຜນຄອບຄົວ
ຢູ່ເຂດຫ່າງໄກສອກຫຼີກຂອງປະເທດລາວ, ມັນເປັນການຍາກສຳລັບຄູ່ຜົວເມຍ ແລະ ຜູ້ຍິງທີ່ຈະເຂົ້າເຖິງໂຮງໝໍນ້ອຍທີ່ມີຈຳນວນໜ້ອຍ ແລະ ມັກຢູ່ຫ່າງໄກ, ສິ່ງທ້າທາຍຕ່າງໆຍັງປະກອບໄປດ້ວຍຖະໜົນທີ່ບໍ່ດີ ແລະ ເຂດພູສູງ.
ໂຮງໝໍນ້ອຍທີ່ພວກເຮົາໄດ້ພົບກັບນາງໂພນຄຳ ຢູ່ໃນເມືອງນ້ຳບາກ, ແຂວງຫຼວງພະບາງ ທີ່ໄດ້ໃຫ້ບໍລິການປະຊາຊົນປະມານ 20.000 ຄົນຈາກ 15 ບ້ານໃນກຸ່ມບ້ານນໍ້າເທິມ, ເມືອງຍ່ອຍໃນແຂວງຫຼວງພະບາງທາງພາກເໜືອຂອງ ສປປ ລາວ. ຊົນເຜົ່າຈຳນວນໜຶ່ງອາໄສຢູ່ເຂດຫ່າງໄກສອກຫຼີກແລະພູດອຍ. ໃນນັ້ນ, ຊາວເຜົ່າມົ້ງກະແຈກກະຈາຍຢູ່ເທິງພູທີ່ສູງທີ່ສຸດ ໂດຍມີການເຂົ້າເຖິງສະຖານທີບໍລິການທີ່ຈຳກັດ ເພາະມັນຕັ້ງຢູ່ໃນພື້ນທີ່ດິນຕໍ່າ.
ຊາວບ້ານມັກຈະຕ້ອງອົດທົນກັບການເດີນທາງທີ່ຍາວນານແລະຫຍຸ້ງຍາກ ໃນການເຂົ້າເຖິງການບໍລິການດ້ານສຸຂະພາບທີ່ເກີດຈາກໄລຍະທາງທີ່ໄກ ແລະ ສະພາບເສັ້ນທາງທີ່ບໍ່ດີ. ພວກເຂົາບາງຄົນຕ້ອງເດີນທາງ 25 ກິໂລແມັດເພື່ອໄປທີ່ໂຮງໝໍນ້ອຍທີ່ໃກ້ທີ່ສຸດ, ສ່ວນຫຼາຍແມ່ນຍ່າງມາ ແລະ ປະກອບດ້ວຍການຂີ່ລົດຈັກເປັນໄລຍະສັ້ນໆ ເມື່ອສະພາບເສັ້ນທາງອຳນວຍ.
ຍິ່ງໄປກວ່ານັ້ນ, ແມ່ຍິງໃນຊຸມຊົນອະນຸລັກນິຍົມສ່ວນໃຫຍ່ດຳລົງຊີວິດພາຍໃຕ້ວິຖີແລະບັນທັດຖານສັງຄົມດັງເດີມເຊັ່ນ: ການນິຍົມລູກຊາຍ, ເພາະຄອບຄົວເຊື່ອວ່າລູກຊາຍເປັນກະດູກສັນຫຼັງແລະຊື່ສຽງ ສຳລັບຄອບຄົວໃຫຍ່. ເດັກຍິງໄດ້ແຕ່ງງານກ່ອນໄວໜຸ່ມ ເພາະວ່າພໍ່ແມ່ເຊື່ອວ່າແມ່ຍິງອ່ອນແອແລະຕ້ອງການການປົກປ້ອງຈາກສາມີຂອງພວກເຂົາ. ເດັກຍິງຍັງຂາດການສຶກສາຢູ່ເຂດຊົນນະບົດເພາະວ່າມັນຖືກເບິ່ງວ່າເປັນການເສຍເງິນ ເສຍເວລາ ໃນຂະນະທີ່ເດັກຍິງສາມາດຢູ່ເຮືອນແລະປະກອບສ່ວນເຂົ້າໃນວຽກບ້ານ. ທຸກໆການປະຕິບັດເຫຼົ່ານີ້ໃນ ຫຼຸດຜ່ອນໂອກາດທີ່ຈະໄດ້ຮັບຂໍ້ມູນຂ່າວສານແລະການບໍລິການທີ່ແມ່ຍິງແລະເດັກຍິງຕ້ອງການຮັບຮູ້ ເພື່ອເຮັດໃຫ້ມີຂໍ້ມູນ ແລະ ມີອິດສະຫຼະທີ່ຈະເລືອກ ໃນເວລາທີ່ຈະມີລູກ ແລະ ມີຈັກຄົນ.
ຄວາມຮຸນແຮງລະຫວ່າງຍິງ - ຊາຍແມ່ນເປັນສິ່ງທີ່ອັນຕະລາຍ ຕໍ່ສິດທິມະນຸດຂອງພວກເຂົາ. ຄອບຄົວໂດຍທົ່ວໄປມັກຈະມີລູກຊາຍຫຼາຍກວ່າລູກສາວ, ເພາະວ່າພວກເຂົາເຊື່ອວ່າພວກລູກຊາຍເປັນກຳລັງແຮງຫຼັກຂອງຄອບຄົວທີ່ກຳລັງຂະຫຍາຍ ແລະ ເສີມຂະຫຍາຍຊື່ສຽງຂອງຄອບຄົວ. ຫຼາຍຄົນເຊື່ອວ່າຄອບຄົວໜຶ່ງຄວນມີລູກຊາຍຢ່າງນ້ອຍ 4 ຄົນ.
ສຳລັບແມ່ຍິງສ່ວນໃຫຍ່ທີ່ມາຈາກຊົນເຜົ່າ, ມີສິ່ງກີດຂວາງອີກອັນໜຶ່ງທີ່ຕ້ອງກ້າວຂ້າມໄປໃຫ້ໄດ້. ເພື່ອການສື່ສານ ພວກເຂົາບາງສ່ວນຕ້ອງໄດ້ນຳໝູ່ ຫຼື ຍາດພີ່ນ້ອງ, ໂດຍປົກກະຕິແມ່ນລູກຊາຍຫຼືລູກສາວ, ເພື່ອຊ່ວຍແປຄຳແນະນຳຂອງພະນັກງານສາທາລະນະສຸກເປັນພາສາລາວ. ທົ່ວປະເທດມີ 49 ຊົນເຜົ່າທີ່ມີຫລາຍກວ່າ 90 ພາສາ, ເຜົ່າມົ້ງແມ່ນ ໜຶ່ງໃນນັ້ນ.
ການວາງແຜນຄອບຄົວເປັນສິດຂອງທຸກຄົນ ບໍ່ວ່າຈະຢູ່ທີໃດກໍ່ຕາມ
ໃນ ສປປ ລາວ ມີ ຊົນເຜົ່າ. ສອງໃນສາມຂອງປະຊາກອນ 7,1 ລ້ານຄົນດຳລົງຊີວິດຢູ່ໃນເຂດຊົນນະບົດ, ແລະ 47 ເປີເຊັນຂອງຈຳນວນປະຊາກອນທັງໝົດແມ່ນມາຈາກຊົນເຜົ່າຕ່າງໆ. ປະເທດໄດ້ເຫັນຄວາມຄືບໜ້າທີ່ໜ້າປະທັບໃຈໃນການຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ການຂະຫຍາຍການບໍລິການວາງແຜນຄອບຄົວ, ແຕ່ຄວາມແຕກຕ່າງຍັງຄົງຢູ່ສຳລັບຄົນທີ່ມາຈາກຊົນເຜົ່າຕ່າງໆ ຈາກການສຶກສາ, ລາຍໄດ້ ແລະ ກຸ່ມອາຍຸ.
ໃນຂະນະທີ່ອັດຕາການເກີດທີ່ວັດແທກຈຳນວນເດັກນ້ອຍ ຕໍ່ແມ່ຍິງໃນລະດັບສະເລ່ຍທົ່ວປະເທດແມ່ນຢູ່ທີ່ 2,7 ໃນປີ 2017, ອັດຕາສຳລັບຊົນເຜົ່າຍັງສູງ ຢູ່ທີ່ 4,6. ເຊັ່ນດຽວກັນໃນຂະນະທີ່ເດັກຍິງລາວປະມານໜຶ່ງໃນສິບ ອາຍຸ 15-19 ປີໄດ້ເລີ່ມມີລູກ, 1 ໃນ 5 ຂອງເດັກຍິງເຜົ່າມົ້ງແມ່ນໄວໜຸ່ມ.
ທີ່ຜ່ານມາ ອົງການສະຫະປະສາຊາກ ກອງທຶນສຳລັບປະຊາກອນ (UNPFA) ແລະ ກະຊວງສາທາລະນະສຸກ ໄດ້ລົງທຶນຢ່າງຫຼວງຫຼາຍໃນການຮັບສະໝັກ ແລະ ຝຶກອົບຮົມຜະດຸງຄັນຈາກຊົນເຜົ່າຕ່າງໆ. ມາຮອດປະຈຸບັນນີ້, ມີສາມໃນສິບຊົນເຜົ່າໃຫຍ່ ທີ່ໄດ້ເປັນຕົວແທນຢູ່ໃນທີມນັກຜະດຸງຄັນຂອງປະເທດ. ນັກຜະດຸງຄັນເຫຼົ່ານີ້ກຳລັງມີສ່ວນຮ່ວມໃນຊຸມຊົນໂດຍການສະໜັບສະໜູນຊຸມຊົນຂອງພວກເຂົາ. ຄວາມພະຍາຍາມຂອງເຂົາໄດ້ຖືກນຳໃຊ້ເພື່ອຫຼຸດຜ່ອນການຈຳແນກເພດຍິງໂດຍຜ່ານການໂຄສະນາໃນຊຸມຊົນ ແລະ ສ້າງຕົວຢ່າງໃນທາງບວກຂອງການມີສ່ວນຮ່ວມຂອງຜູ້ຊາຍເພື່ອເປັນການສະໜັບສະໜູນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງໃນການຕັດສິນໃຈ ແລະ ການເລືອກສຳລັບຊີວິດແລະສຸຂະພາບຂອງເຂົາເຈົ້າ.
“ການວາງແຜນຄອບຄົວແມ່ນສິດທິຂັ້ນພື້ນຖານສຳລັບທຸກໆຄົນ. ການຮັບປະກັນການວາງແຜນຄອບຄົວຢ່າງທົ່ວເຖິງຈະນຳໄປສູ່ຜົນປະໂຫຍດທີ່ຍືນຍົງຕໍ່ບຸກຄົນ, ຄອບຄົວ, ແລະຊຸມຊົນ ແລະ ຊ່ວຍໃຫ້ປະເທດສາມາດເກັບກ່ຽວຜົນປະໂຫຍດຈາກພົນລະເມືອງ, ເພື່ອເຮັດໃຫ້ມັນເກີດຂື້ນ, ແມ່ຍິງຕ້ອງການເຄື່ອງໃຊ້ທີ່ມີລາຄາຖືກ, ເຂົ້າເຖິງ ແລະ ເໝາະສົມ ພ້ອມທັ້ງພະນັກງານສຸກຂະພາບທີ່ໄດ້ຮັບການຝຶກອົບຮົມເປັນຢ່າງດີ ແລະ ການມີສ່ວນພົວພັນໃນທາງບວກຂອງສາມີແລະຄອບຄົວຂອງພວກເຂົາ” ທ່ານນາງ ມາຣຽມ ຄານ ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ໄດ້ກ່າວໄວ້ ເພື່ອເປັນການຜູ້ທີ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມເທົ່າທຽມ ໃນການປິດຊ່ອງຫວ່າງໃນການວາງແຜນຄອບຄົວເພື່ອຮັບປະກັນວ່າບໍ່ມີໃຜຖືກປະຖິ້ມໄວ້ທາງຫຼັງ.
ສຳລັບຂໍ້ມູນເພີ່ມເຕີ laos.office@unfpa.org