News

ການເຮັດໃຫ້ການວາງແຜນຄອບຄົວເປັນຈິງ ສຳລັບຊຸມຊົນໃນເຂດຫ່າງໄກສອກຫຼີກ ໃນ ສ.ປ.ປ. ລາວ

22 August 2020

ຫຼັງຈາກທີ່ເກີດລູກຊາຍຢ່າງປອດໄພມາແລ້ວ ຊາວວັນ ນາງໂພນຄຳໄດ້ໄປຫາໝໍທີ່ເຮັດວຽກໃນໂຮງໝໍນ້ອຍໃກ້ບ້ານ ພ້ອມກັບລູກນ້ອຍທີ່ອຸ້ມມາ ຍ້ອນວ່າເປັນລູກຄົນທຳອິດຂອງລາວ ນາງໂພນຄຳ ຄືກັບແມ່ມືໃໝ່ຫຼາຍຄົນ ມີຄວາມກັງວົນໃຈຕໍ່ກັບສຸຂະພາບຂອງລູກຂອງລາວຢູ່ເລື້ອຍໆ ຈາກການທີ່ເຫັນລູກມີອາການເລັກນ້ອຍເຊັ່ນເປັນຫວັດ ລາວກໍ່ຟ້າວພາລູກມາໂຮງໝໍນ້ອຍ ທີ່ລາວໄດ້ມາກວດສຸຂະພາບເປັນປະຈຳຕອນຖືພາ ຫຼັງຈາກທີ່ພະນັກງານແພດໄດ້ຢືນຢັນວ່າລູກລາວເປັນປົກກະຕິ ລາວກໍ່ໄດ້ປຶກສາກັບຜະດຸງຄັນເຖິງການວາງແຜນຄອບຄົວ ເພາະວ່າລາວຢາກເວັ້ນໄລຍະເວລາໄວ້ສອງປີ ກ່ອນທີ່ຈະມີລູກຄົນທີ່ສອງ

ໂພນຄຳເປັນຜູ້ຮັບບໍລິການທີ່ຫາຍາກ ຍ້ອນວ່າລາວມາຈາກຊົນເຜົ່າມົ້ງ ທີ່ເປັນຊົນກຸ່ມນ້ອຍ, ເປັນຊຸມຊົນທີ່ອາໄສຢູ່ໃນເຂດຫ່າງໄກສອກຫຼີກ ແລະ ມີພູສູງອ້ອມຂ້ອງໃນທົ່ວປະເທດລາວ, ຫວຽດນາມ, ກຳ ປູເຈຍ, ແລະໄທ. ດ້ວຍການສຶກສາທີ່ດີ ແລະ ເຮັດວຽກເປັນຄູສອນມັດທະຍົມໃນເມືອງ, ນາງໂພນຄຳມີຄວາມໝັ້ນໃຈແລະຮູ້ກ່ຽວກັບການເບິ່ງແຍງຕົວເອງຫລັງເກີດລູກ.

ຜູ້ຍິງສ່ວນໃຫຍ່ທີ່ອາໄສຢູ່ເຖິງພູ ຕາມປົກກະຕິເຂົາຈະໄປໃຊ້ບໍລິການທີ່ສະຖານວາງແຜນຄອບຄົວ ຫຼັງ ຈາກພວກເຂົາມີລູກ 4 ຄົນແລ້ວ. ມີຄວາມເຊື່ອທາງດ້ານວັດທະນະທຳທີ່ວ່າຄອບຄົວທີ່ດີຄວນມີລູກຊາຍຢ່າງນ້ອຍ 4 ຄົນ. ນອກຈາກນີ້, ການມີລູກຊາຍເປັນທີ່ນິຍົມຍ້ອນທຳມະຊາດຂອງການເຮັດວຽກຢູ່ໃນເຂດຊົນນະບົດເຊັ່ນ: ການລ່າສັດ, ການກະສິກຳ ແລະ ວຽກທີ່ໃຊ້ແຮງກາຍອື່ນໆ. ສະນັ້ນບັນດາຄອບຄົວກ່າວວ່າພວກເຂົາມີລູກຊາຍ ເພື່ອໃຫ້ພວກເຂົາປະກອບສ່ວນເຂົ້າໃນວຽກປະຈຳວັນຢ່າງເຕັມສ່ວນ.

ທີ່ໂຮງໝໍນ້ອຍ ນາງໂພນຄຳໄດ້ເລົ່າເລື່ອງກ່ຽວກັບແມ່ຜູ້ທີ່ອາຍຸຕໍ່າກວ່າ 35 ປີ ເຊິ່ງມີລູກ 14 ຄົນ. ລາວຮູ້ສຶກເສົ້າໃຈຕໍ່ກັບແມ່ຜູ້ນີ້ "ລາວຈະດູແລສຸຂະພາບແລະໂພຊະນາການຂອງຕົວເອງ ແລະ ເດັກນ້ອຍຫຼາຍໆຄົນແນວໃດ?" ນາງ ໂພນຄຳກ່າວ. ອາໄສຢູ່ໃກ້ກັບຕົວເມືອງ, ລາວກັງວົນກ່ຽວກັບຄວາມເປັນຈິງທີ່ທ້າທາຍຂອງແມ່ຍິງສ່ວນໃຫຍ່ໃນຊຸມຊົນຫ່າງໄກຊອກຫຼີກ.

ສິ່ງກີດຂວາງແມ່ຍິງໃຫ້ເຂົ້າເຖິງການບໍລິການວາງແຜນຄອບຄົວ

ຢູ່ເຂດຫ່າງໄກສອກຫຼີກຂອງປະເທດລາວ, ມັນເປັນການຍາກສຳລັບຄູ່ຜົວເມຍ ແລະ ຜູ້ຍິງທີ່ຈະເຂົ້າເຖິງໂຮງໝໍນ້ອຍທີ່ມີຈຳນວນໜ້ອຍ ແລະ ມັກຢູ່ຫ່າງໄກ, ສິ່ງທ້າທາຍຕ່າງໆຍັງປະກອບໄປດ້ວຍຖະໜົນທີ່ບໍ່ດີ ແລະ ເຂດພູສູງ.

ໂຮງໝໍນ້ອຍທີ່ພວກເຮົາໄດ້ພົບກັບນາງໂພນຄຳ ຢູ່ໃນເມືອງນ້ຳບາກ, ແຂວງຫຼວງພະບາງ ທີ່ໄດ້ໃຫ້ບໍລິການປະຊາຊົນປະມານ 20.000 ຄົນຈາກ 15 ບ້ານໃນກຸ່ມບ້ານນໍ້າເທິມ, ເມືອງຍ່ອຍໃນແຂວງຫຼວງພະບາງທາງພາກເໜືອຂອງ ສປປ ລາວ. ຊົນເຜົ່າຈຳນວນໜຶ່ງອາໄສຢູ່ເຂດຫ່າງໄກສອກຫຼີກແລະພູດອຍ. ໃນນັ້ນ, ຊາວເຜົ່າມົ້ງກະແຈກກະຈາຍຢູ່ເທິງພູທີ່ສູງທີ່ສຸດ ໂດຍມີການເຂົ້າເຖິງສະຖານທີບໍລິການທີ່ຈຳກັດ ເພາະມັນຕັ້ງຢູ່ໃນພື້ນທີ່ດິນຕໍ່າ.

ຊາວບ້ານມັກຈະຕ້ອງອົດທົນກັບການເດີນທາງທີ່ຍາວນານແລະຫຍຸ້ງຍາກ ໃນການເຂົ້າເຖິງການບໍລິການດ້ານສຸຂະພາບທີ່ເກີດຈາກໄລຍະທາງທີ່ໄກ ແລະ ສະພາບເສັ້ນທາງທີ່ບໍ່ດີ. ພວກເຂົາບາງຄົນຕ້ອງເດີນທາງ 25 ກິໂລແມັດເພື່ອໄປທີ່ໂຮງໝໍນ້ອຍທີ່ໃກ້ທີ່ສຸດ, ສ່ວນຫຼາຍແມ່ນຍ່າງມາ ແລະ ປະກອບດ້ວຍການຂີ່ລົດຈັກເປັນໄລຍະສັ້ນໆ ເມື່ອສະພາບເສັ້ນທາງອຳນວຍ.

ຍິ່ງໄປກວ່ານັ້ນ, ແມ່ຍິງໃນຊຸມຊົນອະນຸລັກນິຍົມສ່ວນໃຫຍ່ດຳລົງຊີວິດພາຍໃຕ້ວິຖີແລະບັນທັດຖານສັງຄົມດັງເດີມເຊັ່ນ: ການນິຍົມລູກຊາຍ, ເພາະຄອບຄົວເຊື່ອວ່າລູກຊາຍເປັນກະດູກສັນຫຼັງແລະຊື່ສຽງ ສຳລັບຄອບຄົວໃຫຍ່. ເດັກຍິງໄດ້ແຕ່ງງານກ່ອນໄວໜຸ່ມ ເພາະວ່າພໍ່ແມ່ເຊື່ອວ່າແມ່ຍິງອ່ອນແອແລະຕ້ອງການການປົກປ້ອງຈາກສາມີຂອງພວກເຂົາ. ເດັກຍິງຍັງຂາດການສຶກສາຢູ່ເຂດຊົນນະບົດເພາະວ່າມັນຖືກເບິ່ງວ່າເປັນການເສຍເງິນ ເສຍເວລາ ໃນຂະນະທີ່ເດັກຍິງສາມາດຢູ່ເຮືອນແລະປະກອບສ່ວນເຂົ້າໃນວຽກບ້ານ. ທຸກໆການປະຕິບັດເຫຼົ່ານີ້ໃນ ຫຼຸດຜ່ອນໂອກາດທີ່ຈະໄດ້ຮັບຂໍ້ມູນຂ່າວສານແລະການບໍລິການທີ່ແມ່ຍິງແລະເດັກຍິງຕ້ອງການຮັບຮູ້ ເພື່ອເຮັດໃຫ້ມີຂໍ້ມູນ ແລະ ມີອິດສະຫຼະທີ່ຈະເລືອກ ໃນເວລາທີ່ຈະມີລູກ ແລະ ມີຈັກຄົນ.

ຄວາມຮຸນແຮງລະຫວ່າງຍິງ - ຊາຍແມ່ນເປັນສິ່ງທີ່ອັນຕະລາຍ ຕໍ່ສິດທິມະນຸດຂອງພວກເຂົາ. ຄອບຄົວໂດຍທົ່ວໄປມັກຈະມີລູກຊາຍຫຼາຍກວ່າລູກສາວ, ເພາະວ່າພວກເຂົາເຊື່ອວ່າພວກລູກຊາຍເປັນກຳລັງແຮງຫຼັກຂອງຄອບຄົວທີ່ກຳລັງຂະຫຍາຍ ແລະ ເສີມຂະຫຍາຍຊື່ສຽງຂອງຄອບຄົວ. ຫຼາຍຄົນເຊື່ອວ່າຄອບຄົວໜຶ່ງຄວນມີລູກຊາຍຢ່າງນ້ອຍ 4 ຄົນ.

ສຳລັບແມ່ຍິງສ່ວນໃຫຍ່ທີ່ມາຈາກຊົນເຜົ່າ, ມີສິ່ງກີດຂວາງອີກອັນໜຶ່ງທີ່ຕ້ອງກ້າວຂ້າມໄປໃຫ້ໄດ້. ເພື່ອການສື່ສານ ພວກເຂົາບາງສ່ວນຕ້ອງໄດ້ນຳໝູ່ ຫຼື ຍາດພີ່ນ້ອງ, ໂດຍປົກກະຕິແມ່ນລູກຊາຍຫຼືລູກສາວ, ເພື່ອຊ່ວຍແປຄຳແນະນຳຂອງພະນັກງານສາທາລະນະສຸກເປັນພາສາລາວ. ທົ່ວປະເທດມີ 49 ຊົນເຜົ່າທີ່ມີຫລາຍກວ່າ 90 ພາສາ, ເຜົ່າມົ້ງແມ່ນ ໜຶ່ງໃນນັ້ນ.

ການວາງແຜນຄອບຄົວເປັນສິດຂອງທຸກຄົນ ບໍ່ວ່າຈະຢູ່ທີໃດກໍ່ຕາມ

ໃນ ສປປ ລາວ ມີ  ຊົນເຜົ່າ. ສອງໃນສາມຂອງປະຊາກອນ 7,1 ລ້ານຄົນດຳລົງຊີວິດຢູ່ໃນເຂດຊົນນະບົດ, ແລະ 47 ເປີເຊັນຂອງຈຳນວນປະຊາກອນທັງໝົດແມ່ນມາຈາກຊົນເຜົ່າຕ່າງໆ. ປະເທດໄດ້ເຫັນຄວາມຄືບໜ້າທີ່ໜ້າປະທັບໃຈໃນການຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ການຂະຫຍາຍການບໍລິການວາງແຜນຄອບຄົວ, ແຕ່ຄວາມແຕກຕ່າງຍັງຄົງຢູ່ສຳລັບຄົນທີ່ມາຈາກຊົນເຜົ່າຕ່າງໆ ຈາກການສຶກສາ, ລາຍໄດ້ ແລະ ກຸ່ມອາຍຸ.

ໃນຂະນະທີ່ອັດຕາການເກີດທີ່ວັດແທກຈຳນວນເດັກນ້ອຍ ຕໍ່ແມ່ຍິງໃນລະດັບສະເລ່ຍທົ່ວປະເທດແມ່ນຢູ່ທີ່ 2,7 ໃນປີ 2017, ອັດຕາສຳລັບຊົນເຜົ່າຍັງສູງ ຢູ່ທີ່ 4,6. ເຊັ່ນດຽວກັນໃນຂະນະທີ່ເດັກຍິງລາວປະມານໜຶ່ງໃນສິບ ອາຍຸ 15-19  ປີໄດ້ເລີ່ມມີລູກ, 1 ໃນ 5 ຂອງເດັກຍິງເຜົ່າມົ້ງແມ່ນໄວໜຸ່ມ.

ທີ່ຜ່ານມາ ອົງການສະຫະປະສາຊາກ ກອງທຶນສຳລັບປະຊາກອນ (UNPFA) ແລະ ກະຊວງສາທາລະນະສຸກ  ໄດ້ລົງທຶນຢ່າງຫຼວງຫຼາຍໃນການຮັບສະໝັກ ແລະ ຝຶກອົບຮົມຜະດຸງຄັນຈາກຊົນເຜົ່າຕ່າງໆ. ມາຮອດປະຈຸບັນນີ້, ມີສາມໃນສິບຊົນເຜົ່າໃຫຍ່ ທີ່ໄດ້ເປັນຕົວແທນຢູ່ໃນທີມນັກຜະດຸງຄັນຂອງປະເທດ. ນັກຜະດຸງຄັນເຫຼົ່ານີ້ກຳລັງມີສ່ວນຮ່ວມໃນຊຸມຊົນໂດຍການສະໜັບສະໜູນຊຸມຊົນຂອງພວກເຂົາ. ຄວາມພະຍາຍາມຂອງເຂົາໄດ້ຖືກນຳໃຊ້ເພື່ອຫຼຸດຜ່ອນການຈຳແນກເພດຍິງໂດຍຜ່ານການໂຄສະນາໃນຊຸມຊົນ ແລະ ສ້າງຕົວຢ່າງໃນທາງບວກຂອງການມີສ່ວນຮ່ວມຂອງຜູ້ຊາຍເພື່ອເປັນການສະໜັບສະໜູນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງໃນການຕັດສິນໃຈ ແລະ ການເລືອກສຳລັບຊີວິດແລະສຸຂະພາບຂອງເຂົາເຈົ້າ.

“ການວາງແຜນຄອບຄົວແມ່ນສິດທິຂັ້ນພື້ນຖານສຳລັບທຸກໆຄົນ. ການຮັບປະກັນການວາງແຜນຄອບຄົວຢ່າງທົ່ວເຖິງຈະນຳໄປສູ່ຜົນປະໂຫຍດທີ່ຍືນຍົງຕໍ່ບຸກຄົນ, ຄອບຄົວ, ແລະຊຸມຊົນ ແລະ ຊ່ວຍໃຫ້ປະເທດສາມາດເກັບກ່ຽວຜົນປະໂຫຍດຈາກພົນລະເມືອງ, ເພື່ອເຮັດໃຫ້ມັນເກີດຂື້ນ, ແມ່ຍິງຕ້ອງການເຄື່ອງໃຊ້ທີ່ມີລາຄາຖືກ, ເຂົ້າເຖິງ ແລະ ເໝາະສົມ ພ້ອມທັ້ງພະນັກງານສຸກຂະພາບທີ່ໄດ້ຮັບການຝຶກອົບຮົມເປັນຢ່າງດີ ແລະ ການມີສ່ວນພົວພັນໃນທາງບວກຂອງສາມີແລະຄອບຄົວຂອງພວກເຂົາ” ທ່ານນາງ ມາຣຽມ ຄານ ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ໄດ້ກ່າວໄວ້ ເພື່ອເປັນການຜູ້ທີ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມເທົ່າທຽມ ໃນການປິດຊ່ອງຫວ່າງໃນການວາງແຜນຄອບຄົວເພື່ອຮັບປະກັນວ່າບໍ່ມີໃຜຖືກປະຖິ້ມໄວ້ທາງຫຼັງ.

ສຳລັບຂໍ້ມູນເພີ່ມເຕີ laos.office@unfpa.org