You are here

ນາງເຕ້ ສະໝອນ ເປັນຜະດຸງຄັນ ປະຈຳຢູ່ໂຮງໝໍນ້ອຍໃນເມືອງນ້ຳບາກ ແຂວງຫຼວງພະບາງ ທີ່ຕັ້ງຢູ່ພາກ  ເໜືອ ຂອງ ສ.ປ.ປ. ລາວ ເຊິ່ງເປັນແຂວງທີ່ມີຊື່ສຽງດ້ານມໍລະດົກແລະການທ່ອງທ່ຽວ ນອກຈາກນີ້ຍັງເປັນແຂວງທີ່ມີຊົ່ນເຜົ່າອາໄສຢູ່ຕາມພູດອຍແລະເຂດທຸລະກັນດານເປັນຈຳນວນຫຼາຍ ໃນຈຳນວນນັ້ນແມ່ນຊົນເຜົ່າມົ້ງກະຈາຍຢູ່ຕາມພື້ນທີ່ສູງ ເຮັດໃຫ້ມີຄວາມຈຳກັດໃນການເຂົ້າເຖິງສະຖານບໍລິການສຸຂະພາບ ທີ່ຍັງຢູ່ໃນພື້ນທີ່ທົ່ງພຽງ

ພໍໄດ້ຖາມ ເຕ້ ສະໝອນ ກ່ຽວກັບວຽກງານປະຈຳວັນ ລາວໄດ້ບອກວ່າ ການເດິນທາງໃນວຽກງານນີ້ມີອາລົມທີ່ຫຼາກຫຼາຍ ລາວຮູ້ສຶກໂລ່ງໃຈຫຼາຍເມື່ອມີຄົນມາຮັບບໍລິການເປັນຈຳນວນຫຼາຍ ໂດຍສະເພາະຄົນທີ່ມາຈາກເຂດທຸລະກັນດານ ແຕ່ໃນເວລາດຽວກັນ ລາວກໍ່ຮູ້ສຶກເສົ້າໃຈທີ່ແມ່ຍິງທີ່ບໍ່ມາຮັບບໍລິການເລີຍ ຫຼື ຄົນທີ່ມາແລ້ວ ແຕ່ກັບບໍ່ມີອິດສະລະໃນການຕັດສິນໃຈດ້ວຍຕົວເອງ

ໃນລະຫວ່າງການໂອ້ລົມກັບເຕ້ ກໍ່ມີແມ່ມານທີ່ພາລູກທີ່ເກີດໃໝ່ມາກວດສຸຂະພາບ ພ້ອມກັນກັບມາຮັບບໍລິການການວາງແຜນຄອບຄົວ ເຕ້ຍິ້ມແລະບອກວ່າ “ຂ້ອຍຮູ້ຈັກລາວ ລາວໄດ້ມາຝາກທ້ອງກັບເຮົາ ດີໃຈທີ່ລາວໄດ້ເຂົ້າມາຂໍຄຳປຶກສາກ່ຽວກັບການຄຸມກຳເນີດ ເພາະວ່າລາວຢາກມີລູກຫ່າງ”

ທຸກໆມື້ ເຕ້ແລະເພື່ອນຮ່ວມງານໄດ້ໃຫ້ບໍລິການຄົນໄຂ້ໄປ 10 ຫາ 40 ຄົນ ສຳລັບການຝາກທ້ອງ ແລະ ໃຫ້ຄຳປຶກສາການວາງແຜນຄອບຄົວ ຈາກການທີ່ໄດ້ເຮັດວຽກໃນສຸກສາລາມາເປັນເວລາ 3 ປີ ແລະ ໄດ້ຊ່ວຍເຫຼືອແມ່ຍິງຫຼາຍຄົນ ເຕ້ໄດ້ຮູ້ວ່າຜູ້ເຂົ້າມາຮັບບໍລິການທີ່ເປັນຄົນຊົນເຜົ່ານັ້ນຫາຍາກຫຼາຍ

ເມື່ອຜະດຸງຄັນໄດ້ຮັບການເຝິກອົບຮົມເປັນຢ່າງດີ ເຂົາກໍ່ໄດ້ທຳລາຍອຸປະສັກໃນການເຂົ້າເຖິງການວາງແຜນຄອບຄົວ

ຜູ້ໃຫ້ບໍລິການດ້ານສຸຂະພາບ ທີ່ປຶກສາ ຜູ້ສິດສອນ ແລະ ຜະດຸງຄັນ ມີບົດບາດທີ່ສຳຄັນໃນການປ່ຽນແປງທັດສະນະຄະຕິ ແລະ ເປີດການສົນທະນາກັບຊຸມຊົນທ້ອງຖິ່ນ

“ຂ້ອຍໄດ້ພະຍາຍາມໃຫ້ຄຳປຶກສາຕໍ່ຄົນໄຂ້ຄົນໜຶ່ງ ເປັນແມ່ທີ່ມີລູກ 14 ຄົນ ໃຫ້ພິຈາລະນານຳໃຊ້ການຄຸມກຳເນີດ ເຖິງແມ້ວ່າລາວບອກວ່າລາວບໍ່ສາມາດຕັດສິນໃຈຫຍັງໄດ້ ຂ້ອຍກໍ່ຍັງສືບຕໍ່ຕິດຕໍ່ຫາລາວ” ເຕ້ໄດ້ເລົ່າໃຫ້ຟັງວ່າຄົນໄຂ້ຄົນນີ້ຢ້ານວ່າຜົວລາວຈະໄປຫາເມຍໃໝ່ຖ້າລາວບໍ່ຍອມມີລູກ

ອົງການສະຫະປະຊາຊາດ ກອງທຶນສຳລັບປະສາກອນ (UNFPA) ແລະ ກະຊວງສາທາລະນະສຸກ ໄດ້ລົງທຶນຢ່າງຫຼວງຫຼາຍໃນການສ້າງຂີດຄວາມສາມາດຂອງຜະດຸງຄັນ ໂດຍການຮັບເຂົ້າແລະເຝິກອົບຮົມຜະດຸງຄັນ ທີ່ຮ່ວມໄປເຖິງຄົນທີ່ມາຈາກຊົນເຜົ່າຕ່າງໆ ການລິເລີ່ມດັ່ງກ່າວຖືວ່າສຳຄັນຕໍ່ຫຼັກສູດຜະດຸງຄັນ ເພາະວ່າຜະດຸງຄັນທີ່ເປັນຄົນຊົນເຜົ່ານັ້ນມີຄວາມຄຸ້ນເຄີຍກັບຊຸມຊົນຂອງເຂົາ ເຂົາເຈົ້າເປັນທີ່ໜ້າເຊື່ອຖື ແລະ ຮັບຮູ້ຄວາມເປັນຈິງໃນໝູ່ບ້ານ ເຂົາເຈົ້າສາມາດເຂົ້າເຖິງຄົນໃນໝູ່ບ້ານ ແລະ ຄອບຄົວຕ່າງໆກໍ່ບໍ່ໄດ້ຫ້າມຜູ້ຍິງໃຫ້ເຂົ້າມາຢ້ຽມຢາມ

ການເຝິກອົບຮົມຂອງຄຸເຝິກໄດ້ຈັດຂຶ້ນຫຼາຍເທື່ອຕະຫຼອດທັ້ງປີ ເຊິ່ງ UNFPA ກໍ່ໄດ້ສະໜັບສະໜຸນການຈັດເຝິກອົບຮົບຂັ້ນສູງ. ຜູ້ເຂົ້າຮ່ວມກໍ່ຕັ້ງໃຈສົ່ງຕໍ່ຄວາມຮູ້ຂອງເຂົາເຈົ້າແລະເຝິກອົບຮົມຄົນອື່ນໆ. ການລິເລີ່ມນີ້ແມ່ນເປັນໄປໄດ້ດ້ວຍດີ ຈາກການສະໜັບສະໜູນຢ່າງຫຼວງຫຼາຍຈາກຜູ້ໃຫ້ທຶນ. ພວກເຂົາສະເໜີໂອກາດທີ່ເປັນເອກະລັກຂອງການຮຽນຮູ້ ໃນທຸກໆທັກສະທາງວິຊາການ ພ້ອມກັບວິທີການເຈລະຈາ, ການສື່ສານ, ການໃຫ້ຄຳປຶກສາ ເພື່ອສື່ສານກັບແມ່ຍິງ, ຄູ່ຜົວເມຍ, ແລະຊາວໜຸ່ມ ທີ່ຊອກຫາການບໍລິການສຸຂະພາບຈະເລີນພັນ ແລະ ທາງເພດ

ຄວາມພະຍາຍາມໃນການຮ່ວມມືສົ່ງຜົນໃຫ້ມີການທົວທວນຫຼັກສູດການຝຶກອົບຮົມເພື່ອປັບປຸງການສື່ສານແລະການປະສານງານລະຫວ່າງໂຮງຮຽນ. ການຮ່ວມມື South – South ກັບປະເທດໄທ, ເຊິ່ງແມ່ນການຮ່ວມມືດ້ານເຕັກນິກລະຫວ່າງບັນດາປະເທດທີ່ກຳລັງພັດທະນາໃນ Global South ເພື່ອແລກປ່ຽນຄວາມຮູ້, ທັກສະ ແລະ ການລິເລີ່ມທີ່ປະສົບຜົນສຳເລັດ ແມ່ນຢູ່ເບື້ອງຫຼັງການນຳສະເໜີ ມາດຕະຖານການຝຶກອົບຮົມແບບສາກົນ. ທຸກມື້ນີ້, ສາມສູນແຫ່ງຄວາມເປັນເລີດໄດ້ຖືກສ້າງຂື້ນໃນສະຖາບັນຜະດຸງຄັນເພື່ອເປັນທີ່ສິດສອນແລະເຝິກອົບຮົບຜູ້ແນະນຳນັກຜະດຸງຄັນແລະຄູອາຈານ.

ທາງ UNFPA ໄດ້ສືບຕໍ່ສະໜັບສະໜູນການພັດທະນາວິຊາຊິບຂອງສະມາຄົມຜະດຸງຄັນລາວ, ຈາກຄວາມຕັ້ງໃຈຢ່າງໜັກໜ່ວງ ສປປ ລາວ ກໍ່ໄດ້ມີນັກຜະດຸງຄັນຈຳນວນ 1,716 ຈຳນວນຜູ້ຈົບຫຼັກສູດຜະດຸງຄັນໄດ້ເພີ່ມຂຶ້ນ 7.5% ໃນແຕ່ລະປີ

 

ບົດຄວາມເພີ່ມເຕີມ "ການສ້າງແຜນງານວາງແຜນຄອບຄົວທີ່ເຂັ້ມແຂງຢູ່ ສປປ. ລາວ : ການລົງທືນກັບຜະດຸງຄັນ, ສິນຄ້າແລະ ການປ່ຽນແປງພຶດຕິກຳ (2)"

 

ສຳລັບຂໍ້ມູນເພີ່ມເຕີ laos.office@unfpa.org