Go Back Go Back
Go Back Go Back
Go Back Go Back

ການລົງທຶນໃສ່ໃນສິດທິຂອງໄວໜຸ່ມຍິງແມ່ນມີຜົນປະໂຫຍດໃນດ້ານພົນລະເມືອງຂອງ ສ.ປ.ປ ລາວ

ການລົງທຶນໃສ່ໃນສິດທິຂອງໄວໜຸ່ມຍິງແມ່ນມີຜົນປະໂຫຍດໃນດ້ານພົນລະເມືອງຂອງ ສ.ປ.ປ ລາວ

News

ການລົງທຶນໃສ່ໃນສິດທິຂອງໄວໜຸ່ມຍິງແມ່ນມີຜົນປະໂຫຍດໃນດ້ານພົນລະເມືອງຂອງ ສ.ປ.ປ ລາວ

calendar_today 30 October 2020

ການລົງທຶນໃສ່ໃນສິດທິຂອງໄວໜຸ່ມຍິງແມ່ນມີຜົນປະໂຫຍດໃນດ້ານພົນລະເມືອງຂອງ ສ.ປ.ປ ລາວ

ໄວໜຸ່ມຍິງ ແມ່ນສະມາຊິກຂອງກຸ່ມປະຊາກອນໄວໜຸ່ມທີ່ຫຼາຍທີ່ສຸດໃນປະຫວັດສາດ. ໃນ ສປປ ລາວ, ແນ່ນອນວ່າພວກເຂົາເຫຼົ່ານັ້ນຈະມີອິດທິພົນຢ່າງໃຫຍ່ຫຼວງຕໍ່ອະນາຄົດຂອງພວກເຮົາ. ມັນຈະກາຍເປັນສັງຄົມທີ່ມີຄວາມຈະເລິນຮຸ່ງເຮືອງຫຼືບໍ່? ຫຼື ຈະເປັນສັງຄົມທີ່ໂອກາດຕ່າງໆຫຼຸດລົງ ຫຼື ເປັນສັງຄົມທີ່ສິ້ນຫວັງ. ການຕັດສິນໃຈຂອງພວກເຮົາໃນມື້ນີ້ ສາມາດສ້າງຄວາມປ່ຽນແປງໄດ້. ສິ່ງທີ່ພວກເຮົາເຮັດເພື່ອໄວໜຸ່ມຍິງ ແລະ ກັບໄວໜຸ່ມຍິງ ຈະສົ່ງຜົນກະທົບກັບຄອບຄົວ, ຊຸມຊົນ, ສັງຄົມ ລວມເຖິງລະບົບເສດຖະກິດ ແລະ ສັງຄົມ.

 

ຈາກການປ່ຽນແປງຂອງປະຊາກອນໃນປີ2020,ຄາດວ່າຈຳນວນໄວໜ່ມໃນລາວຈະເຖິງ1.1ລ້ານຄົນພາຍໃນປີ2028.ໄວໜຸ່ມຍິງທັງຫຼາຍປະສົບກັບອຸປະສັກຕ່າງໆ ໃນການເຕີບໃຫຍ່ຈາກເດັກນ້ອຍ ສູ່ຜູ້ໃຫຍ່. ການແຕ່ງງານກ່ອນໄວອັນຄວນ, ການຖືພາໃນໄວເດັກ ແລະ ອັດຕາການຕາຍຂອງແມ່, ການອອກໂຮງຮຽນ, ໄພການຈ້າງງານ, ການໃຊ້ແຮງງານເດັກ, ວຽກທີ່ບໍ່ຖືກກົດໝາຍ, ຄວາມຮຸນແຮງທາງເພດ ແລະ ຄວາມຮຸນແຮງອື່ນໆໂດຍ ໃນການແຜ່ລະບາດຂອງCOVID-19 ນີ້ ບໍ່ພຽງແຕ່ສູນເສຍຄວາມກ້າວໜ້າຂອງສິດທິໄວໜຸ່ມຍິງເທົ່ານັ້ນແຕ່ຍັງອາດຈະເຮັດໃຫ້ມີການເພີ່ມຂື້ນຂອງການຖືພາການຕາຍຂອງແມ່ ແລະ ການແຕ່ງງານກ່ອນໄວອັນຄວນ

 

 ການລົງທືນທີ່ເໝາະສົມໃນການສ້າງທັກສະໃຫ້ການສຶກສາແລະສຸຂະພາບໃນປະຈຸບັນໂດຍຜ່ານ NSEDP ຄັ້ງທີ 9 ສາມາດສ້າງທຶນມະນຸດທີ່ດີຂຶ້ນຫຼຸດຜ່ອນຄວາມຫຼ້າຫຼັງທາງດ້ານເສດຖະກິດ - ສັງຄົມແລະເພີ່ມສີສັນໃຫ້ກັບສິດທິມະນຸດ.ສປປລາວໄດ້ຕໍ່ ຄຳ ໝັ້ນ ສັນຍາຂອງຕົນຕໍ່ກອງປະຊຸມສາກົນກ່ຽວກັບປະຊາກອນແລະການພັດທະນາໂດຍເນັ້ນໜັກໃນການໃຫ້ຜົນໄດ້ຮັບສຳລັບເດັກຍິງໄວໜຸ່ມ,ໂດຍສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ.

 

 

ຄວາມຈໍາເປັນດ້ານຂໍ້ມູນ:

 

ເພື່ອນິຍາມຄວາມຕ້ອງການຂອງໄວໜຸ່ມຍິງ, ໂດຍບໍ່ປ່ອຍຖິ້ມໃຜຢູ່ເບື້ອງຫຼັງນັ້ນ, UNFPA ເຊື່ອວ່າມັນມີຄວາມສໍາຄັນຫຼາຍ ໃນການສະໜັບສະໜູນ ບັນດາຂໍ້ມູນທີ່ມີຢູ່ທີ່ແບ່ງແຍກຕາມອາຍຸ, ເພດ, ຂົງເຂດ, ຄວາມຮັ່ງມີ ຜ່ານການຄາດຄະເນບັນດາປະຊາກອນ, ວັນທີ່ກ້າວເຂົ້າສູ່ໄວໜຸ່ມ, ການວິເຄາະສະຖານະການຕ່າງໆ, ການຄາດຄະເນ ແລະ ອື່ນໆ.

 

 ດ້ວຍຄວາມພ້ອມທີ່ໃຊ້ໃນການວິເຄາະ ແລະການນຳໃຊ້ຂໍ້ມູນແຍກທີ່ມີປະສິດທິຜົນ ເຊິ່ງໃນປີທີ່ຜ່ານມາ ຜ່ານການແຊກແຊງເພື່ອສົ່ງມອບທັກສະຊີວິດໃຫ້ແກ່ໄວໜຸ່ມ, ການບໍລິການສຸຂະພາບຈະເລີນພັນທີ່ເປັນມິດກັບໄວ ໜຸ່ມເພດສຶກສາການສະໜອງຊ່ວຍເຫຼືອພື້ນຖານໃຫ້ແກ່ຜູ້ຖືກເຄາະຮ້າຍທາງເພດໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ.ຜົນກະທົບຂອງCOVID-19 ເຮັດໃຫ້ການສະໜັບສະໜູນດ້ານສຸຂະພາບຈິດ ແລະການຊ່ວຍເຫຼືອທາງດ້ານຈິດຕະສາດບໍ່ພຽງແຕ່ໃຫ້ບໍລິການໃຫ້ກັບຊາວໜຸ່ມເທົ່ານັ້ນ ແຕ່ຍັງໃຫ້ການທົ່ວເຖິງແກ່ທຸກເພດທຸກໄວອີກດ້ວຍ

 

 

ຄວາມຈໍາເປັນດ້ານສິດທິ:

ສັງເກດຈາກມຸມມອງໃນທົ່ວໂລກເຊັ່ນ UPR, CEDAW and CRC, ສິດທິໄວໜຸ່ມຍິງໄດ້ຖືກສະແດງອອກໃນກອບຕ່າງໆທີ່ແຕກຕ່າງກັນເຊັ່ນ: ນະໂຍບາຍປະຊາກອນ ແລະ ການພັດທະນາແຫ່ງຊາດຂອບແຜນງານນາງນ້ອຍນະໂຍບາຍດ້ານການຈະເລີນພັນແມ່ເດັກເກີດໃໝ່ນະໂຍບາຍທາງດ້ານສຸຂະພາບຂອງເດັກ ແລະ ໄວໜຸ່ມແຜນປະຕິບັດງານແຫ່ງຊາດເພື່ອການປ້ອງກັນ ແລະ ລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຊາວໜຸ່ມ ແລະ ນະໂຍບາຍກ່ຽວກັບໄວໜຸ່ມອື່ນໆ. ພວກເຂົາຍັງເປັນສ່ວນໜຶ່ງຂອງແຜນການໃນທຸກຂະແໜງການ ແລະ ຢູ່ໃນວາລະການສົນທະນາໃນລະດັບຊຸມຊົນ. 

 

ການເລັ່ງລັດການຈັດຕັ້ງປະຕິບັດນະໂຍບາຍແລະແຜນການທີ່ມີຢູ່ແລ້ວງົບປະມານທີ່ພຽງພໍຈະຊ່ວຍສົ່ງເສີມ

ສິດທິຂອງໄວໜຸ່ມຍິງ

 

ຄວາມຈຳເປັນດ້ານພົນລະເມືອງ:

ການເປັນປະຊາກອນທີ່ມີສ່ວນແບ່ງຫຼາຍທີ່ສຸດຮຽກຮ້ອງໃຫ້ໄວໜຸ່ມຍິງບໍ່ພຽງແຕ່ເຂົ້າຮ່ວມໃນອຸດສາຫະກໍາແຮງງານເທົ່ານັ້ນແຕ່ວ່າພວກເຂົາຍັງຈະເປັນຜູ້ທີ່ມີຜົນຜະລິດຫຼາຍທີ່ສຸດເມື່ອພວກເຂົາໃຫຍ່ເຕີບໃຫຍ່. ພວກເຂົາຕ້ອງມີການສຶກສາທີ່ດີ ແລະ ມີສຸຂະພາບແຂງແຮງມີຄວາມສາມາດໃນການເລືອກຄອບຄົວ, ຊີວິດທາງເພດ ແລະ ການຈະເລີນພັນຂອງພວກເຂົາເອງພວກເຂົາຕ້ອງສາມາດຊອກວຽກທີ່ເໝາະສົມ ແລະ ສາມາດປະຕິເສດຕໍ່ກັບຄວາມຮຸນແຮງ ແລະ ການກະທໍາທີ່ເປັນອັນຕະລາຍ.

 

ການສ້າງຊັບພະຍາກອນມະນຸດກຸ່ມເຫຼົ່ານີ້ ແມ່ນຂື້ນກັບການລົງທືນຢ່າງພຽງພໍໃນວຽກງານທີ່ສຳຄັນ ທີ່ຕ້ອງບັນລຸໃນແຕ່ລະໄລຍະຂອງຊີວິດຍັງນ້ອຍ, ໂດຍພິຈາລະນາບໍ່ວ່າຈະຢູ່ໃນເຂດຊົນນະບົດ ຫຼື ຕົວເມືອງຕ້ອງສາມາດຮຽນຮູ້ທັກສະຊີວິດ ແລະ ສຸຂະພາບທາງເພດຢູ່ໂຮງຮຽນ ຫຼື ຜ່ານກຸ່ມນາງນ້ອຍ

 

ຄວາມຈຳເປັນຂອງການພັດທະນາແບບຍືນຍົງ

 

UNFPA ໃນສປປລາວ ໄດ້ສົ່ງເສີມປູກຈິດສຳນຶກໃຫ້ບັນດາປະເທດສະມາຊິກ, ເພື່ອຮັບປະກັນຄວາມກ້າວໜ້າຂອງໄວໜຸ່ມຍິງຢ່າງຍືນຍົງ. ເຊິ່ງມັນໄດ້ສະທ້ອນໃຫ້ເຫັນເຖິງການເພີ່ມຂື້ນຂອງຊັບພະຍາກອນພາຍໃນປະເທດໃນການວາງແຜນຄອບຄົວ, ລວມເຖິງຄຳໝັ້ນສັນຍາຕ່າງໆ ເປັນຕົ້ນການທີ່ຈະເພີ່ມໄວໜຸ່ມ ແລະ ການເຂົ້າເຖິງການຄຸມກຳເນີດທີ່ຍັງບໍ່ໄດ້ແຕ່ງງານ. ການຮຽນຮູ້ທາງດ້ານເພດສຶກສາ ແລະ ການຈະເລີນພັນ ກໍກຳລັງຈະເກີດຂື້ນໃນທົ່ວປະເທດໃນໂຮງຮຽນໂດຍອີງໃສ່ການສ້າງຂີດຄວາມສາມາດຂອງຄູ ແລະ ທາງດ້ານຄຸນນະພາບ ແລະ ຄວາມພ້ອມຂອງການບໍລິການດ້ານສຸຂະພາບ ກໍແມ່ນໄດ້ມີການເລີ່ມຕົ້ນໂດຍຮັບປະກັນໃຫ້ແພດຜະດຸງຄັນ ແລະ ຜູ້ໃຫ້ບໍລິການດ້ານສຸຂະພາບໄດ້ຮັບການຝຶກອົບຮົມເປັນຢ່າງດີ ແລະ ມີໃນທຸໆສຸກສາລາ.

 

ການຈັດການຫາເງິນທຶນສຳລັບແນວທາງການພັດທະນາຮ່ວມມືທີ່ຫຼາກຫຼາຍແລະເພີ່ມຂຶ້ນເລື້ອຍໆຜ່ານ ທີ່ຊ່ວຍເດີນໄປໃນທິດທາງທີ່ສອດຄ່ອງກັບ ຄຳໝັ້ນສັນຍາຂອງສປປລາວຕໍ່ ICPD25. ບັນດາຄູ່ຮ່ວມງານເຊັ່ນ Plan International ແລະ ChildFund ກໍກຳລັງປັບປຸງຂໍ້ລິເລີ່ມຕ່າງໆຂອງ UNFPA ເພື່ອຂະຫຍາຍການຄຸ້ມຄອງການສຶກສາກ່ຽວກັບເພດສຳພັນໂດຍສະເພາະ ສຳລັບໄວໜຸ່ມຍິງ ນອກໂຮງຮຽນ. ຄູ່ຮ່ວມງານຂອງພາກເອກະຊົນເຊັ່ນກາເຟ Sinouk, Banque Franco Lao ແລະ Crowne Plaza ແມ່ນກໍໄດ້ປະກອບສ່ວນເຂົ້າໃນການພັດທະນາທັກສະຊີວິດຂອງໄວໜຸ່ມຍິງ ແລະ ສະໜັບ ສະໜູນໃຫ້ເຂົາເຈົ້າສ້າງທຸລະກິດຂະໜາດນ້ອຍຂອງຕົນເອງ. ວິທີແກ້ໄຂໃໝ່ໆທີ່ສ້າງສັນ ແມ່ນໄດ້ຖືກພັດທະນາຢ່າງບໍ່ຢຸດຢັ້ງເພື່ອເຂົ້າຫາໄວໜຸ່ມຍິງ ບໍ່ວ່າພວກເຂົາຈະຢູ່ໃສເປັນຕົ້ນການເປີດໂຕລົດຕູ້ຄລີນິກເຄື່ອນທີ່ເພື່ອເຂົ້າເຖິງໄວໜຸ່ມຍິງ ທີ່ເຮັດວຽກຢູ່ໂຮງງານ ລວມເຖິງ ແອັບພິເຄຊັ່ນ Noi-Yakhoo (ນ້ອຍ-ຢາກຮູ້) ທີ່ສົ່ງຂໍ້ມູນຂ່າວສານອອນລາຍໃຫ້ແກ່ໄວໜຸ່ມ.

 

ການທົດລອງແນວທາງນະວັດຕະກຳຢ່າງຕໍ່ເນື່ອງໃນຂະນະທີ່ຮ່ວມມືເພື່ອຂະຫຍາຍຜົນສຳເລັດແມ່ນອົງປະກອບສຳຄັນຂອງວິທີການUNFPAໃນການມອບໂລກທີ່ເຕີມເຕັມໄປດ້ວຍສັກກະລິຍະພາບໃຫ້ແກ່ຊາວໜຸ່ມ

ທຸກຄົນ.

 

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.

 

Related Content

Publications

28 February 2023

MHPSS Helpline
Read story

Publications

30 January 2023

Noi Ecosystem: Progress in 2022
Read story

News

26 January 2023

Read story