ສັງຄົມລາວເຮົາຈະເປັນແນວໃດ ຫາກສົມມຸດວ່າຄົນຮຸ່ນຕໍ່ໄປຫາກໄດ້ຮັບຈໍ້ມູນຂ່າວສານກ່ຽວກັບເພດສຶກສາຢ່າງຄົບຖ້ວນ? ຊັບພະຍາກອນມະນຸດຈະມີຄວາມອາດສາມາດເພີ່ມຂຶ້ນ ແລະ ໄດ້ຮັບໂອກາດໃນຊີວິດເພີ່ມຂຶ້ນເລື້ອຍໆບໍ່?
ນີ້ແມ່ນປັດໄຈຕົ້ນຕໍທີ່ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ໄດ້ສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃຫ້ບັນລຸເປົ້າໝາຍດັ່ງກ່າວນີ້ ມາໂດຍຕະຫຼອດ! ພະຍາດ ໂຄວິດ-19 ເປັນກາລະໂອກາດທີ່ໄດ້ສະແດງໃຫ້ເຮົາເຫັນເຖິງຄວາມສຳຄັນຂອງການລົງທຶນໃສ່ຊັບພະຍາກອນມະນຸດ ກໍຄືການລົງທຶນໃສ່ໄວໜຸ່ມ ເປັນສິ່ງທີ່ຮີບດ່ວນ ແລະ ຈຳເປັນທີ່ສຸດ.
ການເປັນໄວໜຸ່ມເປັນຊ່ວງໄວອາຍຸທີ່ມີການປ່ຽນແປງຢ່າງໄວວາ; ເມື່ອກ້າວເຂົ້າສູ່ໄວໜຸ່ມອາດສ້າງຄວາມກັງວົນໃຈ ແລະ ເກີດຄວາມຄິດຢາກຮູ້ ຢາກເຫັນ ຢາກທົດລອງສິ່ງໃໝ່ໆ ໂດຍສະເພາະສິ່ງທີ່ທ້າທາຍ ແລະ ມີຄວາມສ່ຽງ ເຊິ່ງມັກຈະສ້າງຜົນສະທ້ອນທີ່ບໍ່ດີໃຫ້ແກ່ໄວໜຸ່ມຢູ່ຕະຫຼອດ. ເປັນຕົ້ນແມ່ນ ເມື່ອໄວໜຸ່ມໄດ້ຕັດສິນໃຈລົງມືເຮັດສິ່ງໃດສິ່ງໜຶ່ງທີ່ຕົນບໍ່ຮູ້ເທົ່າເຖິງການ ເຊັ່ນ ບັນຫາຕ່າງໆກ່ຽວກັບຮ່າງກາຍ ແລະ ເລື່ອງເພດ ທີ່ເປັນເລື່ອງລະອຽດອ່ອນ ແລະ ອາດສົ່ງຜົນສະທ້ອນໃຫ້ກັບ ເຂົາເຈົ້າຕະຫຼອດຊີວິດເລີຍກໍເປັນໄດ້.
ໄວໜຸ່ມຍິງ ແລະ ຊາຍ ມັກຈະພົບພໍ້ກັບບັນຫາຄ້າຍໆກັນ, ແຕ່ໂດຍທົ່ວໄປແລ້ວ ໄວໜຸ່ມຍິງມັກຈະພົບກັບບັນຫາທີ່ທ້າທາຍກວ່າໄວໜຸ່ມຊາຍ ເຊັ່ນອາດຖືກບັງຄັບໃຫ້ເຮັດສິ່ງໃດສິ່ງໜຶ່ງທີ່ມີຜົນກະທົບຕໍ່ພາບລັກ ແລະ ຄຸນຄ່າຂອງຄວາມເປັນແມ່ຍິງ, ທັງການຄວບຄຸມອາລົມ, ການເສີມສ້າງບຸກຂະລິກຂະພາບ ແລະ ມີຄວາມສຳພັນທີ່ດີ, ທັກສະໃນການເຈລະຈາຕໍ່ລອງ ແລະ ການຮັບມືກັບຄວາມກົດດັນຈາກສັງຄົມອື່ນໆ.
ເພື່ອຊ່ວຍເຫຼືອໄວໜຸ່ມເຫຼົ່ານັ້ນ, ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫຼືອການເສີມສ້າງທັກສະຊີວິດ ແລະ ຄວາມອາດສາມາດໃນການຊອກຂໍ້ມູນ, ການບໍລິການ ແລະ ຕັດສິນໃຈບັນຫາຊີວິດໂດຍທີ່ມີຄວາມຮູ້ ແລະ ສະໝັກໃຈ.
ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ໄດ້ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາໃນ ສປປ ລາວ ໂດຍການເຊື່ອມສານ ເພດສຶກສາ ເຂົ້າໃນຫຼັກສູດການຮຽນ-ການສອນ ເປັນຕົ້ນແມ່ນໃນຫຼັກສູດຊັ້ນປະຖົມສຶກສາ ໂດຍການປະສານງານກັບ BEQUAL Programme ສະໜັບສະໜູນໂດຍ ລັດຖະບານອົດສະຕາລີ ແລະ ສະຫະພາບເອີລົບ; ນອກນີ້ ຍັງໄດ້ພັດທະນາຄູ່ມືສອນໃຫ້ແກ່ຄູ-ອາຈານຊັ້ນມັດທະຍົມສຶກສາ ແລະ ຄູ່ມືຄູສຳລັບຫຼັກສູດວິຊາຊີບເພື່ອໃຫ້ນັກຮຽນທີ່ໃຫຍ່ກວ່າໄດ້ຮັບຂໍ້ມູນຂ່າວສານ.
ປັດໄຈຫຼັກກໍຄືການສ້າງໃຫ້ນັກຮຽນໄດ້ຮັບຂໍ້ມູນທີ່ເໝາະສົມໃນແຕ່ລະເກນອາຍຸ, ໂດຍການເພີ່ມຄວາມສັບຊ້ອນ ແລະ ການກະທຳທີ່ອ່ອນໄຫວຕໍ່ກັບວັດທະນາທຳ. ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ໄດ້ສຸມໃສ່ບັນຫາການສົ່ງຕໍ່ຂໍ້ມູນກ່ຽວກັບເພດສຶກສາໃນທາງທີ່ສ້າງສັນ ໂດຍຜ່ານ: ກຸ່ມສົນທະນາ, ການສະແດງລະຄອນ ແລະ ການເລົ່າເລື່ອງ.
ທັກສະຊິວິດ-ເພດສຶກສາ ຫຼື CSE ໄດ້ເລີມປະຕິບັດການເຊື່ອມສານເຂົ້າໃນຫຼັກສູດການຮຽນ-ການສອນ ໃນການສຶກສາລະດັບປະຖົມ ປີທີ 1 ຫາ 3, ແລະ ຈະສືບຕໍ່ໃນລະດັບປີທີ 4 ແລະ 5 ໃນອີກສອງປີຕໍ່ໜ້າ ເຊິ່ງກວມເອົານັກຮຽນເປົ້າໝາຍທັງໝົດ 400,000 ຄົນທົ່ວປະເທດ. ໃນການສຶກສາລະດັບມັດທະຍົມ, ມີອາຈານ 110 ຄົນ ໃນໂຮງຮຽນ 45 ແຫ່ງ ໄດ້ຮັບການເຝິກອົບຮົມ ກ່ຽວກັບການສອນວິຊາເພດສຶກສາໃຫ້ແກ່ນັກຮຽນຈຳວນຫຼາຍກວ່າ 25,000 ກວ່າຄົນ ພາຍໃນແຂວງບໍ່ແກ້ວ. ຫົວຂໍ້ເພດສຶກສານີ້ ໄດ້ຂະຫຍາຍການຮຽນ-ການສອນອອກໄປສູ່ 3 ແຂວງຕື່ມ ໂດຍການຮ່ວມມືກັບຄູ່ຮ່ວມມືຍຸດທະສາດ ກໍຄື ອົງການ PLAN International ແລະ Child Fund ເຊິ່ງກວມເອົາກຸ່ມນັກຮຽນເປົເາໝາຍທັງໝົດ 27,000 ຄົນ, ແລະ ນັກຮຽນໃນລະບົບວິຊາຊີບຈຳນວນ 3,000 ກວ່າຄົນ.
ເພດສຶກສາທີ່ຄົບຖ້ວນ ມີເນື້ອໃນຄືແນວໃດ?
ການຮຽນຮູ້ກ່ຽວກັບຮ່າງກາຍຕົນເອງ: ນັກຮຽນສຶກສາກ່ຽວກັບຮ່າງກາຍຂອງມະນຸດ ແລະ ວິທີປົກປ້ອງຢ່າງຖືກວິທີ. ພວກເຂົາຈະຮຽນຮູ້ກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລິນພັນ ແລະ ສິດທິ, ເຊິ່ງກວມເອົາ ການຈະເລີນເຕີບໂຕຂອງຮ່າງກາຍ, ອາລົມ, ຄວາມຕ້ອງການ ແລະ ຄວາມກຽດຊັງ. ທີ່ສຳຄັນທີ່ສຸດແມ່ນ ການທີ່ເຂົາເຈົ້າໄດ້ຮຽນຮູ້ທັກສະຕ່າງໆເພື່ອບໍລິຫານການດຳລົງຊີວິດປະຈຳວັນ ແລະ ການເປັນຢູ່ທີ່ດີ.
ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ: ນັກຮຽນຮຽນຮູ້ກ່ຽວກັບການສືບພັນ, ຄວາມແຕກຕ່າງຂອງສະພາບຮ່າງກາຍຂອງເພດຍິງ ແລະ ເພດຊາຍ. ພວກເຂົາຍັງໄດ້ຮຽນກ່ຽວກັບການປ້ອງກັນການຖືພາ, ການຄຳນຶງເຖິງພະຍາດຕິດຕໍ່ທາງເພດສຳພັນ ລວມທັງ ພະຍາດເອດ.
ສາຍສຳພັນ, ເພດ ແລະ ຄວາມຮູ້ສຶກ: ນັກຮຽນໄດ້ຮຽນກ່ຽວກັບສາຍສຳພັນທີ່ດີ ແລະ ສາຍສຳພັນທີ່ບໍ່ດີ ພ້ອມດ້ວຍອິດທິພົນຂອງການກະທໍານີ້. ພວກເຂົາໄດ້ຮຽນກ່ຽວກັບການໃຫ້ກຽດຄົນໃນຄອບຄົວ, ໜູ່ເພື່ອນ ແລະ ຄູ່ຮັກ ເຊິ່ງຈະຊ່ວຍໃຫ້ຮູ້ສຶກໄດ້ເຖິງສະພາບລວມຂອງສັງຄົມກ່ຽວກັບເພດເຊັ່ນ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການໃຊ້ຄວາມຮຸນແຮງທາງເພດ. ການສອນໃຫ້ເດັກຊາຍຮູ້ໃຫ້ກຽດເຊິ່ງກັນແລະກັນ ຈະຊ່ວຍເສີມສ້າງຈິດສຳນຶກກ່ຽວກັບຄວາມສະເໝີພາບລະຫວ່າງເພດຍິງ ແລະ ຊາຍ, ການສະໜັບສະໜູນຊຸກຍູ້ເພດຍິງ ທັງຜູ້ໃຫຍ່ ແລະ ເດັກນ້ອຍ.
ການຄິດເຊີງວິເຄາະ: ເພື່ອທີ່ຈະວິເຄາະຂໍ້ມູນ ແລະ ປະສົບການໃນທາງຮູບປະທຳ ແລະ ເພື່ອທີ່ຈະອີງໃສ່ບັນດາປັດໄຈທີ່ສົ່ງຜົນສະທ້ອນໃຫ້ກັບບຸກຂະລິກກະພາບ ແລະ ການປະພຶດ ເປັນຕົ້ນແມ່ນ ຄ່ານິຍົມ, ຄວາມກົດດັນຈາກໝູ່ເພື່ອນ, ຄວາມເຊື່ອທົ່ວໄປຂອງສັງຄົມ ແລະ ຂໍ້ມູນຈາກສື່. ສິ່ງເຫຼົ່ານີ້ຈະເປັນສິ່ງປູກຝັງແນວຄວາມຄິດ ແລະ ເກີດເປັນຄວາມເຊື່ອໃນບັນຫາຕ່າງໆໃນສັງຄົມທີ່ແຕກຕ່າງກັນ.
ການຕັດສິນໃຈ: ໄວໜຸ່ມ ຮຽນກ່ຽວກັບສິດທິຂອງຕົນ ແລະ ການເຂົ້າເຖິງທາງເລືອກທີ່ດີສຸດໃນການຕັດສິນໃຈຂອງເຂົາເຈົ້າ. ເນື້ອຫາຂອງຫົວຂໍ້ນີ້ປະກອບມີ ສິດທິເດັກ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ເປັນຕົ້ນແມ່ນ ສິດໃນການຕັດສິນໃຈວ່າຈະແຕ່ງງານຕອນໃດ ແລະ ນຳໃຜ, ການເລືອກທີ່ຈະມີລູກຕອນໃດ, ດ້ວຍວິທີໃດ, ຢາກໄດ້ຈັກຄົນ ຫຼື ຈະເລືອກການຄຸມກຳເນີດເມື່ອຍັງບໍ່ພ້ອມ.
ທັກສະໃນການສື່ສານລະຫວ່າງບຸກຄົນ: ຊ່ວຍໃຫ້ນັກຮຽນມີການສື່ສານກັບຜູ້ອື່ນໃນຊີວິດປະຈຳວັນໄດ້ດີຂຶ້ນ ເປັນຕົ້ນແມ່ນການສື່ສານລະຫວ່າງຕົນເອງກັບ ພໍ່ແມ່, ໝູ່ເພື່ອນ, ຜູ້ຊາຍ ແລະ ຜູ້ຍິງ ໃນຊຸມຊົນ ແລະ ບັນດາຜູ້ນຳໃນສັງຄົມ ໃຫ້ມີຄວາມເຂົ້າໃຈ ແລະ ເສີມສ້າງທັດສະນະລະຫວ່າງຄົນກັບຄົນຢ່າງຖືກຕ້ອງ, ຜ່ານວິທີການສະແດງຄຳຄິດຄຳເຫັນ, ການເຈລະຈາ, ການໂອ້ລົມໃນຫຼາຍບັນຫາໃນແຕ່ລະວັນ.
ລັດຖະບານຂອງ ສປປ ລາວ ສືບຕໍ່ປະຕິບັດຄຳໝາຍໝັ້ນຕໍ່ກອງປະຊຸມວ່າດ້ວຍປະຊາກອນ ແລະ ການພັດທະນາ ຄົບຮອບ 25 ປີ ທີ່ ເມືອງ ໄນໂຣບີ (Nairobi Summit on ICPD25) ໃນການເຊື່ອມສານວິຊາເພດສຶກສາໃນຫຼັກສູດການຮຽນ-ການສອນແຫ່ງຊາດໃນຂອບເຂດທົ່ວປະເທດ ພາຍໃນປີ 2030 ເຊິ່ງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ໄດ້ເຮັດວຽກຮ່ວມກັນ ເພື່ອຮັບປະກັນໃຫ້ ສປປ ລາວ ບັນລຸເປົ້າໝາຍຂອງຄຳໝາຍໝັ້ນດັ່ງກ່າວ ແລະ ບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງ ໃນເວລາດຽວກັນ.
ສຳລັບຂໍ້ມູນເພີ່ມເຕີ: laos.office@unfpa.org