News

ການປ່ຽນແປງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ຢູ່ ສປປ ລາວ ນັບແຕ່ປີ 1995 ເຖິງປັດຈຸບັນ (2019)

23 May 2019

ຫາກເມື່ອລະບົບສຸຂະພາບມີການປັບປຸງ, ຊີວິດຂອງບຸກຄົນແລະຄອບຄົວກໍ່ຈະດີຂຶ້ນຕາມລຳດັບ. ສປປ ລາວ ໄດ້ມີຄວາມຄືບຫນ້າຢ່າງຫຼວງຫຼາຍໃນການໃຫ້ການບໍລິການສຸຂະພາບທາງເພດ ແລະ ຈະເລີນພັນ, ແລະເປັນ 1 ໃນ 3 ປະເທດທີ່ສາມາດບັນລຸເປົ້າຫມາຍສະຫະສະຫວັດການພັດທະນາ ທີ 5 ຄື ການຫຼຸດຜ່ອນອັດຕາການຕາຍຂອງແມ່ເພື່ອບັນລຸເປົ້າຫມາຍພັດທະນາທີ່ຍືນຍົງ 18 (SDGs) ທີ່ມີຈຸດປະສົງເພື່ອ "ບໍ່ປະຖິ້ມໃຜຢູ່ເບື້ອງຫລັງທີ່ເຫຼືອຢູ່ 11 ປີ, ຍິ່ງໄປກວ່ານັ້ນ, ບາງປະເທດຍິ່ງຕ້ອງຮີບຟ້າວເພື່ອໃຫ້ບັນລຸເປົ້າຫມາຍດັ່ງກ່າວ. ເຮົາມາເບິ່ງຄວາມຄືບຫນ້າທີ່ເກີດຂື້ນໃນປະເທດລາວນຳກັນ ແລະ ສິ່ງໃດທີ່ຍັງຄົງຄ້າງ ແລະ ຕ້ອງການການເອົາໃຈໃສ່ຢ່າງຮີບດ່ວນ.

 

ການເກີດຂອງແມ່: ໃນປີ 1995, ແມ່ຍິງໂດຍສະເລ່ຍ ຢູ່ ສປປ ລາວ ຈະມີລູກ 5.8 ຄົນປັດຈຸບັນ, 25 ປີຂອງການຂະຫຍາຍຕົວຂອງການວາງແຜນຄອບຄົວແມ່ຍິງໂດຍສະເລ່ຍມີລູກ 2.7 ຄົນ. ຢ່າງໃດກໍ່ຕາມ, ຜູ້ທຸກຍາກ, ຄົນທີ່ມີຄວາມຮູ້ຫນ້ອຍ, ຜູ້ທີ່ຢູ່ໃນເຂດຊົນນະບົດ, ແລະ ຜູ້ທີ່ບໍ່ທັນແຕ່ງງານກໍ່ຍັງບໍ່ສາມາດເຂົ້າເຖິງແຜນການຄອບຄົວໄດ້ງ່າຍ. ຄວາມຕ້ອງການທີ່ຂາດການສະໜອງວາງແຜນຄອບຄົວແມ່ນຢູ່ທີ່ 11% ສໍາລັບແມ່ຍິງໄວຈະເລີນພັນທີ່ແຕ່ງງານແລ້ວ ແລະ 75% ສໍາລັບແມ່ຍິງ 15-19 ປີ ທີ່ຍັງໂສດ!

 

ເພື່ອບັນລຸເປົ້າຫມາຍ SDGs  ດ້ານການວາງແຜນຄອບຄົວຢູ່ ສປປ ລາວ:  ການເລັ່ງຄວາມພະຍາຍາມຢ່າງຕໍ່ເນື່ອງຜ່ານການລົງທຶນທີ່ສູງຂຶ້ນໃນການຊື້ຢາຄຸມກໍາເນີດ ແລະ ເຮັດໃຫ້ຢາຄຸມກໍາເນີດເຂົ້າເຖິງໄດ້ງ່າຍຂຶ້ນສໍາລັບແມ່ຍິງທີ່ຍັງບໍ່ທັນແຕ່ງງານ ແລະ ເຂດຊົນນະບົດ, ພ້ອມກັບຜູ້ຊາຍທີ່ມີຄວາມສົນໃຈໃນໃນການປ້ອງກັນ.

 

ມີການດູແລສຸຂະພາບຂັ້ນຕົ້ນ:  ໃນປີ 1995, ປະຊາກອນປະມານ 4.6 ລ້ານຄົນໄດ້ຮັບການບໍລິການຜ່ານສະຖານທີ່ບໍລິການ 533 ແຫ່ງ. ໃນປີ 2019 ສໍາລັບປະຊາກອນ 6.7 ລ້ານຄົນ ແລະ ມີສະຖານທີ່ສຸຂະພາບ 1400 ແຫ່ງ ສຳລັບ 8,500 ບ້ານ, ຊິ່ງບາງແຫ່ງກວມເອົາ 3-5 ບ້ານ, ໂດຍອີງຕາມໄລຍະທາງ ແລະ ຂົງເຂດ.

 

ເພື່ອບັນລຸເປົ້າຫມາຍ SDGs:  ການສ້າງຄວາມເຂັ້ມແຂງລະບົບສຸຂະພາບ ແມ່ນປັດໄຈສໍາຄັນສໍາລັບການບໍລິການສາທາລະນະສຸກແບບທົ່ວເຖິງ. ລັກສະນະທີ່ສໍາຄັນຂອງຄຸນນະພາບແມ່ນ ຄວາມສອດຄ່ອງລະຫວ່າງການຝຶກອົບຮົມກ່ອນການບໍລິການ, ການປັບປຸງລາຍລະອຽດຂອງວຽກງານຂອງຜູ້ບໍລິຫານທັງຫມົດ ແລະ ການຍົກລະດັບທັກສະໃນການເຮັດວຽກລວມທັງທັກສະຂອງຜູ້ຄຸມງານເພື່ອໃຫ້ເຂົາເຈົ້າສາມາດສະຫນັບສະຫນູນພະນັກງານວິຊາການໂດຍສະເພາະແມ່ນ ຜະດຸງຄັນທີ່ລົງພື້ນຖານ.

 

ຄຸນະພາບຂອງການດູແລສຸຂະພາບຂອງແມ່: ໃນປີ 1995 ອັດຕາການຕາຍຂອງແມ່ (MMR) ແມ່ນ 650 ຕໍ່ 100,000 ການເກີດ, ຕໍ່ມາໄດ້ຫຼຸດລົງເຖິງ 206 ຕໍ່ 100,000 ການເກີດໃນປີ 2015. ສປປ ລາວ ເປັນ1 ໃນ 3 ປະເທດທີ່ສາມາດບັນລຸເປົ້າຫມາຍການພັດທະນາສະຫະສະຫວັດໃນການຫຼຸດຜ່ອນການເສຍຊີວິດຂອງແມ່.   ໃນປີ 2019 ການບໍລິການດູແລສຸຂະພາບຂອງແມ່ເບື້ອງຕົ້ນແມ່ນຟຣີ, ອັດຕາການຕາຍຂອງແມ່ແມ່ນຫຼຸດລົງ ແລະ MOH ໄດ້ນໍາໃຊ້ 5 ຜະລິດຕະພັນ ແລະ ວິທີການຄວາມເພິ່ງພໍໃຈເປັນຕົວຊີ້ວັດສໍາລັບການຮັບປະກັນຄຸນນະພາບ.

 

ເພື່ອບັນລຸເປົ້າຫມາຍ SDG: i) ການແກ້ໄຂພາວ່ະສຸກເສີນທາງດ້ານສູດຕິສາດຂັ້ນພື້ນຖານແມ່ນຜະດຸງຄັນເປັນຜູ້ເບິ່ງແຍງ, ຕາມການສຳຫຼວດລະດັບໂລກສະແດງໃຫ້ເຫັນວ່າ ຜະດຸງຄັນຊ່ວຍຊີວິດ. ຜູ້ຊ່ຽວຊານດ້ານການປິ່ນປົວຕ້ອງແບ່ງຄວາມຮັບຜິດຊອບລະຫວ່າງການແກ້ໄຂພາວ່ະສຸກເສີນ ແລະ ຂັ້ນພື້ນຖານທາງດ້ານສູດຕິສາດ, ເພື່ອໃຫ້ຜະດຸງຄັນສາມາດເຮັດໜ້າທີ່ຊ່ວຍເຫຼືອ. 

ii) ເປີດກວ້າງໃຫ້ຜູ້ໃຊ້ບໍລິການໄດ້ສະແດງຄວາມພໍໃຈ ແລະ ຄວາມຄິດເຮັດ ຈະຊ່ວຍໃຫ້ຄຸນຄ່າການຮັກສາຄຸນະພາບຂອງການບໍລິການໄດ້ດີ. ສິ່ງເຫຼົ່ານີ້ຈະເຮັດພວກເຂົາສາມາດຮູ້ ແລະ ອະທິບາຍສິ່ງທີ່ພວກເຂົາຕ້ອງການໄດ້ດີ, ໃນຂະນະທີ່ຜູ້ຮັບຜິດຊອບຈະ ໃຫ້ບໍລິການທີ່ມີຄຸນນະພາບທີ່ມີຄວາມຮູ້ດ້ານວິຊາການແລະຕອບສະຫນອງຄວາມຕ້ອງການຂອງຜູ້ໃຊ້ບໍລິການ.

iii) ການເສີມສ້າງທັກສະພາຍໃນສະຖາບັນ: ປັບປຸງຫຼັກສູດ ແລະ ຮັບປະກັນໃຫ້ສອດຄ່ອງກັບການຝຶກອົບຮົມຄັ້ງທໍາອິດ ປະກອບມີການວາງແຜນຄອບຄົວແລະການບໍລິການດ້ານສຸຂະພາບທາງດ້ານການຮັກສາສຸຂະພາບທີ່ເປັນມິດກັບເຍົາວະຊົນເປັນການຮຽນຮູ້ທີ່ສໍາຄັນສໍາລັບຜູ້ທີ່ມີສຸຂະພາບທີ່ກ່ຽວຂ້ອງ

 

ອີງຕາມບົດລາຍງານຜູ້ມີທັກສະໃນການຊ່ວຍເກີດ (SBA) ປີ 2009 ສະແດງໃຫ້ເຫັນວ່າ ຫລາຍກວ່າ 8 ໃນ 10 ການເກີດແມ່ນປາສະຈາກການຊ່ວຍເຫຼືອຈາກຜູ້ມີທັກສະໃນການຊ່ວຍເກີດ, ແລະ ໃນເຂດຫ່າງກຊອກຫຼີກ 9 ໃນ 10 ການເກີດແມ່ນປາສະຈາກພະນັກງານຊ່ຽວຊານດ້ານສຸຂະພາບ. ການເກີດສ່ວນໃຫຍ່ແມ່ນມີພີ່ນ້ອງ ຫຼື ຫມູ່ເພື່ອນ ເປັນຄົນຊ່ວຍ. ເກີດຢູ່ເຮືອນ, ແລະ ສ່ວນໃຫຍ່ຂອງພວກເຂົາຍັງເຊື່ອວ່າມັນມີຄວາມຈຳເປັນທີ່ຕ້ອງໄດ້ຮັບການດູແລທາງການແພດ.

ໃນປີ 2019 ລາວມີຜະດຸງຄັນຫຼາຍກວ່າ 1800 ຄົນ, ທີ່ເຮັດວຽກຕາມສະຖານທີ່ໃຫ້ບໍລິການ, ລວມທັງສຸກສາລາ. ເຊິ່ງມີຜົນໃຫ້ 6 ໃນ 10 ຂອງການເກີດໃນປັດຈຸບັນແມ່ນດຳເນີນໂດຍຜູ້ຊ່ຽວຊານ. 

 

ເພື່ອບັນລຸເປົ້າຫມາຍ SDG:  ມີການຈ້າງງານຂອງຜະດຸງຄັນທີ່ຊຳນານ, ຢ່າງໜ້ອຍໃຫ້ມີ 1 ຄົນ ປະຈຳສະຖານທີ່ບໍລິການ ແລະ ຮັບປະກັນການຈ້າງງານຂອງຜະດຸງຄັນທີ່ເປັນຄົນຊົນເຜົ່າ ເພາະພວກເຂົາສາມາດສື່ສານໄດ້ກັບຄົນທ້ອງຖິ່ນ. ຕາມທຳມະດາແລ້ວ ເຮົາມີ 1400 ສະຖານທີ່ບໍລິການ ບວກກັບ ຜະດຸງຄັນປັດຈຸບັນມີ 1800 ຄົນ, ມັນຫນ້າຈະເປັນໄປໄດ້.

 

ສິ່ງທີ່ພວກເຮົາສາມາດເຮັດໄດ້ດ້ວຍຕົວເອງ

 

ເພື່ອບັນລຸເປົ້າຫມາຍ SDG:  ຖ້າຢູ່ເຮືອນຂອງທ່ານມີໄວໜຸ່ມ, ຊາຍ ແລະ ຍິງ - ເລີ່ມການສົນທະນາກັບພວກເຂົາກ່ຽວກັບຄົນຜູ້ໜຶ່ງສາມາດເກີດມາໄດ້ແນວໃດ. ຕາມຄວາມເປັນຈິງແລ້ວ, ການມີເພດສຳພັນຢ່າງປອດໄພ ແລະ ມີຄວາມຮັບຜິດຊອບແມ່ນເກີດຂຶ້ນໄດ້ຈາກທັງໄວໜຸ່ມຍິງ ແລະ ຊາຍ. ດັ່ງນັ້ນພວກເຂົາຄວນຮູ້ຈັກ, ເຂົ້າໃຈກ່ຽວກັບການປ່ຽນແປງ ແລະ ຄວາມຕ້ອງການຂອງຮ່າງກາຍຂອງພວກເຂົາໄດ້.

 

ICPD PoA (ແຜນປະຕິບັດງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ) ໄດ້ຈັດຂຶ້ນທີ່ນະຄອນຫຼວງໄຄໂຣ ປີ1994 ແລະ ມີລັດຖະບານຈາກ 179 ປະເທດໄດ້ຮອງຮັບເອົາ, ມັນສະແດງເຖິງການຮັບຮູ້ສິດທິຂອງແມ່ຍິງໃນການຕັດສິນໃຈວ່າວ່າພວກເຂົາຈະຖືພາຕອນໃດ ແລະ ມີລູກຈັກຄົນ.....ICPD ສະໜັບສະໜູນໃຫ້ແມ່ຍິງ ແລະ ຄູ່ຜົວເມຍມີເອກະລາດໃນຮ່າງກາຍຂອງພວກເຂົາ ແລະ ເຊື່ອມໂຍງສູ່ການພັດທະນາຊຸມຊົນ ແລະ ປະເທດ...ທ່ານວ່າຄົນຄວນຈະຫັນມາສົນໃຈປັນຫາເຫຼົ່ານີ້ ຫຼາຍຂຶ້ນບໍ? ພວກເຮົາຄິດວ່າ ຄວນ! ປີນີ້ພວກເຮົາສະເຫຼີມສະຫຼອງຄົບຮອບ 25 ປີຂອງ ICPD. ເຂົ້າຮ່ວມການສົນທະນາ! ກ່ຽວກັບການປ່ຽນແປງໃນ 25ປີກ່ອນ ມາຮອດປັດຈຸບັນ #what’schanged #ICPD@25  UNFPA@50

 

UNFPA ເຮັດວຽກເພື່ອຊ່ວຍໄວໜຸ່ມທຸກຄົນບັນລຸເປົ້າໝາຍ, ພວກເຮົາຍັງເຮັດວຽກເພື່ອຫຼຸດຜ່ອນການຕາຍຂອງແມ່, ຮັບປະກັນທຸກການຖືພາໂດຍສະຫມັກໃຈ ແລະ ບໍ່ແມ່ນດ້ວຍຄວາມບັງເອີນ ເຊັ່ນດຽວກັນກັບການແກ້ໄຂຄວາມຮຸນແຮງທາງເພດ ແລະ ການປະຕິບັດທີ່ເປັນອັນຕະລາຍ. #Noi2030 #ICPD25,  #UNFPA50