You are here

ນະຄອນຫຼວງວຽງຈັນ, ສປປລາວ - ອົງການ Good Neighbors ເປັນອົງການພັດທະນາດ້ານມະນຸດສະທຳສາກົນ ສ້າງຕັ້ງຂຶ້ນໃນປະເທດເກົາຫລີໃຕ້, ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບອົງການ ສະຫະປະຊາຊາດກອງທຶນ  ສຳລັບ ປະຊາກອນ (UNFPA) ປະຈຳ ສປປລາວ, ເພື່ອຈະສະໜັບສະໜູນເປັນຈຳນວນເງິນ 100,000 ໂດລາສະຫະລັດ USD ເພື່ອຊ່ວຍເຫຼືອວຽກງານສາທາລະນະສຸກ ຂອງກະຊວງສາທາ ແລະ ສູນໄວໜຸ່ມນະຄອນຫຼວງວຽງຈັນ, ໂດຍມີຈຸດປະສົງຂະຫຍາຍການສະໜອງການບໍລິການທີ່ເປັນມິດຕໍ່ໄວໜຸ່ມ ແລະ ເຍົາວະຊົນ (ຊື່ຫຍໍ້ໂຄງການແມ່ນ AYFS) ຜ່ານບັນດາສະຖານທີ່ບໍລິການ, ສຸກສາລາ ແລະ ຄລີນິກເຄື່ອນທີ່ເຄື່ອນທີ່ໃຫ້ແກ່ໂຮງຮຽນ ແລະ ຊຸມຊົນ ຢູ່ເມືອງໄຊ, ແຂວງອຸດົມໄຊ.

ກະຊວງສາທາລະນະສຸກ ຮ່ວມກັບ UNFPA, ລັດຖະບານປະເທດລຸກຊຳບວກ ແລະ ບັນດາຄູ່ຮ່ວມພັດທະນາອື່ນໆ ໄດ້ສ້າງຄູ່ມືແຫ່ງຊາດ ທີ່ສາມາດນຳໃຊ້ໂດຍຜູ້ໃຫ້ບໍລິການສສຸຂະພາບເພື່ອຊ່ວຍສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການສະໜອງບໍລິການດ້ານສຸຂະພາບທາງເພດ ແລະ ຈະເລີນພັນທີ່ເປັນມິດປິດລັບ ຕໍ່ໄວໜຸ່ມ ແລະ ເຍົາວະຊົນ ແລະ ເພື່ອຕອບສະໜອ ຄວາມຕ້ອງການຂອງພວກເຂົາ.

ການເຝິກອົບຮົມເພື່ອນຳໃຊ້ຄູ່ມືດັ່ງກ່າວເລີ່ມຕັ້ງແຕ່ປີ 2018 ແລະ ມີແຜນຈະຂະຫຍາຍໄປທົ່ວປະເທດ. ຜູ້ໃຫ້ບໍລິການທີ່ໄດ້ຜ່ານການຝຶກອົບຮົມ ແມ່ນສາມາດໃຫ້ຂໍ້ມູນ, ຄຳແນະນຳ, ແລະ ບໍລິການທີ່ຖືກຕ້ອງ (ການຮັກສາຂັ້ນພື້ນຖານ, ວິທີການວາງແຜນຄອບຄົວເຊັ່ນ: ການນຳໃຊ້ຖົງຢາງອະນາໄມ, ຢາຄຸມກຳເນີດ) ໃຫ້ແກ່ໄວໜຸ່ມ.

ການບໍລິການນອກສະຖານທີ່ກໍ່ແມ່ນໜຶ່ງໃນກິດຈະກຳຂອງໂຄງການ AYFS, ເຊິ່ງຜູ້ໃຫ້ບໍລິການດ້ານສຸຂະພາບໄປຢ້ຽມຢາມເຂດຊຸມຊົນ, ໂຮງຮຽນ, ໂຮງງານ ແລະ ບ້ານເພື່ອໃຫ້ຂໍ້ມູນຂ່າວສານ, ລວມທັງບໍລິການດ້ານສຸຂະພາບດ້ານສຸຂະພາບທາງເພດ ແລະ ຈະເລີນພັນ, ເພື່ອເຂົ້າເຖິງໄວໜຸ່ມຫຼາຍຂຶ້ນ ໂດຍສະເພາະແມ່ນຜູ້ທີ່ປະສົບຄວາມຫຍຸ້ງຍາກໃນການເຂົ້າເຖິງບໍລິການ ຫຼື ບາງທີກໍ່ຍ້ອນມີຄວາມເຂີນອາຍ, ຫຼືບໍ່ມີພາຫະນະທີ່ຈະໄປຫາສະຖານທີ່ບໍລິການ.

 ອີງຕາມຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດປີ 2015, ມີປະຊາກອນຫຼາຍກວ່າ 200,000 ຄົນທີ່ອາໄສຢູ່ແຂວງອຸດົມໄຊ, ໃນນັ້ນ 40% ຂອງປະຊາກອນແມ່ນໄວໜຸາມຍິງ ແລະ ຊາຍອາຍຸ 10-19 ປີ. ເປັນທີ່ຮູ້ກັນດີວ່າໄວໜຸ່ມສ່ວນໃຫຍ່ແມ່ນມີຂໍ້ຫຍຸ້ງຍາກຫຼາຍ, ໂດຍສະເພາະໄວໜຸ່ມຍິງໃນການເຂົ້າເຖິງການບໍລິການດ້ານສຸຂະພາບ, ເວົ້າລວມແລ້ວແມ່ນກ່ຽວຂ້ອງຫຼາຍປັດໄຈເຊັ່ນ: ຄວາມພ້ອມ, ການເຂົ້າຫາ, ການຍອມຮັບ ແລະ ຄວາມສະເໝີພາບຂອງການບໍລິການດ້ານສຸຂະພາບສຳລັບກຸ່ມອາຍຸນັ້ນ. ຂໍ້ມູນຍັງສະແດງໃຫ້ເຫັນວ່າ ຢູ່ແຂວງອຸດົມໄຊ 46% ຂອງໄວໜຸ່ມອາຍຸ 15-17 ປີປະຈຸບັນອອກຈາກຊັ້ນມັດທະຍົມຕອນປາຍ, ໃນຂະນະທີ່ 32% ຂອງເດັກຍິງອາຍຸ 15-19 ປີໄດ້ແຕ່ງງານ/ ມີຄູ່ຄອງແລ້ວ. ແຂວງອຸດົມໄຊ ມີອັດຕາການເກີດຂອງໄວໜຸ່ມສູງຫຼາຍ ຖ້າທຽບໃສ່ອັດຕາສະເລ່ຍທົ່ວປະເທດ. (105/1000 ທຽບໃສ່ສະເລ່ຍທົ່ວປະເທດຂອງ 83/1000). ການຖືພາໃນໄວໜຸ່ມແມ່ນກໍ່ໃຫ້ເກີດຄວາມສ່ຽງສູງ ແລະ ເກີດມີການຕາຍຂອງແມ່ໃນລະຫວ່າງຖືພາ ແລະ ການເກີດລູກ.

ການຮ່ວມມືລະຫວ່າງ Good neighbors ແລະ ອົງການ UNFPA ຈະເລີ່ມຂຶ້ນໃນທ້າຍປີ 2019 ແລະ ຄາດວ່າໂຄງການຈະມີໄລຍະເວລາ 1 ປີ. ຄາດວ່າໄວໜຸ່ມ ແລະ ເຍົາວະຊົນຫຼາຍກວ່າ 14,000 ທີ່ອາໄສຢູ່ເມືອງໄຊ, ແຂວງອຸດົມໄຊ, ສາມາດເຂົ້າເຖິງຂໍ້ມູນ ແລະ ການບໍລິການສຸຂະພາບທາງເພດ ແລະ ການຈະເລີນພັນຜ່ານສະຖານທີ່ບໍລິການ ແລະ ຜ່ານຄລີນິກເຄື່ອນທີ່. ລວມທັງຮັບປະກັນໃຫ້ແມ່ຍິງໄວຈະເລີນພັນທຸກຄົນ, ປະຊາຊົນ ແລະ ຊຸມຊົນຂອງແຂວງດັ່ງກ່າວສາມາດເຂົ້າຮ່ວມກິດຈະກຳ, ໄດ້ຮັບບໍລິການ ແລະ ຂໍ້ມູນຂ່າວສານທີ່ທົ່ວເຖິງ ແລະ ມີການຈ້າງງານຂອງແພດຜະດຸງຄັນ.

__________________________________________________________________________________________________________________

UNFPA is the United Nations reproductive health and rights agency. It is the leading agency for delivering a world where every pregnancy is wanted, every childbirth is safe and every young person's potential is fulfilled. UNFPA promotes sexual and reproductive health and rights, particularly maternal health, in over 150 countries, as well as working to end harmful practices such as child marriage, and supporting population data collection and analysis.

  

For more information, please contact:      

Ms. Kay amphone Singhalath

Telephone: 021 267 680        

Email: Singhalath@unfpa.org

website: lao.unfpa.org

 

Follow us on Facebook: UNFPA Laos, Twitter & Youtube: UNFPA Lao PDR