ວັນທີ 16 ທັນວາ ປີ 2020, ນະຄອນຫຼວງວຽງຈັນ, ສປປ ລາວ. ກະຊວງສາທາລະນະສຸກ ໂດຍການສະໜັບສະໜູນຈາກອົງການສະຫະປະຊາຊາດ ໃນ ສປປ ລາວໄດ້ຈັດກອງປະຊຸມໜຶ່ງມື້ຂຶ້ນ ເພື່ອຮຽກຮ້ອງໃຫ້ບັນດາຜູ້ວາງນະໂຍບາຍ, ວິຊາການໂຄງການ, ແລະ ຜູ້ບໍລິຫານຈາກກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະຫະພັນແມ່ຍິງລາວ ໃນການເພີ່ມທະວີ ແລະ ປະສານສົມທົບຄວາມພະຍາຍາມໃນການຊ່ວຍເຫຼືອບັນດາແຂວງ ແລະ ເມືອງທີ່ໄດ້ຮັບຜົນກະທົບ. ພາຍໃນກອງປະຊຸມດັ່ງກ່າວໄດ້ໂອ້ລົມສົນທະນາເຖິງການຈັດຕັ້ງປະຕິບັດ MISP ເພື່ອສຸຂະພາບຈະເລີນພັນໃນການສະຖານະການສຸກເສີນ ແລະ ວິທີການຈັດຕັ້ງປະຕິບັດ MISP ໃນໄລະຍະເລີ່ມຕົ້ນໃນຊ່ວງສຸກເສີນ. ໂດຍກອງປະຊຸມຄັ້ງນີ້ແມ່ນ ມີຜູ້ເຂົ້າຮ່ວມມາຈາກຂັ້ນສູນກາງ ແລະ 3 ແຂວງຄື: ແຂວງ ສະຫວັນນະເຂດ, ຫຼວງພະບາງ ແລະ ອັດຕະປື.
ກອງປະຊຸມໄດ້ກວມເອົາ 6 ຈຸດປະສົງ MISP ຕົ້ນຕໍດັ່ງນີ້: 1. ການປະສານສົມທົບເພື່ອຊ່ວຍຊີວິດ; 2. ການປ້ອງກັນຄວາມຮຸນແຮງທາງເພດ ແລະ ການຕອບສະໜອງຄວາມຕ້ອງການແກ່ຜູ້ລອດຊີວິດ; 3. ການປ້ອງກັນການສົ່ງຕໍ່ ແລະ ຫຼຸດຜ່ອນຄວາມສ່ຽງ ແລະ ອັດຕາການຕາຍຈາກ HIV ແລະ ພະຍາດຕິດຕໍ່ທາງເພດສໍາພັນອື່ນໆ; 4. ການປ້ອງກັນການເກີດ, ອັດຕາການຕາຍຂອງແມ່ ແລະ ເດັກເກີດໃໝ່; 5. ການປ້ອງກັນການຖືພາໂດຍບໍ່ຕັ້ງໃຈ; 6. ການວາງແຜນການບໍລິການ SRH ທີ່ຄົບຖ້ວນ, ລວມເຂົ້າໃນການດູແລຂັ້ນພຶ້ນຖານຢ່າງຮີບດ່ວນທີ່ສຸດ ລວມເຖິງການດູແລຮັກສາການເອົາລູກອອກຢ່າງປອດໄພຕາມຂອບເຂດກົດໝາຍຢ່າງເຕັມທີ່.
ຈາກຝົນທີ່ຕົກໜັກ ທີ່ມີສາເຫດຈາກພາຍຸລະດູຮ້ອນທີ່ແຕກຕ່າງກັນໃນປີ 2018, 2019 ແລະ ໃນປີ 2020 ໄດ້ເຮັດໃຫ້ເກີດມີນໍ້າຖ້ວມຢ່າງໜັກໜ່ວງໃນແຂວງອັດຕະປື, ສະຫວັນນະເຂດ, ຄໍາມ່ວນ, ໄຊຍະບູລີ, ບໍລິຄໍາໄຊ, ຫຼວງພະບາງ, ບໍ່ແກ້ວ, ເຊກອງ, ຊຽງຂວາງ ແລະ ອຸດົມໄຊ. ເຊິ່ງໃນຄັ້ງນີ້ ແມ່ນຄັ້ງທີ່ຮຸນແຮງທີ່ສຸດທີ່ພົບເຫັນໃນຮອບສິບປີທີ່ຜ່ານມາ. ເຊິ່ງນອກເໜືອຈາກໄພທຳມະຊາດແລ້ວ, ຜົນກະທົບຈາກ COVID-19 ຍິ່ງມາເຮັດໃຫ້ສະພາບການຂອງແມ່ຍິງ, ໄວໜຸ່ມ ແລະ ຜູ້ຄົນທີ່ຢູ່ເຂດນອກອ່ອນແອລົງຕື່ມ.
ການບໍລິການ ແລະ ຄວາມຕ້ອງການທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ໄດ້ຮັບຜົນກະທົບຢ່າງຮຸນແຮງໃນຊ່ວງໄລຍະການແຜ່ລະບາດ ທີ່ເຮັດໃຫ້ແມ່ຍິງມີຄວາມສ່ຽງທີ່ຫຼາຍຂຶ້ນຕໍ່ກັບຄວາມຮຸນແຮງທາງເພດ, ເຮັດໃຫ້ໄວໜຸ່ມຕິດພະຍາດຕິດຕໍ່ທາງເພດສໍາພັນ ແລະ ຕິດເຊື້ອ, ມີອັດຕາການເກີດລູກໃນໄລຍະການຍົກຍ້າຍ ແລະ ການຍ້າຍຖິ່ນຖານຫຼາຍຂຶ້ນ, ການເຂົ້າເຖິງການດູແລຮັກສາລູກໃນທ້ອງໃນຍາມສຸກເສີນ ແລະ ການວາງແຜນຄອບຄົວຍັງຈໍາກັດ ພາໃຫ້ນໍາໄປສູ່ການຕາຍຂອງແມ່ ແລະ ການຖືພາມານທີ່ບໍ່ຕ້ອງການ.
“ຈາກການປ່ຽນແປງຂອງສະພາບອາກາດ ແລະ ໄພພິບັດທໍາມະຊາດອື່ນໆ ທີ່ສົ່ງຜົນກະທົບຕໍ່ກັບບັນດາປະເທດໃນໂລກ ລວມເຖິງ ສປປ ລາວ, ພວກເຮົາຈໍາເປັນຕ້ອງມີການກະກຽມທີ່ດີຂຶ້ນ ແລະ ມີລະບົບທີ່ດີຂຶ້ນໃນຂະແໜງສາທາລະນະສຸກ ເພື່ອສະໜັບສະໜູນໃຫ້ແກ່ບັນດາແມ່ຍິງ ແລະ ເດັກນ້ອຍຂອງພວກເຮົາ” ກ່າວໂດຍທ່ານ. ດຣ ພອນປະເສີດ ອຸຸນນະພົມ (Phonepaseuth Ounaphom), ຜູ້ອໍານວຍການ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ.
ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແມ່ນມີຄວາມສໍາຄັນຫຼາຍໃນການຊ່ວຍເຫຼືອທາງດ້ານມະນຸດສະທໍາ ເຊິ່ງສາມາດຖືໄດ້ວ່າເປັນການແຊກແຊງເພື່ອຊ່ວຍເຫຼືອຊີວິດ. ສ່ວນ MISP ເອງກໍບໍ່ແມ່ນພຽງແຕ່ເຄື່ອງມື ຫຼື ເຄື່ອງໃຊ້ເທົ່ານັ້ນ; ມັນແມ່ນຊຸດການປະຕິບັດ ທີ່ຕ້ອງຖືກຈັດຕັ້ງປະຕິບັດໃນຮູບແບບການປະສານງານໂດຍບຸກຄະລາກອນທີ່ໄດ້ຮັບການຝຶກອົບຮົມມາຢ່າງເໝາະສົມ.
“ພວກເຮົາຫວັງຢ່າງຍິ່ງວ່າ ພາຍຫຼັງກອງປະຊຸມດັ່ງກ່າວນີ້, ຂະແໜງການສາທາລະນະສຸກຈະລົງທຶນໃສ່ ແລະ ໃຫ້ການສະໜັບສະໜູນຕໍ່ກັບການຈັດຕັ້ງປະຕິບັດການກະກຽມ MISP ຢ່າງເໝາະສົມ ແລະ ຕອບໂຕ້ຕໍ່ກັບໄພພິບັດໃນອະນາຄົດ ແລະ ສາມາດຊ່ວຍເຫຼືອໃຫ້ແກ່ກັບບັນດາຜູ້ລອດຊີວິດຈາກຄວາມຮຸນແຮງທາງເພດ ທັງຜູ້ໃຫຍ່ ແລະ ເດັກນ້ອຍ ໃນຂົງເຂດວຽກງານຂອງພວກເຂົາ” ກ່າວໂດຍທ່ານສິລິພອນ ສະກຸນຄູຈາກອົງການ UNFPA ປະຈໍາ ສປປ ລາວ.
ກອງປະຊຸມຍັງໄດ້ໂອ້ລົມ ສົນທະນາເຖິງການລວມເອົາ MISP ເຂົ້າໃນແຜນການຄຸ້ມຄອງ ແລະ ຕອບໂຕ້ໄພພິບັດໃນຕໍ່ໜ້າ ເພື່ອດັດປັບການຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບສະພາບໃນທ້ອງຖິ່ນ ເພື່ອພັດທະນາການກະກຽມຄວາມພ້ອມ ແລະ ການຕອບໂຕ້ຕໍ່ກັບໄພພິບັດ ແລະ ການແຜ່ລະບາດ ໃນນັ້ນກໍເພື່ອໃຫ້ສາມາດສືບຕໍ່ສະໜອງການບໍລິການດ້ານສຸຂະພາບຈະເລີນພັນຂອງເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ. ຜົນຂອງກອງປະຊຸມໃນຄັ້ງນີ້ ຈະໄດ້ຖືກແລກປ່ຽນແບ່ງປັນໃນກອງປະຊຸມທົບທວນ ແລະ ວາງແຜນການຄຸ້ມຄອງໄພພິບັດແຫ່ງຊາດ ປີ 2021 ຂອງຂະແໜງສາທາລະນະສຸກ ເຊິ່ງຈະຈັດຂຶ້ນໃນວັນທີ 17-18 ທັນວາ 2020 ນີ້ຢູ່ທ່າລາດ.
ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:
ທ່ານ ນາງ ອຸໄລວັນ ໄຊຍະລາດ,
ຜູ້ຮັບຜິດຊອບວຽກແຜນງານ - ສ້າງຄວາມເຂັ້ມແຂງລະບົບສາທາລະນະສຸກ, UNFPA, ສ.ປ.ປ. ລາວ.
Email: sayarath@unfpa.org
************
ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການ, ທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໂດຍສະເພາະ ສຸຂະພາບຂອງແມ່, ໃນຫຼາຍກວ່າ 150 ປະເທດ, ລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກ, ແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.