You are here

-ນະຄອນຫຼວງວຽງຈັນ, ວັນທີ 18 ມິຖຸນາ 2021, ທີ່ຫ້ອງການສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປາຊາຊາດ ກອງທຶນປະຊາກອນ (UNFPA) ໄດ້ຈັດກອງປະຊຸມເຜີຍແຜ່ຂຶ້ນໃນມື້ນີ້ ເພື່ອນໍາສະເໜີຜົນການຄົ້ນຄວ້າ ແລະ ຄໍາແນະນໍາທີ່ສຳຄັນທີ່ສໍາຄັນ ໃນການສ້າງຂໍ້ມູນສະຖິຕິທີ່ຈໍາເປັນ, ເຜີຍແຜ່ ແລະ ນໍາໃຊ້ການປະເມີນຜົນ ລວມໄປເຖິງການປຶກ ສາຫາລືສິ່ງທ້າທາຍ, ໂອກາດ ແລະ ທິດທາງຕໍ່ໜ້າ ເພື່ອເສີມສ້າງລະບົບ CRVS ໃຫ້ເຂັ້ມແຂງ ຢູ່ໃນ ສປປ ລາວ.

 

ທ່ານໄດ້ກ່າວເພີ່ມອີກວ່າ: ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ມາຍັງອົງການ UNFPA ເຊິ່ງຍາມໃດກໍ່ມີຄວາມເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ເພື່ອປຸກລະດົມຂົນຂວາຍ ແລະ ຍາດແຍ່ງການຊ່ວຍເຫຼືອ ທາງດ້ານງົບປະມານ ກໍ່ຄືວິຊາການມາຊ່ວຍ ສປປ ລາວ ໂດຍສະເພາະກ່ຽວກັບວຽກງານປະຊາກອນ ແລະ ສະຖິຕິ ເພື່ອຊ່ວຍໃນການວາງແຜນ ແລະ ຕິດຕາມບັນດາແຜນງານ ແລະ ນະໂຍບາຍຕ່າງໆ.

 

ເຊິ່ງຄາດວ່າຜົນຂອງການເຮັດການຄົ້ນຄວ້ານີ້ຈະຊ່ວຍໃຫ້ ເຫັນບົດຮຽນທີ່ສຳຄັນ ແລະ ຈຳເປັນຂອງການດຳເນີນການໃນປະເທດ ແລະ ບົດຮຽນຕ່າງໆ ຈາກບັນດາປະເທດ ໃນພາກພື້ນ ແລະ ສາກົນ. ລວມທັງບັນດາຂໍ້ສະເໜີແນະນຳສຳລັບການປັບປຸງ ແລະ ສ້າງຄວາມອາດສາມາດ ແລະ ການດຳເນີນວຽກງານການຈົດທະບຽນ, ການວິເຄາະ ແລະ ນຳໃຊ້ຂໍ້ມູນເປັນລະບົບ ແລະ ມີຄຸນນະພາບຕາມມາດຕະຖານສາກົນ”ທ່ານ ນາງ ທິລະຄາ ຈັນທະລານຸວົງ ຫົວໜ້າກົມສະຖະຕິສັງຄົມ, ສູນສະຖິຕິແຫ່ງຊາດ ກະຊວງແຜນການແລະ ການລົງທຶນ

 

ຈາກຄວາມເຂົ້າໃຈແບບເກົ່າ, ຫຼັກຖານຈາກການບັນທຶກທາງການທີ່ໄດ້ມາຈາກປຶ້ມສໍາມະໂນຄົວ ຖືວ່າເປັນເອກະສານທີ່ພຽງພໍສຳ ລັບການນໍາໃຊ້ໃນຈຸດປະສົງຕ່າງໆຂອງພົນລະເມືອງ. ເຖິງຢ່າງໃດກໍ່ຕາມ ດຽວນີ້ໄດ້ມີຄວາມຮັບຮູ້ຫຼາຍຂຶ້ນວ່າ ການຂຶ້ນທະບຽນ ແບບດັ່ງກ່າວໃນໄລຍະທີ່ຜ່ານມາ ຖືວ່າເປັນພຽງການຢັ້ງຢືນເອກະລັກບຸກຄົນ ເຊິ່ງໃນປະຈຸບັນໄດ້ມີຄວາມຕ້ອງການກ່ຽວກັບໃບຢັ້ງ ຢືນການເກີດເພີ່ມເຂົ້າມາອີກ ທີ່ຊ່ວຍໃນການໃຫ້ສິດພົນລະເມືອງໃນວົງສັງຄົມທີ່ກວ້າງຂຶ້ນເຊັ່ນ: ການມີສ່ວນຮ່ວມທາງດ້ານເສດ ຖະກິດ, ການໄດ້ຮັບການປັກປ້ອງຈາກສັງຄົມ, ຄວາມເທົ່າທຽມທາງເພດ ແລະ ໃນຈຸດປະສົງທາງສັງຄົມອື່ນໆ. ລະບົບເກັບກຳ ສະຖິຕິທີ່ສໍາຄັນ ຂອງລະບົບການຂຶ້ນທະບຽນພົນລະເມືອງ (CRVS) ຈິ່ງມີຄວາມຈຳເປັນໃນການຄຸ້ມຄອງເອກະລັກບຸກຄົນ, ການ ສ້າງສະຖິຕິໃຫ້ທັນເວລາ ແລະ ສ້າງຄວາມໜ້າເຊື່ອຖືໃນສະຖິຕິກ່ຽວກັບການຕາຍ, ການເກີດ ແລະ ບັນດາເຫດການສໍາຄັນເພື່ອອຳ ນວຍຄວາມສະດວກໃນການສ້າງນະໂຍບາຍ ແລະ ແຜນງານຕ່າງໆ.

 

ຜ່ານມາ ໄດ້ມີການລິເລີ່ມໃນລະດັບສາກົນຢູ່ປະເທດຕ່າງໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ CRVS. ຕົວຢ່າງ: ຄະນະກຳມະ ການເສດຖະກິດ ແລະ ສັງຄົມໃນຂົງເຂດອາຊີ - ປາຊີຟິກ (ESCAP) ຂອງສະຫະປະຊາຊາດ ໄດ້ເປີດຕົວການລິເລີ່ມ ທົດສະວັດ ແຫ່ງລະບົບ CRVS 2015 – 2024 ພາຍໃຕ້ຫົວຂໍ້ “Get in the picture” ທີ່ກຳລັງຈັດຕັ້ງປະຕິບັດຢ່າງຮອບດ້ານໃນປະຈຸບັນ ຜ່ານກອບໜ້າວຽກການປະຕິບັດງານໃນພາກພື້ນ ທີ່ໄດ້ຖືກຮັບຮອງໂດຍບັນດາປະເທດສະມາຊິກໃນພາກພື້ນ. ຂອບເຂດການປະຕິ ບັດໜ້າວຽກນີ້ລວມມີບັນດາກິດຈະກຳ ແລະ ເປົ້າໝາຍການຄຸ້ມຄອງ, ຄວາມຄົບຖ້ວນ ແລະ ຄຸນນະພາບຂອງການຂຶ້ນທະບຽນພົນ ລະເມືອງ ແລະ ສະຖິຕິທີ່ສຳຄັນ ໂດຍມີເປົ້າໝາຍສະເພາະໃນໄລຍະກາງ ແລະ ກຸ່ມເປົ້າໝາຍໃນອີກ 10 ປີຂ້າງໜ້າ ເພື່ອໃຫ້ການດຳ ເນີນງານປະສົບຜົນສໍາເລັດ.

 

ເພື່ອສະໜັບສະໜູນວຽກງານການພັດທະນາ CRVS ສາກົນ, ອົງການ UNFPA ໄດ້ຖືກມອບໝາຍໃຫ້ປະຕິບັດວຽກງານນີ້ ເພື່ອ ປະເມີນຄວາມກ້າວໜ້າໃນການລິເລີ່ມລະບົບ CRVS ໃນຂົງເຂດພາກພື້ນອາຊີ - ປາຊີຟິກ, ກຳນົດໂອກາດທີ່ມີຄວາມສະເພາະ ເຈາະຈົງ ແລະ ສິ່ງທ້າທາຍໃນການສ້າງສະຖິຕິທີ່ສຳຄັນ, ການເຜີຍແຜ່ ແລະ ການນໍາໃຊ້ທົ່ວພາກພື້ນ ເຊິ່ງຍັງເປັນການປະ ກອບສ່ວນ ຂໍ້ມູນຈາກອົງການ UNFPA ໃຫ້ແກ່ກອງປະຊຸມລັດຖະມົນຕີໃນຂົງເຂດອາຊີ - ປາຊີຟິກ ຄັ້ງທີ 2 ກ່ຽວກັບການຂຶ້ນທະບຽນພົນລະ ເມືອງ ແລະ ຂໍ້ມູນສະຖິຕິທີ່ສໍາຄັນ ເຊິ່ງກອງປະຊຸມດັ່ງກ່າວຈະໄດ້ຖືກຈັດຂຶ້ນໃນເດືອນພະຈິກ 2021 ທີ່ຈະມາເຖິງນີ້.

 

ໃນຖານະທີ່ເປັນສ່ວນໜຶ່ງຂອງການປະເມີນສະພາບການໃນລະດັບພາກພື້ນ ກ່ຽວກັບຫຼັກປະຕິບັດທີ່ສໍາຄັນລະດັບຊາດ ຂອງອົງການ UNFPA ທີ່ປະຕິບັດງານໃນບັນດາປະເທດອາຊີ - ປາຊີຟິກ, ລວມມີ 3 ປະເທດ (ປະເທດລາວ, ອິນໂດເນເຊຍ ແລະ ປາກີສ໌ຖານ) ໄດ້ຖືກ ສະເໜີຊື່ສຳລັບການປະເມີນຜົນລົງເລິກສະເພາະ. ສະເພາະ ສປປ ລາວ, ການປະເມີນຄັ້ງນີ້ແມ່ນແນໃສ່ການຄົ້ນຫາປັດໃຈທີ່ມີໃນ ທ້ອງຖິ່ນ ເຊິ່ງຈະໄດ້ມາຈາກຂໍ້ມູນດ້ານການບໍລິຫານ ແລະ ດ້ານວິຊາການ ທີ່ເປັນຕົວກຳນົດທາງໂຄງສ້າງ, ການດຳເນີນງານ ແລະ ສະພາບການເຮັດວຽກຂອງລະບົບ CRVS ແຫ່ງຊາດ. ຜົນໄດ້ຮັບຈາກກໍລະນີສຶກສາດັ່ງກ່າວ ຈະເປັນບົດຮຽນທີ່ສໍາຄັນຕໍ່ການສ້າງ ຄວາມເຂັ້ມແຂງ ແລະ ການປະເມີນຜົນຂອງການດຳເນີນງານຂອງລະບົບສະຖິຕິສໍາຄັນຂອງຊາດ ໃນປະເທດອື່ນໆໃນພາກພື້ນ.

 

ຜົນຂອງການຄົ້ນຄວ້າຈາກກໍລະນີສຶກສາຈາກ ສປປ ລາວ ເຜີຍໃຫ້ເຫັນຄວາມພະຍາຍາມຢ່າງຮອບດ້ານໃນການສ້າງຄວາມເຂັ້ມ ແຂງໃຫ້ແກ່ລະບົບ CRVS ແຫ່ງຊາດ. ເພື່ອເພີ່ມຂີດຄວາມສາມາດໃນການສ້າງສະຖິຕິທີ່ສໍາຄັນ, ການເຜີຍແຜ່ ແລະ ການນໍາໃຊ້ ຈໍາເປັນຕ້ອງໃຊ້ແບບຟອມມາດຕະຖານ ສຳລັບການຂຶ້ນທະບຽນໃນເຫດການສຳຄັນຕ່າງໆໃຫ້ທົ່ວສູນລົງທະບຽນ, ການຕິດຕາມ ແລະ ກວດແກ້ຄຸນະພາບຂອງຂໍ້ມູນ, ການສ້າງບົດລາຍງານກ່ຽວກັບສະຖິຕິທີ່ສຳຄັນໃຫ່ທັນການ ແລະ ຄວາມສາມາດໃນການສ້າງ ການດຳເນີນງານຕ່າງໆໃນທຸກລະດັບ.

 

ທ່ານ Victor Valdivieso, ຮອງຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ກ່າວວ່າ: “ບັນດາຜູ້ກຳນົດນະໂຍບາຍ ແລະ ຜູ້ມີອຳນາດໃນການຕັດສິນ ແມ່ນຕ້ອງຂຶ້ນກັບສະຖິຕິທີ່ຖືກຕ້ອງ ແລະ ທັນການ ໃນການສ້າງນະໂຍບາຍເພື່ອການພັດທະນາຕ່າງ ພ້ອມດ້ວຍແຜນງານການຕິດຕາມ ແລະ ການປະເມີນຜົນ.” ທ່ານຍັງໄດ້ເນັ້ນເຖິງຄວາມຈໍາເປັນທີ່ຕ້ອງມີສະຖິຕິທີ່ສໍາຄັນ - ໜ້າເຊື່ອຖື ທີ່ຕ້ອງເກັບໄວ້ຕະຫຼອດຊີວິດ ເພື່ອເປັນຂໍ້ມູນໃນການວາງແຜນ ແລະ ການຕັດສິນຊີ້ຂາດ ໃນການພັດທະນາເສດຖະກິດ ແລະ ສັງ ຄົມ. ທ່ານໄດ້ກ່າວເພີ່ມອີກວ່າ: “ໃນການສືບຕໍ່ຄໍາໝັ້ນສັນຍາຄັ້ງໃໝ່ໂດຍຜ່ານວາລະປີ 2030 ແລະ ການປະຕິບັດແຜນງານ ICPD ນີ້ ເປັນໂອກາດທີ່ແທ້ຈິງ ທີ່ຈະປ່ຽນແປງສັງຄົມ ແລະ ລະບົບຂໍ້ມູນດ້ານການບໍລິຫານຂອງພວກເຂົາ ໃຫ້ມີຄວາມຄົບຖ້ວນສົມບູນ ໄປຕະຫຼອດຊີບ ນັບຕັ້ງແຕ່ການເກີດຈົນເຖິງການເສຍຊີວິດ. ”

 

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.

 

ສອບຖາມຂໍ້ມູນເພີ່ມເຕີມ

 

ທ່ານ ພອນໄຊ ສິດທິຣາດວົງສາ,

Monitoring and Evaluation Officer, UNFPA Laos

sithirajvongsa@unfpa.org

 

ທ່ານ ວິໄລສຸກ ສີສຸລາດ,

ຮອງຫົວໜ້າກົມສະຖິຕິສັງຄົມ, ສູນສະຖິຕິແຫ່ງຊາດ

vilaysooks@gmail.com