You are here

ນະຄອນຫຼວງວຽງຈັນ - ສູນສະຖິຕິແຫ່ງຊາດ (LSB), ຮ່ວມມືກັບ ສະຫະປະຊາຊາດກອງທຶນສຳລັບປະຊາກອນ(UNFPA) ແລະ ສະຖິຕິປະເທດເກົາຫຼີ, ໄດ້ຈັດກອງປະຊຸມປຶກສາຫາລືລະດັບພາກພື້ນວ່າດ້ວຍວິທີວິທະຍາຂອງການສຳຫຼວດປະຊາກອນຂື້ນ ເຊິ່ງມີເປົ້າໝາຍ ເພື່ອສ້າງຄວາມເຂັ້ມແຂງຄວາມສາມາດຂອງແຕ່ລະປະເທດທີ່ໄດ້ສຳເລັດການດຳເນີນການ ຫລື ກຳລັງວາງແຜນດຳເນີນສຳຫຼວດປະຊາກອນ ແລະ ຄົວເຮືອນໂດຍນຳໃຊ້ແບບພື້ນຖານ ໃນຮອບປີ 2020.

ຜູ້ແທນທີ່ເຂົ້າຮ່ວມຄືມີຜູ້ຕາງໜ້າ, ຜູ້ບໍລິຫານ ແລະ ວິຊາການຈາກຫ້ອງການສະຖິຕິແຫ່ງຊາດຂອງບັນດາປະເທດ ທັງໝົດ ມີ 25 ທ່ານ ຈາກ ກຳປູເຈຍ, ສປປ ລາວ, ບູຖານ, ປາກິດສະຖານ, ສສ ຫວຽດນາມ, ສາທາລະນະລັດເກົາຫຼີ ແລະ ສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີ.

ການສຳຫຼວດພົນລະເມືອງແມ່ນແຫຼ່ງຂໍ້ມູນທີ່ສຳຄັນ ເຊິ່ງມີຄວາມຈຳເປັນສຳລັບ ການວາງແຜນ ແລະ ການຕັດສິນບັນຫາໃນລະດັບປະເທດ ແລະ ລະດັບແຂວງ. ການສຳຫຼວດພົນລະເມືອງແມ່ນດຳເນີນການເກັບກຳຂໍ້ມູນສະຖິຕິປະຊາກອນທີ່ໃຫ່ຍທີ່ສຸດ ທີ່ຫຼາຍປະເທດໄດ້ດຳເນີນການສຳຫຼວດ. ເຊັ່ນ ການສຳຫຼວດປະຊາກອນແມ່ນຕ້ອງມີການກະກຽມ ແລະ ວາງແຜນ ລວມທັງຊັບພະຍາກອນມະນຸດ, ເຕັກນິກວິຊາການ, ງົບປະມານ, ການລົງພາກສະໜາມ ແລະ ການເດີນທາງ. ການສຳຫຼວດພົນລະເມືອງ ປີ 2020, ມີ 214 ປະເທດ ຫຼື ເຂດແຄ້ວນ ຈາກຈຳນວນທັງໝົດ 235 ປະເທດ ຫຼື ເຂດແຄ້ວນ ໄດ້ດຳເນີນການສຳຫຼວດປະຊາກອນ, ໄດ້ຈົດນັບປະຊາກອນ 6.4 ຕື້ຄົນ, ເຊ່ິງເປັນຕົວແທນໃຫ້ປະຊາກອນໂລກທັງໝົດ 93%.

 

 

ການມີຂໍ້ມູນຕົວເລກດ້ານປະຊາກອນທີ່ມີຄຸນນະພາບສູງ ແລະ ເຊື່ອຖືໄດ້ແມ່ນສິ່ງສຳຄັນສຳລັບຜູ້ວາງແຜນ,ຜູ້ກຳນົດນະໂຍບາຍ ແລະ ຜູ້ນຳໃຊ້ຂໍ້ມູນຕົວເລກ. ຜົນຂອງການສຳຫຼວດປະຊາກອນ ປີ 2020 ນີ້ຈະໄດ້ໃຫ້ເຫັນ ແລະ ປັບປຸງບັນດາໂຕຊີ້ວັດຂອງຜົນໄດ້ຮັບ ແລະ ເປົ້າໝາຍ ລວມທັງຈະເປັນການປະກອບສ່ວນເຂົ້າໃນການພັດທະນາແຜນພັດທະນາເສດຖະກິດສັງຄົມຄັ້ງທີ 9 NSEDP ຂອງ ສປປ ລາວ.ກ່າວໂດຍ ດຣ. ສະໄຫມຈັນ ບຸບຜາ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຫົວໜ້າສູນສະຖິຕິແຫ່ງຊາດ

ຫົວຂໍ້ຂອງການສົນທະນາໃນກອງປະຊຸມນີ້ມີ: ບາດກ້າວ, ວິທີການໃໝ່ໆ ແລະ ເຕັກນິກວິທະຍາສາດເພື່ອນຳໃຊ້ໃນການດຳເນີນການສຳຫລວດພົນລະເມືອງທີ່ກຳລັງນຳໃຊ້, ເຊິ່ງຈະເປັນທັງກາລະໂອກາດ ແລະ ສິ່ງທ້າທາຍຕໍ່ຄວາມສຳເລັດຂອງການສຳຫຼວດ, ແລະການປະເມີນຄຸນນະພາບຂອງຕົວເລກການສຳຫຼວດປະຊາກອນ ແລະ ຄົວເຮືອນເພາະເປັນພາກສຳຄັນຂອງການດຳເນີນບໍລິຫານການສຳຫຼວດ.

ເນື່ອງຈາກເປັນແຫຼ່ງຂໍ້ມູນດ້ານສະຖິຕິທີ່ໃຫ່ຍທີ່ສຸດເຊິ່ງດຳເນີນການໃນ10ປີ, ການສຳຫຼວດປະຊາກອນ ແລະ ຄົວເຮືອນຄັ້ງທີ່4 ໃນປີ2015 ໄດ້ສະໜອງຂໍ້ມູນຕົວເລກທີ່ຄົບຖ້ວນ ກ່ຽວກັບຕົວເລກ ແມ່ຍິງໄວຈະເລີນພັນ, ເດັກຍິງໜຸ່ມ. ຕົວເລກເຫຼົ່ານີ້ຊ່ວຍໃຫ້ UNFPA ແລະ ຄູ່ຮ່ວມງານສາມາດວາງແຜນທີ່ເໝາະສົມເພື່ອແກ້ໄຂບັນຫາ ແລະ ດຳເນີນການຕອບໂຕ້ໂດຍສຸມໃສ່ບັນດາກິດຈະກຳໃສ່ກຸ່ມເປົ້າໝາຍ ກ່ວໂດຍ ທ່ານ ນາງ Frederika Meijer, ຜູ້ຕາງຫນ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນປະຈຳ ສປປລາວ

ຜົນຂອງການສຳຫລວດປະຊາກອນ ປີ 2020 ຈະຊ່ວຍພວກເຮົາສາມາດຕິດຕາມ ແລະ ກວດກາຄວາມຄືບໜ້າວຽກງານພັດທະນາທີ່ປະກອບສ່ວນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງຊາດ ທ່ານກ່າວຕື່ມ.

ກອງປະຊຸມທີ່ຈັດຂຶ້ນນີ້ ສະໜອງເວທີເພື່ອແນະນຳວິທີ່ວິທະຍາໃນການວິເຄາະການສຳຫຼວດປະຊາກອນແບບໃໝ່ໃຫ້ແກ່ຜູ້ເຂົ້າຮ່ວມທຸກຄົນ. ມີການນຳສະເໜີກ່ຽວກັບກົນໄກການປະສານໃນລະດັບພາກພື້ນ ແລະ ສາກົນ ແລະ ການສະໜັບສະໜູນແຜນງານການສຳຫຼວດປະຊາກອນ ປີ 2020. ເຊິ່ງຈະໄດ້ສະເໜີໃຫ້ເຫັນໂອກາດຕ່າງໆ ສຳລັບພາກພື້ນ ເຊິ່ງລວມທັງການຮ່ວມມື ໃຕ້-ໃຕ້, ແລະ ຈະສະໜອງແນວທາງ ແລະ ທິດຊີ້ນຳໃຫ້ບັນດາປະເທດສະເພາະໂດຍຜ່ານການປຶກສາຫາລືໃນຫົວຂໍ້ສະເພາະເພື່ອໃຫ້ສອດຄ່ອງກັນຈຸດພິເສດຂອງແຕ່ລະປະເທດ.

 

 

###

UNFPA ແມ່ນໜຶ່ງໃນອົງການ​​ຂອງ ສະຫະຊາຊາດທີ່ມີໜ້າທີ່ປະຕິບັດງານເພື່ອໃຫ້ ທຸກໆການຖືພາແມ່ນດ້ວຍຄວາມຕັ້ງໃຈ, ທຸກໆການເກີດມີຄວາມປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸເປົ້າໝາຍຕາມຄວາມສາມາດຂອງພວກເຂົາ. UNFPA ໃຫ້ການສະໜັບສະໜູນ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ແມ່ທີ່ເກີດລູກໃໝ່ໃຫ້ມີສຸຂະພາບອະນາໄມທີ່ດີໃນ 150 ປະເທດທົ່ວໂລກ, ນອກຈາກນັ້ນຍັງເຮັດວຽກເພື່ອຢຸດຢັ້ງການບັງຄັບການແຕ່ງງານໃນໄວໜຸ່ມ ແລະ ກໍໃຫ້ການສະໜັບສະໜູນ ການເກັບກຳຄົ້ນຄວ້າຂໍ້ມູນໃນການສຳລວດພົນລະເມືອງ.

 

 

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:

UNFPA

ນາງ ໄກອຳພອນ(Kookai)

ໂທ: +85620 77776597

ອີເມວ: Singhalath@unfpa.org