You are here

ວັນທີ 19 ທັນວາ 2019, ທີ່ນະຄອນຫຼວງວຽງຈັນ- ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ແລະ ອົງການສະຫະປະຊາຊາດເພື່ອປະຊາກອນ (UNFPA) ໄດ້ຈັດກອງປະຊຸມຂຶ້ນເປັນເວລາສອງວັນ ກ່ຽວກັບການຮ່າງແຜນດໍາເນີນງານແຫ່ງຊາດໃນການປ້ອງກັນ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ສະບັບໃໝ່ຂຶ້ນ ໄລຍະ 2021-2025.

ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມກອງປະຊຸມຫລາຍກວ່າ 80 ທ່ານ ຊຶ່ງເປັນຜູ້ຕາງໜ້າຈາກບັນດາກະຊວງ-ອົງການຂັ້ນສູນກາງ ແລະ ຂັ້ນແຂວງ,  ອົງການສະຫະປະຊາຊາດເພື່ອປະຊາກອນ (UNFPA), ອົງການແຄຣນາໆຊາດ, ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທາງສັງຄົມ. ບັນດາຊ່ຽວຊານສາກົນຈາກອົງການສະຫະປະຊາຊາດເພື່ອປະຊາກອນປະຈໍາພາກພື້ນອາຊີ-ປາຊີຟິກ ໄດ້ຂຶ້ນນໍາສະເໜີ ແລະ ແບ່ງປັນບົດຮຽນປະສົບການຈາກປະເທດອື່ນຕໍ່ກອງປະຊຸມອີກດ້ວຍ.

ໃນບົດກ່າວເປີດຂອງທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ເນັ້ນວ່າ ລັດຖະບານແຫ່ງສປປລາວ ໄດ້ໃຫ້ຄວາມເອົາໃຈໃສ່ກ່ຽວກັບການປົກປ້ອງສິດຂອງແມ່ຍິງ ແລະ ເດັກ ດ້ວຍການຮັບຮອງເອົາກົດໝາຍ, ນິຕິກໍາ ແລະ ລະບຽບການອື່ນໆ. ເມື່ອບໍ່ດົນຜ່ານມານີ້, ສະພາແຫ່ງຊາດ ກໍໄດ້ຮັບຮອງເອົາກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ-ຊາຍຢ່າງເປັນທາງການ. ນອກ ຈາກນີ້, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ກໍໄດ້ຖືກກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ແລະ ແຜນງານນາງ ນ້ອຍ 2030 ກໍໄດ້ເນັ້ນໃສ່ການປົກປ້ອງສິດຂອງໄວໜຸ່ມຍິງ.

ທ່ານ ນາງ ສຸຈະຕາ ຕຸລາດາ ຈາກອົງການສະຫະປະຊາຊາດເພື່ອປະຊາກອນປະຈໍາພາກພື້ນອາຊີ-ປາຊີຟິກ ແລະ ບັນດາຜູ້ຊ່ຽວຊານດ້ານວິຊາການ ຕ່າງກໍໄດ້ແບ່ງປັນປະສົບການທີ່ປະສົບຜົນສໍາເລັດຈາກປະເທດອື່ນໃນການນໍາໃຊ້ຊຸດບໍລິການທີ່ຈໍາເປັນສໍາລັບແມ່ຍິງ ແລະ ເດັກທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ. ຊຸດບໍລິການດັ່ງກ່າວ ເປັນຄູ່ມືຂອງສາກົນທີ່ໄດ້ກໍານົດຄຸນນະພາບສໍາລັບບໍລິການຂອງພາກສ່ວນສາທາລະນະສຸກ, ພາກສ່ວນສັງຄົມ, ເຈົ້າໜ້າທີ່ຕໍາຫຼວດ ແລະ ຂົງເຂດຍຸຕິທໍາ ເພື່ອຊ່ວຍເຫລືອແມ່ຍິງທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ. ຊຶ່ງຄູ່ມືດັ່ງກ່າວ ຍັງໄດ້ກໍານົດກ່ຽວກັບພາລະບົດບາດໃນການປະສານງານກັບທຸກຂະແໜງການທີ່ໃຫ້ການບໍລິການ. ຊຸດບໍລິການທີ່ຈໍາເປັນສໍາລັບແມ່ຍິງ ແລະ ເດັກທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ໄດ້ອະທິບາຍເຖິງຄວາມຕ້ອງການ ແລະ ສິດຂອງຜູ້ຖືກເຄາະຮ້າຍ, ແລະ ການຊ່ວຍເຫລືອຂອງພາກລັດ ແລະ ອົງການຈັດຕັ້ງອື່ນໆ ໃນການຕອບສະໜອງຕາມຄວາມຕ້ອງການທີ່ມີປະສິດທິຜົນ, ຄວາມອ່ອນໄຫວ ແລະ ວິທີການໃນການປະສານງານ. ໂດຍຜ່ານກົນໄກຂອງຫຼາຍຂະແໜງການຂອງຊຸດບໍລິການທີ່ຈໍາເປັນສໍາລັບແມ່ຍິງ ແລະ ເດັກທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຈະໄດ້ຮັບການປິ່ນປົວ ແລະ ຊ່ວຍເຫລືອ, ລວມທັງການນໍາສົ່ງເພື່ອການປົກປ້ອງ, ການຊ່ວຍເຫລືອດ້ານກົດໝາຍ, ດ້ານຈິດໃຈ ແລະ ການເຂົ້າເຖິງການບໍລິການດ້ານອື່ນໆ.

 

ທ່ານ​ ນາງ​ ສຸຈາຕາ ຈາກ​ອົງການ​UNFPA​ ພາກພື້ນ ໄດ້ແລກປ່ຽນບົດຮຽນທີ່ເຮັດໄດ້ ແລະ​ປະສົບຜົນສຳເລັດຈາກປະເທດຕ່າງໆ

 

ອີງຕາມຜົນການສໍາຫຼວດລະດັບຊາດກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ທີ່ໄດ້ພິມເຜີຍແຜ່ໃນປີ 2015 ໂດຍການຮ່ວມມືຂອງພາກສ່ວນລັດຖະບານ ແລະ ອົງການສະຫະປະຊາຊາດ, ໄດ້ສະແດງໃຫ້ເຫັນວ່າ ແມ່ຍິງທີ່ເຄີຍມີຄູ່ ກວມເອົາ 30% ແມ່ນຖືກໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍ, ທາງເພດ ແລະ ທາງດ້ານຈິດໃຈ ໃນຊ່ວງເວລາໜຶ່ງຂອງຊີວິດ, ແລະ 43% ທີ່ຄູ່ຮ່ວມໃຊ້ຄວາມຮຸນແຮງແມ່ນບໍ່ຮູ້ສະຖານທີ່ທີ່ຈະຮ້ອງຂໍການຊ່ວຍເຫລືອ ແລະ ລາຍງານເຫດການທີ່ເກີດຂຶ້ນ, ເນື່ອງຈາກມີການຈໍາແນກບົດບາດຍິງ-ຊາຍ ໄປພ້ອມກັບການບໍລິການທີ່ບໍ່ທັນພຽງພໍ.

ທ່ານ ວິກເຕີ ວາດີວີເອໂຊ, ຮອງຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອປະຊາກອນ ປະຈໍາສປປ ລາວ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ສໍາລັບການເປັນຜູ້ລິເລີ່ມ ແລະ ການປະສານງານໃນການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍໃນສປປ ລາວ, ເຊັ່ນດຽວກັນກັບການຮ່ວມມືກັບບັນດາກະຊວງ-ອົງການ ແລະ ຄູ່ຮ່ວມພັດທະນາ. “ ເປົ້າໝາຍການພັດທະນາແບບຍືນຍົງ ຈະບໍ່ບັນລຸໄດ້ ຖ້າແມ່ຍິງ ແລະ ເດັກຍິງ ຍັງຖືກປະໄວ້ເບື້້ອງຫຼັງ ແລະ ພວກເຂົາເຫຼົ່ານັ້ນຍັງຄົງຖືກໃຊ້ຄວາມຮຸນແຮງຢູ່, ”. ທ່ານ ວິກເຕີ ໄດ້ເນັ້ນວ່າ ແຜນດໍາເນີນງານແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ສະບັບໃໝ່ນີ້ ແມ່ນບາດກ້າວໜຶ່ງທີ່ສໍາຄັນ ໃນການຈັດຕັ້ງປະຕິບັດຄວາມໝາຍໝັ້ນຂອງລັດຖະບານຕໍ່ກັບ ICPD25, ສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ, ແຜນປະຕິບັດງານປັກກິ່ງ ແລະ ຂໍ້ຕົກລົງ ແລະ ພັນທະຂອງສາກົນອື່ນໆ. ການມີສ່ວນຮ່ວມໃນການຈັດຕັ້ງປະຕິບັດຂອງທຸກພາກສ່ວນຈະເຮັດໃຫ້ບັນລຸເປົ້າໝາຍໃນການຢຸດຕິການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ ແລະ ການປະຕິບັດທີ່ບໍ່ເປັນທໍາ ໃນປີ 2030.

ໃນກອງປະຊຸມດ່ັງກ່າວ ຜູ້ເຂົ້າຮ່ວມກອງປະຊຸມໄດ້ທົບທວນຄືນຜົນໄດ້ຮັບຈາກການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໄລຍະທີ 1 ແຕ່ປີ 2014-2020. ຄວາມຄືບໜ້າທີ່ສໍາຄັນແມ່ນການໂຄສະນາປູກຈິດສໍານຶກທົ່ວປວງຊົນ, ການສ້າງນະໂຍບາຍລະດັບຊາດ, ແຜນດໍາເນີນງານແຫ່ງຊາດສະບັບໃໝ່ແມ່ນໄດ້ສຸມໃສ່ກົນໄກຂອງຫຼາຍພາກສ່ວນ, ການເກັບກໍາຂໍ້ມູນ ແລະ ການລາຍງານ ແລະ ການສ້າງຄວາມເຂັ້ມແຂງໃຫ້ພາກສ່ວນທີ່ກ່ຽວຂ້ອງ.

ໃນການນໍາສະເໜີແຜນດໍາເນີນງານແຫ່ງຊາດສະບັບໃໝ່ ແລະ ການຮັບຮອງຊຸດບໍລິການອັນຈໍາເປັນໃນສປປ ລາວ, ອົງການສະຫະປະຊາຊາດເພື່ອປະຊາກອນ ຈະສືບຕໍ່ພັດທະນາຄູນນະພາບຂອງຄູ່ມື, ລະບຽບການ, ເຄື່ອງມື ແລະ ຄູ່ມືການຝຶກອົບຮົມ ສໍາລັບພາກສ່ວນສາທາລະນະສຸກ, ພາກສ່ວນສັງຄົມ, ເຈົ້າໜ້າທີ່ຕໍາຫຼວດ ແລະ ພາກສ່ວນຍຸຕິທໍາ. ນອກຈາກນີ້, ຄູ່ມືໃນການປະສານງານ ແລະ ການສ້າງຄວາມເຂັ້ມແຂງ ຈະໄດ້ຮັບການສ້າງຂຶ້ນ ເພື່ອຮັບປະກັນການປະສານງານໃນການສົ່ງຕໍ່ລະຫວ່າງຂະແໜງການຕ່າງໆ.