Go Back Go Back
Go Back Go Back
Go Back Go Back

ຕິດຕາມຄວາມຄືບໜ້າແຜນງານການວາງແຜນຄອບຄົວ

ຕິດຕາມຄວາມຄືບໜ້າແຜນງານການວາງແຜນຄອບຄົວ

News

ຕິດຕາມຄວາມຄືບໜ້າແຜນງານການວາງແຜນຄອບຄົວ

calendar_today 03 October 2019

ນະຄອນຫຼວງວຽງຈັນ, ວັທີ 3 ​ເດືອນຕຸລາປີ 2019ວິທີການວາງແຜນຄອບຄົວ​ (FP) ທີ່ທັນສະໄໝ ແມ່ນວິທີທາງທີ່ດີທີ່ສຸດໃນການຫຼຸດຜ່ອນກາຖືພາແບບບໍ່ຕັ້ງໃຈ ແລະ ບັນດາຄວາມສ່ຽງຕ່າງໆທີ່ພົວພັນກັບການຖືພາ ແລະ ການເກີດລູກ. ​ຢູ່ ລາວ, ​ການຳໃຊ້ວິທີການວາງແຜນຄອບຄົວ ສືບຕໍ່ເພີ່ມຂຶ້ນຢ່າງຊ້ ໃນລະດັບ 1% ຕໍ່ປີ ນີ້ໝາຍຄວາມວ່າ ມີຄວາມເປັນໄປໄດ້ຍາກທີ່ ປະເທດ ຈະບັນລຸເປົ້າໝາຍ CPR (ອັດຕາການນຳໃຊ້ວິທີຄຸມກຳເນີດ) ໄດ້ 65% ພາຍໃນປີ 2025.

ການເພີ່ມຂຶ້ນທີ່ຊັກຊ້ານີ້ແມ່ນຍ້ອນຫຼາຍປັດໄຈ, ໜຶ່ງໃນນັ້ນ ແມ່ນການນຳໃຊ້ວິທີຄຸມກຳເນີດໄລຍະສັ້ນ ເຊັ່ນ ຢາເມັດ ແລະ ຢາສັກຄຸມກຳເນີດ ຫຼາຍກວ່າ ວິທີການຄຸມກຳເນີດໄລຍະຍາວຊົ່ວຄາວ ເຊັ່ນ ການຝັງເຂັມ ແລະ ການໃສ່ຮ່ວງ (IUD); ​ຄຸນະພາບຂອງການບໍລິການ FP ​ເຊັ່ນ ທັກສະການໃຫ້ຄຳປຶກສາທີ່ຍັງຕ່ຳ ຂອງພະນັການ ຍັງສ່ອງແສງເຖິງການເພີ່ມຂຶ້ນ​​ຊ້າຂອງການຳໃຊ້ວິທີຄຸມກຳເນີດ; ​ແລະ ຢາແລະຜະລິດຕະພັນການວາງແຜນຄອບຄົວທີ່ຂາດສາງເປັນປະຈຳ ຢູ່ສະຖານທີ່ບໍລິການສຸຂະພາບ ໝາຍຄວາມວ່າ ແມ່ຍິງບໍ່ສາມາດໄດ້ຮັບຜະລິດພັນ ໃນເວລາທີ່ພວກເຂົາເຂົ້າມາໃຊ້ບໍລິການຢູ່ສະຖານທີ່ດັ່ງກ່າວ.

ການວາງແຜນຄອບຄົວ ແມ່ໜຶ່ງໃນເສົາຄ້ຳທີ່ສຳຄັນຂອງການຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກເກີໃໝ່ ແລະ ປັບປຸງສຸພາບ ແລະ ຊີວິດການເປັນຢູ່ຂອງແມ່ຍິງ ແລະ ລູກຂອງວກເຂົາ. ກາວາງແຜນຄອບຄົວ ຊ່ວຍໃຫ້ແມ່ຍິງ ແລະ ຜູ້ຊາຍ ຕັດສິນໃຈວ່າຈະມີລູກ ຫຼືບໍ່, ​ເມື່ອໃດ, ຈັກຄົນ ແລະ ຫ່າງກັນປານໃດ. ໃນປີ 2019, ​ໂດຍການນຳໃຊ້ການບໍລິການ FP, ​ສາມາດຫຼີກລ້ຽງການຖືພາແບບບໍ່ຕັ້ງໃຈໄດ້ 257,000 ຄັ້ງ, ​ການເອົາລູກອອກແບບບໍ່ປອດໄພ ໄດ້ 61,000 ຄັ້ງ ແລະ ການຕາຍຂອງແມ່ ໄດ້ 230 ​ຄົນ.

ລັດຖະບານ ລາວ ໄດ້ໃຫ້ຄຳໝັ້ນສັນຍາຕໍ່ກັບຂະວນການ ການວາງແຜນຄອບຄົວສາກົນ ປີ 2020 (FP2020) ​ເພື່ອປັບປຸງການເຂົ້າເຖິງ​​ຂໍ້ມູນ, ກາບໍລິການ ແລະ ຜະລິດຕະພັນ ການວາງແຜນຄອຄົວແບບ​​ສະໝັກໃຈ ສຳລັແມ່ຍິງ, ຜູ້ຊາຍ ແລະ ໄວໜຸ່ມ. ນະໂຍບາຍສຸຂະພາບທາງເພດ, ສຸຂະພາບຈະເລີນພັນ, ສຸຂະພາບຂອງແມ່, ເດັກເກີໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ສະບັບປັບປຸງ (​ປີ 2019-2030), ໄດ້ສຸມໃສ່ກາວາງແຜນຄອບຄົວຄືນໃໝ່ ໃຫ້ກາຍເປັນການບໍລິການທີ່ຈຳເປັນພື້ຖານ. ນະໂຍບາຍຍັງໄດ້ໃຫ້ຄຳໝັ້ນສັຍາທີ່ຈະຂະຫຍາຍກາບໍລິການຄອບຄົວ ໄປສູ່ລະດັບສຸກສາລາ ແລະ ບ້ານ ເພື່ອເພີ່ມການເຂົ້າເຖິງຂໍ້ມູນ ແລະ ການບໍລິການສຸຂະພາບຈະເລີນພັນ ສຳລັບໄວໜຸ່ມ, ໂດຍແນ່ໃສ່ການເພີ່ມຈຳນວນແມ່ຍິງທີ່ນຳໃຊ້ການບໍລິການວາງແຜນຄອຄົວ.

ດ້ວຍເຫດນີ້, ກົມອະນາໄມ ແລະ ສົ່ເສີມສຸຂະພາບ ພາຍໃຕ້ການຊີ້ນຳຂອງກະວງສາທາລະນະສຸກ, ໂດຍໄດ້ຮັບກາສະໜັບສະໜູນຈາກອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ຈຶ່ງໄດ້ຈັດກອງປະຊຸມຂຶ້ນ ໃນວັນທີ 3 ເດືອນຕຸລາ ປີ 2019 ເປັນເວລາ 1 ມື້ ເພື່ອທົບທວຄວາມຄືບໜ້າ ແລະ ຜົນສຳເລັດ ຂອງແຜນງານ FP ​ໃນໄລຍະປີຜ່ານມາ, ເພື່ອຕົກລົງກັນ ກ່ຽວກັບອັດຕາ mCPR ​ຄາດຄະເນສຳລັບ ປີ 2019 ສຳກຳລັບບົດລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ FP2020 ​ແລະ ກຳນົດຂໍ້ແນະນຳ​ ​ກ່ຽວກັບ ແຜນງານ FP ສຳລັບການວາແຜນ ແຜນກາ 5 ປີຂອງການພັດທະນາແໜງສາທາລະນະສຸກ. ກອງປະຊຸມໄດ້ເປັນເອກະພາບກັນວ່າປີຫນ້າຈະເອົາຂໍ້ມູນຂອງຜູ້ຊົມໃຊ້ວິທີຄຸມກຳເນີດແບບທັນສະໄຫມທີ່ມາບໍລິການນຳພາກເອກະຊົນເຂົ້າໃສ່ເພີ່ມ ພ້ອມທັງສ້າງຄວາມອາດສາມາດໃຫ້ພະນັກງານໃຫ້ມີທັກສະໃນການໃຫ້ຄຳປຶກສາ.

 

ເປັນປະທານໃນກອງປະຊຸມດັ່ງກ່າວ ແມ່ນ ທ່ານ . ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ແລະ ທ່ານ ນາງ Mariam A. Khan, ຜູ້ຕາງໜ້າອົງການ UNFPA ປະຈຳ ລາ. ​ເຂົ້າຮ່ວມໃນກອງປະຊຸມ ລວມມີບັນດາຫົວໜ້າພະແນກ/ຮອງ​​ຫົວໜ້າພະແນກ ຈາກພະແນກສາແຂວງແລະ ພະນັກງານແມ່ແລະເດັກ ຈາກທັງໝົດ 17 ແຂວງ ພ້ອມທັງພະນັກງານຮັບຜິດຊອບ ຈາກກົມທີ່ກ່ຽວຂ້ອງພາຍໃນກະວງສາທາລະນະສຸກ ແລະ ຄູ່ຮ່ວມພັທະນາທີ່ໄດ້ໃຫ້ການໝັບສະໜູນແຜນງານການວາງແຜນຄອຄົວ.

 

ຂໍ້ມູນເພີ່ມຕື່ມ ຕິດຕໍ່:

ທ່ານ . ພອນປະເສີດ, ຮອງຫົວໜ້ກົມ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ

ໂທ: 020 55506352

ທ່ານ ນາງ ສິຣິອນ ກຸນຄູ, ​ຜູ້ປະສານງານແຜນງານ SRH

ໂທ: 020 22887631