You are here

ພະຍາດ COVID-19 ໄດ້ສົ່ງຜົນກະທົບຕໍ່ແມ່ຍິງ ແລະ ເດັກຍິງ ໃນ ສ ປປ ລາວ ຫຼາຍກວ່າໝູ່. ເລີ່ມຕັ້ງແຕ່ມີການແຜ່ລະບາດເປັນຕົ້ນມາ. ຂໍ້ສະເໜີແນະພາຍໃຕ້ການຊີ້ນໍາຂອງລັດຖະບານ ແຫ່ງ ສ ປປ ລາວ  ແລະ ການປະກາດນໍາໃຊ້ແຜນດໍາເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ແຜນດໍາເນີນງານແຫ່ງຊາດເພື່ອຄວາມສະເຫມີພາບຍິງ-ຊາຍ ເມື່ອບໍ່ດົນມານີ້, ແລະ ນະໂຍບາຍແຫ່ງຊາດອື່ນໆ ເຊັ່ນ ແຜນຍຸດທະສາດ ສຸຂະພາບຈະເລີນພັນ, ສຸຂະພາບຂອງແມ່, ເດັກນ້ອຍແລະເດັກນ້ອຍເກີດໃໝ່ ແລະ ໄວໜຸ່ມ, ຍຸດທະສາດການພັດທະນາໄວໜຸ່ມ ແລະ ເຍົາວະຊົນ, ລັດຖະບານ, ບັນດາຄູ່ຮ່ວມພັດທະນາສາມາດຮ່ວມມືກັນປົກປ້ອງສິດ ແລະ ຄວາມປອດໄພຂອງແມ່ຍິງ ແລະ ເດັກຍິງ ໂດຍພິຈາລະນາ ຂໍ້ສະເໜີແນະລຸ່ມນີ້...