ທີ່ນະຄອນຫຼວງວຽງຈັນ, ສປປ ລາວ — ໃນຫ້ອງຮຽນຂອງ ທ່ານນາງ ລັດດາພອນ ຂຸມໂພ, ບົດຮຽນທີ່ສຳຄັນທີ່ສຸດບາງບົດ ບໍ່ໄດ້ເລີ່ມຕົ້ນຈາກແບບຮຽນ. ແຕ່ມັນເລີ່ມຕົ້ນຈາກຄວາມງຽບ.
ນັກຮຽນບາງຄົນກົ້ມໜ້າລົງເມື່ອຖືກຖາມຄຳຖາມທີ່ລະອຽດອ່ອນ. ບາງຄົນຢ້ານທີ່ຈະຕອບເພາະຢ້ານຕອບຜິດ. ຄົນອື່ນໆ ມີຄວາມກັງວົນທີ່ບໍ່ສາມາດເຫັນໄດ້ ເຊັ່ນ: ຄວາມກົດດັນຈາກການຮຽນ, ຄວາມຄາດຫວັງຈາກຄອບຄົວ, ຄວາມຢ້ານກົວ ທີ່ຈະບໍ່ຖືກຍອມຮັບຈາກໝູ່ເພື່ອນ, ຄວາມບໍ່ແນ່ນອນກ່ຽວກັບອະນາຄົດ ຫຼື ຄວາມຮູ້ສຶກງຽບໆທີ່ບອກຕົນເອງວ່າ “ຂ້ອຍບໍ່ດີພໍ”.
ສຳລັບທ່ານນາງ ລັດດາພອນ, ຄູສອນຢູ່ ວິທະຍາໄລເຕັກນິກວິຊາຊີບມິດຕະພາບ ວຽງຈັນ-ຮາໂນ່ຍ, ສິ່ງເຫຼົ່ານີ້ບໍ່ແມ່ນພຽງບັນຫາເລັກນ້ອຍ. ແຕ່ມັນເປັນໂຕກຳນົດວ່າ ໄວໜຸ່ມຮຽນຮູ້ແນວໃດ, ພວກເຂົາເບິ່ງຕົນເອງແນວໃດ, ພວກເຂົາສ້າງຄວາມສຳພັນແນວໃດ ແລະ ພວກເຂົາຕັດສິນໃຈກ່ຽວກັບຮ່າງກາຍ, ສຸຂະພາບ ແລະ ອະນາຄົດຂອງພວກເຂົາແນວໃດ.

“ນັກຮຽນຂອງຂ້າພະເຈົ້າ ຜະເຊີນກັບຄວາມກົດດັນດ້ານການຮຽນ, ຄວາມຄາດຫວັງຈາກຄົນອ້ອມຂ້າງ, ສິ່ງທ້າທາຍດ້ານສຸຂະພາບຈິດ, ຄວາມຫຍຸ້ງຍາກກັບໝູ່ເພື່ອນ, ການຂົ່ມເຫັງ ແລະ ຄວາມບໍ່ແນ່ນອນກ່ຽວກັບເປົ້າໝາຍໃນອະນາຄົດ,” ລາວກ່າວ. “ນັກຮຽນຫຼາຍຄົນຍັງເຫັນວ່າ ການສຶກສາເປັນໜ້າທີ່, ແຕ່ພວກເຂົາຍັງບໍ່ທັນຮູ້ວ່າພວກເຂົາມັກຫຍັງແທ້ໆ ຫຼື ຢາກເຮັດວຽກປະເພດໃດຫຼັງຈາກຮຽນຈົບ.”
ນັ້ນຄືເຫດຜົນທີ່ທ່ານນາງ ລັດດາພອນ ເຊິ່ງນອກຈາກເປັນຄູສອນ ໃນພາກວິຊາການຄ້າເຕັກນິກແລ້ວ, ຍັງເຮັດໜ້າທີ່ເປັນຄູຝຶກ ແລະ ຜູ້ປະສານງານດ້ານເພດສຶກສາແບບຮອບດ້ານ, ໂດຍເຮັດວຽກຢ່າງໃກ້ຊິດກັບອົງການ UNFPA ເພື່ອຊ່ວຍໃຫ້ໄວໜຸ່ມໄດ້ຮັບຄວາມຮູ້, ຄວາມໝັ້ນໃຈ ແລະ ທັກສະຊີວິດ ທີ່ພວກເຂົາຕ້ອງການເພື່ອຕັດສິນໃຈໂດຍມີຂໍ້ມູນຄົບຖ້ວນ.
ໃນ ສປປ ລາວ, ການສຶກສາທາງເພດແບບຮອບດ້ານແມ່ນເປັນທີ່ຮູ້ຈັກກັນໃນຊື່ ເພດສຶກສາ, ເຊິ່ງມັນບໍ່ພຽງແຕ່ກ່ຽວກັບວິຊາ ຊີວະສາດ ຫຼື ສຸຂະພາບຈະເລີນພັນເທົ່ານັ້ນ. ແຕ່ແມ່ນກ່ຽວກັບການເຕີບໃຫຍ່ ໂດຍການໄດ້ຮັບຂໍ້ມູນທີ່ຖືກຕ້ອງ, ຄວາມເຂົ້າໃຈກ່ຽວກັບຄວາມສຳພັນ, ການເຄົາລົບຕົນເອງ ແລະ ຜູ້ອື່ນ, ການຮັບຮູ້ສິດ ແລະ ຄວາມຮັບຜິດຊອບ, ການປ້ອງກັນຄວາມຮຸນແຮງ, ການສ້າງຄວາມໝັ້ນໃຈ ແລະ ການຮູ້ວ່າຈະຂໍຄວາມຊ່ວຍເຫຼືອຢູ່ໃສ.
ສຳລັບໄວໜຸ່ມຫຼາຍຄົນ, ໂດຍສະເພາະໄວໜຸ່ມ ແລະ ນັກສຶກສາ ໃນພາກວິຊາການສອກສາ ແລະ ຝຶກອົບຮົມເຕັກນິກ ແລະ ວິຊາຊີບ, ບົດຮຽນເຫຼົ່ານີ້ສາມາດປ່ຽນແປງຊີວິດໄດ້.
ນັບຕັ້ງແຕ່ປີ 2023, ທ່ານນາງ ລັດດາພອນ ໄດ້ຈັດປະຊຸມສົນທະນາກ່ຽວກັບວຽການເພດສຶກສາ ໃຫ້ແກ່ນັກສຶກສາໃນວິທະຍາໄລຂອງລາວ ແລະ ສະໜັບສະໜູນສະຖາບັນການສຶກສາຂ້າງຄຽງ. ຜ່ານກິດຈະກຳຕ່າງໆ ທີ່ຖືກຈັດຂຶ້ນໂດຍອົງການ UNFPA ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ແລະ ບັນດາວິທະຍາໄລ, ລາວຍັງໄດ້ຊ່ວຍລະດົມອາສາສະໝັກ ແລະ ຊຸກຍູ້ການມີສ່ວນຮ່ວມຂອງໄວໜຸ່ມໃຫ້ກວ້າງຂວາງຂຶ້ນ. ນອກຈາກໃນຫ້ອງຮຽນແລ້ວ, ລາວຍັງໄດ້ປະກອບສ່ວນເປັນວິທະຍາກອນ ໃນກອງປະຊຸມວຽກເພດສຶກສານອກໂຮງຮຽນໃນຊຸມຊົນ ແລະ ສະໜັບສະໜູນການພັດທະນາເນື້ອໃນເພດສຶກສາ ເພື່ອເຊື່ອມໂຍງເຂົ້າໃນຫຼັກສູດຊັ້ນມັດທະຍົມສຶກສາ.
“ໃນຕອນທຳອິດ, ຂ້າພະເຈົ້າບໍ່ມີຄວາມຮູ້ເລິກເຊິ່ງກ່ຽວກັບເພດສຶກສາ,” ລາວເລົ່າຄືນ. “ແຕ່ຫຼັງຈາກໄດ້ເປັນຄູຝຶກ ແລະ ຮຽນຮູ້ຢ່າງຈິງຈັງຫຼາຍຂຶ້ນ, ຂ້າພະເຈົ້າໄດ້ຮັບຄວາມຮູ້ທີ່ລົງເລິກ ແລະ ມີຂໍ້ມູນທີ່ຊັດເຈນຂຶ້ນ ເຊິ່ງຕອນນີ້ຂ້າພະເຈົ້າສາມາດສົ່ງຕໍ່ຄວາມຮູ້ດັ່ງກ່າວໃຫ້ກັບຜູ້ອື່ນໄດ້.”
ໃນທົ່ວ ສປປ ລາວ, ຄວາມຄືບໜ້າເຫຼົ່ານີ້ ກໍາລັງຖືກສ້າງຂຶ້ນເທື່ອລະບາດກ້າວ.

ດ້ວຍການສະໜັບສະໜູນຈາກອົງການ UNFPA, ກະຊວງສຶກສາທິການ ແລະ ກິລາ ກຳລັງເພີ່ມທະວີການເຊື່ອມສານວຽກເພດສຶກສາເຂົ້າໃນລະບົບການສຶກສາແຫ່ງຊາດ. ການທົບທວນຫຼັກສູດແຫ່ງຊາດທີ່ພວມຖືກຈັດຕັ້ງປະຕິບັດ ແມ່ນການເຊື່ອມສານເນື້ອໃນເພດສຶກສາ ທີ່ແທດເໝາະກັບອາຍຸ ແລະ ວັດທະນະທຳ ເຂົ້າໃນຫຼັກສູດຊັ້ນປະຖົມສຶກສາ ແຕ່ ປ.1 ຫາ ປ.5 ແລະ ຫຼັກສູດຊັ້ນມັດທະຍົມສຶກສາ ແຕ່ ມ.1 ຫາ ມ.7, ເຊິ່ງສອດຄ່ອງກັບບຸລິມະສິດແຫ່ງຊາດ ແລະ ຄໍາໝາຍໝັ້ນສາກົນຂອງ ສປປ ລາວ.
ວິທີການແມ່ນການເຊື່ອມສານເທື່ອລະບາດກ້າວ ແລະ ຄ່ອຍໆດັດປັບໃສ່ແຕ່ລະໄລຍະພັດທະນາການຂອງເດັກ. ຜ່ານຮູບແບບການຮຽນຮູ້ຂັ້ນໃດວຽນ, ເຊິ່ງໝາຍຄວາມວ່າ ນັກຮຽນຈະກັບມາຮຽນຄືນກ່ຽວກັບຫົວຂໍ້ຫຼັກທີ່ເຄີຍຮຽນແບບພື້ນຖານ ແລະ ບົດຮຽນຈະເຈາະເລິກ ແລະ ເປັນຮູບປະທຳຫຼາຍຂຶ້ນ ເມື່ອພວກເຂົາເຕີບໃຫຍ່. ຫົວຂໍ້ຕ່າງໆລວມມີ ຄວາມສຳພັນ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການຍິນຍອມ, ການແຕ່ງງານໃນເດັກ, ການແຕ່ງງານກ່ອນໄວ ແລະ ການບັງຄັບການແຕ່ງງານ, ການຖືພາໃນໄວໜຸ່ມ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ການຮັກສາສຸຂະອະນາໄມໃນເວລາມີປະຈໍາເດືອນ.
ແທນທີ່ຈະສ້າງເປັນວິຊາແຍກຕ່າງຫາກ, ເພດສຶກສາ ແມ່ນກຳລັງຖືກເຊື່ອມສານເຂົ້າໃນວິຊາຫຼັກ ເຊັ່ນ: ຊີວະສາດ ແລະ ປະຊາກອນສຶກສາ. ວິທີການນີ້ຊ່ວຍໃຫ້ໄວໜຸ່ມ ໄດ້ຮັບຄວາມຮູ້ພາກປະຕິບັດ ໃນສະພາບແວດລ້ອມການຮຽນທີ່ລຶ້ງເຄີຍ ແລະ ສະໜັບສະໜູນພວກເຂົາ ໃຫ້ມີການຕັດສິນໃຈທີ່ປອດໄພ, ມີຂໍ້ມູນ ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ.
ແຕ່ບໍ່ແມ່ນວ່າ ໄວໜຸ່ມທຸກຄົນແມ່ນສືບຕໍ່ເຂົ້າໂຮງຮຽນ. ຍ້ອນເຂົ້າໃຈເຖິງສະພາບການ, ອົງການ UNFPA ແລະ ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ສະໜັບສະໜູນການພັດທະນາຫຼັກສູດ ແລະ ແຜນດຳເນີນງານວຽກເພດສຶກສານອກໂຮງຮຽນ ເພື່ອນຳເອົາຂໍ້ມູນໃຫ້ເຂົ້າເຖິງໄວໜຸ່ມໃນຊຸມຊົນຫຼາຍຂຶ້ນ. ອີງໃສ່ແນວທາງດັ່ງກ່າວ, ກະຊວງໄດ້ເປີດໂຕການຝຶກອົບຮົມສະເພາະ ສຳລັບຄູຝຶກເພື່ອນຊ່ວຍເພື່ອນ ເພື່ອສະໜັບສະໜູນ ການເຕົ້າໂຮມເພື່ອສົນທະນາກ່ຽວກັບເພດສຶກສາຢູ່ໃນຊຸມຊົນ ສຳລັບເຍົາວະຊົນ ແລະ ໄວໜຸ່ມນອກໂຮງຮຽນ, ພ້ອມທັງ ສົ່ງເສີມການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ ພ້ອມທັງ ສາຍດ່ວນທີ່ຈຳເປັນ ກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ຄວາມຮຸນແຮງບົນພື້ນຖານທາງເພດ.
ການເຂົ້າເຖິງເພດສຶກສາແມ່ນມີຄວາມສຳຄັນເປັນພິເສດສຳລັບໄວໜຸ່ມທີ່ມີອາຍຸແຕ່ 12 ຫາ 14 ປີ, ໂດຍສະເພາະເດັກຍິງ, ຜູ້ທີ່ອາດຈະມີຄວາມສ່ຽງສູງຕໍ່ການແຕ່ງໃນເດັກ, ການຖືພາກ່ອນໄວ ແລະ ການອອກໂຮງຮຽນ. ສຳລັບພວກເຂົາ, ເພດສຶກສາບໍ່ແມ່ນພຽງແຕ່ບົດຮຽນເທົ່ານັ້ນ. ແຕ່ມັນເປັນຂໍ້ມູນທີ່ຊ່ວຍຊີວິດໄດ້. ເພດສຶກສາ ຊ່ວຍໃຫ້ພວກເຂົາເຂົ້າໃຈຮ່າງກາຍຂອງຕົນເອງ, ຮັບຮູ້ສິດຂອງຕົນ, ຮູ້ວ່າຈະຂໍຄວາມຊ່ວຍເຫຼືອຢູ່ໃສ ແລະ ການຕັດສິນໃຈ ທີ່ປົກປ້ອງສຸຂະພາບ, ກຽດສັກສີ ແລະ ອະນາຄົດຂອງພວກເຂົາແນວໃດ.
ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ສືບຕໍ່ໃນການພັດທະນາຫຼັກສູດເພດສຶກສາແບບເຂັ້ມຂຸ້ນພາຍໃນໜຶ່ງອາທິດ ສຳລັບພາກອາຊີວະສຶກສາ ແລະ ການຝຶກອົບຮົມ, ພ້ອມທັງວິຊາເພດສຶກສາແບບບັງຄັບ ສຳລັບການສຶກສາຄູ. ຄວາມພະຍາຍາມສົມທົບກັນນີ້ຊ່ວຍຮັບປະກັນວ່າ ເພດສຶກສາແບບຮອບດ້ານ ບໍ່ແມ່ນກິດຈະກຳທີ່ເຮັດພຽງຄັ້ງດຽວ, ແຕ່ເປັນສ່ວນໜຶ່ງຂອງລະບົບການສຶກສາທີ່ເຂັ້ມແຂງ ແລະ ຍືນຍົງກວ່າເກົ່າ.
ແຕ່ໃນຫ້ອງຮຽນ, ຄວາມກ້າວໜ້າບໍ່ໄດ້ຖືກວັດແທກ ພຽງແຕ່ຈາກປຶ້ມຄູ່ມື, ຕົວເລກ ຫຼື ນະໂຍບາຍເທົ່ານັ້ນ. ມັນຖືກວັດແທກໂດຍການທີ່ນັກຮຽນກ້າທີ່ຈະຖາມຄຳຖາມ ຫຼື ບໍ່. ການທີ່ໄວໜຸ່ມ ຮຽນຮູ້ທີ່ຈະໄວ້ໃຈຄູຂອງພວກເຂົາ ຫຼື ບໍ່. ການທີ່ເດັກຍິງຮູ້ສຶກໝັ້ນໃຈພໍທີ່ຈະເວົ້າອອກມາ ຫຼື ບໍ່. ການທີ່ເດັກຊາຍເລີ່ມເຂົ້າໃຈກ່ຽວກັບການເຄົາລົບ, ການຍິນຍອມ ແລະ ຄວາມສະເໝີພາບ ຫຼື ບໍ່. ການທີ່ນັກຮຽນ ສາມາດສົນທະນາ ກ່ຽວກັບສຸຂະພາບຂອງພວກເຂົາໄດ້ ໂດຍບໍ່ຕ້ອງອາຍ ຫຼື ບໍ່.
ລັບທ່ານນາງ ລັດດາພອນ, ສິ່ງທ້າທາຍທີ່ໃຫຍ່ທີ່ສຸດ ແມ່ນຄວາມໝັ້ນໃຈ.
“ນັກຮຽນຫຼາຍຄົນບໍ່ກ້າທີ່ຈະສະແດງອອກ,” ລາວກ່າວ. “ພວກເຂົາຢ້ານທີ່ຈະຖາມຄຳຖາມ ຫຼື ຕອບ ເພາະພວກເຂົາຢ້ານຕອບຜິດ. ບາງຄົນຍັງບໍ່ທັນຮູ້ສຶກສະບາຍໃຈກັບຄູຝຶກພຽງພໍທີ່ຈະເປີດໃຈ ຫຼື ແບ່ງປັນຄວາມກັງວົນທີ່ແທ້ຈິງຂອງພວກເຂົາ.”
ເພື່ອຕອບສະໜອງກັບບັນຫານີ້, ລາວພະຍາຍາມສ້າງບັນຍາກາດໃນຫ້ອງຮຽນໃຫ້ປອດໄພຂຶ້ນ. ລາວຊຸກຍູ້ໃຫ້ມີການຖາມຄຳຖາມ. ລາວຈັດກິດຈະກຳຕ່າງ ເພື່ອຫຼຸດຜ່ອນຊ່ອງຫວ່າງລະຫວ່າງຄູ ແລະ ນັກຮຽນ. ລາວປັບປຸງວິທີການສອນຂອງລາວ ເພາະລາວເຂົ້າໃຈວ່າ ການຮັບຮູ້ຂອງນັກຮຽນແຕ່ລະຄົນ ແມ່ນແຕກຕ່າງກັນ. ພ້ອມນັ້ນ, ລາວຍັງເນັ້ນໜັກເຖິງການຍອມຮັບຕົນເອງ, ຄວາມເຂັ້ມແຂງທາງດ້ານອາລົມ ແລະ ການໃຫ້ກຳລັງໃຈ.
“ການປ່ຽນແປງທີ່ຂ້າພະເຈົ້າຢາກເຫັນແມ່ນ ການມີໂຄງການທີ່ຫຼາຍຂຶ້ນ ເພື່ອຊ່ວຍໃຫ້ນັກຮຽນສະແດງອອກຢ່າງໝັ້ນໃຈ ແລະ ເອົາຊະນະຄວາມຢ້ານກົວຂອງພວກເຂົາ,” ລາວໄດ້ກ່າວ. “ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ເຂົາເຈົ້າ ຄົ້ນພົບຄວາມຕ້ອງການ ແລະ ສັກກະຍະພາບທີ່ແທ້ຈິງຂອງເຂົາເຈົ້າ.”
ອັນນີ້ແມ່ນຫົວໃຈສໍາຄັນຂອງວຽກງານເພດສຶກສາ: ນັ້ນຄືການໃຫ້ທັກສະແກ່ໄວໜຸ່ມ ນອກເໜືອຈາກຂໍ້ມູນ. ແຕ່ແມ່ນການເປີດຊ່ອງທາງໃນການສົນທະນາແກ່ພວກເຂົາ. ການໃຫ້ຄວາມໝັ້ນໃຈແກ່ພວກເຂົາ. ການຊ່ວຍໃຫ້ພວກເຂົາເຂົ້າໃຈຮ່າງກາຍຂອງຕົນເອງ, ຈັດການຄວາມສຳພັນ, ຮັບຮູ້ຄວາມສ່ຽງ, ຊອກຫາການບໍລິການ ແລະ ຕັດສິນໃຈ ບົນພື້ນຖານຂອງກຽດສັກສີ ແລະ ການເຄົາລົບ.
ໃນ ສປປ ລາວ, ວຽກເພດສຶກສາ ແມ່ນພາກສ່ວນໜຶ່ງ ຂອງເປົ້າໝາຍລວມ ໃນການລົງທຶນໃສ່ໄວໜຸ່ມ ໃນຂະນະທີ່ປະເທດ ກຳລັງກຽມພ້ອມສຳລັບອະນາຄົດ. ເຍົາວະຊົນ ແລະ ໄວໜຸ່ມ ຕ້ອງການທັກສະເພື່ອການດຳລົງຊີວິດ ບໍ່ແມ່ນພຽງແຕ່ເພື່ອຮຽນໃຫ້ຈົບເທົ່ານັ້ນ ເຊັ່ນ: ຄວາມສຳພັນ, ພື້ນທີ່ອອນລາຍ, ຄວາມກົດດັນຈາກໝູ່ເພື່ອນ, ສຸຂະພາບຈິດ, ບັນທັດຖານທາງເພດ, ວຽກງານໃນອະນາຄົດ ແລະ ຄວາມຄາດຫວັງຂອງຄອບຄົວ. ເພດສຶກສາຊ່ວຍເຊື່ອມຕໍ່ຄວາມເປັນຈິງເຫຼົ່ານີ້, ໂດຍສະເພາະສຳລັບໄວໜຸ່ມ ທີ່ອາດຈະບໍ່ມີພື້ນທີ່ປອດໄພ ໃນການຖາມຄຳຖາມຢູ່ເຮືອນ ຫຼື ໃນຊຸມຊົນຂອງພວກເຂົາ.
ອີກປະການໜຶ່ງ, ເຄື່ອງມືດິຈິຕອນ ສາມາດຊ່ວຍຂະຫຍາຍການເຂົ້າເຖິງຂໍ້ມູນທີ່ເຊື່ອຖືໄດ້. ອົງການ UNFPA ຮ່ວມກັບ ສູນຂ່າວສານການແພດສຸຂະສຶກສາ, ກະຊວງສາທາລະນະສຸກ ໄດ້ເປີດຕົວແອັບພລິເຄຊັນເທິງມືຖືແບບບໍ່ເສຍຄ່າ ທີ່ເອີ້ນວ່າ ນ້ອຍຢາກຮູ້ (Noi Yakhoo), ເຊິ່ງສະໜອງຂໍ່ມູນແບບຄຳຖາມ-ຄຳຕອບ ກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ການເປັນຢູ່ທີ່ດີໃຫ້ແກ່ເດັກຊາຍ ແລະ ເດັກຍິງ.

ສຳລັບທ່ານນາງ ລັດດາພອນ, ຂັ້ນຕອນຕໍ່ໄປແມ່ນຈະແຈ້ງ: ຄວນສືບຕໍ່ຂະຫຍາຍວຽກງານເພດສຶກສາໄປທົ່ວປະເທດ ແລະ ເພື່ອໃຫ້ກາຍເປັນສ່ວນໜຶ່ງຂອງການຮຽນຮູ້ໃນທຸກລະດັບ.
“ຈາກປະສົບການຂອງຂ້າພະເຈົ້າໃນການປະກອບສ່ວນເຂົ້າໃນຫຼັກສູດເພດສຶກສາ, ຂ້າພະເຈົ້າຢາກໃຫ້ອົງການ UNFPA ສືບຕໍ່ຊຸກຍູ້ການເຊື່ອມສານເພດສຶກສາເຂົ້າໃນຫຼັກສູດແຫ່ງຊາດໃນທຸກລະດັບ,” ລາວກ່າວ. “ໂດຍການສ້າງຄວາມເຂົ້າໃຈຕັ້ງແຕ່ ໄວເດັກເຖິງໄວໜຸ່ມ ຈົນຮອດຜູ້ໃຫຍ່, ພວກເຮົາສາມາດຊ່ວຍໃຫ້ທຸກຄົນມີຄຸນນະພາບຊີວິດທີ່ດີຂຶ້ນ ແລະ ຍືນຍົງກວ່າເກົ່າ.”
ໃນຂະນະທີ່ອົງການ UNFPA ສະເຫຼີມສະຫຼອງການຮ່ວມມືຄົບຮອບ 50 ປີ ກັບ ສປປ ລາວ, ເລື່ອງລາວຕ່າງໆຄືດັ່ງທ່ານ ນາງ ລັດດາພອນ ສະແດງໃຫ້ເຫັນວ່າຄວາມກ້າວໜ້າໃນຊີວິດໄວໜຸ່ມແມ່ນມີແນວໃດ.
ເຊິ່ງນັ້ນແມ່ນການທີ່ຄູ ຮຽນຮູ້ວິທີໃໝ່ໆໃນການຮັບຟັງ. ແມ່ນການທີ່ນັກຮຽນ ຄ່ອຍໆມີຄວາມກ້າທີ່ຈະຍົກມືຂຶ້ນຕອບຄໍາຖາມ. ແມ່ນການທີ່ນັກຮຽນ ສາມາດສົນທະນາກ່ຽວກັບຄຳຖາມກ່ຽວກັບສຸຂະພາບ, ການເຄົາລົບ, ຄວາມສຳພັນ ແລະ ອະນາຄົດຢູ່ໃນຫ້ອງຮຽນ ໂດຍບໍ່ຕ້ອງຮູ້ສຶກອາຍ ແຕ່ດ້ວຍຄວາມເອົາໃຈໃສ່ ແລະ ຂໍ້ມູນທີ່ຖືກຕ້ອງ.
ຄວາມຄືບໜ້າດັ່ງກ່າວນີ້ ສາມາດເກີດຂຶ້ນໄດ້ ຍ້ອນການນຳພາຂອງລັດຖະບານ ແຫ່ງ ສປປ ລາວ, ໂດຍສະເພາະແມ່ນກະຊວງສຶກສາທິການ ແລະ ກິລາ, ຄວາມມຸ່ງໝັ້ນຂອງຄູອາຈານ, ໂຮງຮຽນ, ອາສາສະໝັກໄວໜຸ່ມ ແລະ ຄູ່ຮ່ວມງານຕ່າງໆ. ພ້ອມທັງຈາກການສະໜັບສະໜູນຂອງຜູ້ໃຫ້ທຶນເຊັ່ນ: ກະຊວງການຕ່າງປະເທດ ແລະ ການຄ້າ (DFAT) ຂອງ ອົດສະຕຣາລີ ແລະ ອົງການຮ່ວມມືສາກົນ ສ.ເກົາຫລີ (KOICA), ເຊິ່ງການປະກອບສ່ວນຂອງພວກເຂົາ ໄດ້ຊ່ວຍໃຫ້ ອົງການ UNFPA ແລະ ຄູ່ຮ່ວມງານແຫ່ງຊາດ ເພີ່ມທະວີການສ້າງຄວາມເຂັ້ມແຂງ ໃຫ້ແກ່ໄວໜຸ່ມ, ວຽກງານເພດສຶກສາ, ທັກສະຊີວິດ ແລະ ການເຂົ້າເຖິງຂໍ້ມູນທີ່ເຊື່ອຖືໄດ້ ສຳລັບເຍົາວະຊົນ ແລະ ໄວໜຸ່ມ.
