You are here

ນະຄອນຫຼວງວຽງຈັນ ວັນທີ 09 ເມສາ 2021, ກະຊວງແຜນການ ແລະ ການລົງທຶນຮ່ວມກັບ ສາມອົງການຂອງສະຫະປະຊາຊາດ (UNFPA, IOM, UN-Habitat) ໄດ້ຈັດກອງປະຊຸມ ຄັ້ງທຳອິດຂອງຄະນະກຳມະການ ກັບ ໂຄງການຮ່ວມມືຂອງສະຫະປະຊາຊາດໃນການປົກປ້ອງ ແລະ ໃຫ້ບໍລິການສຳລັບຜູ້ຕັ້ງພູມລຳເນົາໃໝ່ ,ແຮງງານເຄື່ອນຍ້າຍ ແລະໄວໜຸ່ມ ຢູ່ແຂວງສະຫວັນນະເຂດ ແລະ ຈຳປາສັກ.

ໂຄງການນີ້ມີໄລຍະເວລາ 18 ເດືອນ ລວມມູນຄ່າປະມານ 1,389,470 ລ້ານ ໂດລາສະຫະລັດ ໂດຍອົງການ SDC ໄດ້ປະກອບທຶນ 998,970 ໂດລາສະຫະລັດ ແລະ ອົງການສະຫະປະຊາຊາດປະກອບສ່ວນ 390,500 ໂດລາສະຫະລັດ.

ຈຸດປະສົງຂອງໂຄງການດັ່ງກ່າວ ແມ່ນແນໃສ່ເພື່ອຕິດຕາມບັນຫາສຸຂະພາບ ແລະ ເສດຖະກິດ-ສັງຄົມ ທີ່ເປັນຜົນເນື່ອງມາຈາກການແພ່ລະບາດຂອງພະຍາດໂຄວິດ-19, ໂດຍຜ່ານການ ສະໜັບສະໜັບສະໜູນ ແລະ ເສີມສ້າງຄວາມສາມາດໃຫ້ລັດຖະບານ ແລະ ຊຸມຊົນໃນ ສປປ ລາວ ເພື່ອຮັບມື ແລະ ປັບສະພາບກັບວິກິດການດັ່ງກ່າວນີ້ໄດ້ຢ່າງທັນການ. ໂຄງການດັ່ງກ່າວນີ້ແມ່ນແນໃສ່ສອງແຂວງພາກໃຕ້ຄື ສະຫວັນນະເຂດ ແລະ ຈຳປາສັກ, ເຊິ່ງເປັນແຂວງທີ່ມີປະຊາກອນຈຳນວນຫຼາຍ, ຈຳນວນຜູ້ອົບພະຍົບກັບຄືນມາທີ່ຫຼາຍ, ລວມເຖິງຄວາມຕ້ອງການນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມ ໃນເວລາດຽວກັນ.

 

ສາມອົງການດັ່ງກ່າວໄດ້ນຳໃຊ້ທ່າແຮງຂອງຕົນ ເຮັດວຽກຮ່ວມກັບລັດຖະບານຢ່າງໃກ້ຊິດເຊັ່ນ: ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ລັດວິສາຫະກິດນ້ຳປະປາ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນແມ່ຍິງລາວ, ແລະ ຄູ່ຮ່ວມພັດທະນາທາງສັງຄົມອື່ນໆ.

 

ວິກິດການໂຄວິດ-19 ເພີ່ມທະວີບັນຫາຄວາມທຸກຍາກ ແລະ ຄວາມບໍ່ສະເໝີພາບ ໂດຍສະເພາະແມ່ນຕໍ່ກັບບຸກຄົນຜູ້ທີ່ມີຄວາມສ່ຽງ. ທະນາຄານໂລກຄາດຄະເນວ່າໃນ ສປປ ລາວ, ປະຊາຊົນຈຳນວນ 90,000-240,000 ຄົນຈະຕົກຢູ່ໃນຄວາມທຸກຍາກ. ການແຜ່ລະບາດຂອງເຊື້ອໄວຣັດນີ້ຈະມີຜົນກະທົບທີ່ຮ້າຍແຮງຕໍ່ເສດຖະກິດ - ສັງຄົມ, ປະຊາກອນ ແລະ ການລະບາດຂອງພະຍາດ ສຳລັບຜູ້ທີ່ມີຄວາມສ່ຽງ. ບັນຫາດັ່ງກ່າວນີ້ ຍັງສ້າງຄວາມບໍ່ສະເໝີພາບລະຫວ່າງຍິງ - ຊາຍ ໃຫ້ຮ້າຍແຮງໄປຕື່ມອີກດ້ວຍ.

 

ຂ້າພະເຈົ້າຂໍຂອບໃຈບັນດາອົງການຂອງອົງການສະຫະປະຊາຊາດ (UNFPA, IOM, UN-HABITAT), ໂດຍສະເພາະ SDC, ຜູ້ທີ່ສະໜັບສະໜູນທາງດ້ານການເງິນເຂົ້າໃນໂຄງການຮ່ວມມືນີ້ ແລະ ບັນດາກະຊວງ ຕ່າງໆ ໂດຍສະເພາະແມ່ນກະຊວງສາທາລະນະສຸກ ແລະ ກະຊວງສະຫວັດດີການ ແລະ ສັງຄົມ ສຳລັບການສະໜັບສະໜູນ ແລະ ການຮ່ວມມື, ເພື່ອເຮັດໃຫ້ແຜນງານຮ່ວມຂອງສະຫະປະຊາຊາດນີ້ເກີດຂື້ນໄດ້. ຢ່າງທີ່ເຮົາຮູ້ກັນວ່າ ເພື່ອປັບປຸງການບໍລິການໃຫ້ແກ່ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ, ພວກເຮົາຕ້ອງມີການວາງແຜນທີ່ດີຂຶ້ນແລະມີການຮ່ວມມືທີ່ເຂັ້ມແຂງກວ່າເກົ່າ ກ່າວໂດຍ ທ່ານ ນາງ ສີສົມບູນ ອຸ່ນນະວົງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ.

 

ພາຍໃຕ້ການຮ່ວມມືດັ່ງກ່າວນີ້, ຜູ້ທີ່ໄດ້ຮັບຜົນປະໂຫຍດໂດຍກົງແມ່ນມີຈຳນວນສະເຫຼ່ຍ 172,000 ຄົນ, ໃນນັ້ນມີແມ່ຍິງ 101,160 ຄົນ ລວມທັງຜູ້ອົບພະຍົບຜູ້, ພະນັກງານອົບພະຍົບພາຍໃນ, ຜູ້ອົບພະຍົບທີ່ຖືກຍົກຍ້າຍຫຼືຕົກຄ້າງແລະຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ໄວໜຸ່ມ, ຜູ້ປະສົບເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງທາງເພດ. ນອກຈາກນັ້ນ, ຄາດວ່າຈະມີປະມານ 600,000 ຄົນໄດ້ຮັບຜົນປະໂຫຍດທາງອ້ອມຈາກໂຄງການຮ່ວມມືນີ້.

 

ທ່ານ ນາງ ມາຣຽມ ເອ.ຄານ, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ຄວາມພະຍາຍາມຂອງທຸກໆອົງການ ແລະ ຄູ່ຮ່ວມງານທີ່ໄດ້ສ້າງເງື່ອນໄຂຂອງການຕອບສະໜອງຮ່ວມກັນນີ້ຕໍ່ໂຄວິດ-19, ທີ່ຍັງຈະໃຫ້ໂອກາດທີ່ດີແກ່ພວກເຮົາໃນການສ້າງຄວາມຢືດຢຸ່ນ, ຮັບມືກັບຜົນກະທົບທາງເສດຖະກິດ ແລະ ສັງຄົມຕໍ່ກຸ່ມທີ່ມີຄວາມສ່ຽງເຊັ່ນ: ໄວລຸ້ນ ແລະ ປະຊາກອນໄວໜຸ່ມ, ແມ່ຍິງ, ແລະ ຜູ້ອົບພະຍົບ, ຊ່ວຍໃຫ້ພວກເຮົາບັນລຸວິໄສທັດຂອງ ການພັດທະນາແບບຍືນຍົງ 'ບໍ່ປ່ອຍໃຫ້ຜູ້ໃດຢູ່ເບື້ອງຫຼັງ.

ໂຄງການນີ້ ແມ່ນໜຶ່ງໃນບັນດາໂຄງການສຳຄັນທີ່ສະໜັບສະໜູນ ໂດຍ SDC ເພື່ອຕອບສະໜອງຕໍ່ຜົນກະທົບໃນໄລຍະສັ້ນແລະຍາວຂອງການລະບາດໂຄວິດ-19, SDC ຫວັງຢ່າງຍິ່ງວ່າຈະໄດ້ເຫັນບັນດາພາກສ່ວນກ່ຽວຂ້ອງນຳໃຊ້ປະໂຫຍດສູງສຸດໃນການເຮັດວຽກຮ່ວມກັນຄັ້ງນີ້ ເພື່ອໃຫ້ໄດ້ຜົນໄດ້ຮັບທີ່ມີປະສິດທິພາບ ແລະ ມີຄວາມຍືນຍົງ. ກ່າວໂດຍທ່ານ ຊອງ-ຟອງຊົວ ກຸຍເອໂນດ, ຜູ້ອຳນວຍການຝ່າຍຮ່ວມມືພາກພື້ນຂອງ SDC”.

 

 

ບັນດາຄະນະຊີ້ນຳ ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືທີ່ມີປະສິດທິຜົນ ລະຫວ່າງອົງການສະຫະປະຊາຊາດທີ່ເຂົ້າຮ່ວມແລະລັດຖະບານແຫ່ງ ສປປ ລາວ, ແລະ ຈະຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນຄື: ໃຫ້ທິດທາງແລະການຕິດຕາມກວດກາຍຸດທະສາດ; ກວດກາແລະອະນຸມັດບົດລາຍງານ, ແຜນການເຮັດວຽກແລະງົບປະມານແລະອື່ນໆ. ການອະນຸມັດການຈັດສັນງົບປະມານແລະແຜນການເຮັດວຽກໃນປັດຈຸບັນຈະຊ່ວຍໃຫ້ການຈັດຕັ້ງປະຕິບັດດຳເນີນໄປຢ່າງຄ່ອງແຄ້ວ ຍ້ອນວ່າກິດຈະກຳຕ່າງໆ ໄດ້ຖືກສັງລວມເຂົ້າກັບຄູ່ຮ່ວມງານຈັດຕັ້ງປະຕິບັດແລະແຜນການເຮັດວຽກຂອງອົງການສະຫະປະຊາຊາດ.

 

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

 

ທ່ານ ນາງ ເພັດມະນີ ວິຍາເດດ,

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.