EN LO
Go Back Go Back
Go Back Go Back

ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ( UNFPA) ປະຈຳ ສປປ ລາວ, ໂຮງແຮມ ອາມາຣີ ວຽງຈັນ (Amari Vientiane) ແລະ ມະຫາວິທະຍາໄລ ຄັນໄຊ (Kansai University) ຮ່ວມສະເຫຼີມສະຫຼອງການມີສ່ວນຮ່ວມຂອງຄົນພິການ ຜ່ານກິດຈະກຳແຫ່ງຄວາມມ່ວນຊື່ນ

Share

ຂ່່າວ

ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ( UNFPA) ປະຈຳ ສປປ ລາວ, ໂຮງແຮມ ອາມາຣີ ວຽງຈັນ (Amari Vientiane) ແລະ ມະຫາວິທະຍາໄລ ຄັນໄຊ (Kansai University) ຮ່ວມສະເຫຼີມສະຫຼອງການມີສ່ວນຮ່ວມຂອງຄົນພິການ ຜ່ານກິດຈະກຳແຫ່ງຄວາມມ່ວນຊື່ນ

calendar_today 24 June 2026

The Disability Inclusion Fun Day
The Disability Inclusion Fun Day

 

ນະຄອນຫຼວງວຽງຈັນ, 14 ມິຖຸນາ 2026  ອົງການ UNFPA ປະຈຳ ສປປ ລາວ ຮ່ວມມືກັບ ໂຮງແຮມ ອາມາຣີ ວຽງຈັນ ໄດ້ຈັດກິດຈະກຳວັນແຫ່ງຄວາມມ່ວນຊື່ນເພື່ອການມີສ່ວນຮ່ວມຂອງຄົນພິການ (Disability Inclusion Fun Day) ໂດຍໄດ້ເຕົ້າໂຮມເອົາຄົນພິການ, ເຍົາວະຊົນ, ຄູ່ຮ່ວມງານ, ອາສາສະໝັກ ແລະ ຕົວແທນຊຸມຊົນ ເຂົ້າມາຮ່ວມກິດຈະກຳໃນຕອນບ່າຍ ເພື່ອຮຽນຮູ້, ແລກປ່ຽນ, ສ້າງສັນ ແລະ ສະເຫຼີມສະຫຼອງຮ່ວມກັນ.

ກິດຈະກຳດັ່ງກ່າວ ຈັດຂຶ້ນເພື່ອສົ່ງເສີມການມີສ່ວນຮ່ວມ, ກຽດສັກສີ ແລະ ຄວາມສະເໝີພາບຂອງຄົນພິການ ໃນຮູບແບບການສ້າງພື້ນທີ່ທີ່ເປັນມິດ ເພື່ອໃຫ້ເກີດການພົບປະແລກປ່ຽນລະຫວ່າງ ໄວໜຸ່ມ, ອົງການຈັດຕັ້ງຄົນພິການ, ພາກສ່ວນເອກະຊົນ, ສະຖາບັນການສຶກສາ ແລະ ຄູ່ຮ່ວມງານເພື່ອການພັດທະນາ. 

ພາຍໃນງານມີກິດຈະກຳແບບມີສ່ວນຮ່ວມຢ່າງຫຼາກຫຼາຍ ເປັນຕົ້ນແມ່ນ ເກມທີ່ທຸກຄົນສາມາດຫຼິ້ນນຳກັນໄດ້, ການອົບຮົມເຮັດເຄື່ອງປະດັບ, ຫ້ອງວາງສະແດງແລະໃຫ້ຄວາມຮູ້, ການແນະນຳການໃຊ້ພາສາມືຂັ້ນພື້ນຖານ, ການແລກປ່ຽນທາງດ້ານສິລະປະ ແລະ ໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນປະສົບການ ແລະ ພອນສະຫວັນຂອງຕົນ. ນອກຈາກນີ້, ງານດັ່ງກ່າວຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຂົ້າເຖິງຂໍ້ມູນຂ່າວສານດ້ານສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ, ການປົກປ້ອງຈາກຄວາມຮຸນແຮງທາງເພດ, ການມີສ່ວນຮ່ວມໃນສັງຄົມ, ການສ້າງທັກສະ ແລະ ການມີສ່ວນຮ່ວມທີ່ມີຄວາມໝາຍຂອງຄົນພິການ.

Image
"Vanh like drawing" teaching kids how to paint
Vanh like drawing teaching kids to draw

ໃນນາມຕົວແທນຂອງຄົນພິການທີ່ເຂົ້າຮ່ວມງານ, ທ່ານນາງ ສັນທະວີ ອຸດາວົງ, ຕົວແທນຈາກສູນມືແຫ່ງຄວາມຫວັງ (Hands of Hope) ກ່າວວ່າ: “ງານແບບນີ້ແມ່ນມີຄວາມສຳຄັນຫຼາຍ ຍ້ອນມັນເຮັດໃຫ້ສັງຄົມເບິ່ງເຫັນພວກເຮົາ ບໍ່ສະເພາະແຕ່ສະພາບຮ່າງກາຍເທົ່ານັ້ນ, ແຕ່ເຫັນເຖິງພອນສະຫວັນ, ຄວາມຄິດ ແລະ ຄວາມຝັນຂອງພວກເຮົາອີກດ້ວຍ. ການມີສ່ວນຮ່ວມ ໝາຍເຖິງການໄດ້ຮັບໂອກາດທີ່ເທົ່າທຽມກັນໃນການເຂົ້າຮ່ວມ, ການຮຽນຮູ້, ການເຮັດວຽກ ແລະ ການປະກອບສ່ວນເຂົ້າໃນສັງຄົມ.”

ຜູ້ຕາງໜ້າອົງການ UNFPA ສະແດງຄວາມຂອບໃຈມາຍັງ ໂຮງແຮມ ອາມາຣີ ວຽງຈັນ ທີ່ໄດ້ເອື້ອອຳນວຍສະຖານທີ່ ໃນການຈັດງານ ແລະ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ເພີ່ມຂຶ້ນຕໍ່ກັບການມີສ່ວນຮ່ວມຂອງທຸກຄົນ, ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ການມີສ່ວນຮ່ວມກັບຊຸມຊົນ. ການຮ່ວມມືກັບ ອາມາຣີ ສະທ້ອນໃຫ້ເຫັນເຖິງບົດບາດອັນສຳຄັນຂອງພາກສ່ວນເອກະຊົນ ທີ່ສາມາດມີສ່ວນຮ່ວມໃນການສ້າງພື້ນທີ່ທີ່ເຂົ້າເຖິງງ່າຍ, ໃຫ້ກຽດ ແລະ ເປີດຮັບທຸກຄົນ ພ້ອມທັງສະໜັບສະໜູນໂອກາດໃຫ້ແກ່ຄົນພິການ ແລະ ຄົນໜຸ່ມສາວ.

ຊ່ວງເວລາທີ່ສຳຄັນຂອງງານຄັ້ງນີ້ ຄືການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງ ອົງການ UNFPA ປະຈຳ ສປປ ລາວ ແລະ ມະຫາວິທະຍາໄລ ຄັນໄຊ ໄກໄດ (Kansai Gaidai University). ບົດບັນທຶກຄວາມເຂົ້າໃຈສະບັບນີ້ ຈະຊ່ວຍຮັດແໜ້ນຄວາມຮ່ວມມືໃນດ້ານການມີສ່ວນຮ່ວມຂອງຄົນພິການ ແລະ ວຽກງານສັງຄົມສົງເຄາະ, ລວມທັງການແລກປ່ຽນຄວາມຮູ້, ການມີສ່ວນຮ່ວມຂອງນັກສຶກສາ, ວຽກງານອາສາສະໝັກ, ການຄົ້ນຄວ້າ, ການສ້າງຄວາມຕື່ນຕົວ ແລະ ການສະໜັບສະໜູນຂໍ້ລິເລີ່ມຕ່າງໆໃນຊຸມຊົນ. ຜ່ານການຮ່ວມມືນີ້, ອົງການUNFPA ແລະ ມະຫາວິທະຍາໄລ ຄັນໄຊ ໄກໄດ ມີເປົ້າໝາຍທີ່ຈະນຳເອົາຄວາມຊ່ຽວຊານທາງດ້ານວິຊາການ ແລະ ພະລັງຂອງຄົນໜຸ່ມສາວ ເຂົ້າມາໃກ້ຊິດກັບການປະຕິບັດງານຕົວຈິງຮ່ວມກັບຊຸມຊົນ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນຄົນພິການ.

ດຣ. ບັກຕີຢໍ ຄາດີຮົບ (Dr. Bakhtiyor Kadyrov), ຜູ້ຕາງໜ້າ UNFPA ປະຈຳ ສປປ ລາວ ກ່າວວ່າ: “ສຳລັບພວກເຮົາ, ການມີສ່ວນຮ່ວມ ໝາຍຄວາມວ່າ ທຸກໆຄົນສາມາດມີສ່ວນຮ່ວມໃນສັງຄົມໄດ້ຢ່າງເຕັມສ່ວນ. ທຸກຄົນຄວນສາມາດເຂົ້າເຖິງຂໍ້ມູນຂ່າວສານ, ຕັດສິນໃຈ, ຮຽນຮູ້, ເຮັດວຽກ, ປະກອບສ່ວນ ແລະ ດຳລົງຊີວິດຢູ່ຢ່າງປອດໄພ ແລະ ມີກຽດສັກສີ. ກິດຈະກຳໃນມື້ນີ້ ໄດ້ເຕືອນໃຫ້ພວກເຮົາຮູ້ວ່າ ທຸກຄົນລ້ວນແຕ່ມີພອນສະຫວັນ, ຄວາມມຸ່ງຫວັງ ແລະ ສິດທິ, ແລະ ການມີສ່ວນຮ່ວມນັ້ນຈະເກີດຂຶ້ນຈິງໄດ້ ກໍຕໍ່ເມື່ອສະຖາບັນ, ຊຸມຊົນ, ສະຖາບັນການສຶກສາ, ພາກສ່ວນເອກະຊົນ ແລະ ຄົນໜຸ່ມສາວຮ່ວມມືກັນ.”

 

Image
Dr. Bakhtiyor Kadyrov, UNFPA Representative in Lao PDR giving remark
Dr. Bakhtiyor Kadyrov, UNFPA Representative in Lao PDR giving his remark

ສາດສະດາຈານ ຄາສ ຟູຄູດະ (Professor Kaz Fukuda) ຈາກມະຫາວິທະຍາໄລ ຄັນໄຊ ໄກໄດ ກ່າວວ່າ: “ການຮ່ວມມືນີ້ແມ່ນໂອກາດໃນການເຊື່ອມຕໍ່ການຮຽນຮູ້ທາງວິຊາການ ເຂົ້າກັບການມີສ່ວນຮ່ວມໃນຊຸມຊົນຕົວຈິງ. ຜ່ານບົດບັນທຶກຄວາມເຂົ້າໃຈກັບ UNFPA, ພວກເຮົາຫວັງວ່າຈະສ້າງໂອກາດທີ່ມີຄວາມໝາຍໃຫ້ແກ່ນັກສຶກສາ ແລະ ຜູ້ມີວິຊາຊີບ ໄດ້ຮຽນຮູ້ຈາກຄົນພິການ, ສະໜັບສະໜູນການປະຕິບັດງານສັງຄົມສົງເຄາະ ແລະ ປະກອບສ່ວນເຂົ້າໃນການສ້າງສັງຄົມທີ່ເປີດຮັບທຸກຄົນຫຼາຍຂຶ້ນໃນ ສປປ ລາວ.”

Image
Prof. Kaz giving remark
Professor Kaz Fukuda of Kansai Gaidai University giving his remark

ງານດັ່ງກ່າວຍັງໄດ້ຍ້ອງຍໍຊົມເຊີຍຕໍ່ກັບການປະກອບສ່ວນອັນສຳຄັນຂອງອົງການຈັດຕັ້ງຄົນພິການ, ຄູ່ຮ່ວມງານພາກປະຊາສັງຄົມ ແລະ ອາສາສະໝັກ ຜູ້ທີ່ຍັງຄົງສືບຕໍ່ຂັບເຄື່ອນເພື່ອສິດທິທີ່ເທົ່າທຽມ, ການເຂົ້າເຖິງທີ່ສະດວກ ແລະ ການມີສ່ວນຮ່ວມທີ່ມີຄວາມໝາຍໃນ ສປປ ລາວ.

ວຽກງານຂອງອົງການ UNFPA ດ້ານການມີສ່ວນຮ່ວມຂອງຄົນພິການ ແມ່ນສ່ວນໜຶ່ງຂອງຄວາມມຸ່ງໝັ້ນທີ່ກວ້າງຂວາງ ເພື່ອຮັບປະກັນວ່າຈະບໍ່ມີໃຜຖືກປະປ່ອຍໄວ້ເບື້ອງຫຼັງ, ໂດຍສະເພາະແມ່ນແມ່ຍິງ, ເຍົາວະຊົນແລະ ໄວໜຸ່ມ ທີ່ອາດຈະປະເຊີນກັບອຸປະສັກຫລາຍຮູບແບບ ຍ້ອນຄວາມພິການ, ເພດ, ອາຍຸ, ຄວາມທຸກຍາກ, ຊົນເຜົ່າ ຫຼື ພື້ນທີ່ທີ່ອາໄສຢູ່. UNFPA ຍັງຄົງສືບຕໍ່ສະໜັບສະໜູນວິທີການທີ່ກວມລວມ ເຂົ້າໃນວຽກງານສຸຂະພາບຈະເລີນພັນ ແລະ ສິດທິທາງເພດ, ການປ້ອງກັນ ແລະ ການຕອບໂຕ້ຕໍ່ຄວາມຮຸນແຮງບົນພື້ນຖານທາງເພດ, ການສ້າງຄວາມເຂັ້ມແຂງແລະທັກສະໃຫ້ແກ່ໄວໜຸ່ມ ລວມທັງການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການ.

ກິດຈະກຳວັນແຫ່ງຄວາມມ່ວນຊື່ນເພື່ອການມີສ່ວນຮ່ວມຂອງຄົນພິການໃນຄັ້ງນີ້ ໄດ້ເປັນສິ່ງເຕືອນໃຈວ່າ ການມີສ່ວນຮ່ວມແມ່ນສ້າງຂຶ້ນໄດ້ຜ່ານການກະທຳໃນທຸກໆມື້: ການຮັບຟັງ, ການປັບຕົວ, ການເປີດພື້ນທີ່, ການລຶບລ້າງການຈຳແນກແລະລັງກຽດ, ພ້ອມທັງສ້າງໂອກາດໃຫ້ທຸກຄົນໄດ້ມີສ່ວນຮ່ວມໃນສັງຄົມຢ່າງເຕັມສ່ວນ.

Image
People with disability and their booth
Disability Handicraft booth