EN LO
Go Back Go Back
Go Back Go Back

ສ ປປ ລາວ ຮ່ວມແຮງຮ່ວມໃຈ ຢຸດຕິການໃຊ້ຄວາມຮຸນແຮງ ຜ່ານທາງດ້ານດີຈີຕອນ ຕໍ່ ແມ່ຍິງ ແລະ ເດັກຍິງທຸກຄົນ

Share

ບົດອອກຂ່າວ

ສ ປປ ລາວ ຮ່ວມແຮງຮ່ວມໃຈ ຢຸດຕິການໃຊ້ຄວາມຮຸນແຮງ ຜ່ານທາງດ້ານດີຈີຕອນ ຕໍ່ ແມ່ຍິງ ແລະ ເດັກຍິງທຸກຄົນ

calendar_today 25 November 2025

Laos Unites to End Online Violence Against All Women and Girls
More than 200 voices gathered to fight against online violence!

25 ພະຈິກ 2025 – ສູນກາງສະຫະພັນແມ່ຍິງລາວ, ຄະນະກຳມະການແຫ່ງຊາດ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ແລະ ບັນດາອົງການສະຫະປະຊາຊາດ ລວມທັງ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ແລະ ຫ້ອງການຜູ້ປະສານງານອົງການ ສະຫະປະຊາດ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດພິທີ ເປີດບັ້ນໂຄສະນາ 16 ວັນແຫ່ງການເຄື່ອນໄຫວ ເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.  ພາຍໃຕ້ຄຳຂວັນແຫ່ງຊາດ: "ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດຕິການໃຊ້ຄວາມຮຸນແຮງທາງດ້ານດິຈິຕອນຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນ"

Light the candle

ພິທີດັ່ງກ່າວຈັດຢູ່ທີ່ສຳນັກງານ ອົງການສະຫະປະຊາຊາດ  ຜູ້ເຂົ້າຮ່ວມ ຫຼາຍຮ້ອຍຄົນໄດ້ພ້ອມ ກັນໄຕ້ທຽນ ເພື່ອຮຽກຮ້ອງໃຫ້ການສ້າງໂລກອອນລາຍໃຫ້ເປັນພຶ້ນທີ່ປອດໄພ ສຳລັບແມ່ຍິງ ແລະ ເດັກຍິງ ທຸກຄົນ.ຫົວຂໍ້ຂອງຂະບວນການ 16 ວັນ ປີນີ້ ໄດ້ເນັ້ນໃຫ້ເຫັນເຖິງຄວາມຈຳເປັນອັນຮີບດ່ວນ ໃນການແກ້ໄຂຄວາມຮຸນ ແຮງບົນພື້ນຖານທາງເພດ ທີ່ເກີດຂຶ້ນໂດຍການນຳໃຊ້ເຕັກໂນໂລຊີ (TFGBV) ຊຶ່ງເປັນໜຶ່ງໃນຮູບແບບຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງໃນທຸກກຸ່ມອາຍຸ ທີ່ກຳລັງເພີ່ມຂຶ້ນ. ລວມເຖິງການຄຸກຄາມທາງອອນລາຍ, ການລັກຕິດຕາມການເຄື່ອນໄຫວທາງອອນລາຍ (cyberstalking), ການຂົ່ມຂູ່ທາງອອນລາຍ ແລະ ການລ່ວງລະເມີດ ທາງອອນລາຍ, ການເຜີຍແຜ່ຮູບພາບສ່ວນຕົວໂດຍບໍ່ໄດ້ຮັບການຍິນຍອມ, ການສ້າງຂ່າວປອມ (deepfake) ແລະ ການສ້າງສື່ເພື່ອຫລອກລວງ, ການເປີດເຜີຍຂໍ້ມູນສ່ວນຕົວ (doxxing), ແລະ ການສອດແນມທາງດິຈິຕອນ.

ການກະທຳເຫຼົ່ານີ້ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງ ຕໍ່ຜູ້ທີ່ລອດຊິວິດຈາກຄວາມຮຸນແຮງ ໃນນັ້ນລວມທັງ ສຸຂະພາບຈິດ, ກຽດສັກສີ, ຄວາມປອດໄພ, ແລະ ການເຂົ້າຮ່ວມທາງສັງຄົມຂອງເຂົາເຈົ້າ. ຫຼາຍຄົນຖືກປ່ອຍປະໃຫ້ຢູ່ຢ່າງໂດດດ່ຽວ, ໃຫ້ມີຄວາມຢ້ານກົວ ແລະ ຖືກບັງຄັບໃຫ້ມິດງຽບ. ສິ່ງເລົ່ານີ້ໄດ້ນໍາໄປສູ່ຜົນສະທ້ອນໄລຍະຍາວຕໍ່ຜູ້ລອດຊິວິດຈາກຄວາມຮຸນແຮງ.

ທ່ານ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ເນັ້ນໜັກເຖິງຄວາມສຳຄັນ ໃນສ້າງສະພາບແວດລ້ອມທາງຈິຕອນໃຫ້ມີຄວາມປອດໄພ. ທ່ານ ກ່າວວ່າ: 

"ໃນຂະນະທີ່ ສປປ ລາວ ກຳລັງມີຄວາມກ້າວໜ້າທາງດ້ານດິຈິຕອນ, ພວກເຮົາຕ້ອງຮັບປະກັນວ່າ ເຕັກໂນໂລຊີຂອງ ພວກເຮົາຈະຕ້ອງເປັນສິ່ງຊ່ວຍສ້າງຄວາມເຂັ້ມແຂງ ບໍ່ແມ່ນທຳລາຍ ແມ່ຍິງ ແລະ ເດັກຍິງຂອງພວກເຮົາ. ການຢຸດຕິ ການລ່ວງລະເມີດທາງອອນລາຍແມ່ນຄວາມຮັບຜິດຊອບຂອງທຸກຄົນ ແລະ ມື້ນີ້ພວກເຮົາຂໍຢືນຢັນຄືນໃໝ່ໃນຄຳໝັ້ນສັນຍາຂອງພວກເຮົາເພື່ອປົກປ້ອງ, ສ້າງຄວາມຮັບຮູ້ ແລະ ມີຄວາມຮັບຜິດຊອບໃຫ້ຫຼາຍກວ່າເກົ່າ.”

Various immersive activities ທ່ານ ນາງ ຜາສຸກ ວົງວິຈິດ, ຮອງປະທານ ສູນກາງສະຫະພັນແມ່ຍິງລາວ, ໄດ້ກ່າວຄຳເຫັນເປີດບັ້ນໂຄສະນາ ຂະບວນການ 16 ວັນ ຕ້ານຄວາມຮຸນແຮງບົນພື້ນຖານທາງເພດ. ທ່ານ ກ່າວວ່າ: "ຄວາມຮຸນແຮງບົນພື້ນຖານທາງເພດທີ່ຖືກສ້າງຂຶ້ນໂດຍການນຳໃຊ້ເຕັກໂນໂລຊີ (TFGBV) ໄດ້ສົ່ງຜົນກະທົບຕໍ່ ແມ່ຍິງ ແລະ ເດັກຍິງຈາກທຸກພື້ນຖານທາງສັງຄົມ. ຫຼາຍຄົນຍັງມິດງຽບຍ້ອນຄວາມອັບອາຍ ຫຼື ຄວາມຢ້ານກົວ. ຜ່ານ ຂະບວນການ 16 ວັນນີ້, ພວກເຮົາຕັ້ງເປົ້າໝາຍທີ່ຈະທຳລາຍຄວາມມິດງຽບດັ່ງກ່າວ, ເພີ່ມສຽງຂອງຜູ້ລອດຊີວິດ ເພື່ອປົກປ້ອງສິດທິຂອງເຂົາເຈົ້າ."

ທ່ານ ບັກໂຮເດຍ ເບີຄະນອ໋ຟ ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສ ປປ ລາວ, ໄດ້ເນັ້ນໃຫ້ເຫັນ ເຖິງການສະໜັບສະໜູນທີ່ເປັນເອກະພາບຂອງອົງການສະຫະປະຊາຊາດວ່າ:

“ໂລກອອນລາຍຕ້ອງເປັນພື້ນທີ່ປອດໄພ. ອົງການສະຫະປະຊາຊາດຢືນຢັນຢ່າງໜັກແໜ້ນຕໍ່ ລັດຖະບານແຫ່ງ ສປປ ລາວ ເພື່ອຮັບປະກັນວ່າແມ່ຍິງ ແລະ ເດັກຍິງສາມາດຮຽນຮູ້, ເຮັດວຽກ, ສະແດງອອກ ແລະ ມີສ່ວນຮ່ວມ ໃນຊີວິດສັງຄົມໂດຍປາດສະຈາກຄວາມຮຸນແຮງທາງດິຈິຕອນ.”

ທ່ານ ປອ ບັກທີຢໍ ຄາດິໂຣຟ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສ ປປ ລາວ, ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງອົງການນີ້.  ທ່ານ ກ່າວວ່າ: 

“ເຕັກໂນໂລຊີຄວນເປັນສິ່ງຂະຫຍາຍໂອກາດທີ່ດີ ບໍ່ແມ່ນເປັນການເປີດໂອກາດໃຫ້ແມ່ຍິງ ແລະ ເດັກຍິງຕົກຢູ່ໃນອັນຕະລາຍ. ຄວາມຮຸນແຮງບົນພື້ນຖານເພດທີ່ເກີດຂຶ້ນໂດຍການນຳໃຊ້ເຕັກໂນໂລຊີ (TFGBV) ແມ່ນມີຢູ່ຈິງ, ມີທ່າອ່ຽງເພີ່ມຂຶ້ນ, ແລະ ສົ່ງຜົນກະທົບຕໍ່ເດັກຍິງໄວໜຸ່ມ ໃນນັ້ນລວມທັງເດັນຍິງທີມີອາຍຸພຽງແຕ່ 9 ປີ. ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນຍັງມີຄວາມມຸ່ງໝັ້ນທີ່ຈະໃຫ້ການສະໜັບສະໜູນຕໍ່ວຽກງານປ້ອງກັນ, ການປົກປ້ອງ ແລະ ການສະໜອງບໍລິການທີ່ຖືເອົາເອົາຜູ້ລອດຊີວິດເປັນໃຈກາງ ເພື່ອຟື້ນຟູກຽດສັກສີ ແລະ ຄວາມປອດໄພຂອງເຂົາເຈົ້່າ.”

ພິທີເປີດຂະບວນການ 16 ວັນ ຕ້ານຄວາມຮຸນແຮງບົນພື້ນຖານເພດ ມີຜູ້ເຂົ້າຮ່ວມຈາກຫລາຍພາກສ່ວນ ເປັນຕົ້ນ ນັກຮຽນ, ບັນດາກະຊວງຕ່າງໆ, ນັກການທູດ, ຊາວໜຸ່ມ, ອົງການຈັດຕັ້ງສພຫະພັນແມ່ຍິງ, ຄົນພິການ ແລະ ບັດດາຄູ່ຮ່ວມ ພັດທະນາ.

ໃນພີທີດັ່ງກ່າວ ມີກິດຈະກໍາຈຳນວນຫລວງຫລາຍເປັນຕົ້ນ: ການສະແດງລະຄອນຂອງຊາວໜຸ່ມລາວທີ່ສະແດງ ໃຫ້ເຫັນຜົນກະທົບທາງດ້ານຈິດໃຈຂອງການຖືກຂົ່ມເຫັງທາງອອນລາຍ (cyberbullying), ການສະແດງແຟຊັ່ນ ທີ່ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ຄວາມປອດໄພທາງດິຈິຕອນ, ລາຍການພອດແຄສ (podcasts) ກັບນັກເຄື່ອນໄຫວໜຸ່ມ ແລະ ຜູ້ທີ່ມີອິດທິພົນທາງສື່ສັງຄົມອອນລາຍ, ແລະ ການຕິດຕັ້ງສື່ໂຄສະນາແບບໂຕ້ຕອບ, ລວມທັງໜ້າຈໍໂທລະສັບຂະຫນາດໃຫຍ່ ແລະ ປ້າຍສາກຫລັງຄອມພິວເຕີ ເຊິ່ງເປັນບ່ອນສຳລັບຜູ້ເຂົ້າຮ່ວມງານທີຕ້ອງແບ່ງປັນປະສົບການ ແລະ ໂອ້ລົມ ເພື່ອພັດທະນາການເຮັດວຽກຮ່ວມກັນ.

Various immersive activities

ການສະແດງຂອງຄະນະ UNiTE Walk, ເຊິ່ງເປັນສັນຍາລັກຂອງການຮຽກຮ້ອງ ເພື່ອກຽດສັກສີ ແລະ ຄວາມປອດໄພ ພ້ອມນັ້ນຜູ້ເຂົ້າຮ່ວມງານທັງໜົດໄດ້ມີສ່ວນຮ່ວມທວງເອົາພື້ນທີ່ອອນລາຍທີ່ປອດໄພມາໃຫ້ແມ່ຍິງ ແລະ ເດັກຍິງ, ຄົນພິການ ແລະ ບຸກຄົນທີ່ມີຄວາມຫຼາກຫຼາຍທາງເພດ (LGBTIQ) ທີ່ຍັງຄົງມິດງຽບຢູ່ ເຮັດໃຫ້ເຂົາເຈົ້າ ໄດ້ນຳໃຊ້ເພືີ່ອສະແດງອອກ.

ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ພ້ອມດ້ວຍຄູ່ຮ່ວມພັດທະນາ, ໄດ້ສະແດງຄວາມຂອບໃຈຢ່າງ ເລິກເຊິ່ງຕໍ່ການນຳພາຂອງລັດຖະບານ ໂດຍສະເພາະແມ່ນ ຄະນະກຳມະການແຫ່ງຊາດ ເພື່ອຄວາມ ກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ, ສູນກາງສະຫະພັນແມ່ຍິງລາວ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສຳລັບຄວາມມຸ່ງໝັ້ນຂອງພວກເພິ່ນໃນການສ້າງສະພາບແວດລ້ອມດິຈິຕອນທີ່ປອດໄພກວ່າເກົ່າສຳລັບທຸກຄົນ.

ການເປີດຂະບວນການປີນີ້ໄດ້ຢັ້ງຢືນຄືນເຖິງການຕອບໂຕ້ກັບຄວາມຮຸນແຮງບົນພື້ນຖານທາງເພດ ໂດຍນຳໃຊ້ ເຕັກໂນໂລຊີ (TFGBV) ແມ່ນຮຽກຮ້ອງໃຫ້ມີຄວາມສາມັກຄີ, ຄວາມກ້າຫານ, ການສົນທະນາແບບເປີດເຜີຍ, ທາງດ້ານກົດໝາຍ, ການຮູ້ນຳໃ້ຊ້ລະບົບດິຈິຕອນ ແລະ ການບໍລິການຜູ້ລອດຊີວິດເປັນໃຈກາງ.

Theater performanceຂະບວນການເຄື່ອນໄຫວ 16 ວັນ ຕ້ານຄວາມຮຸນແຮງບົນພື້ນຖານທາງເພດ ຈະເລີ່ມຕັ້ງແຕ່ວັນທີ 25 ພະຈິກ (ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ) ເຖິງວັນທີ 10 ທັນວາ (ວັນສິດທິມະນຸດ). ຕະຫຼອດສອງອາທິດນີ້, ຈະມີການຈັດກິດຈະກຳຕ່າງໆໃນທົ່ວປະເທດ, ຊຶ່ງປະກອບມີ: ກອງປະຊຸມສຳມະນາຢູ່ບັນດາໂຮງຮຽນຕ່າງໆ, ກິດຈະກຳສ້າງຄວາມຮັບຮູ້ ກ່ຽວກັບຄວາມປອດໄພທາງດິຈິຕອນ, ການສົນທະນາໃນຊຸມຊົນຕ່າງໆ, ການໂຕ້ວາທີໃນມະຫາວິທະຍາໄລ ແລະ ການເຄື່ອນໄຫວປົກປ້ອງສິດຂອງຊາວໜຸ່ມ.

ຮ່ວມແຮງຮ່ວມໃຈກັນ ຢືນຢັນຄວາມເປັນເອກະພາບ ເພື່ອຮັບປະກັນວ່າແມ່ຍິງ ແລະ ເດັກຍິງທຸກຄົນ ໃນທົ່ວໂລກ ລວມທັງ ໃນໂລກອອນລາຍ ສາມາດດໍາລົງຊີວິດໂດຍປາດສະຈາກຄວາມຮຸນແຮງ, ການຈໍາແນກ ແລະ ຄວາມຢ້ານກົວ.