ເມື່ອ ທ່ານ ນາງ ອຸ້ຍໃຈ ທອງມະນີ ໄດ້ຍິນກ່ຽວກັບໂອກາດໃນການເປັນອາສາສະໝັກກັບ UNFPA ເທື່ອທຳອິດ, ລາວກໍຮູ້ສຶກມີຄວາມສົນໃຈທັນທີ.
ໃນຕອນນັ້ນ ລາວອາຍຸ 22 ປີ, ເປັນນັກສຶກສາການຕະຫຼາດປີທີ 3 ຢູ່ໂຮງຮຽນມິດຕະພາບ ວຽງຈັນ-ຮ່າໂນ້ຍ ແລະ ເຮັດວຽກເສີມຢູ່ຮ້ານກາເຟ. ຄືດັ່ງໄວໜຸ່ມຫຼາຍຄົນ, ລາວກຳລັງພະຍາຍາມເຂົ້າໃຈອະນາຄົດຂອງຕົນເອງ, ຮັບມືກັບຄວາມກົດດັນຈາກສື່ສັງຄົມອອນລາຍ ແລະ ພວມຊອກຈຸດຢືນຂອງຕົນ. ໃນປີ 2025, ເມື່ອຄູຄົນໜຶ່ງຂອງລາວ ໄດ້ປະກາດວ່າມີການຮັບອາສາສະໝັກໄວໜຸ່ມ, ຫົວຂໍ້ຕ່າງໆໃນການມີສ່ວນຮ່ວມ ໄດ້ດຶງດູດຄວາມສົນໃຈຂອງລາວ ແລະ ລາວຈຶ່ງໄດ້ຕັດສິນໃຈເຂົ້າຮ່ວມ.
ໃນເວລານັ້ນ, ອຸ້ຍໃຈ ບໍ່ຄ່ອຍຮູ້ກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ລາວບໍ່ຮູ້ກ່ຽວກັບວິທີຄຸມກຳເນີດ, ການປ້ອງກັນ ຫຼື ວິທີທີ່ໄວໜຸ່ມສາມາດປ້ອງກັນການຖືພາໃນໄວຮຽນ ແລະ ການຖືພາທີ່ບໍ່ໄດ້ຕັ້ງໃຈ. ສິ່ງເຫຼົ່ານີ້ແມ່ນບັນຫາທີ່ສຳຄັນ, ແຕ່ພວກເຂົາບໍ່ລຶ້ງເຄີຍ ແລະ ບໍ່ກ້າທີ່ຈະເວົ້າເຖິງ.
ຜ່ານການເປັນອາສາສະໝັກ, ສິ່ງນັ້ນກໍເລີ່ມປ່ຽນແປງ.
ອຸ້ຍໃຈ ໄດ້ເຂົ້າຮ່ວມກິດຈະກຳ ທີ່ໃຫ້ໄວໜຸ່ມເປັນສູນກາງຂອງການຮຽນຮູ້ ແລະ ການສົ່ງເສີມ. ລາວໄດ້ຊ່ວຍອຳນວຍຄວາມສະດວກໃນບູດຕ່າງໆ ໃນລະຫວ່າງງານວັນເດັກຍິງ, ເຂົ້າຮ່ວມການຝຶກອົບຮົມ ກ່ຽວກັບເພດສຶກສາປະມານໜຶ່ງອາທິດ ແລະ ສະແດງລະຄອນກ່ຽວກັບແມ່ຍິງຖືພາ ທີ່ປະເຊີນກັບຄວາມຮຸນແຮງຢູ່ໂຮງໝໍ.
ປະສົບການເຫຼົ່ານີ້ ບໍ່ພຽງແຕ່ເປັນການໃຫ້ຂໍ້ມູນ ແຕ່ມັນໄດ້ສ້າງຄວາມໝັ້ນໃຈແກ່ລາວ.
ລາວໄດ້ຮຽນຮູ້ ກ່ຽວກັບການປ້ອງກັນທາງເພດ, ວິທີຄຸມກຳເນີດ ແລະ ການໃຊ້ຖົງຢາງອະນາໄມ. ລາວໄດ້ຮຽນຮູ້ ກ່ຽວກັບການປ້ອງກັນການຖືພາກ່ອນໄວ ແລະ ການຖືພາທີ່ບໍ່ໄດ້ຕັ້ງໃຈ. ລາວໄດ້ຮຽນຮູ້ ກ່ຽວກັບທັກສະຊີວິດ, ການວາງແຜນອະນາຄົດ ແລະ ແນວທາງທີ່ໄວໜຸ່ມ ສາມາດຂໍຄວາມຊ່ວຍເຫຼືອຈາກຜູ້ຊ່ຽວຊານດ້ານສຸຂະພາບ ເມື່ອພວກເຂົາຕ້ອງການການສະໜັບສະໜູນ. ລາວຍັງໄດ້ຮຽນຮູ້ ກ່ຽວກັບຮູບແບບຂອງຄວາມຮຸນແຮງປະເພດຕ່າງໆ ແລະ ວິທີການຕອບໂຕ້, ລວມທັງວິທີການເບິ່ງແຍງສຸຂະພາບຈິດ, ການຜ່ອນຄາຍຄວາມຄຽດ, ການຕັ້ງສະມາທິ ແລະ ການສຸມໃສ່ບູລິມະສິດສ່ວນຕົວ ແລະ ອະນາຄົດ.
ສຳລັບ ອຸ້ຍໃຈ, ສ່ວນທີ່ມີຄວາມໝາຍທີ່ສຸດ ບໍ່ແມ່ນພຽງແຕ່ການເຂົ້າໃຈຫົວຂໍ້ເຫຼົ່ານີ້ ສຳລັບຕົນເອງເທົ່ານັ້ນ. ແຕ່ມັນແມ່ນການຮັບຮູ້ວ່າ ດຽວນີ້ລາວສາມາດສະໜັບສະໜູນຜູ້ອື່ນໄດ້.
“ຕອນນີ້ຂ້ອຍຮູ້ສຶກໝັ້ນໃຈພໍທີ່ຈະໃຫ້ຄຳແນະນຳ ແລະ ສະໜັບສະໜູນຜູ້ອື່ນ,” ລາວໄດ້ກ່າວ. “ຂ້ອຍສາມາດແນະນຳໝູ່ຄູ່ຜູ້ຍິງ ກ່ຽວກັບການໃຊ້ຖົງຢາງອະນາໄມໄດ້ແລ້ວ.”
ປະໂຫຍກງ່າຍໆນີ້ ສະແດງໃຫ້ເຫັນເຖິງພະລັງຂອງການເປັນອາສາສະໝັກໄວໜຸ່ມ. ເມື່ອໄວໜຸ່ມຍິງຄົນໜຶ່ງ ໄດ້ຮັບຄວາມຮູ້, ຄວາມຮູ້ນັ້ນ ບໍ່ໄດ້ຢຸດຢູ່ທີ່ລາວ. ມັນຖືກສົ່ງຕໍ່ຜ່ານມິດຕະພາບ, ການສົນທະນາ ແລະ ພື້ນທີ່ທີ່ໄວ້ວາງໃຈໄດ້. ແລະ ຄວາມຮູ້ດັ່ງກ່າວ ສາມາດເຂົ້າເຖິງໄວໜຸ່ມຍິງຄົນອື່ນໆທີ່ອາດຈະບໍ່ກ້າຖາມຜູ້ໃຫຍ່. ເຂົ້າເຖິງໝູ່ເພື່ອນ ທີ່ອາດຈະຊອກຂໍ້ມູນທາງອອນລາຍແຕ່ບໍ່ແນ່ໃຈວ່າຈະເຊື່ອຂໍ້ມູນໃດ. ແລະ ໃນທີ່ສຸດ ມັນຊ່ວຍປ່ຽນຄວາມງຽບ ໃຫ້ກາຍເປັນທາງເລືອກທີ່ປອດໄພກວ່າ.

ເສັ້ນທາງຂອງ ອຸ້ຍໃຈ ຍັງສະແດງໃຫ້ເຫັນວ່າ ເປັນຫຍັງເພດສຶກສາ ຕ້ອງຄໍານຶງເຖິງການປະຕິບັດຕົວຈິງ, ສາມາດເຂົ້າໃຈງ່າຍ ແລະ ເປັນມິດກັບໄວໜຸ່ມ. ນອກເໜືອຈາກຂໍ້ຄວາມທີ່ບອກພວກເຂົາວ່າສິ່ງໃດບໍ່ຄວນເຮັດ, ໄວໜຸ່ມຕ້ອງການພື້ນທີ່ທີ່ປອດໄພ ບ່ອນທີ່ພວກເຂົາສາມາດຕັ້ງຄຳຖາມໄດ້ໂດຍບໍ່ຕ້ອງຮູ້ສຶກອາຍ. ພວກເຂົາຕ້ອງການຂໍ້ມູນທີ່ເຊື່ອຖືໄດ້ ກ່ຽວກັບຮ່າງກາຍ, ຄວາມສຳພັນ, ການປ້ອງກັນ ແລະ ການບໍລິການຕ່າງໆ. ພວກເຂົາຕ້ອງການຮູ້ວ່າ ຈະເຂົ້າຫາໃຜ ຫຼື ບໍລິການໃດ ເມື່ອພວກເຂົາຮູ້ສຶກບໍ່ປອດໄພ ຫຼື ຮູ້ສຶກໜັກໃຈ.
ຈາກປະສົບການຂອງຕົນເອງ, ອຸ້ຍໃຈ ເຊື່ອວ່າແມ່ຍິງ ຕ້ອງການພື້ນທີ່ແບບຊ້ອງໜ້າທີ່ປອດໄພ, ບ່ອນທີ່ພວກເຂົາຮູ້ສຶກສະບາຍໃຈທີ່ຈະເປີດໃຈ. ລາວຍັງເຊື່ອວ່າ ຊຸມຊົນຕ້ອງໄດ້ຮັບຄວາມຮູ້ເພີ່ມເຕີມ ກ່ຽວກັບການປ້ອງກັນສຸຂະພາບທາງເພດ, ເພື່ອໃຫ້ແມ່ຍິງ ແລະ ເດັກຍິງສາມາດຕັດສິນໃຈ ດ້ວຍຂໍ້ມູນທີ່ຄົບຖ້ວນ ແລະ ຫຼີກລ້ຽງຄວາມສ່ຽງ ທີ່ອາດສົ່ງຜົນກະທົບຕໍ່ສຸຂະພາບ, ການສຶກສາ ແລະ ອະນາຄົດຂອງພວກເຂົາ.
ຫົວຂໍ້ທີ່ຕ້ອງໃຈລາວຫຼາຍທີ່ສຸດແມ່ນ ສຸຂະພາບຈິດ ແລະ ການວາງແຜນຊີວິດ. ລາວໄດ້ຮຽນຮູ້ເຖິງ ຄວາມສຳຄັນຂອງການປ່ອຍວາງ, ການສຸມໃສ່ຕົນເອງ, ການກຳນົດບູລິມະສິດ ແລະ ການຄິດເຖິງອະນາຄົດ. ສຳລັບໄວໜຸ່ມທີ່ປະເຊີນກັບຄວາມກົດດັນຈາກສື່ສັງຄົມອອນລາຍ ແລະ ການຖືກຕໍານິຈາກສາທາລະນະ, ສິ່ງນີ້ບໍ່ແມ່ນພຽງແຕ່ບົດຮຽນ, ແຕ່ມັນເປັນຮູບແບບໜຶ່ງ ຂອງຄວາມເຂັ້ມແຂງ.
ເລື່ອງລາວຂອງ ອຸ້ຍໃຈ ເປັນສິ່ງເຕືອນໃຈວ່າ ໄວໜຸ່ມບໍ່ແມ່ນພຽງແຕ່ຜູ້ຮັບຜົນປະໂຫຍດຈາກໂຄງການຕ່າງໆ. ແຕ່ພວກເຂົາເປັນຜູ້ສື່ຂໍ້ຄວາມ, ຜູ້ໂຄສະນາ ແລະ ຜູ້ສ້າງການປ່ຽນແປງ.
ດ້ວຍການຝຶກອົບຮົມຢ່າງເໝາະສົມ, ອາສາສະໝັກໄວໜຸ່ມ ສາມາດກາຍເປັນໝູ່ຄູ່ ຜູ້ທີ່ສາມາດແບ່ງປັນຂໍ້ມູນທີ່ຖືກຕ້ອງ.
ກາຍເປັນໝູ່ຜູ້ທີ່ຊຸກຍູ້ໃຫ້ໝູ່ຜູ້ອື່ນໆຊອກຫາການຊ່ວຍເຫຼືອ.
ເປັນກະບອກສຽງ ທີ່ເຮັດໃຫ້ຫົວຂໍ້ທີ່ຍາກທີ່ຈະເວົ້າເຖິງ ກາຍເປັນເລື່ອງທີ່ສາມາດລົມກັນໄດ້ງ່າຍຂຶ້ນ.
ເປັນໄວໜຸ່ມຍິງ ຜູ້ທີ່ຮຽນຮູ້ເພື່ອຕົນເອງ, ແລ້ວຊ່ວຍໃຫ້ຜູ້ອື່ນຮູ້ສຶກບໍ່ໂດດດ່ຽວ.
ໃນຂະນະທີ່ອົງການ UNFPA ສະເຫຼີມສະຫຼອງການເປັນຄູ່ຮ່ວມງານຄົບຮອບ 50 ປີ ກັບ ລັດຖະບານແຫ່ງ ສປປ ລາວ, ເລື່ອງລາວຂອງ ອຸ້ຍໃຈ ສະແດງໃຫ້ເຫັນວ່າ ການລົງທຶນໃສ່ໄວໜຸ່ມ ສາມາດສ້າງໂອກາດໃຫ້ເປັນໄປໄດ້. ມັນສາມາດສະໜອງຄວາມຮູ້ແກ່ພວກເຂົາ. ມັນສາມາດສ້າງຄວາມໝັ້ນໃຈໃຫ້ພວກເຂົາ. ມັນສາມາດຊ່ວຍໃຫ້ພວກເຂົາ ປ້ອງກັນຕົນເອງ ແລະ ສະໜັບສະໜູນໝູ່ເພື່ອນຂອງພວກເຂົາ. ແລະ ມັນສາມາດສ້າງຄົນຮຸ່ນໃໝ່ ທີ່ກ້າເວົ້າຢ່າງເປີດເຜີຍຫຼາຍຂຶ້ນ ກ່ຽວກັບສຸຂະພາບ, ຄວາມປອດໄພ, ກຽດສັກສີ ແລະ ທາງເລືອກ.
ສຳລັບ ອຸ້ຍໃຈ, ການເປັນອາສາສະໝັກເລີ່ມຕົ້ນດ້ວຍຄວາມຢາກຮູ້ຢາກເຫັນ.
ແຕ່ຕໍ່ມາມັນກາຍເປັນຄວາມໝັ້ນໃຈ.
ກາຍເປັນຄວາມກ້າຫານ.
ແລະ ດຽວນີ້, ມັນກຳລັງກາຍເປັນການເບິ່ງແຍງຜູ້ອື່ນ.
