ກອງປະຊຸມ ຄະນະກຳມະການວ່າດ້ວຍປະຊາກອນ ແລະ ການພັດທະນາ (Commission on Population and Development) ສະໃໝທີ 59 ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 13-17 ເມສາ 2026 ຢູ່ທີ່ ສໍານັກງານໃຫຍ່ ອົງການ ສະຫະປະຊາຊາດ, ທີ່ ນະຄອນນິວຢອກ ປະເທດ ສະຫະລັດອາເມຣິກາ ພາຍໃຕ້ຫົວຂໍ້: ປະຊາກອນ, ເຕັກໂນໂລຊີຄົ້ນຄ້ວາວິໃຈ ເພື່ອການພັດທະນາແບບຍືນຍົງ. ຄະນະຜູ້ແທນຈາກ ສປປ ລາວ ນໍາໂດຍ ທ່ານ ນ. ເພັດສະໝອນ ສອນ, ຫົວໜ້າສູນສະຖີຕິແຫ່ງຊາດ, ກະຊວງການເງິນ ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໂດຍປະກອບມີ ຜູ້ຕາງໜ້າຈາກ ກົມຮ່ວມມື ແລະ ການເງິນສາກົນ ແລະ ກົມແຜນການ, ກະຊວງການເງິນ ແລະ ນັກການທູດຂອງສໍານັກງານຜູ້ໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ເຂົ້າຮ່ວມຕິດຕາມ. ຜູ້ເຂົ້າຮ່ວມກອງປະຊຸຸມປະກອບມີບັນດາປະເທດສະມາຊິກ ຄະນະກຳມະການເສດຖະກິດ-ສັງຄົມ ຈຳນວນ 47 ປະເທດ, ປະເທດສະມາຊິກ ແລະ ປະເທດສັງເກດການອົງການ ສປຊ ເຂົ້າຮ່ວມຫຼາຍກວ່າ 100 ປະເທດ. ພ້ອມກັນນັ້ນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດທີ່ໄດ້ຮັບສະຖານະພາບຈາກສະພາເສດຖະກິດ ແລະ ສັງຄົມ ກໍໄດ້ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ສອງຫົວຂໍ້ສຳຄັນຄື: 1) ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນດຳເນີນງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD POA – International Confernce on Population and Development – Programme of Actions) ແລະ 2) ປະຊາກອນ, ເຕັກໂນໂລຊີ ແລະການຄົ້ນຄ້ວາວິໃຈ ເພື່ອການພັດທະນາແບບຢືນຍົງ.

ໃນກອງປະຊຸມຄັ້ງນີ້ ບັນດາປະເທດສະມາຊິກ ສປຊ ໄດ້ມີການລາຍງານຄວາມຄືບໜ້າ, ສີ່ງທ້າທາຍ ແລະແຜນຕໍ່ໜ້າ ໃນການຈັດຕັ້ງປະຕິບັດ ແຜນດຳເນີນງານຂອງກອງປະຊຸມ ວ່າດ້ວຍປະຊາກອນ ແລະ ການພັດທະນາ. ໃນວັນທີ 14 ເມສາ 2026 ທ່ານ ນ. ເພັດສະໝອນ ສອນ, ຫົວໜ້າສູນສະຖີຕິແຫ່ງຊາດ, ກະຊວງການເງິນ ໄດ້ຕາງໜ້າໃຫ້ ສປປ ລາວ ລາຍງານຕໍ່ກອງປະຊຸມ ກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ວຽກງານປະຊາກອນ ແລະ ການພັດທະນາຂອງ ສປປ ລາວ ຕໍ່ກອງປະຊມດັ່ງກ່າວ ໂດຍໄດ້ເນັ້ນບາງບັນຫາສຳຄັນເຊັ່ນ: ການຢືນຢັນຄໍາໝາຍໜັ້ນຂອງລັດຖະບານ ໃນການຈັດຕັ້ງປະຕິບັດ ແຜນດໍາເນີນງານຂອງກອງປະຊຸມວ່າດ້ວຍປະຊາກອນ ແລະ ການພັດທະນາ, ເປົ້າໝາຍການພັດທະນາແບບຍືນຍົງ ແລະ ໄດ້ເຊື່ອມສານເອົາວຽກງານປະຊາກອນ, ແມ່ຍີງ ແລະ ສຸກຂະພາບຈະເລີນພັນ ເຂົ້າໃນນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026-2030), ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານປະຊາກອນ ແລະ ການພັດທະນາໃນໄລຍະຜ່ານມາເຊັ່ນ: ການສ້າງແຜນດໍາເນີນງານວ່າດ້ວຍການພັດທະນາປະຊາກອນໜຸ່ມ ຄັ້ງທຳອິດ, ການສ້າງຕັ້ງຄະນະຊີ້ນຳແຫ່ງຊາດ ວຽກງານປະຊາກອນ ແລະ ການພັດທະນາ ແລະ ການນໍາໃຊ້ດີຈີຕອນໃນການສຳຫລວດພົນລະເມືອງ ແລະ ທີຢູ່ອາໃສ ໃນປີ 2025 ທີ່ຜ່ານມາ ໂດຍໄດ້ເຮັດວຽກຮ່ວມກັນຢ່າງໄກ້ຊິດ ກັບອົງການ ສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ປະຈໍາ ສປປ ລາວ; ນອກນັ້ນ ຍັງມີແຜນດໍາເນີນງານແຫ່ງຊາດ ວ່າດ້ວຍການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຍັງໄດ້ ຮັບຮອງຍຸດທະສາດກ່ຽວກັບ ສຸຂະພາບຈະເລີນພັນ, ສຸຂະພາບແມ່ ແລະ ເດັກ ແລະ ໄວໜຸ່ມ.

ໃນປີ 2025 ຜ່ານມາ ສປປ ລາວ ໄດ້ຈັດກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາຄັ້ງທີ 2 ເຊິ່ງໄດ້ເນັ້ນ ໃຫ້ເຫັນເຖິງຄວາມສໍາຄັນ ໃນການລົງທຶນໃສ່ໄວໜຸ່ມ ເພື່ອຮັບປະກັນໃຫ້ ສາມາດເຂົ້າເຖິງການບໍລິການສຸຂະພາບຈະເລີນພັນ, ການສຶກສາ ແລະ ການຈ້າງງານ ລວມທັງການສ້າງຄວາມເຂັ້ມແຂງໃຫ້ລະບົບສະຖິຕິ ແລະ ວຽກງານອື່ນໆ ທີ່ຕິດພັນກັບການພັດທະນາປະຊາກອນ. ທ່ານ ນາງເພັດສະໝອນ ຍັງໄດ້ເນັ້ນເຖິງ ສາຍພົວພັນທີ່ຍາວນານ 50 ປີ ລະຫວ່າງ ລັດຖະບານ ລາວ ແລະ ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ ທີ່ໃຫ້ການສະໜັບສະໜູນວຽກງານ ການວາງແຜນຄອບຄົວ, ລະບົບສະຖິຕິ, ຄວາມສະເໝີພາບຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ.
ໃນຕອນທ້າຍຂອງກອງປະຊຸມ ໄດ້ມີການ ຮັບຮອງເອົາ 3 ເອກະສານ ຄື: 1) ມະຕິ ວ່າດ້ວຍຫົວຂໍ້ພິເສດ ສຳລັບກອງປະຊຸມຂອງຄະນະກຳມະການ ວ່າດ້ວຍ ປະຊາກອນ ແລະ ການພັດທະນາ ສະໄຫມທີ 61 ໃນປີ 2028 ຄື: ແນວໂນ້ມຂອງປະຊາກອນ ແລະ ຄາດຄະເນ ຍຸດທະສາດ ແລະ ນະໂຍບາຍໃນການພັດທະນາ (population trends and projections in development strategies and policies); 2) ວາລະ ຂອງກອງປະຊຸມຄະນະກຳມະການ ວ່າດ້ວຍ ປະຊາກອນ ແລະ ການພັດທະນາ ສະໃໝທີ 60 (CPD60) ໃນປິ 2027; ແລະ 3) ຮ່າງບົດລາຍງານຜົນກອງປະຊຸມຄະນະກຳມະການ ວ່າດ້ວຍ ປະຊາກອນ ແລະ ການພັດທະນາ ສະໄໝທີ 59 (CPD59).
