ທີ່ແຂວງອັດຕະປື, ສ.ປ.ປ.ລາວ — ເມື່ອ ທ່ານ ນາງ ຈັນສະໄໝ ທາວິກັນ ໄດ້ເລີ່ມໃຫ້ການຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍທີ່ໄດ້ຮັບຜົນກະທົບຈາກຄວາມຮຸນແຮງ, ລາວຈຶ່ງຮູ້ວ່າ ຄວາມຮຸນແຮງບົນພື້ນທາງເພດແມ່ນເກີດຂຶ້ນໃນຊີວິດຈິງ. ເຊັ່ນດຽວກັນກັບຫຼາຍໆຄົນໃນຊຸມຊົນຂອງລາວ, ລາວໄດ້ເຫັນວ່າຄວາມຮຸນແຮງ ສາມາດທຳລາຍຄອບຄົວ, ເຮັດໃຫ້ແມ່ຍິງປິດງຽບ ແລະ ເຮັດໃຫ້ຜູ້ລອດຊີວິດຮູ້ສຶກໂດດດ່ຽວ.
ແຕ່ລາວຍັງບໍ່ຮູ້ວິທີທີ່ຈະຊ່ວຍໄດ້.
ລາວເລົ່າຄືນຫຼັງວ່າ: “ຂ້ອຍຮູ້ວ່າຄວາມຮຸນແຮງເກີດຂຶ້ນໃນສັງຄົມ. ແຕ່ຂ້ອຍບໍ່ຮູ້ວ່າ ມີວິທີການທີ່ເປັນຮູບເປັນຮ່າງ ເພື່ອຊ່ວຍເຫຼືອຜູ້ລອດຊີວິດ.”
ຄວາມຄິດນີ້ມີການປ່ຽນແປງ ເມື່ອລາວໄດ້ເຂົ້າຮ່ວມໃນກິດຈະກຳ ທີ່ໄດ້ຮັບການສະໜັບສະໜູນຈາກອົງການ UNFPA ຜ່ານສະຫະພັນແມ່ຍິງລາວ, ເຊິ່ງເລີ່ມໄດ້ຕົ້ນຂຶ້ນ ໃນໄລຍະການຕອບໂຕ້ຕໍ່ໄພພິບັດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ທີ່ເມືອງສະໜາມໄຊ, ແຂວງອັດຕະປື. ສູນອົບພະຍົບ, ເຊິ່ງເປັນບ່ອນທີ່ແມ່ຍິງ ແລະ ຄອບຄົວຈໍານວນຫຼາຍ ໄດ້ສູນເສຍເຮືອນຊານ, ຂາດຄວາມປອດໄພ ແລະ ການສະໜັບສະໜູນທາງດ້ານຈິດໃຈ, ໄດ້ກາຍເປັນສິ່ງທີ່ຈຳເປັນຮີບດ່ວນ ຄືກັນກັບອາຫານ, ນໍ້າ ແລະ ທີ່ພັກອາໄສ.
ດ້ວຍການສະໜັບສະໜູນ ຜ່ານສູນໃຫ້ຄຳປຶກສາຂອງສູນກາງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງແຂວງອັດຕະປື ໄດ້ສ້າງຕັ້ງສະຖານທີ່ ທີ່ເປັນມິດກັບແມ່ຍິງ (Women-Friendly Space) ເຊິ່ງເປັນບ່ອນທີ່ແມ່ຍິງທີ່ຖືກເຄື່ອນຍ້າຍ ສາມາດ ມາພັກຜ່ອນ, ໂອ້ລົມກັນ, ຮັບຂໍ້ມູນຂ່າວສານ ແລະ ສ້າງຄວາມສະບາຍໃຈ. ກິດຈະກຳຕ່າງໆລວມມີ ການໃຫ້ຄໍາປຶກສາລາຍບຸກຄົນ, ການເລົ່ານິທານ, ການພັບດອກໄມ້, ການຟ້ອນລຳ ແລະ ຫຼິ້ນເກມງ່າຍໆ ເພື່ອຊ່ວຍແມ່ຍິງຮັບມືກັບຄວາມຕຶງຄຽດ ແລະ ຮັກສາກຽດສັກສີໃນທ່າມກາງວິກິດການ.

ສຳລັບ ທ່ານ ນາງ ຈັນສະໄໝ, ມັນແມ່ນການເລີ່ມຕົ້ນແຫ່ງການເດີນທາງໃໝ່.
ມື້ນີ້, ລາວຮັບບົດບາດເປັນຜູ້ໃຫ້ຄໍາປຶກສາ ດ້ານຄວາມຮຸນແຮງບົນພື້ນຖານທາງເພດ (GBV) ຢູ່ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ (CPCWC) ໃນແຂວງອັດຕະປື. ສູນດັ່ງກ່າວແມ່ນໄດ້ເປີດໃຫ້ບໍລິການມາເກືອບສາມປີແລ້ວ. ວຽກຂອງລາວແມ່ນຄວາມງຽບ, ມີຄວາມລະອຽດອ່ອນ ແລະ ບາງເທື່ອກໍບໍ່ຄ່ອຍຖືກຮັບຮູ້. ວຽກຂອງລາວເກີດຂຶ້ນໃນລະຫວ່າງການສົນທະນາ ໂດຍທີ່ຜູ້ລອດຊີວິດ ອາດຈະຍັງບໍ່ພ້ອມທີ່ຈະເວົ້າ ແລະ ທັງສອງຝ່າຍບໍ່ຕ້ອງເວົ້າຫຍັງ ມີພຽງແຕ່ສື່ຄວາມຮູ້ສຶກ ຜ່ານນໍ້າຕາ, ຄວາມຢ້ານກົວ ແລະ ຄວາມລັງເລໃຈ.
ທ່ານ ນາງ ຈັນສະໄໝ ເວົ້າວ່າ: “ຜູ້ລອດຊີວິດຄົນໜຶ່ງໄດ້ມາຫຼາຍເທື່ອ ແຕ່ກໍບໍ່ເວົ້າຫຍັງເລີຍ. ຕໍ່ມາ, ຂ້ອຍໄດ້ຄ່ອຍໆຊຸກຍູ້ໃຫ້ລາວເປິດໃຈ. ລາວທັງເວົ້າ ທັງໃຫ້ ແຕ່ຫຼັງຈາກນັ້ນ ນາງກໍສາມາດຫົວອອກມາໄດ້. ການເຫັນລາວຮູ້ສຶກໂລ່ງໃຈຂຶ້ນທີ່ໄດ້ເວົ້າອອກມາ ເຮັດໃຫ້ຂ້ອຍພູມໃຈ ທີ່ຂ້ອຍສາມາດຊ່ວຍເຫຼືອການຟື້ນຟູທາງດ້ານຈິດໃຈ ຂອງຄົນຜູ້ໜຶ່ງໄດ້.”
ນີ້ແມ່ນການສະໜັບສະໜູນ ທີ່ເອົາຜູ້ລອດຊີວິດເປັນໃຈກາງໃນການປະຕິບັດຕົວຈິງ: ການສ້າງພື້ນທີ່ ໂດຍບໍ່ມີການກົດດັນ ແລະ ການຮັບຟັງໂດຍບໍ່ມີການຕັດສິນ. ຜ່ານການຝຶກອົບຮົມທີ່ໄດ້ຮັບການສະໜັບສະໜູນໂດຍອົງການ UNFPA ແລະ ການຕິດຕາມໃຫ້ຄໍາແນະນໍາ, ທ່ານ ນາງ ຈັນສະໄໝ ໄດ້ຮຽນຮູ້ຫຼັກການພື້ນຖານ ຂອງການສະໜັບສະໜູນຜູ້ລອດຊີວິດຈາກຄວາມຮຸນແຮງເຊັ່ນ: ຄວາມປອດໄພ, ການຮັກສາຄວາມລັບ, ຄວາມເຄົາລົບ ແລະ ການບໍ່ຈໍາແນກ ເພື່ອໃຫ້ຜູ້ລອດຊີວິດ ຢູ່ໃນຈຸດໃຈກາງຂອງທຸກການຕັດສິນໃຈ.
ທົ່ວປະເທດລາວ, ອົງການ UNFPA ໄດ້ເຮັດວຽກຮ່ວມກັບລັດຖະບານ, ສະຫະພັນແມ່ຍິງລາວ ແລະ ຄູ່ຮ່ວມງານ ເພື່ອສ້າງຄວາມເຂັ້ມແຂງໃນການຕອບໂຕ້ຕໍ່ຄວາມຮຸນແຮງບົນພື້ນຖານທາງເພດແຫ່ງຊາດ. ສິ່ງເຫຼົ່ານີ້ລວມມີ ການສະໜັບສະໜູນການໃຫ້ຄໍາປຶກສາ ແລະ ບໍລິການປົກປ້ອງ, ການປັບປຸງຊ່ອງທາງໃນການສົ່ງຕໍ່ ແລະ ການປະສານງານລະຫວ່າງຂະແໜງການ ເຊັ່ນ: ຂະແໜງສາທາລະນະສຸກ, ຍຸຕິທຳ ແລະ ປົກປ້ອງສັງຄົມ ພ້ອມທັງ ການສົ່ງເສີມການສະໜັບສະໜູນທາງດ້ານຈິດໃຈ-ສັງຄົມ ສໍາລັບຜູ້ລອດຊີວິດ.
ຄວາມພະຍາຍາມເຫຼົ່ານີ້ ແມ່ນສ່ວນໜຶ່ງຂອງການປ່ຽນແປງໂດຍລວມ: ຈາກການເຫັນຄວາມຮຸນແຮງ ເປັນບັນຫາສ່ວນຕົວ ໄປສູ່ ການຮັບຮູ້ວ່າ ມັນເປັນການລະເມີດສິດທິ, ຄວາມກັງວົນດ້ານສາທາລະນະສຸກ ແລະ ເປັນອຸປະສັກຕໍ່ຄວາມສະເໝີພາບ ແລະ ການພັດທະນາ. ນັບແຕ່ປີ 2006, ສູນໃຫ້ຄໍາປຶກສາຂອງສະຫະພັນແມ່ຍິງລາວ ທີ່ໄດ້ຮັບການສະໜັບສະໜູນຈາກອົງການ UNFPA ໄດ້ເປັນຈຸດລິເລີ່ມໃນການເຂົ້າເຖິງທີ່ປອດໄພ ສໍາລັບຜູ້ລອດຊີວິດ ທີ່ຊອກຫາຄວາມຊ່ວຍເຫຼືອ, ສະແດງໃຫ້ເຫັນວ່າ ການບໍລິການສະເພາະ ສາມາດສ້າງຄວາມແຕກຕ່າງ ໃນການປ່ຽນແປງຊີວິດແນວໃດ.
ວຽກງານດັ່ງກ່າວຍັງໄດ້ຂະຫຍາຍອອກໄປ ນອກເໜືອຈາກການໃຫ້ຄໍາປຶກສາເປັນລາຍບຸກຄົນ. ອົງການ UNFPA ແລະ ຄູ່ຮ່ວມງານ ໄດ້ສະໜັບສະໜູນ ໃນການສ້າງຂັ້ນຕອນການປະຕິບັດງານມາດຕະຖານ ສໍາລັບການປະສານງານ ແລະ ການສົ່ງຕໍ່ ສໍາລັບແມ່ຍິງ ແລະ ເດັກຍິງ ທີ່ເປັນຜູ້ເຄາະຮ້າຍຈາກຄວາມຮຸນແຮງ, ຊ່ວຍໃຫ້ຜູ້ໃຫ້ບໍລິການ ຮູ້ວິທີຕອບໂຕ້ຢ່າງປອດໄພ ແລະ ດ້ວຍຈັນຍາບັນ. ສະຖານພັກເຊົາ ແລະ ປົກປ້ອງ ກໍໄດ້ກາຍເປັນສ່ວນໜຶ່ງທີ່ສຳຄັນໃນການຕອບໂຕ້, ຄຽງຄູ່ກັບບໍລິການດ້ານສຸຂະພາບ ແລະ ສັງຄົມ ສໍາລັບຜູ້ລອດຊີວິດ.

ລະບົບເຫຼົ່ານີ້ແມ່ນສຳຄັນຫຼາຍ ສຳລັບຜູ້ໃຫ້ຄໍາປຶກສາຄືດັ່ງ ທ່ານ ນາງ ຈັນສະໄໝ. ກ່ອນໜ້ານີ້, ການປະສານງານລະຫວ່າງອົງການຕ່າງໆ ແມ່ນບໍ່ຈະແຈ້ງສະເໝີໄປ. ມື້ນີ້, ການສ້າງຕັ້ງຄະນະກໍາມະການປະສານງານ GBV ຂັ້ນແຂວງ ໄດ້ຊ່ວຍປັບປຸງການຮ່ວມມືລະຫວ່າງຜູ້ຮັບຜິດຊອບໃນການປົກປ້ອງແມ່ຍິງ ແລະ ເດັກຍິງ. ແນວໃດກໍຕາມ, ກໍຍັງມີສິ່ງທ້າທາຍຄົງຄ້າງຢູ່. ຜູ້ລອດຊີວິດບາງຄົນ ຢ້ານ ຫຼື ອັບອາຍ ທີ່ຈະແບ່ງປັນເລື່ອງລາວຂອງເຂົາເຈົ້າຢ່າງຄົບຖ້ວນ. ຄົນອື່ນໆ ມາພ້ອມກັບຄວາມຄາດຫວັງທີ່ຜູ້ໃຫ້ຄໍາປຶກສາ ບໍ່ສາມາດຕອບສະໜອງໄດ້ສະເໝີໄປ, ໂດຍສະເພາະເມື່ອພວກເຂົາຕ້ອງການການສະໜັບສະໜູນທາງດ້ານການເງິນ.
ທ່ານ ນາງ ຈັນສະໄໝ ເຊື່ອວ່າຂັ້ນຕອນຕໍ່ໄປແມ່ນການເຊື່ອມສານວຽກການມີສ່ວນຮ່ວມຂອງຜູ້ຊາຍ ແລະ ເດັກຊາຍໃຫ້ຫຼາຍຂຶ້ນ.
ລາວເວົ້າວ່າ: “ການມີສ່ວນຮ່ວມຂອງຜູ້ຊາຍຍັງມີຈໍາກັດ. ພວກເຮົາຕ້ອງການລິເລີ່ມທີ່ສະໜັບສະໜູນຜູ້ຊາຍໃຫ້ຮັບຮູ້ວ່າ ແມ່ຍິງມີຄວາມເທົ່າທຽມຄືກັນກັບຜູ້ຊາຍ.”
ຂໍ້ສະເໜີແນະຂອງລາວ ແມ່ນກົງກັບຈຸດສຸມໃນການປ້ອງກັນ. ການສະໜັບສະໜູນຜູ້ລອດຊີວິດແມ່ນສິ່ງຈໍາເປັນ, ແຕ່ການຢຸດຕິຄວາມຮຸນແຮງ ຍັງໝາຍເຖິງການປ່ຽນແປງທັດສະນະຄະຕິ, ອໍານາດ ແລະ ການກະທໍາທີ່ເປັນອັນຕະລາຍ ກ່ອນທີ່ອັນຕະລາຍຈະເກີດຂຶ້ນ. ມັນໝາຍເຖິງການເຮັດໃຫ້ຄວາມສະເໝີພາບ ເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ: ໃນຄອບຄົວ, ຊຸມຊົນ, ໂຮງຮຽນ, ສະຖານທີ່ເຮັດວຽກ ແລະ ສະຖາບັນຕ່າງໆ.
ໃນຂະນະທີ່ອົງການ UNFPA ສະເຫຼີມສະຫຼອງຄົບຮອບ 50 ປີ ຂອງການຮ່ວມມືກັບ ສປປ ລາວ, ເລື່ອງລາວ ຂອງ ທ່ານ ນາງ ຈັນສະໄໝ ສະແດງໃຫ້ເຫັນວ່າຄວາມຄືບໜ້າ ນອກເໜືອຈາກນະໂຍບາຍ ແລະ ໂຄງການ ແມ່ນມີແນວໃດແດ່. ເຊິ່ງນັ້ນ ແມ່ນການທີ່ຜູ້ລອດຊີວິດຍ່າງເຂົ້າໄປໃນຫ້ອງໃຫ້ຄໍາປຶກສາ ແລະ ຊອກຫາຜູ້ໃຫ້ບໍລິຫານທີ່ໄດ້ຮັບການຝຶກອົບຮົມ ເພື່ອຮັບຟັງເຂົາເຈົ້າ. ແມ່ນການທີ່ແມ່ຍິງຮ້ອງໄຫ້ ແລະ ສາມາດຫົວໄດ້ອີກຄັ້ງ. ແມ່ນການທີ່ຜູ້ໃຫ້ຄໍາປຶກສາໃນແຂວງອັດຕະປື ຮູ້ວ່າການຟື້ນຟູ ບໍ່ໄດ້ເລີ່ມຕົ້ນໂດຍການບອກຜູ້ລອດຊີວິດວ່າຄວນເຮັດແນວໃດ, ແຕ່ໂດຍການສ້າງຄວາມເຂັ້ມແຂງ ໃຫ້ພວກເຂົາຟື້ນຟູ ແລະ ຮຽກຮ້ອງສຽງຂອງພວກເຂົາຄືນມາ.
ຄວາມຄືບໜ້າດັ່ງກ່າວນີ້ ສາມາດເກີດຂຶ້ນໄດ້ ຍ້ອນຄວາມມຸ່ງໝັ້ນຂອງລັດຖະບານແຫ່ງ ສປປ ລາວ, ຊຸມຊົນ, ຜູ້ໃຫ້ບໍລິການແຖວໜ້າ ແລະ ການສະໜັບສະໜູນຢ່າງຕໍ່ເນື່ອງຂອງຄູ່ຮ່ວມງານ ລວມທັງ ສະຫະລາຊະອານາຈັກອັງກິດ, ລັດຖະບານຍີ່ປຸ່ນ, ອົງການຮ່ວມມືສາກົນ ສ.ເກົາຫລີ (KOICA) ແລະ ກະຊວງການຕ່າງປະເທດ ແລະ ການຄ້າ (DFAT) ຂອງ ອົດສະຕຣາລີ. ຄວາມພະຍາຍາມເຫຼົ່ານີ້ ໄດ້ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ການບໍລິການໃຫ້ຄໍາປຶກສາ, ຊ່ອງທາງການສົ່ງຕໍ່, ກົນໄກປົກປ້ອງ ແລະ ການສະໜັບສະໜູນ ໂດຍອີງໃສ່ຊຸມຊົນສໍາລັບແມ່ຍິງ ແລະ ເດັກຍິງ ທີ່ໄດ້ຮັບຜົນກະທົບຈາກຄວາມຮຸນແຮງ.
ເປັນເວລາ 50 ປີ ທີ່ອົງການ UNFPA ໄດ້ເຮັດວຽກກັບລັດຖະບານຫ່ງ ສປປ ລາວ ເພື່ອສົ່ງເສີມສິດທິ, ທາງເລືອກ, ກຽດສັກສີ ແລະ ຄວາມປອດໄພ. ບາດກ້າວຕໍ່ໄປ ແມ່ນຕ້ອງສືບຕໍ່ ເຮັດໃຫ້ການບໍລິການ ເຂົ້າເຖິງຜູ້ທີ່ຕ້ອງການພວກເຂົາທີ່ສຸດ ແລະ ຮັບປະກັນວ່າແມ່ຍິງ ແລະ ເດັກຍິງທຸກຄົນ, ບໍ່ວ່າພວກເຂົາຈະອາໄສຢູ່ໃສ, ກໍສາມາດຊອກຫາຄວາມຊ່ວຍເຫຼືອໄດ້ ໂດຍບໍ່ມີຄວາມຢ້ານກົວ, ບໍ່ມີຄວາມອັບອາຍ ແລະ ບໍ່ຖືກປະຖິ້ມໄວ້ທາງຫຼັງ.
