ແມ່ຍິງບາງຄົນ ບໍ່ຊອກຫາການຊ່ວຍເຫຼືອທັນທີ.
ພວກເຂົາລໍຖ້າ. ພວກເຂົາອົດທົນ. ພວກເຂົາປິດງຽບຍ້ອນຢ້ານການຕັດສິນ, ຢ້ານຖືກຕຳນິ, ຢ້ານຊາວບ້ານເວົ້າໃຫ້ ຫຼື ຢ້ານວ່າຈະບໍ່ມີບ່ອນໄປ.
ສໍາລັບຫຼາຍຄົນ, ຄວາມຮຸນແຮງບໍ່ພຽງແຕ່ແມ່ນທາງຮ່າງກາຍເທົ່ານັ້ນ. ມັນແມ່ນການແບກຫາບພາລະປະຈໍາວັນ ຈາກການຖືກຄວບຄຸມ, ຖືກຮ້ອງໃສ່, ຖືກດູຖູກ, ຖືກແຍກໃຫ້ຢູ່ໂດດດ່ຽວ ຫຼື ຖືກເຮັດໃຫ້ຮູ້ສຶກອ່ອນກໍາລັງ ພາຍໃນເຮືອນຂອງຕົນເອງ. ມັນແມ່ນຄວາມເຊື່ອທີ່ວ່າ ຜູ້ຍິງຄວນເຮັດວຽກເຮືອນ, ຢູ່ຢ່າງງຽບໆ, ລ້ຽງລູກ ແລະ ຍອມຮັບສິ່ງທີ່ເກີດຂຶ້ນກັບຕົນເອງ.
ສໍາລັບ ທ່ານ ນາງ ສຸກວິໄລ ວຽງໄຊ, ຄວາມງຽບນີ້ ແມ່ນສິ່ງທີ່ລາວໄດ້ໃຊ້ເວລາຫຼາຍປີ ເພື່ອພະຍາຍາມທໍາລາຍມັນ.
ທ່ານ ນາງ ສຸກວິໄລ ມີຕົ້ນກໍາເນີດ ແລະ ເຕີບໃຫຍ່ ຢູ່ແຂວງອັດຕະປື ແລະ ໄດ້ຮັບໜ້າທີ່ເປັນຮອງປະທານສະຫະພັນແມ່ຍິງແຂວງ ທີ່ເມືອງສະໜາມໄຊ. “ໃນຖານະຜູ້ຍິງ, ຂ້ອຍບໍ່ຢາກເຫັນຜູ້ຍິງ ແລະ ເດັກຍິງຖືກທໍາຮ້າຍ,” ລາວໄດ້ກ່າວ. “ຂ້ອຍຢາກໃຫ້ແມ່ຍິງເປັນອິດສະລະ ຈາກຄວາມຮຸນແຮງທຸກຮູບແບບ ແລະ ຈາກການປະຕິບັດທີ່ເປັນອັນຕະລາຍ.”
ລາວໄດ້ເລີ່ມຕົ້ນວຽກງານຂອງລາວ ໃນລະຫວ່າງປີ 2010 ຫາ 2015, ແຕ່ການສະໜັບສະໜູນແມ່ຍິງ ແລະ ເດັກນ້ອຍ ທີ່ຖືກຜົນກະທົບຈາກຄວາມຮຸນແຮງຢູ່ໃນເມືອງສະໜາມໄຊ ແມ່ນເລີ່ມມີໂຄງຮ່າງຫຼາຍຂຶ້ນ ໃນປີ 2018. ດ້ວຍການສະໜັບສະໜູນຈາກອົງການ UNFPA ແລະ UNICEF, ການບໍລິການສໍາລັບແມ່ຍິງ ແລະ ເດັກນ້ອຍ ແມ່ນມີຄວາມເຂັ້ມແຂງຂຶ້ນ ໂດຍຜ່ານການໃຫ້ຄໍາປຶກສາ ແລະ ການຕອບໂຕ້ໄພພິບັດ. ໃນປີ 2023, ອົງການ UNFPA ໄດ້ສະໜັບສະໜູນການສ້າງສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍແຫ່ງໃໝ່, ພ້ອມທັງເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານສະຫະພັນແມ່ຍິງຂັ້ນແຂວງ ແລະ ເມືອງ ໃນການສະໜັບສະໜູນ ແລະ ການດູແລ ໂດຍເນັ້ນເອົາຜູ້ລອດຊີວິດເປັນໃຈກາງ ແລະ ວິທີເຊື່ອມສານການລົງເຄື່ອນໃຫວໃນຊຸມຊົນ ກັບ ການໃຫ້ຄໍາປຶກສາເຄື່ອນທີ່ ເພື່ອຂະຫຍາຍການເຂົ້າເຖິງສໍາລັບແມ່ຍິງ ແລະ ເດັກຍິງໃນຊຸມຊົນທີ່ຫ່າງໄກສອກຫຼີກ.
ສໍາລັບ ທ່ານ ນາງ ສຸກວິໄລ, ການສະໜັບສະໜູນນີ້ມີຄວາມສໍາຄັນ ເພາະວ່າ ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນເຊື່ອມໂຍງຢ່າງເລິກເຊິ່ງ ກັບບັນທັດຖານທາງສັງຄົມທີ່ເປັນອັນຕະລາຍ, ຄວາມບໍ່ເທົ່າທຽມກັນ ຂອງອໍານາດພາຍໃນຄອບຄົວ, ຄວາມທຸກຍາກ ແລະ ລະດັບການສຶກສາທີ່ຍັງຕໍ່າ.
ລາວອະທິບາຍວ່າ ໃນຫຼາຍຊຸມຊົນ, ແມ່ຍິງຍັງປະເຊີນກັບ ການຄອບຄອງ ແລະ ກົດຂີ່ຈາກຜູ້ຊາຍ. ຜູ້ຍິງບາງຄົນ ບໍ່ຮູ້ສິດທິຂອງຕົນເອງ. ບາງຄົນກໍຮູ້ວ່າພວກເຂົາກໍາລັງທຸກທໍລະມານ, ແຕ່ບໍ່ສາມາດໜີອອກໄປໄດ້ ເພາະວ່າພວກເຂົາ ຂາດການສຶກສາ, ບໍ່ມີລາຍໄດ້, ບໍ່ມີວຽກ ຫຼື ບໍ່ມີບ່ອນປອດໄພທີ່ຈະໄປ. ແມ່ນແຕ່ຜູ້ຍິງທີ່ຫາເງິນໄດ້ ກໍອາດຈະປະເຊີນກັບຄວາມຮຸນແຮງ ເມື່ອຜົວຂອງພວກເຂົາຮູ້ສຶກຖືກຄຸກຄາມ ຍ້ອນຄວາມເປັນເອກະລາດຂອງແມ່ຍິງ.
ລາວກ່າວວ່າ: “ອັນນີ້ແມ່ນບັນຫາ ທີ່ຍາກທີ່ຈະແກ້ໄຂ.”
ໃນແຕ່ລະປີ, ມີແມ່ຍິງປະມານ 10 ຄົນເຂົ້າມາຊອກຫາບ່ອນລີ້ໄພ ຫຼື ທີ່ພັກ ຜ່ານການບໍລິການທີ່ລາວສະໜັບສະໜູນ. ແຕ່ທ່ານ ນາງ ສຸກວິໄລ ຮູ້ວ່າຕົວເລກນີ້ ບໍ່ໄດ້ສະແດງໃຫ້ເຫັນຄວາມເປັນຈິງທັງໝົດ. ຫຼາຍກໍລະນີບໍ່ເຄີຍຖືກລາຍງານ. ແມ່ຍິງຫຼາຍຄົນຍັງຄົງທຸກທໍລະມານຢ່າງງຽບໆ ຢູ່ຫຼັງປະຕູທີ່ຖືກປິດໄວ້.
ແລະ ນັ້ນຄືເຫດຜົນທີ່ວ່າ ການເຜີຍແຜ່ຂໍ້ມູນ ແມ່ນສໍາຄັນເປັນຢ່າງຍິ່ງ.
ຕະຫຼອດຫຼາຍປີທີ່ຜ່ານມາ, ນາງ ສຸກວິໄລ ແລະ ເພື່ອນຮ່ວມງານຂອງລາວ ໄດ້ຈັດການສໍາມະນາໃນຊຸມຊົນ, ເຜິຍແຜ່ຂໍ້ມູນຜ່ານທາງວິທະຍຸ, ສື່ສັງຄົມອອນລາຍ ແລະ ໂທລະໂຄ່ງໃນບ້ານ ເພື່ອເວົ້າເຖິງຄວາມຮຸນແຮງ, ສິດທິ ແລະ ການສະໜັບສະໜູນທີ່ມີ. ເວລາຜ່ານໄປ, ລາວກໍເລີ່ມສັງເກດເຫັນການປ່ຽນແປງ.
ປະຊາຊົນ ເລີ່ມເຂົ້າຮ່ວມການຝຶກອົບຮົມຫຼາຍຂຶ້ນ. ແມ່ຍິງຫຼາຍຄົນເລີ່ມກ້າທີ່ຈະຂໍຄໍາປຶກສາ. ສາຍໂທເຂົ້າຂໍຄໍາປຶກສາຜ່ານສາຍດ່ວນຫຼາຍຂຶ້ນ. ສື່ສັງຄົມອອນລາຍ ກາຍເປັນພື້ນທີ່ທີ່ມີການເຄື່ອນໄຫວ ແລະ ສາມາດເຂົ້າເຖິງຜູ້ຄົນຫຼາຍຂຶ້ນ. ແລະ ສິ່ງທີ່ສໍາຄັນທີ່ສຸດ, ແມ່ຍິງໄດ້ເລີ່ມຮູ້ສຶກກ້າຫານຂຶ້ນ ເພື່ອທີ່ຈະກ້າວຂາອອກຈາກຄວາມສໍາພັນທີ່ເປັນພິດ ໂດຍບໍ່ຕ້ອງຢ້ານວ່າໄທບ້ານຈະເວົ້າໃຫ້ແນວໃດ.
ສໍາລັບ ທ່ານ ນາງ ສຸກວິໄລ, ນີ້ແມ່ນໜຶ່ງໃນສັນຍານຂອງຄວາມຄືບໜ້າ ທີ່ໜ້າພູມໃຈທີ່ສຸດ.
ຜູ້ຍິງທີ່ກ້າວຂາອອກຈາກຄວາມຮຸນແຮງ ບໍ່ພຽງແຕ່ເປັນການອອກຈາກຄວາມສໍາພັນ ທີ່ເປັນອັນຕະລາຍເທົ່ານັ້ນ. ລາວກໍາລັງຮຽກຮ້ອງສຽງ ແລະ ສິດທິຂອງຕົນເອງຄືນ. ລາວກໍາລັງບອກຕົນເອງວ່າ ຊີວິດຂອງລາວມີຄວາມສໍາຄັນ. ລາວກໍາລັງສະແດງໃຫ້ລູກໆເຫັນວ່າ ຄວາມຮຸນແຮງເປັນສິ່ງທີ່ຍອມຮັບບໍ່ໄດ້. ລາວກໍາລັງເປີດປະຕູ ທີ່ຜູ້ຍິງຫຼາຍໆຄົນເຄີຍບອກວ່າມັນບໍ່ມີຢູ່ຈິງ.
ແຕ່ວຽກງານນີ້ ຍັງສືບຕໍ່ມີຄວາມຫຍຸ້ງຍາກ.
ປັດຈຸບັນ ສູນໃຫ້ຄໍາປຶກສາ ມີພະນັກງານປະຈໍາການພຽງແຕ່ 4 ຄົນ. ສາຍດ່ວນ ແມ່ນໃຫ້ບໍລິການ ພຽງແຕ່ໃນໂມງລັດຖະການເທົ່ານັ້ນ ເນື່ອງຈາກງົບປະມານຈໍາກັດ. ງົບປະມານແມ່ນບໍ່ພຽງພໍ ທີ່ຈະຈັດການຝຶກອົບຮົມ ແລະ ກິດຈະກໍາເຄື່ອນທີ່ ເທົ່າທີ່ຕ້ອງການ. ໃນບາງກໍລະນີ, ແມ່ຍິງໃນເມືອງສະໜາມໄຊ ທີ່ແຕ່ງງານກັບສາມີຕ່າງປະເທດ ແລະ ປະເຊີນກັບການກົດຂີ່ ກໍ່ເຂົ້າມາຊອກຫາຄວາມຊ່ວຍເຫຼືອເຊັ່ນກັນ. ນາງ ສຸກວິໄລ ໃຫ້ຂໍ້ສັງເກດວ່າ ການປະສານງານກັບຕໍາຫຼວດແມ່ນມີຄວາມສໍາຄັນ, ໂດຍສະເພາະເມື່ອຕ້ອງຊ່ວຍເຫຼືອຢ່າງຮີບດ່ວນ ເພື່ອປົກປ້ອງຜູ້ເຄາະຮ້າຍ.
ຄວາມຫວັງໃນອະນາຄົດຂອງລາວແມ່ນຊັດເຈນ: ການລົງທຶນຫຼາຍຂຶ້ນໃສ່ໄວໜຸ່ມ.
ລາວຕ້ອງການ ການສະໜັບສະໜູນໃນອະນາຄົດທີ່ເນັ້ນໃສ່ໂຮງຮຽນ, ໄວໜຸ່ມ, ສິດທິ ແລະ ສຽງຂອງໄວໜຸ່ມ. ລາວຫວັງວ່າຈະເຫັນການປ້ອງກັນຄວາມຮຸນແຮງບົນພື້ນຖານທາງເພດທີ່ເຂັ້ມແຂງຂຶ້ນ, ຄູທີ່ໄດ້ຮັບການຝຶກອົບຮົມຫຼາຍຂຶ້ນ ແລະ ມີຕົວແທນໄວໜຸ່ມເພີ່ມຂຶ້ນ ເພື່ອສາມາດຊ່ວຍປ້ອງກັນຄວາມຮຸນແຮງກ່ອນທີ່ມັນຈະເລີ່ມຕົ້ນ.
ລາວກ່າວວ່າ: “ຂ້ອຍຢາກໃຫ້ໄວໜຸ່ມເຕີບໂຕ ແລະ ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ.”
ຂໍ້ຄວາມຂອງລາວ ຍັງເປັນການຮຽກຮ້ອງໃຫ້ຄອບຄົວ, ສະຖາບັນຂອງລັດ, ອົງການຈັດຕັ້ງ ແລະ ຊຸມຊົນ: ແມ່ຍິງ ແລະ ໄວໜຸ່ມຕ້ອງການຄວາມຮູ້, ທັກສະ, ວຽກເຮັດງານທໍາ ແລະ ລາຍໄດ້. ພວກເຂົາຈໍາເປັນຕ້ອງຮູ້ວິທີປົກປ້ອງຕົນເອງ ຈາກຄວາມຮຸນແຮງ, ການຫຼອກລວງ ແລະ ຄວາມທຸກຍາກ. ພວກເຂົາຕ້ອງການການສະໜັບສະໜູນກ່ອນເກີດວິກິດ ແລະ ການບໍລິການທີ່ປອດໄພ ເມື່ອເກີດວິກິດ.
ເປັນເວລາ 50 ປີ ທີ່ອົງການ UNFPA ໄດ້ເຮັດວຽກຮ່ວມກັບ ສປປ ລາວ ເພື່ອຊຸກຍູ້ສິດທິ, ທາງເລືອກ, ກຽດສັກສີ ແລະ ຄວາມປອດໄພຂອງແມ່ຍິງ ແລະ ເດັກຍິງ. ໃນສະຖານທີ່ເຊັ່ນ ອັດຕະປື, ວຽກງານນີ້ສາມາດກາຍເປັນຈິງໄດ້ ຍ້ອນບຸກຄົນທີ່ພົ້ນເດັ່ນເຊັ່ນ ທ່ານ ນາງ ສຸກວິໄລ, ຜູ້ທີ່ຮັບຟັງ, ຊີ້ນໍາ, ເດີນທາງໄປພ້ອມກັນ ແລະ ຊ່ວຍເຫຼືອຄົນອື່ນໆ ໃຫ້ເຊື່ອວ່າ ຊີວິດທີ່ແຕກຕ່າງແມ່ນເປັນໄປໄດ້.
ຄວາມຄືບໜ້າບໍ່ໄດ້ຖືກວັດແທກ ພຽງແຕ່ດ້ານໃນນະໂຍບາຍ ຫຼື ການຝຶກອົບຮົມເທົ່ານັ້ນ.
ມັນຖືກວັດແທກໂດຍ ການທີ່ຜູ້ຍິງ ຍົກໂທລະສັບເພື່ອຊອກຫາການຊ່ວຍເຫຼືອ.
ການທີ່ຜູ້ລອດຊີວິດ ກ້າວເຂົ້າຫ້ອງໃຫ້ຄໍາປຶກສາ.
ການທີ່ເດັກຍິງໄດ້ຮຽນຮູ້ວ່າ ຄວາມຮຸນແຮງບໍ່ແມ່ນຊະຕາກໍາຂອງຕົນເອງ.
ການທີ່ແມ່ຄົນໜຶ່ງ ຕັດສິນໃຈກ້າວອອກໄປ ຢ່າງກ້າຫານ.
ໃນຊຸມຊົນທີ່ຄ່ອຍໆຮຽນຮູ້ວ່າ ການປິດງຽບແມ່ນເກາະປ້ອງກັນ ໃຫ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນ, ແຕ່ການສະໜັບສະໜູນ ແມ່ນສິ່ງທີ່ສາມາດຊ່ວຍຊີວິດໄດ້.
ດ້ວຍການສະໜັບສະໜູນຢ່າງຕໍ່ເນື່ອງຈາກຄູ່ຮ່ວມງານ ແລະ ຜູ້ໃຫ້ທຶນ ເຊັ່ນ: ລັດຖະບານຍີ່ປຸ່ນ ແລະ ກະຊວງການຕ່າງປະເທດ ແລະ ການຄ້າ (DFAT) ຂອງ ອົດສະຕຣາລີ, ສູນໃຫ້ຄໍາປຶກສາ ແລະ ປົກປ້ອງ ສາມາດໃຫ້ບໍລິການໄດ້ດົນຂຶ້ນ, ພະນັກງານແຖວໜ້າຫຼາຍຄົນ ໄດ້ຮັບການຝຶກອົບຮົມຫຼາຍຂຶ້ນ, ສາມາດເຂົ້າເຖິງຊຸມຊົນໃນຫຼາຍໆບ້ານ ແລະ ບັນດາແມ່ຍິງ ແລະ ເດັກຍິງ ສາມາດຊອກຫາຄວາມປອດໄພກ່ອນທີ່ຈະສາຍເກີນໄປ.
ເພາະວ່າແມ່ຍິງທຸກຄົນຄວນໄດ້ຮັບຄຸນຄ່າ ນອກເໜືອຈາກການຢູ່ລອດ.
ລາວຄວນໄດ້ຮັບຄວາມປອດໄພ.
ລາວຄວນໄດ້ຮັບກຽດສັກສີ.
ລາວຄວນໄດ້ຮັບທາງເລືອກ.
ລາວຄວນໄດ້ຮັບຊີວິດທີ່ປາສະຈາກຄວາມຮຸນແຮງ.
