Press Release

ເຖິງຈະຢູ່ໃນສະພາບການແຜ່ລະບາດຂອງ COVID-19, ແຕ່ສປປ ລາວກໍມີຄວາມກ້າວໜ້າໃນການລົງທຶນໃສ່ແມ່ຍິງ ແລະ ເດັກນ້ອຍຕາມຄໍາໝັ້ນສັນຍາ ICPD25

13 November 2020
@UNFPA LAO PDR

ໜຶ່ງປີທີ່ຜ່ານມາ ໃນກອງປະຊຸມສາກົນໄນໂຣບິວ່າດ້ວຍ ICPD25 (Nairobi Summit on ICPD25), ນາໆປະເທດໄດ້ເຕົ້າໂຮມກັນເພື່ອມຸ່ງໝັ້ນທີ່ຈະຢຸດຕິການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້, ການຄຸມກຳເນີດທີ່ບໍ່ບັນລຸຕາມຄວາມຕ້ອງການ ແລະ ຄວາມຮຸນແຮງບົນພື້ນຖານທາງເພດ ລວມເຖິງ ການແຕ່ງງານໃນໄວເດັກພາຍໃນປີ 2030

ລັດຖະບານແຫ່ງ ສປປ ລາວໄດ້ກ່າວຢໍ້າອີກຄັ້ງເຖິງຄວາມມຸ່ງໝັ້ນຂອງຕົນຕໍ່ກັບແຜນການຈັດຕັ້ງປະຕິບັດ ICPD (ICPD Programme of Action) ແລະ ເພີ່ມທະວີບາດກ້າວຕາມທິດທາງ ວາລະການພັດທະນາແບບຍືນຍົງປີ 2030ຜ່ານຄໍາໝັ້ນສັນຍາຕ່າງໆ ປະກອບມີການເພີ່ມທະວີການນໍາໃຊ້ຂໍ້ມູນທາງດ້ານປະຊາກອນເຂົ້າໃນການວາງແຜນ ແລະ ເພີ່ມທະວີການຈັດສົ່ງສິ່ງອໍານວຍຄວາມສະດວກ ແລະ ຈັດສັນບຸກຄະລາກອນແພດພະດຸງຄັນທີ່ມີຄວາມຊໍານານວຽກໃຫ້ທົ່ວເຖິງໃນແຕ່ລະໂຮງໝໍ, ສຸກສາລາ.

ສປປ ລາວໄດ້ມີອັດຕາການນໍາໃຊ້ການຄຸມກໍາເນີດແບບທັນສະໄໝເພີ່ມຂຶ້ນຢ່າງຕໍ່ເນື່ອງ 1.1 ສ່ວນຮ້ອຍຕໍ່ປີ, ເຖິງແນວໃດກໍຕາມຄວາມຕ້ອງການດັ່ງກ່າວໃນກຸ່ມຄົນທີ່ຍັງບໍ່ໄດ້ແຕ່ງງານ ແລະ ໄວໜຸ່ມແມ່ນຍັງສູງ, ສະນັ້ນຄໍາໝັ້ນສັນຍາ ປະກອບລວມມີການເພີ່ມການເຂົ້າເຖິງກຸ່ມຄົນເຫຼົ່ານີ້ອີກດ້ວຍ. ໂດຍການຮັບຮູ້ເຖິງບົດບາດພຶ້ນຖານຄວາມສໍາຄັນຂອງເພດສຶກສາ ຕໍ່ກັບຊີວິດຂອງໄວໜຸ່ມ, ສປປ ລາວມີຄວາມມຸ່ງໝັ້ນໃນການເຊື່ອມສານ ວິຊາເພດສຶກສາ ເຂົ້າໃນຫຼັກສູດການຮຽນການສອນຂອງບັນດາໂຮງຮຽນ ແລະ ສະຖາບັນວິຊາຊີບໃນຂອບເຂດທົ່ວປະເທດ. ຄວາມພະຍາຍາມທັງໝົດນີ້ ຮຽກຮ້ອງໃຫ້ມີການທົບທວນ ແລະ ປັບປຸງບັນດານະໂຍບາຍ ແລະ ຄໍາໝັ້ນສັນຍາ ICPD 25 ທີ່ຍັງລວມເຖິງວຽກງານທີ່ກ່ຽວຂ້ອງກັບນະໂຍບາຍແມ່ຍິງ ແລະ ເດັກນ້ອຍ, ທີ່ເນັ້ນໜັກໃຫ້ບໍ່ປະຖິ້ມໃຜໄວ້ທາງຫຼັງ. 

ໜຶ່ງປີທີ່ເຕັມໄປດ້ວຍຄວາມທ້າທາຍ ແລະ ຄວາມມຸ່ງໝັ້ນ:

COVID-19 ຍັງສືບຕໍ່ສົ່ງຜົນກະທົບຕໍ່ກັບແມ່ຍິງ ແລະ ເດັກນ້ອຍຍິງຈໍານວນຫຼວງຫຼາຍ ມັນຂົ່ມຂູ່ໃຫ້ພວກເຂົາຖອຍຫ່າງຈາກຄວາມກ້າວໜ້າຕ່າງໆ. ການຄາດຄະເນທັງຫຼາຍສະແດງໃຫ້ເຫັນວ່າ ການເຂົ້າເຖິງການພັດທະນາແບບຍືນຍົງ (SDGs)ນັ້ນ ຍິ່ງຈະຍາກຂຶ້ນກວ່າເກົ່າ. ນີ້ແມ່ນຕົວຢ່າງຂອງຄວາມພະຍາຍາມຂອງລັດ ສປປ ລາວໃນການດໍາເນີນໄປຕາມທິດທາງເພື່ອບັນລຸຕາມຄໍາໝັ້ນສັນຍາ ICPD25 ໃນຖານະບາດກ້າວສໍາຄັນສູ່ການພັດທະນາແບບຍືນຍົງ.

ການປົກປ້ອງແມ່ ແລະ ການເກີດລູກທີ່ປອດໄພ: ແຂວງຫຼວງພະບາງໃນປີ 2020 ແມ່ນໄດ້ເລີ່ມມີການທົດລອງການບໍລິການດ້ານການຈະເລີນພັນ ແລະ ຊ່ວຍເຫຼືອແມ່ຜ່ານການບໍລິການທາງການແພດຜ່ານລະບົບອິນເຕີເນັດ (telehealth). ໃນສະພາບການການຕອບໂຕ້ການແຜ່ລະບາດຂອງCOVID-19, ມັນມີຄວາມເປັນໄປໄດ້ໃນໄລຍະຍາວ ຕໍ່ກັບກັບການໃຫ້ບໍລິການໃນເຂດຫ່າງໄກຊອກຫຼີກອີກດ້ວຍ. ການລົງທຶນຍັງສືບຕໍ່ເພີ່ມທະວີສ້າງຂີດຄວາມສາມາດຂອງແພດພະດຸງຄັນ ລວມທັງບັນດາຄົນຊົນເຜົ່າເພື່ອໃຫ້ສາມາດສະໜອງການດູແລຮັກສາຂັ້ນພຶ້ນຖານໄດ້, ໂດຍ 87% ຂອງອາການແຊກຊ້ອນຂອງແມ່ນັ້ນ ສາມາດແກ້ໄຂໄດ້ຈາກບຸກຄະລາກອນທາງແພດທີ່ໄດ້ຮັບການຝຶກຝົນ ແລະ ຈາກເຄື່ອງມືທາງການແພດທີ່ມີຄຸນນະພາບ, ສົມທົບກັບການເຂົ້າເຖິງໂຮງໝໍ, ສຸກສາລາພາຍໃນ 02 ຊົ່ວໂມງໃນບ່ອນທີ່ການຜ່າຕັດເກີດລູກ (C sections) ສາມາດເກີດຂຶ້ນໄດ້. ສປປ ລາວມີແພດພະດຸງຄັນທີ່ໄດ້ຮັບການຝຶກອົບຮົມຈໍານວນ 1059 ຄົນ, ໃນປະຈຸບັນກໍກຳລັງມີການຈັດສັນບັນດາແພດພະດຸງຄັນ ໄປສູ່ຂົງເຂດທີ່ມີຄວາມຕ້ອງການຫຼາຍທີ່ສຸດ. ນອກນັ້ນ, ບາງຄວາມກ້າວໜ້າກໍສາມາດສະແດງໃຫ້ເຫັນຄື:

ການເຂົ້າເຖິງການຄຸມກໍາເນີດທີ່ທັນສະໄໝໄດ້ດີກວ່າເກົ່າ ຜ່ານການຮັກສາງົບປະມານນໍາໃຊ້ຊັບພະຍາກອນທີ່ມີຢູ່ພາຍໃນປະເທດ ເພື່ອຈັດຊື້ຢາຄຸມກໍາເນີດ, ຕິດຕາມກວດກາສິນຄ້າເຂົ້າອອກ ແລະ ແກ້ໄຂບັນຫາ bottlenecks, ເພີ່ມທະວີສ້າງຜູ້ໃຫ້ການບໍລິການທີ່ເປັນມິດແກ່ໄວໜຸ່ມ ໃຫ້ຄວບຄຸມເຖິງ 75% ຂອງໂຮງໝໍ, ສຸກສາລາພາຍໃນປີນີ້.

ການສິດສອນວິຊາເພດສຶກສາ (CSE)   ຄູຈໍານວນກວ່າ 9,000 ຄົນໄດ້ຖືກຝຶກອົບຮົມກ່ຽວກັບຫຼັກສູດດັ່ງກ່າວ ແລະ ສາມາດເຂົ້າເຖິງໄວໜຸ່ມໄດ້ກວ່າ 27,600  ຄົນ. ໂດຍອີກຈໍານວນ 28,000  ຄົນຈະສາມາດເຂົ້າເຖິງໄດ້ຜ່ານຄູ່ຮັກຂອງພວກເຂົາພາຍໃນແຂວງທີ່ເລືອກເຟັ້ນ. ກຸ່ມນາງນ້ອຍຈະສືບຕໍ່ເປັນເປັນແຫຼ່ງຂອງການສຶກສາກ່ຽວກັບທັກສະຊີວິດໃຫ້ແກ່ເດັກນ້ອຍຍິງນອກໂຮງຮຽນ. ສາຍດ່ວນໃຫ້ຄໍາປຶກສາກ່ຽວກັບສະພາບທາງຈິດ ແລະ ການໃຫ້ການສະ ໜັບສະໜູນທາງຈິດໃຈນັ້ນ ກໍຈະໄດ້ຖືກຂະຫຍາຍອອກໄປ ແລະ ແອັບພິເຄຊັ່ນ ກໍມີພ້ອມໃຫ້ດາວໂຫຼດ. 

ການສ້າງສາຍຕໍ່ໃຫ້ແກ່ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງບົນພຶ້ນຖານທາງເພດ: ເສັ້ນຕໍ່ດັ່ງກ່າວນັ້ນໄດ້ຖືກສ້າງຂຶ້ນ ເຊິ່ງເປັນສ່ວນໜຶ່ງຂອງສະໜອງການບໍລິການທີ່ຈໍາເປັນ ເພື່ອປ້ອງກັນ ແລະ ຕອບໂຕ້ຕໍ່ກັບ GBV, ເພື່ອປະສານສົມທົບ, ຈັດຕັ້ງປະຕິບັດ ແລະ ຮັບປະກັນການສະໜອງການບໍລິການດ້ານສຸຂະພາບທີ່ຈໍາເປັນ, ການບໍລິການທາງສັງຄົມ, ທາງກົດໝາຍ, ຄວາມຍຸຕິທຳໃຫ້ແກ່ແມ່ຍິງເພື່ອປັບປຸງພັດທະນາການຕອບໂຕ້ຕໍ່ກັບ GBV. ນອກນັ້ນ ການເຄື່ອນໄຫວວຽກງານຕ່າງໆກໍຍັງດຳເນີນຕໍ່ໄປເພື່ອໃຫ້ ຜູ້ຊາຍ ແລະ ເດັກນ້ອຍຊາຍມີສ່ວນຮ່ວມໃນຫຼາຍໆລະດັບເພື່ອແກ້ໄຂບັນຫາຄວາມຮຸນແຮງຕໍ່ແມ່ຍິງ ແລະ ສົ່ງເສີມຄວາມເຂົ້າໃຈກ່ຽວກັບຄວາມສະເໝີພາບທາງເພດລະຫວ່າງຍິງ ແລະ ຊາຍ. 

ວຽກງານທັງໝົດນີ້ ໄດ້ຖືກຈັດຕັ້ງປະຕິບັດ ຍ້ອນການຮ່ວມມືຈາກບັນດາຄູ່ຮ່ວມງານ ທີ່ຫຼາກຫຼາຍ ແລະ ມີນະວັດຕະກໍາ ທີ່ນໍາມາສູ່ຜົນການຮ່ວມມືຮ່ວມກັນ. ການຊອກຫາແຫຼ່ງທຶນໃນການພັດທະນານັ້ນ ບໍ່ພຽງແຕ່ເປັນວຽກງານໃນກອບລະດັບມະຫາພາກເທົ່ານັ້ນ ມັນຍັງຮຽກຮ້ອງຫຼາກຫຼາຍວິທີການເພື່ອຈັດຕັ້ງປະຕິບັດໃນພຶ້ນທີ່ຕົວຈິງ. COVID-19 ໄດ້ບີບບັງຄັບໃຫ້ພວກເຮົາຮີບເລັ່ງ ແລະ ມີການປະດິດສ້າງ, ເພື່ອປັບໃຊ້; ເນັ້ນໜັກໃສ່ໂຄງການສ້າງທັກສະຊີວິດຂອງນາງນ້ອຍ ທີ່ມີຄຸນຄ່າຂອງຄວາມຮັບຮູ້ທາງການເງິນ, ການບໍລິການເຜິຍແຜ່ຜ່ານຄລີນິກເຄື່ອນທີ່ ທີ່ຫຼາຍກວ່າປົກກະຕິ ເພື່ອເຂົ້າເຖິງໄວໜຸ່ມທີ່ມີຄວາມສ່ຽງ ທີ່ເຮັດວຽກຕາມໂຮງຈັກ, ໂຮງງານ. ໂດຍຍຸດທະສາດດັ່ງກ່າວນັ້ນ ແມ່ນເພື່ອປັບໃຊ້ໃນສະພາບການແຜ່ລະບາດຂອງ COVID-19 ເພື່ອປົກປ້ອງຄວາມສົມບູນ ແລະ ສິດທິຂອງທຸກໆຄົນ. 

 

ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

 

ທ່ານ ພອນໄຊ ສິດທິຣາຊວົງສາ

ຜູ້ຮັບຜິດຊອບຕິດຕາມ ແລະ ປະເມີນຜົນ ແຜນງານພັດທະນາປະຊາກອນອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ

ອີເມລ: sithirajvongsa@unfpa.org

************

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.