You are here

ໄວໜຸ່ມຍິງ ເໝາະສົມແກ່ການມີສຸຂະພາບທີ່ແຂງແຮງ, ໄດ້ຮັບຄວາມປອດໄພ ແລະ ມີຄວາມສຸກ. ພວກເຂົາເໝາະສົມທີ່ຈະໄດ້ຮັບໂອກາດໃນການພັດທະນາຄວາມສາມາດ ແລະ ທັກສະ ເພື່ອທີ່ພວກເຂົາຈະສາມາດບັນລຸເປົ້າໝາຍຂອງພວກເຂົາເອງ. ຫາກເມື່ອໄວໜຸ່ມຍິງໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜຸນ, ພວກເຂົາຈະສາມາດພັດທະນາຕົນເອງ, ກຳນົດຊີວິດຂອງພວກເຂົາ, ຄອບຄົວ ແລະ ຊຸມຊົນໄດ້.

ຢ່າງໃດກໍຕາມ, ຢູ່ ສປປ ລາວ ແລະ ຫຼາຍໆປະເທດ, ໄວໜຸ່ມຍິງ ມັກຖືກເບິ່ງຂ້າມໃນການລົງທຶນໃສ່ພັດທະນາ. ພວກເຂົາມັກຖືກຈັດໃນກຸ່ມ ສຸມໃສ່ແມ່ ແລະ ເດັກ ຫຼື ບາງຄັ້ງກໍກຸ່ມເດັກນ້ອຍ, ແລະ ສ່ວນໃຫຍ່ຂໍ້ມູນການຄົ້ນຄວ້າໄວໜຸ່ມ ອາຍຸ 10-19 ປີຍັງຂາດຫາຍ.

ປັດຈຸບັນ ສປປ ລາວ ມີໄວໜຸ່ມຍິງ ແລະ ຊາຍທັງໝົດ 1.4 ລ້ານ ຄົນ (ອາຍຸ 10-19 ປີ), ເຊິ່ງກວມເອົາ 21.9% ຂອງປະຊາກອນທັງໝົດ. ຫຼາຍກວ່າ 1 ໃນ 20 ຂອງໄວໜຸ່ມຍິງບໍ່ໄດ້ຮຽນໜັງສື, 1 ໃນ 5 ຂອງໄວໜຸ່ມຍິງໄດ້ອອກໂຮງຮຽນ, ເກືອບ 2 ໃນ 10 ຂອງໄວໜຸ່ມ ອາຍຸ 15-19 ໄດ້ແຕ່ງງານ ແລະ ຫຼາຍກວ່າ 1 ໃນ 10 ຂອງໄວໜຸ່ມ ອາຍຸ 15-19 ໄດ້ຖືພາ. ເກືອບເຄິ່ງຂອງໄວໜຸ່ມຍິງຢູ່ ສປປ ລາວ ຍັງຂາດໂອກາດທີ່ຊ່ວຍໃຫ້ພວກເຂົາສາມາດບັນລຸເປົ້າໝາຍ, ຍ້ອນພວກເຂົາບໍ່ໄດ້ເຂົ້າໂຮງຮຽນ. ເຊິ່ງສ່ວນໃຫຍ່ແມ່ນມາຈາກຄອບຄົວທຸກຍາກ ແລະ ຢູ່ຂົງເຂດຫ່າງໄກຊອກຫຼີກ.

ປີ 2016, ນາງນ້ອຍ ໄດ້ຖືກນຳສະເໜີສູ່ສັງຄົມ, ເພື່ອໃຫ້ຄວາມຕ້ອງການສະເພາະຂອງໄວໜຸ່ມຍິງໄດ້ກວມລວມຢູ່ໃນການພັດທະນາລຳດັບຕົ້ນໆ. ສິ່ງສຳຄັນອີກຢ່າງໜຶ່ງກໍເພື່ອເນັ້ນໜັກເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍບໍ່ປະຖິ້ມໃຜໄວ້ຂ້າງຫຼັງ. ພາຍໃຕ້ວິໄສທັດຂອງ ນາງນ້ອຍ 2030, UNFPA ໄດ້ສະໜັບສະໜຸນການຈັດຕັ້ງຜະຕິບັດ ກິດຈະກຳເຕົ້າໂຮມກຸ່ມເດັກຍິງ - ນາງນ້ອຍ, ມີເປົ້າໝາຍສ້າງສະພາບແວດລ້ອມທີ່ເໝາະສົມ ເພື່ອໃຫ້ພວກເຂົາສາມາດພັດທະນາຄວາມຮູ້, ທັກສະ ແລະ ຄວາມສາມາດ.

ກົມການພັດທະນາການສຶກສານອກໂຮງຮຽນ (NFE) ພາຍໃຕ້ກະຊວງສຶກສາທິການ ແລະ ກິລາ (MoES), ຈາກການສະໜັບສະໜຸນຂອງໂຄງການບ້ານຈຸດສຸມ (VFI) ແລະ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຮ່ວມກັນຈັດກອງປະຊຸມທົບທວນເນື້ອໃນຄູ່ມືໃນ 10 ບົດທຳອິດຂອງກິດຈະກຳເຕົ້າໂຮມກຸ່ມເດັກຍິງ - ນາງນ້ອຍ ຂຶ້ນໃນມື້ນີ້, ຢູ່ທີ່ຫ້ອງການກົມການສຶກສານອກໂຮງຮຽນ.

ກິດຈະກຳເຕົ້າໂຮມກຸ່ມເດັກຍິງ - ນາງນ້ອຍ ໄດ້ສຸມໃສ່ກຸ່ມເດັກຍິງທີ່ຍັງດ້ອຍໂອກາດ ແລະ ສົ່ງເສີມນຳພາໃຫ້ພວກເຂົາໄດ້ມີຄວາມຮູ້ ແລະ ທັກສະທາງດ້ານ ສັງຄົມ, ສຸຂະພາບ, ເສດຖະກິດ, ແລະ ຊັບສິນທາງປັນຍາ, ຈາກການເຮັດກິດຈະກຳທີ່ປະກອບດ້ວຍຄວາມມ່ວນຊື່ນ.

ໂຄງການນີ້ຈະຊ່ວຍສ້າງທາງເລືອກທີ່ດີໃຫ້ແກ່ເດັກຍິງ ແລະ ຍັງປຸກລະດົມໃຫ້ພວກເຂົາຮູ້ຜົນຂ້າງຄຽງຂອງການແຕ່ງງານ ແລະ ຖືພາກ່ອນໄວອັນຄວນ. ຢູ່ໃນກິດຈະກຳເດັກຍິງຈະໄດ້ຖືກແນະນຳໃຫ້ຮູ້ຈັກກັບຜູ້ໃຫ້ຄຳແນະນຳທີ່ເປັນລຸ້ນເອື້ອຍ ແລະ ພວກເຂົາຈະຮ່ວມກັນເຮັດກິດຈະກຳທີ່ມ່ວນຊື່ນ, ປະກອບມີຄວາມຮູ້ ແລະ ບົດຮຽນເພື່ອໃຫ້ບັນດາເດັກຍິງສາມາດມີທັກສະໃນການສ້າງທາງເລືອກຂອງພວກເຂົາເອງໃນອານາຄົດ.

ໄວໜຸ່ມ ເປັນອີກບາດກ້າວໜຶ່ງທີ່ສຳຄັນຂອງເພດຍິງ. ຖ້າພວກເຂົາໄດ້ຮັບການສະໜັບສະໜຸນ ໃຫ້ສາມາດກ້າວຂ້າມຜ່ານດ້ວຍຄວາມປອດໄພ, ສາມາດຮຽນຮູ້, ພັດທະນາ ແລະ ຫຼີກລ່ຽງການແຕ່ງງານກ່ອນໄວອັນຄວນ, ຈະຖືເປັນບົດຮຽນໃຫ້ແກ່ເດັກຍິງ ແລະ ໄວໜຸ່ມຍິງຫຼາຍພັນຄົນ ແລະ ຍັງຊ່ວຍຫຼຸດອັດຕາການແຕ່ງງານ ແລະ ຖືພາກ່ອນໄວອັນຄວນໄດ້”, ກ່າວໂດຍ ທ່ານ ວິສັນ ສົມພົງ, ຮອງຫົວໜ້າ ກົມການພັດທະນາການສຶກສານອກໂຮງຮຽນ.

 

 

ໃນຕົ້ນເດືອນ ພຶດສະພາ 2018,​ NFE ແລະ UNFPA ໄດ້ລົງຢ້ຽມຢາມແຂວງສະຫວັນນະເຂດເພື່ອຕິດຕາມການທົດລອງປະຕິບັດກິດຈະກຳຢູ່ ເມືອງ ເຊໂປນ, ແຂວງສະຫວັນນະເຂດ ແລະ ເພື່ອປະເມີນຄວາມຄືບໜ້າຂອງກິດຈະກຳເຕົ້າໂຮມກຸ່ມເດັກຍິງ - ນາງນ້ອຍ ແລະ ໃຫ້ຄຳແນະນຳແກ່ຜູ້ປະຕິບັດກິດຈະກຳ.

ກິດຈະກຳເຕົ້າໂຮມກຸ່ມເດັກຍິງ - ນາງນ້ອຍ ໄກ້ເລີ່ມຂຶ້ນໃນເດືອນ ທັນວາ ປີ 2017, ແລະ ປັດຈຸບັນໄດ້ທົດລອງໂຄງການຢູ່ 10 ບ້ານ. ໄວໜຸ່ມຍິງ 20 ຄົນ (ອາຍຸ 15-19 ປີ) ໄດ້ຮັບການຝຶກອົບຮົມໃຫ້ເປັນຜູ້ນຳພາເຮັດກິດຈະກຳໃນ 10 ບົດທຳອິດ. ເດັກຍິງປະມານ 180 ຄົນ (ອາຍຸ 10-14 ປິີ) ໄດ້ມາເຂົ້າຮ່ວມກິດຈະກຳຢ່າງເປັນປະຈຳ.

 

 

ໃນຫຼາຍປີທີ່ຜ່ານມາ, UNFPA ແລະ ຄູ່ຮ່ວມຈາກຫຼາຍພາກສວ່ນໄດ້ຮ່ວມກັນເຮັດວຽກຢ່າງໜັກເພື່ອນຳສະເໜີວຽກງານ ນາງນ້ອຍ, ເພື່ອຊ່ວຍໃຫ້ໄວໜຸ່ມຍິງໄດ້ການເປັນຈຸດໃຈກາງຂອງການປຶກສາຫາລືວິຊາການ. ນັ້ນກໍຍ້ອນ ພວກເຮົາມີຄວາມເຊື່ອວ່າ ການລົງທຶນໃສ່ໄວໜຸ່ມຍິງສາມາດຊຸກຍູ້, ປະກອບສ່ວນໃນການພັດທະນາເພື່ອຫຼຸດຜ່ອນ ຄວາມທຸກຍາກ, ຄວາມບໍ່ສະເໝີພາບທາງສັງຄົມ ແລະ ລວມທັງຄວາມບໍ່ສະເໝີພາບທາງເພດ. ຖ້າຫາກວ່າພວກເຮົາສົ່ງເສີມການພັດທະນາໄວໜຸ່ມຍິງໃຫ້ພວກເຂົາມີຄວາມຮູ້ ແລະ ຄວາມສາມາດ, ການບັນລຸເປົ້າໝາຍການພັດທະນາແຫ່ງຊາດ ແລະ ສາກົນ ຈະຢູ່ໃນເອື້ອມມືຂອງພວກເຮົາກ່າວໂດຍ ທ່ານ ນາງ ເຟຼເດີຣິກາ ເມເຢີ, ຜູ້ຕາງໜ້າ UNFPA.

 

 

ກອງປະຊຸມໃນມື້ນີ້ໄດ້ນຳສະເໜີພາບລວມຂອງບົດຮຽນ ໃນກິດຈະກຳເຕົ້າໂຮມກຸ່ມເດັກຍິງ - ນາງນ້ອຍ ທັງໝົດ 40 ບົດ; ນຳສະເໜີໂຄງສ້າງ ແລະ ວິທີການສອນໃນແຕ່ລະບົດຮຽນໃຫ້ແກ່ວິຊາການທີ່ເຂົ້າຮ່ວມ ແລະ ໃຫ້ບັນດາວິຊາການຂັ້ນສູງຈາກຈະແໜງການສຶກສາກວດສອບ 10 ບົດທຳອິດທີ່ໄດ້ມີຮູບແຕ້ມປະກອບຕາມແບບຂອງແຕ່ລະບົດ.

 

 

ສອບຖາມ ແລະ ຂໍ້ມູນເພີ່ມເຕີມທີ່:

ໄກອຳພອນ ສິງຫາລາດ

ອີເມວ: Singhalath@unfpa.org

ໂທ: 021 267 680, ມືຖື: 020 7777 6597