You are here

ສະມາຄົມນັກຜະດຸງຄັນແຫ່ງປະເທດລາວ ຮ່ວມມືກັບພະແນກສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ຈັດງານສະເຫຼີມສະຫຼອງ ເນື່ອງໃນໂອກາດວັນຜະດຸງຄັນສາກົນ ປະຈຳປີ 2020 ສະໜັບສະໜຸນໂດຍອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ (UNFPA)

 

ວັນທີ 5 ພຶດສະພາ ແມ່ນເປັນວັນຜະດຸງຄັນສາກົນ ເຊິ່ງນັກຜະດຸງຄັນທົ່ວໂລກກໍ່ໄດ້ມີການສະເຫຼີມສະຫຼອງເຖິງຜົນສຳເລັດແລະການມີສ່ວນຮ່ວມໃນການພັດທະນາວຽກງານສຸຂະພາບທາງເພດແລະຈະເລີນພັນ, ແມ່ຍິງ ແລະ ເດັກນ້ອຍເກີດໃໝ່. ຫົວຂໍ້ໃນງານນີ້ກໍຄືຜະດຸງຄັນ ປົກປ້ອງແມ່ແລະເດັກ ໃນໄລຍະ COVID-19 ລະບາດເຊິ່ງເປັນຈຸດໝຸ້ງໝາຍໃນການສ້າງຄວາມເປັນນ້ຳໜຶ່ງໃຈດຽວກັນໃນກຸ່ມນັກຜະດຸງຄັນ ໃນການປະເຊີນກັບການລະບາດຢ່າງຕໍ່ເນື່ອງຂອງ COVID -19 ເພື່ອປົກປັນຮັກສາສຸຂະພາບທາງເພດ ແລະ ຈະເລີນພັນແກ່ແມ່ຍິງ ພ້ອມກັນກັບສຸຂະພາບຂອງເດັກນ້ອຍ ທັ້ງໃນທົ່ວໂລກ ແລະ ໃນປະເທດລາວ.

 

 

ໃນປີນີ້ ກຸ່ມນັກຜະດຸງຄັນໃນ ສປປ ລາວ ໄດ້ເລືອກສະເຫຼີມສະຫຼອງໃນເດືອນກໍລະກົດ ວັນທີ 23 ທີ່ໂຮງໝໍແມ່ ແລະ ເດັກ ເຊິ່ງຈະເປີດໂອກາດໃຫ້ຜູ້ທີ່ຖືພາ ແລະ ຜູ້ຍິງທີ່ຢູ່ໃນໄວຈະເລີນພັນ ໄດ້ເຂົ້າຮ່ວມງານດ້ານສຸຂະສຶກສາ ເພື່ອຮັບຄວາມຮູ້ໃນການປ້ອງກັນພະຍາດ COVID -19 ທີ່ຖືກຕ້ອງ, ຄວາມສຳຄັນໃນການສືບຕໍ່ເຂົ້າຮັບບໍລິການສຸຂະພາບທີ່ຈຳເປັນ ນອກເໜືອຈາກບັນຫາສຸຂະພາບທີ່ກ່ຽວຂ້ອງກັບ COVID -19 ແລະຕອບໂຕ້ກັບຄວາມກັງວົນແລະຄວາມຢ້ານກົວຂອງແມ່ຍິງ ໃນເລື່ອງຄວາມສ່ຽງທີ່ກ່ຽວຂ້ອງກັບການຖືພາ ພ້ອມທັ້ງໃຫ້ຄວາມຮູ້ທີ່ຈຳເປັນເຊັ່ນການໃຫ້ນົມລູກ ແລະ ໂພຊະນາການໃນໄລຍະຖືພາ. ນອກຈາກທີ່ໄດ້ຮັບຂໍ້ມູນສຸຂະສຶກສາໃນຫົວຂໍ້ທີ່ສຳຄັນແລ້ວ ທາງແມ່ຍິງແລະຄອບຄົວສາມາດໂອ້ລົມກັບນັກຜະດຸງກັນເຖິງຄວາມກັງວົນເລື່ອງ COVID -19 ກັບການຖືພາແລະສຸຂະພາບໂດຍຮ່ວມ.

 

ໃນວັນທີ 24 ກໍລະກົດ ງານສະເຫຼີມສະຫຼອງຈະໄດ້ຈັດທີໂຮງແຮມດອນຈັນ ພາເລສ໌ ໂດຍມີຜູ້ເຂົ້າຮ່ວມງານທັ້ງໝົດ 70 ຄົນ ຮ່ວມມີນັກຜະດຸງຄັນຈາກແຂວງຕ່າງໆ, ອາຈານຜະດຸງຄັນ, ຜູ້ອອກນະໂຍບາຍ, ຜູ້ສະໜັບສະໜຸນ ແລະ ຜູ້ເຂົ້າຮ່ວມງານຜ່ານທາງຜ່ານທາງວີດິໂດອອນລາຍນ໌ ຊູມ (Zoom). ຮອງອຳນວຍການກະຊວງສາທາລະນະສຸກ ທ່ານ ດຣ. ບຸນແສງ ພູມມະໄລສິດ ໄດ້ກ່າວໄວ້ວ່າ ນັກຜະດຸງຄັນຖືເປັນນັກຮົບທີ່ນອກຈາກຈະມອບການດູແລທີ່ຈຳເປັນຕໍ່ແມ່ຍິງແລະເດັກເກີດໃໝ່ແລ້ວ ເຂົາເຈົ້າກໍ່ຍັງເປັນຜູ້ຊ່ວຍຫຼຸດຜ່ອນອັດຕາການຕາຍຂອງແມ່ນໃນປະເທດລາວ. ມື້ທີ່ສອງຂອງການສະເຫຼີມສະຫຼອງ ຈະໄດ້ມີການຈັດສະແດງແນວທາງປະຕິບັດທີ່ດີຂອງການຜະດຸງຄັນ ໃນໄລຍະຖືພາ, ການເກີດ ແລະຫຼັງເກີດ ຮ່ວມໄປເຖິງການດູແລເດັກເກີດໃໝ່ ເພື່ອປົກປ້ອງສຸຂະພາບຂອງແມ່ແລະເດັກ ພາຍໃຕ້ສະຖານະການດ້ານສຸຂະພາບ ໃນໄລຍະການແຜ່ລະບາດຂອງ COVID-19. ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ ຫຼື UNFPA ໄດ້ສືບຕໍ່ສ້າງຄວາມເຂັ້ມແຂງດ້ານຄວາມສາມາດຂອງສະມາຄົມນັກຜະດຸງຄັນ ຈາກການສະໜັບສະໜຸນທາງດ້ານວິຊາການ ໂດຍກອງທຶນນັກຜະດຸງຄັນລາວ ຈາກປະເທດການາດາເພື່ອສົ່ງເສີມນັກຜະດຸງຄັນທຸກຄົນໃນປະເທດລາວ. ຕອນນີ້ ນັກຜະດຸງຄັນປະຈຳທ້ອງຖິ່ນ ສາມາດນຳໃຊ້ເຄື່ອຂ່າຍຂອງສະມາຄົມເພື່ອສົ່ງເສີມການພັດທະນາອາຊີບ ແລະມີແຮງຊຸກຢູ້ໃນການປົກປ້ອງແມ່ຍິງ ແລະ ເດັກນ້ອຍ ໃນຂະນະທີ່ຕ້ອງພົບກັບຄວາມສ່ຽງໃນການຕິດຕໍ່ພະຍາດ COVID-19.

 

ນັກຜະດຸງຄັນຖືເປັນຈຸດໃຈກາງຂອງການສົ່ງຕໍ່ຄຸນນະພາບດ້ານການໃຫ້ບໍລິການສຸຂະພາບທາງເພດແລະຈະເລີນພັນ ແລະ ໃຫ້ໂອກາດແມ່ຍິງໃຫ້ມີຊີວິດທີ່ມີປະສິດຕິຜົນ ແລະ ສຸຂະພາບດີ. ນັກຜະດຸງຄັນມີບົດບາດສຳຄັນໃນການຮັບຮອງວ່າຜູ້ຍິງສາມາດບັນລຸເປົ້າໝາຍໃນສິດທິຂອງເຂົາເຈົ້າ. ເພື່ອໃຫ້ນັກຜະດຸງຄັນໄດ້ສືບຕໍ່ມອບການບໍລິການສຸຂະພາບທີ່ຈຳເປັນ ແລະ ຊ່ວຍຊີວິດຜູ້ຖືພາ ແລະ ເດັກເກີດໃໝ່ ທາງ UNFPA ຍັງໝຸ້ງໝັ້ນທີ່ຈະປົກປ້ອງ ແລະ ສົ່ງເສີມນັກຜະດຸງຄັນ ໃຫ້ເຂົາໄດ້ມອບການດູແລສຸຂະພາບຈະເລີນພັນ ແລະ ເດັກນ້ອຍທີ່ປອດໄພແລະມີປະສິດຕິພາບ ໃຫ້ແກ່ແມ່ຍິງແລະເດັກນ້ອຍ ພ້ອມກັບກັບການບຳລຸງຮັກສາແລະປົກປ້ອງລະບົບສຸຂະພາບ RMNACAH” ກ່າວໂດຍທ່ານ Victor Valdivieso, ຮອງຕາງໜ້າ UNFPA.

 

 

 

 

ໃນຊ່ວງການລະບາດຂອງ COVID-19 ຜູ້ຍິງຫຼາຍຄົນມີຄວາມກັງວົນຕໍ່ຄວາມສ່ຽງໃນການຕິດເຊື້ອ ເມື່ອໄປຮັບບໍລິການທີ່ສະຖານພະຍາບານ, ພ້ອມກັນນີ້ ຫຼາຍໆປະເທດ ຮ່ວມເຖິງປະເທດລາວກໍ່ໄດ້ປະສົບກັບຍອດເຂົ້າຮັບບໍລິການສຸຂະພາບທີ່ຫຼຸດລົງ ເຊິ່ງເປັນຂໍ້ກັງວົນຢ່າງຍິ່ງຕໍ່ການເພີ່ມຂຶ້ນຂອງອັດຕາການຕາຍແລະເຈັບປ່ວຍ ທີ່ບໍ່ໄດ້ກ່ຽວຂ້ອງກັບ COVID-19 ຮ່ວມໄປເຖິງການຕາຍຂອງແມ່ແລະເດັກ ຍ້ອນສາເຫດທີ່ສາມາດຫຼີກຫຼ່ຽງໄດ້

ວັນຜະດຸງຄັນສາກົນ ຖືເປັນໂອກາດທີ່ສຳຄັນຕໍ່ນັກຜະດຸງຄັນ ເພື່ອເນັ້ນຍ້ຳບົດບາດໃນການປົກປ້ອງແມ່ຍິງແລະເດັກນ້ອຍໃນຊ່ວງຂອງການແຜ່ລະບາດ. ນັກຜະດຸງຄັນທັ້ງໝົດຈະຕ້ອງໄດ້ຮັບອຸປະກອນປ້ອງກັນສ່ວນບຸກຄົນ ເພື່ອປົກປ້ອງຕົວເອງ ແລະ ແມ່ຍິງ ໃນລະຫວ່າງທີ່ໃຫ້ບໍລິການສຸຂະພາບ. ການລົງທຶນເພີ່ມເຕີມໃນການພັດທະນາຄວາມສາມາດດ້ານຜະດຸງຄັນເປັນສິ່ງທີ່ຈຳເປັນ ເພື່ອໃຫ້ແນ່ໃຈວ່າແມ່ຍິງແລະເດັກນ້ອຍທຸກຄົນສາມາດເຂົ້າຮັບການດູແລສຸຂະພາບທີ່ຈຳເປັນ ໃນດ້ານສຸຂະພາບຈະເລີນພັນ, ແມ່ ແລະ ເດັກ.

 

ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ Siriphone Sakulku

ເບີໂທລະສັບ: 020 22887631 ອີເມວ: ssakulku@unfpa.org

 

###

ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໂດຍມີເປົ້າໝາຍເພື່ອ ບັນລຸໃຫ້ອັດຕາການຕາຍຂອງແມ່ເປັນສູນ, ໃຫ້ອັດຕາຂາດການຄຸມກຳເນີດເປັນສູນ ແລະ ຫຼຸດຄວາມຮຸນແຮງທາງເພດ ແລະ ພຶດຕິກຳທີ່ເປັນອັນຕະລາຍ ເປັນສູນ ໃນແມ່ຍິງ ແລະ ເດັກຍິງ.