You are here

ທີ່ນະຄອນຫຼວງວຽງຈັນ, 15 ກໍລະກົດ 2021 - ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 66 ປີ (1955-2021), ທາງສະຫະພັນແມ່ຍິງລາວແລະອົງການກາແດງລາວໄດ້ຮ່ວມກັນຈັດງານບໍລິຈາກເລືອດທີ່ ສູນການຄ້າ ລາວ-ໄອເຕັກ, ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA).

 

ເພື່ອຍົກສູງເຖິງຄວາມສຳຄັນຂອງວັນດັ່ງກ່າວ, ພາຍໃຕ້ຫົວຂໍ້ 66ປີ ແຫ່ງໄຊຊະນະ, ມາຮ່ວມແຮງຮ່ວມໃຈກັນບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ແລະ ຕໍ່ສູ້ກັບພະຍາດ ໂຄວິດ-19”. ພາຍໃນງານ ເລືອດຈຳນວນ 266ຖົງ  ໄດ້ຖືກບໍລິຈາກໃຫ້ກັບກາແດງລາວ ແລະ  ເພື່ອຮັບປະກັນວ່າທະນາຄານເລືອດແຫ່ງຊາດ ສາມາດສະໜອງເລືອດ ເພື່ອຊ່ວຍຊີວິດຄົນ ໄດ້ຢ່າງພຽງພໍ. ງານດັ່ງກ່າວໄດ້ຮັບກຽດເປັນປະທານໂດຍ ທ່ານ ຮສ ດຣ ພູທອນ ເມືອງປາກ, ປະທານອົງການກາແດງລາວ ແລະ ທ່ານ ນາງ ສິຣິກິດ ບຸບຜາ, ຮອງປະທານສະຫະພັນແມ່ຍິງລາວ, ແລະ ຮ່ວມເປັນປະທານໂດຍ ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA).

 

ໃນພິທີເປີດງານ, ທ່ານ ນາງ ສິລິກິດ ບຸບຜາ, ຮອງປະທານສູນກາງສະຫະພັນແມ່ຍີງລາວ ໄດ້ກ່າວວ່າ: ການບໍລິຈາກເລືອດແມ່ນຈັດຂື້ນ ວັນສ້າງຕັ້ສະຫະພັນແມ່ຍິງລາວ ແລະສະໜັບສະໜູນ ວຽກງານມະນຸດສະທຳ ໃນການຊ່ວຍຊີວິດຂອງຄົນ,ໂດຍສະເພາະແມ່ນແມ່ຍິງ. ການບໍລິຈາກເລືອດສາມາດປະກອບສ່ວນຫຼຸດຜ່ອນອັດຕາການຕາຍຂອງແມ່ແລະເດັກໃນສປປລາວ.ການຕາຍຂອງແມ່ແມ່ນສູງໃນບັນດາແມ່ຍິງຖືພາທີ່ມີອາການແຊກຊ້ອນແລະມີເລືອດອອກຫຼາຍ, ສະນັ້ນການມີເລືອດທີ່ພຽງພໍມີຄວາມ ສຳຄັນຫຼາຍທີ່ຈະຊ່ວຍຊີວິດພວກເຂົາ.”

 

ທ່ານ ຮສ ດຣ ພູທອນ ເມືອງປາກ, ປະທານອົງການກາແດງລາວ ໄດ້ກ່າວວ່າ: ເພື່ອໃຫ້ມີການບໍລິຈາກເລືອດຢ່າງສະໝໍ່າສະເໝີ ແລະປອດໄພທັງຜູ້ໃຫ້ ແລະຜູ້ຮັບນັ້ນ,ສູນກາງສະຫະພັນແມ່ຍິງລາວ,ອົງການກາແດງ, ສູນເລືອດແຫ່ງຊາດ ແລະ ກະຊວງສາທາລະນະສຸກ ພ້ອມທັງ ອົງການຈັດຕັ້ງມະຫາຊົນ, ໄດ້ດຳເນີນການກຽມຄວາມພ້ອມໃນການວາງໂຄງສ້າງການຮັບບໍລິຈາກເລືອດ ທີ່ຈະເພີ່ມຫຼາຍຂື້ນຈາກຜູ້ບໍລິຈາກເລືອດແບບສະໝັກໃຈ, ການບໍລິຫານຈັດການດ້ານສຸຂະພາບຂອງຜູ້ບໍລິຈາກເລືອດ ເພື່ອໃຫ້ມີຄຸນະພາບດ້ານການບໍລິການໃຫ້ແກ່ຜູ້ບໍລິຈາກເລືອດ.

 

ທ່ານ ນາງ ມາຣຽມ ຄານ ໄດ້ກ່າວວ່າ UNFPA ແລະ ສະຫະພັນແມ່ຍິງລາວ ໄດ້ເສີມສ້າງມິດຕະພາບການຮ່ວມມືມາຫຼາຍກວ່າສິບປີ, ຂ້າພະເຈົ້າ ສາມາດກ່າວໄດ້ຢ່າງພູມໃຈວ່າ ທາງສະຫະພັນແມ່ຍິງລາວແມ່ນໜຶ່ງໃນຄູ່ຮ່ວມລົງມືທີ່ສຳຄັນທີ່ສຸດຂອງພວກເຮົາ. ອົງການ UNFPA ແລະ ສະຫະພັນແມ່ຍິງລາວ ໄດ້ເປັນຄູ່ຮ່ວມມືທີ່ດີມາຫຼາຍກວ່າສິບປີ, ໄດ້ຮ່ວມມືກັນເຮັດວຽກງານໃນການປົກປ້ອງຊີວິດຂອງແມ່ຍິງ ແລະ ເດັກຍິງ ແລະ ໄດ້ໃຫ້ການຊ່ວຍເຫຼືອຕໍ່ຜູ້ທີ່ປະສົບໄພຈາກຄວາມຮຸນແຮງທາງເພດ, ໂດຍສະເພາະຜູ້ທີ່ຢູ່ໃນກຸ່ມສ່ຽງທີ່ສຸດ. ໃນປີທີ່ຜ່ານມາ, ທາງສະຫະພັນແມ່ຍິງລາວ ແລະ ອົງການ UNFPA ໄດ້ບັນລຸເປົ້າໝາຍທີ່ວາງໄວ້ຫຼາຍຢ່າງ, ເຊັ່ນ ການຈັດຕັ້ງສູນການໃຫ້ຄວາມຊ່ວຍເຫຼືອ ແລະ ສາຍດ່ວນໃຫ້ການຊ່ວຍເຫຼືອ 24/7 ເຊິ່ງມີໄວ້ໃຫ້ຄຳແນະນຳການຊ່ວຍເຫຼືອ ຕໍ່ຜູ້ປະສົບໄພອັນຕະລາຍຈາກຄວາມຮຸນແຮງທາງເພດ ແລະ ຕໍ່ຜູ້ມີຄວາມສ່ຽງຕໍ່ບັນຫາດັ່ງກ່າວອີກດ້ວຍ .

 

ທ່ານ ນາງ ຄານ ໄດ້ຍ້ຳເຖິງຄວາມສຳຄັນຂອງການບໍລິຈາກເລືອດ ໃນການຊ່ວຍຊີວິດແມ່ຍິງແລະເດັກຍິງ. ງານບໍລິຈາກເລືອດຄັ້ງນີ້ທີ່ໄດ້ຈັດຂຶ້ນໂດຍ ສະຫະພັນແມ່ຍິງລາວ ແມ່ນເປັນແບບຢ່າງທີ່ຫນ້າຊົມເຊີຍໃນການປັບຕົວແລະຄິດຫາວິທີແກ້ໄຂແບບໃໝ່, ພ້ອມກັນນັ້ນຍັງເປັນແບບຢ່າງທີ່ພົ້ນເດັ່ນໃນການຮັບປະກັນການສືບຕໍ່ແນວທາງການໃຫ້ບໍລິການທາງດ້ານສຸຂະພາບໃນຊ່ວງການລະບາດຂອງພະຍາດ ໂຄວິດ-19. ການມີເລືອດທີ່ພຽງພໍ ສາມາດຊ່ວຍແກ້ໄຂໂລກເລືອດຈາງ, ແລະຫຼຸດຜ່ອນການຕາຍຂອງແມ່ ໂດຍສະເພາະ ໃນກໍລະນີທີ່ມີໃນເວລາທີ່ມີອາການແຊກຊ້ອນໃນເວລາເກີດລູກ ຊີວິດຂອງແມ່ຈະລອດແມ່ນຂຶ້ນກັບການສະໜອງເລືອດທີ່ພຽງພໍ ” ທ່ານ ນາງ ຄານ ໄດ້ກ່າວ.

 

ສະຫະພັນແມ່ຍິງລາວ, ແມ່ນໜຶ່ງໃນຄູ່ຮ່ວມມືຂອງອົງການສະຫະປະຊາຊາດ ກອງທຶນເພື່ອປະຊາກອນ, ໄດ້ຮ່ວມງານກັນເພື່ອສົ່ງເສີມສິດທິແມ່ຍິງ ແລະ ຄວາມເທົ່າທຽມທາງເພດ ເພື່ອບັນລຸເປົ້າໝາຍ CEDAW and ICPD. ບັນດາຄູ່ຮ່ວມພັດທະນາ ໄດ້ແກ່ KOICA, DFAT, SDC, UK ໄດ້ສະໜັບສະໜູນການແຊກແຊງຕ່າງໆເພື່ອປົກປ້ອງ, ແລະສົ່ງເສີມສິດທິຂອງແມ່ຍິງແລະເດັກຍິງໃນທົ່ວປະປະເທດ.

 

 

 

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

 

ທ່ານ ນາງ ສີສຸວັນ ວໍລະບຸດ 

ຜູ້ຮັບຜິດຊອບແຜນງານ ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ

ອີເມວ:vorabouth@unfpa.org