You are here

ທີ່ ໄນໂຣບີ, ທີ 13 ພະຈິກ 2019. ຄະນະຜູ້ແທນຂອງ ສປປລາວ ກ່າວຄຳໝາຍໝັ້ນ ຕໍ່ການເລັ່ງລັດການຈັດຕັ້ງປະຕິບັດແຜນປະຕິບັດງານ ຂອງກອງປະຊາສາກົນວ່າດ້ວຍ ປະຊາກອນ ແລະ ການພັດທະນາ (PoA, ICPD) ແລະ ວາລະການພັດທະນາແບບຍືນຍົງຮອດປີ 2030 ທີ່ ກອງປະຊຸມສາກົນໄນໂຣບີ ( Nairobi Summit on ICPD25).

ໃນລະຫວ່າງ ວັນທີ 12-14 ພະຈິກ 2019,  ລັດຖະບານປະເທດເຄນຢ້າ ແລະ ເດນມາກ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ໄດ້ຮ່ວມກັນ ຈັດກອງປະຊຸມສາກົນໄນໂຣບີ ວ່າດ້ວຍປະຊາກອນ ແລະ ການພັດທະນາ ຄົບຮອບ 25 ປີ ຂື້ນ (Nairobi Summit on ICPD25). ຖືວ່າເປັນກອງປະຊຸມລະດັບສູງ ເພື່ອໃຫ້ຄຳ    ໝາຍໝັ້ນທາງດ້ານງົບປະມານ ກໍ່ຄືດ້ານການເມືອງ ເພື່ອເຮັດໃຫ້ແຜນດຳເນີນງານ ຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາໄດ້ມີຄວາມຄືບໜ້າ. ເຊິ່ງບັນດາຄຳໝາຍໝັ້ນເຫຼົ່ານັ້ນ ຈະເປັນຈຸດໃຈກາງ ເພື່ອໃຫ້ບັນລຸ3ເປົ້າໝາຍໃຫ່ຍ ຄື: ຄວາມຕ້ອງການຢາກນຳໃຊ້ການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນສູນ, ການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເຫຼືອສູນ, ແລະ ການປະຕິບັດທີ່ເປັນອັນຕະລາຍຕໍ່ແມ່ຍິງ ແລະ ເດັກຍິງ  ແລະ ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດໃຫ້ເປັນສູນ.

ເຂົ້າຮ່ວມກອງມີບັນດາຜູ້ແທນຫຼາຍກວ່າ 6000 ຄົນ ຈາກ 160 ປະເທດທົ່ວໂລກ ທີ່ໃຫ້ຄຳໝາຍໝັ້ນໃນການເລັ່ງລັດຈັດຕັ້ງປະຕິບັດພາລະກິດທີ່ຍັງຄົງຄ້າງ ທີ່ໄດ້ວາງໄວ້ຄົບຮອບ25ປີ ໃນກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ(ICPD).  ໃນປີ 1994, ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ ໄດ້ເປັນເອກະພາບກັນໃນລະດັບສາກົນ ເພື່ອຖືເອົາກຽດສັກສີ ແລະ ສິດທິຂອງນິຕິບຸກຄົນ ໃຫ້ເປັນໝາກຫົວໃຈຂອງການພັດທະນາ ເຊິ່ງລວມທັງ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ຫົວໜ້າປະມຸກລັດ, ພະນັກງານອາວຸໂສ, ສະມາຊິກສະພາ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງບໍ່ສັງກັດລັດຖະບານ, ແລະ ອົງການຈັດຕັ້ງທາງສັງຄົມ ແລະ ໄວໜຸ່ມ ໄດ້ເຂົ້າຮ່ວມກອງປະຊຸມສາກົນໄນໂຮບີ ເພື່ອຮ່ວມສະເຫຼີມສະຫຼອງ ຕໍ່ບັນດາຜົນສຳເລັດທີ່ຍາດມາໄດ້ ແລະ ໃຫ້ຄຳໝາຍໝັ້ນຄືນໃໝ່ເພື່ອເລັ່ງລັດໃນການປະກອບສ່ວນຕໍ່ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ກາພັດທະນາ (ICPD).

 

ຕາງໜ້າ ສປປລາວ ມີ ທ່ານ ນາງ ບົວຈັນ ສີຫານາດ, ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ປະຊາກອນ ແລະ ການພັດທະນາ ເຊິ່ງໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າທີ່ໄດ້ບັນລຸ ພິເສດແມ່ນ ການສ້າງພື້ນຖານໂຄງຮ່າງ ແລະ ການປົກປ້ອງສິດທິຂອງແມ່ຍິງ ແລະ ເດັກຍິງ ນັບແຕ່ມື້ຮັບຮອງເອົາແຜນດຳເນີນງານຂອງກອງປະຊຸມ ສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ, ພ້ອມຍັງເຫັນໄດ້ເຖິງບັນຫາ ແລະ ສິ່ງທ້າທາຍທີ່ຍັງຄົງຄ້າງທີ່ຕ້ອງໄດ້ເອົາໃນໃສ່ ແລະຈັດຕັ້ງປະຕິບັດ.

ຈຸດປະສົງ ແລະ ເປົ້າໝາຍຫຼັກ ຂອງແຜນປະຕິບັດງານຂອງກອງປະຊຸມສາກົນວ່າດ້ວຍ ປະຊາກອນ ແລະ ການພັດທະນາ (ICPD PoA) ແມ່ນເພື່ອຮຽກຮ້ອງໃຫ້ບັນດາປະເທດຕ່າງໆ ທີ່ເປັນລັດພາຄີ ໃນທົວໂລກ ເອົາໃຈໃສ່ ແກ້ໄຂກ່ຽວກັບບັນຫາ ສິດທິຂອງແມ່ຍີງ, ສຸຂະພາບຈະເລີນພັນຂອງແມ່ຍິງ, ຫລຸດຜ່ອນ ອັດຕາການຕາຍຂອງແມ່ ແລະເດັກ, ຮັບປະກັນການເຂົ້າເຖີງການສຶກສາ, ຊຶ່ງຮຽກຮ້ອງໃຫ້ທຸກຄົນສາມາດເຂົ້າຂໍ້ມູນຂ່າວສານ ແລະ ເຖິງການບໍລິການທາງດ້ານສຸຂະພາບຈະເລີນພັນ ລວມທັງການວາງແຜນຄອບຄົວ ແບບສະໝັກໃຈ, ການຖືພາ ແລະ ການບໍລິການ ແລະ ຂໍ້ມູນຂ່າວສານໃຫ້ແກ່ຊາວໜຸ່ມ, ການປ້ອງກັນ ແລະ ປິ່ນປົວພະຍາດຕິດຕໍ່ທາງເພດສຳພັນ ລວມທັງພະຍາດເອດ.

ໃນໂອກາດເຂົ້າຮ່ວມກອງປະຊູມໃນຄັ້ງນີ້, ທ່ານ ນາງ ບົວຈັນ ສີຫານາດ ກໍ່ໄດ້ຂື້ນປະກອບຄໍາເຫັນຕໍ່ກອງປະຊຸມ ໂດຍມີເນື້ອໃນບາງຕອນ ທ່ານໄດ້ ຍົກໃຫ້ເຫັນເຖີງຄວາມພະຍາຍາມ ແລະ ຜົນສຳເລັດທີ່ຍາດມາໄດ້ໃນການຈັດຕັ້ງປະຕີບັດວຽກງານດັ່ງກ່າວຢູ່ ສປປ ລາວ, ໂດຍສະເພາະລັດຖະບານລາວ ໄດ້ເຊື່ອມສານເອົາແຜນປະຕິບັດງານ ຂອງກອງປະຊຸມສາກົນວ່າດ້ວຍ ປະຊາກອນ ແລະ ການພັດທະນາ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ແລະ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນງານດັ່ງກ່າວ ໄດ້ຮັບຜົນສຳເລັດເປັນກ້າວໆມາ.

ຍີ່ງໄປກວ່ານັ້ນ, ເພື່ອຮັບປະກັນຄວາມຄືບໜ້າ ແລະ ຜົນສຳເລັດທີ່ດີ ໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ຂອງກອງປະຊຸມສາກົນວ່າດ້ວຍ ປະຊາກອນ ແລະ ການພັດທະນາ ໃນຊຸມປີຕໍ່ໜ້າ ລັດຖະບານລາວຈະສືບຕໍ່:

  • ເຊື່ອມສານວຽກງານປະຊາກອນ ເຂົ້່າໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025)  ລວມທັງແຜນຂອງຂະແໜງການ ແລະ ທ້ອງຖິ່ນ;
  • ໃນປີ 2030 ຈະໃຫ້ບັນລຸໄດ້: 1/. ລຶບລ້າງອັດຕາສ່ວນການຕາຍຂອງແມ່; 2/. ລຶບລ້າງການແຕ່ງງານກ່ອນໄວອັນຄວນຂອງຊາວໜຸ່ມຍິງ ແລະ ສົ່ງເສີມການເຂົ້າເຖິງການວາງແຜນຄອບຄົວ; 3/. ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ; 4/. ເຊື່ອມສານ ວິຊາ​ເພດສຶກສາ ເຂົ້າໃນຫຼັກສູດການຮຽນການສອນ ໃນຂອບຂອບທົ່ວປະເທດ;
  • ຮັບຮອງ ແລະ ຈັດຕັ້ງປະຕິບັດ ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ພັດທະນາ; ນະໂຍບາຍແຫ່ງຊາດກ່ຽວກັບຊາວໜຸ່ມ-ເຍົາວະຊົນ ແລະ ກົດໝາຍຊາຍໜຸ່ມ-ເຍົາວະຊົນ, ກົດໝາຍ ທີ່ພົວພັນເຖິງການສົ່ງເສີມຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ;
  • ເພີ່ມການລົງທຶນເຂົ້າໃສ່ ຊາວໜຸ່ມ ໂດຍສະເພາະແມ່ນ ຊາວໜຸ່ມຍິງ ໂດຍຜ່ານ ແຜນງານ ນາງ ນອ້ຍ.

ນອກຈາກນີ້ ທ່ານ ນາງ ບົວຈັນ ສີຫານາດ ຍັງໄດ້ເນັ້ນໜັກຕື່ມວ່າ:​ ລັດຖະບານລາວ ຈະສືບຕໍ່ຮ່ວມມືກັບ ຄູ່ຮ່ວມພັດທະນາຕ່າງໆ ລວມທັງ ພາກເອກະຊົນ, ອົງການຈັດຕັ້ງຕ່າງໆ ແລະ ນຳໃຊ້ທ່າແຮງພາຍໃນ ໃນການຈັດຕັ້ງປະຕິບັດ ແຜນປະຕິບັດງານ ຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD PoA)  ແລະ ວາລະການພັດທະນາປີ 2030 ໃຫ້ສຳເລັດ. ນອກຈາກນີ້ ສປປ ລາວ ກໍ່ສະໜັບສະໜູນ ບົດຖະແຫຼງການຂອງກອງປະຊຸມ ໄນໂຣບີ ເພື່ອເລັ່ງລັດການຈັດຕັ້ງປະຕີບັດໃຫ້ສໍຳເລັດຄຳໝາຍໝັ້ນຂອງ ເຜນປະຕິບັດງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD PoA).

ຄະນະຜູ້ແທນລາວ ໄດ້ຮັບຜົນສໍາເລັດອັນຈົບງາມຕະຫຼອດໄລຍະຂອງການເຂົ້າຮ່ວມກອງປະຊູມດັ່ງກ່າວ ໂດຍໄດ້ປະກອບສ່ວນຢ່າງຫ້າວຫັນໃນການແລກປ່ຽນປະສົບການອັນດີກັບບັນດາປະເທດອື່ນໆໃນຫົວຕ່າງໆເຊັ່ນ:  ຫົວຂໍ້ ການສົ່ງເສີມການປະກອບສ່ວນແລະ ມີສ່ວນຮວມຂອງແມ່ຍີງ ໃນວຽກງານນຳພາ;​ ການສົ່ງເສີມບົດບາດຍີງຊາຍ ແລະການລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍີງ ແລະເດັກນ້ອຍ. ການເຂົ້າຮ່ວມກອງປະຊຸມດັ່ງກ່າວ ໄດ້ຍົກສູງຖານະ ແລະ ບົດບາດຂອງ ສປປ ລາວ ໃນເວທີສາກົນ ໂດຍສະເພາະຫົວໜ້າຄະນະຜູ້ແທນລາວ ໄດ້ຮັບການເຊື້ອເຊີນເຂົ້າຮ່ວມປະກອບຄຳເຫັນໃນກອງປະຊູມປິ່ນອ້ອມຕ່າງໆ ແລະ ໄດ້ເຂົ້າຮ່ວມພົບປະສອງຝ່າຍກັບ ທ່ານ ນາງ ລາວຣາ ລອນແດນ (Laura Londen) ຮອງຜູ້ອໍານວຍການໃຫ່ຍຂອງອົງການ UNFPA ອີກດ້ວຍ.

ທ່ານ ນາງ ມາລຽມ ຄານ ຜູ້ຕາງໜ້າອົງການ ສປຊ ກອງທຶນສຳລັບປະຊາກອນ (UNFPA) ປະຈຳ ສປປ ລາວ ສະແດງຄວາມດີໃຈ ຕໍ່ ສປປລາວ ທີ່ໃຫ້ຄຳໝາຍໝັ້ນ ເພື່ອເລັ່ງລັດການຈັດຕັ້ງປະຕິບັດ ແຜນດຳເນີນງານ ຕາມກອບເວລາຂອງວາລະການພັດທະນາແບບຍືນຍົງ (SDGs). ເຊິ່ງໄດ້ກ່າວບາງຕອນ “ ການນຳໃຊ້ແຜນດຳເນີນງານສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາທີ່ຖືເອົາປະຊາກອນເປັນສູນກາງ, ອົງການ ສປຊ ກອງທຶນສຳລັບປະຊາກອນ ຈະສືບຕໍ່ສະໜັບສະໜູນ ສປປລາວ ພິເສດ ແມ່ນປະຊາກອນທີ່ມີຄວາມສ່ຽງ ເຊິ່ງລວມທັງເດັກຍິງ ແລະ ເດັກຊາຍ ເພື່ອຮັບປະກັນວ່າ ຈະບໍ່ປ່ອຍປະຜູ້ໃດໄວ້ຂ້າງຫຼັງ.

--------------------------------------------------------------------------------------------------------------

ຂໍ້ມູນເພີມເຕີມ;
ທ່ານ ສີສົມພອນ ເພັດດາວເຮືອງ ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງແຜນການ ແລະການລົງທືນ                   

ອີເມວ: Sysomphorn.dic@gmail.com ໂທ: 020-28037206

ນາງ ມີຈຸງ ຄິມ, ຜູ້ຊ່ວຍວຽກໄວໜຸ່ມ ແລະ ການຕິມຕໍ່ສື່ສານ, ອົງການ ສປຊ ກອງທຶນສຳລັບປະຊາກອນ

ອີເມວ: mijung@unfpa.org / ໂທ: 021-267680