You are here

ນະຄອນຫຼວງວຽງຈັນ, ລາວ, 14 ສິງຫາ 2020 - ການສະເຫຼີມສະຫຼອງວັນໄວໜຸ່ມສາກົນປີນີ້ (IYD) ໄດ້ຈັດຂຶ້ນໂດຍການປະສານງານຂອງ ສູກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ການສະໜັບສະໜູນໂດຍ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA). ໃນປີນີ້ ການຈັດງານດັ່ງກ່າວໄດ້ດຳເນີນທ່າມກາງການແພ່ລະບາດຂອງພະຍາດ ໂຄວິດ-19 ເຊິ່ງໄດ້ສຸມໃສ່ບັນຫາກ່ຽວກັບການສຶກສາ ແລະ ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມແລະ ໂດຍໄວໜຸ່ມເອງ ເພື່ອໃຫ້ເຂົາເຈົ້າມີຄວາມອາດສາມາດໃນການປະກອບສ່ວນສ້າງຄວາມປ່ຽນແປງເພື່ອການພັດທະນາໃນຊຸມຊົນ.

 

ຫົວຂໍ້ປະຈຳປີນີ້ແມ່ນ ພັນທະຂອງຊາວໜຸ່ມ ຕໍ່ການພັດທະນາປະເທດ ກັບການເຊື່ອມໂຍງສາກົນເຊິ່ງໄດ້ສະທ້ອນໃຫ້ເຫັນເຖິງຄວາມສຳຄັນອງການມີສ່ວນຮ່ວມຂອງໄວໜຸ່ມເຂົ້າໃນວຽກງານການພັດທະນາໃນລະດັບຊຸມຊົນ, ຄຽງຄູ່ກັບລະດັບຊາດ ແລະລະດັບສາກົນ ເພື່ອເສີມຂະຫຍາຍຂະບວນການ ຮ່ວມມືກັບຫຼາຍພາກສວ່ນໃນໂລກ. ຜູ້ເຂົ້າຮ່ວມໃນງານ ໄດ້ຮ່ວມສະເໜີທັດສະນະກ່ຽວກັບການຍົກສູງບົດບາດແລະ ການມີສ່ວນຮ່ວມຂອງໄວໜຸ່ມເຂົ້ໃນວຽກງານການພັດທະນາ ໂດຍສະເພາະແມ່ນການປະຕິບັດການຂອງອົງການສາກົນ ເນື່ອງຈາກໄວໜຸ່ມມີທ່າກ້າວທີ່ຈະສາມາດຮ່ວມສ້າງຄວາມປ່ຽນແປງໃນສັງຄົມໄດ້ຢ່າງມີປະສິດທິພາບ ເປັນຕົ້ນແມ່ນການປະກອບສ່ວນຮັບມືຕໍ່ກັບການແພ່ລະບາດຂອງພະຍາດໂຕວິດ-19.

 

 “ໃນ ລາວ, ປະຈຸບັນໄວໜຸ່ມ ແລະ ຄົນໜຸ່ມ ໃນເກນອາຍຸ 15-35 ປິ ເຊິ່ງກວເອົາ 62% ອງປະຊາກອນລາວທັງໝົດໃນທົ່ວປະເທດ, ເຊິ່ງເປັນກຳລັງຕົ້ນຕໍໃນການສ້າງສາພັດທະນາປະເທດຊາດ.” ກ່າວໂດຍ ທ່ານ ອາລຸນໄຊ ສູນນະລາດ, ປະທານຄະນະບໍລິຫານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (LYU). ທ່ານອາລຸນໄຊ ໄດ້ສະເໜີກ່ຽວກັບ 5 ວຽກງານຈຸດສຸມ ປະກອບມີ ວຽກງານສາທາລະນະ ສຸກ, ການສຶກສາ, ການຈັດຫາງານ, ການມີສ່ວນຮ່ວມ ແລະ ການປົກປ້ອງ ເຊິ່ງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້ສະເໜີໃຫ້ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (2021-2025) ແລະ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030.

 

ການແພ່ລະບາດອງພະຍາດໂຄວິດ-19 ໃນຄັ້ງນີ້ ໄດ້ສົ່ງຜົນກະທົບຕໍ່ກັບຊີວິດການເປັນຢູ່ຂອງໄວໜຸ່ມຢ່າງຫຼີກລ່ຽງບໍ່ໄດ້ ລວມທັງບັນຫາກ່ຽວກັບ ສຸຂະພາບ, ສິດທິ ແລະ ໂອກາດ. ພວກເຂົາສູນເສຍໂອກາດທີ່ໄດ້ຮັບການຈ້າງງານ, ການສຶກສາ ແລະ ການເຂົ້າເຖິງບໍລິການທີ່ຈຳເປັນຕ່າງ ເປັນຕົ້ນແມ່ນ ການບໍລິການທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ຍິງ ແລະ ໄວໜຸ່ມຍິງ ຍັງຖືວ່າເປັນກຸ່ມສ່ຽງສົມຄວນ, ​ຈາກການຄາດຄະເນຂອງ UNFPA, ເນື່ອງຈາກຜົນກະທົບຂອງການແພ່ລະບາດຂອພະຍາດດັ່ງກ່າວນີ້ ອາດເຮັດໃຫ້ອັດຕາຂອງການຖືພາທີ່ບໍ່ໄດ້ຕັ້ງໃຈຂອງແມ່ຍິງ ແລະ ເດັກຍິງລາວໃນຂອບເຂດທົ່ວປະເທດຈາກແຕ່ເດີມ 286,000 ເພີ່ມຂຶ້ນລະຫວ່າງ 44,000 ຫາ 68,000 ກໍລະນີ. ນອກຈາກນີ້, ມັນອາດສົ່ງຜົນໃຫ້ອັດຕາການຕາຍອງແມ່ເພີ່ມຂຶ້ນອີກດ້ວຍ ເຊິ່ງ 38% ຂອງອັດຕາການຕາຍອງແມ່ແມ່ນກວມໃນກຸ່ມໄວໜຸ່ມຍິງ ແລະ ອັດຕາການອອກໂຮງຮຽນກໍອາດຈະເພີ່ມຂຶ້ນ 5%.

 

ໄວໜຸ່ມທີ່ມີຄວາມຫ້າວຫັນໃນການມີສ່ວນຮ່ວມໃນສັງຄົມ ຈະຕັດສິນໃຈເລືອກແນວທາງການ​​ດຳລົງຊີວິດບົນພື້ນຖານຄວາມສະໝັກໃຈ ແລະ ຜົນປະໂຫຍດຕໍ່ຕົນເອງ ແລະ ເພື່ອສັງຄົມໃນຂະນະດຽວກັນ.ກ່າວໂດຍ ທ່ານນາງ Mariam A. Khan ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ.

 

ພາຍໃນງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ ໃນຄັ້ງນີ້, ໄດ້ປະກາດລາຍຊື່ຜູ່ທີ່ຊະນະການແຂ່ງຂັນສ້າງຣິບວິດີໂອ, ມີການແລກປ່ຽນສົນທະນາ ແລະ ສະແດງຄວາມເຫັນຂອງບັນດາຊາວໜຸ່ມຜູ້ທີ່ມາຈາກຫຼາຍພື້ນຖານທີ່ແຕກຕ່າງກັນ ເຊິ່ງເປັນຕົວແທນໃຫ້ແກ່ກຸ່ມໄວໜຸ່ມສ່ຽງໃນຮູບແບບຕ່າງໆ. ໃນນັ້ນ, ໄວໜຸ່ມໄດ້ເວົ້າເຖິງແຮງບັນດານໃຈ ແລະ ຄວາມຝັນ, ຄວາມທ້າທາຍ ແລະ ຄວາມມຸ່ງຫວັງ ທີ່ຈະຮ່ວມສ້າງຄວາມປ່ຽນແປງໃນສັງຄົມລາວ.

 

ດານິເອນ ມຸກແສງຕາວັນ ອາຍຸ 19 ປີ, ນັກສຶກສາວິທະຍາໄລ ສັບພະວິຊາ ຜູ້ທີ່ຈະເປັນ ຊ່າງແປງລົດຈັກ ໃນອະນາຄົດ ໄດ້ກ່າວໄວ້ວ່າມີຫຼາຍຄົນບໍ່ນິຍົມອາຊີບນີ້, ແຕ່ຂ້ອຍມັກ ແລະ ມີຄວາມສຸກກັບມັນຫຼາຍ. ຂ້ອຍຕັດສິນໃຈເລືອກຮຽນວິຊານີ້ ດ້ວຍຕົວຂອງຂ້ອຍເອງ ແລະ ທີ່ສຳຄັນແມ່ນອຍສາມາດລ້ຽງຊີບຈາກວິຊານີ້ໄດ້”.

ຍອງຄຳ ວິພູຄຳ ອາຍຸ 20 ປີ, ປະກອບອາຊີບເປັນອາຈານສອນວິຊາຕັດຫຍິບ ທີ່ ສູນວິຊາຊີບ ຂອງສູນກາງຊາວໜຸ່ມ, ນາງໄດ້ກ່າວວ່າໂອກາດຍ່ອມມີຢູ່ຕະຫຼອດ, ຈົ່ງຢ່າຍອມແພ້”.

 

ຂໍ້ມູນເພີ່ມເຕີມຕິດຕໍ່:

ທ່ານ ສີວົງໄຊ ຈັງປິຕິກຸນ,  ຜູ້ຮັບຜິດຊອບແຜນງານ ເຍົາວະຊົນ ແລະ ໄວໜຸ່ມ ປະຈຳ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ.

ໂທລະສັບ: 021 267 769

ມືຖື: 020 5562 8745

Email: changpitikoun@unfpa.org

 

************

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການ, ທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໂດຍສະເພາະ ສຸຂະພາບຂອງແມ່, ໃນຫຼາຍກວ່າ 150 ປະເທດ, ລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກ, ແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.