You are here

ໃນວັນສຸຂະພາບໂລກນີ້, ພວກເຮົາຂໍຈາລຶກເອົາປີນີ້ເປັນປີທຳອິດຂອງ ຂອງພະຍາບານ ແລະ ຜະດຸງຄັນສາກົນ. ຜະດຸງຄັນແມ່ນເປັນຈຸດໃຈກາງຂອງທຸກວຽກງານທີ່ໄດ້ປະຕິບັດຂອງອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA), ເຊິ່ງເປັນອົງການສະຫະປະຊາຊາດ ທີ່ຖືໄດ້ວ່າເປັນອົງການແຫ່ງ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ທັກສະການຊ່ວຍຊີວິດຂອງຜະດຸງຄັນນັ້ນແມ່ນຫຼາຍກວ່າການຊ່ວຍເກີດລູກ, ຜະດຸງຄັນຍັງໄດ້ເຮັດໜ້າທີ່ສິດສອນ, ສ້າງຄວາມເຂັ້ມແຂງ ແລະ ສົ່ງເສີມໃຫ້ແມ່ຍິງມີສຸຂະພາບຊີວິດທີ່ດີ ແລະ ສົ່ງເສີມການນຳໃຊ້ສິດຂອງພວກເຂົາໃນການເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ.

ໃນໄລຍະການແຜ່ລະບາດຂອງເຊື້ອພະຍາດ COVID-19 ໃນປະຈຸບັນ, ເຊິ່ງໄດ້ເຮັດໃຫ້ຫຼາຍກວ່າລ້ານຄົນທົ່ວໂລກຕິດເຊື້ອພະຍາດນີ້, ຜູ້ໃຫ້ບໍລິການສາທາລະນະສຸກແມ່ນເປັນວີລະບູລຸດແຫ່ງການໃຫ້ບໍລິການໂດຍບໍ່ຮຽກຮ້ອງຕໍ່ສິ່ງຕອບແທນ ໃນການປະຕິບັດໜ້າທີ່ຢູ່ແນວໜ້າ. ຜະດຸງຄັນສ່ຽງຊີວິດໃນການຊ່ວຍເຫຼືອແມ່ຍິງຖືພາ ແລະ ເດັກເກີດໃໝ່. ຜະດຸງຄັນເຫຼົ່ານີ້ ໄດ້ປະຕິບັດໜ້າທີ່ໃນກາ່ນຮັບປະກັນຄວາມປອດໄພ ແລະ ການມີສຸຂະພາບດີ ໃນການຖືພາ, ພວກເຂົາໄດ້ສຸມໃຊ້ທຸກຄວາມລະມັດລະວັງເພື່ອປົກປ້ອງແມ່ຍິງທີ່ພວກເຂົາໃຫ້ບໍລິການ.

ຜະດຸງຄັນແມ່ນຮັບພາລະໜ້າທີ່ສຳຄັນໃນການໂຕ້ຕອບສະຖານະການທີ່ສຸກເສີນສາທາລະນະສຸກ ເຊັ່ນ:ເຊື້ອພະຍາດ COVID-19. ຜະດຸງຄັນມີຄວາມຈໍາເປັນຫລາຍຕໍ່ການສ້າງລະບົບສາທາໃຫ້ເຂັ້ມແຂງ ແລະ ຍືດຍຸ່ນເພື່ອຕອບສະໜອງກັບສະຖານະການ ທີ່ຈໍາເປັນ ເພື່ອໃຫ້ມີຊີວິດລອດຈາກເຊື້ອພະຍາດປອດອັກເສບ (coronavirus). ສິ່ງສໍາຄັນທີ່ສຸດເພື່ອບໍ່ໃຫ້ມີຜົນກະທົບຕໍ່ ການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ຈໍາເປັນ ໂດຍການປ່ຽນຜະດຸງຄັນໄປໃຫ້ບໍລິການໃນຖານະເຈົ້າໜ້າທີ່ສຸກເສີນ.

ຜະດຸງຄັນຜູ້ທີ່ໃຫ້ບໍລິການຄົນເຈັບນອກສະຖານທີ່ ແມ່ນມີຄວາມຈຳເປັນຕ້ອງຮັກສາມາດຕະການໄລຍະຫ່າງທີ່ປອດໄພເພື່ອຍັບຍັ້ງການແຜ່ກະຈາຍຂອງພະຍາດ. ຍິ່ງມີຜະດຸງຄັນຜູ້ທີ່ພ້ອມຈະລົງໄປໃຫ້ບໍລິການແກ່ແມ່ຍິງຖືພາຕາມບ້ານ ທີ່ຢູ່ໃນເຂດຊຸມຊົມຫ່າງໄກສອກຫຼີກ ຫຼື ຍິ່ງມີຜະດຸງຄັນທີ່ໃຫ້ການດູແລກ່ອນເກີດ ແລະ ຫຼັງເກີດໂດຍຜ່ານທາງໂທລະສັບ ຫຼາຍຂື້ນເທົ່າໃດ, ຍິ່ງຈະເຮັດໃຫ້ສາມາດຫຼີກຫຼ່ຽງການສົ່ງຕໍ່ ຫຼື ຕິດເຊື້ອພະຍາດປອດອັກເສບ (coronavirus) ໄດ້ຫຼາຍເທົ່ານັ້ນ.

ໃນຂະນະທີ່ພະຍາດປອດອັກເສບຕົວໃໝ່ (coronavirus) ໄດ້ສ້າງຜົນກະທົບຕໍ່ໂລກ ເຊິ່ງລວມເຖິງຫຼາຍປະເທດທີ່ກຳລັງພັດທະນາທີ່ມີລະບົບສາທາລະນະສຸກທີ່ອ່ອນແອ, ໃນຂະນະທີ່ຍັງມີແມ່ຍິງຍັງສືບຕໍ່ການຖືພາ ແລະ ການເກີດລູກ. ຜະດຸງຄັນແມ່ນມີຄວາມຈໍາເປັນໃນການຮັບປະກັນຄວາມປອດໄພ ຂອງການຖືພາ ແລະ ເກີດລູກສຳລັບທຸກໆຄົນ ແລະ ທຸກໆສະຖານທີ່. ພວກເຂົາຍັງຕ້ອງໃຫ້ຂໍ້ມູນຂ່າວສານ ແລະ ການໃຫ້ຄຳປຶກສາກ່ຽວກັບການຄຸມກຳເນີດແກ່ແມ່ຍິງ ແລະ ໄວໜຸ່ມທີ່ມີຄວາມຕ້ອງການ ເຖິງແມ່ນວ່າໃນຍາມວິກິດ.

ໃນຖານະທີ່ເປັນຜູ້ໃຫ້ບໍລິການສາທາລະນະສຸກໃນແຖວໜ້າ, ຜະດຸງຄັນແມ່ນຢູ່ໃນກຸ່ມສ່ຽງທີ່ຈະຕິດເຊື້ອພະຍາດນີ້ ນັ້ນກໍ່ໝາຍຄວາມວ່າແມ່ຍິງຖືພາ ແລະ ເດັກເກີດໃຫ່ມ ແລະ ເດັກນ້ອຍ ກໍແມ່ນມີຄວາມສ່ຽງຄືກັນ. ສະນັ້ນແລ້ວເຮົາຕ້ອງປະຕິບັດການສຸກເສີນໃນການປົກປ້ອງຜະດຸງຄັນ ເຊິ່ງປະກອບດ້ວຍການສະໜອງໃຫ້ອຸປະກອນປ້ອງກັນ(PPE)ໃຫ້ຜະດຸງຄັນທຸກຄົນ ແລະ ພະນັກງານສາທາລະນະສຸກທີ່ເຮັດວຽກຢູ່ແນວໜ້າເພື່ອປ້ອງກັນຕົນເອງຈາກການຕິດເຊື້ອ.

ໃນທົ່ວໂລກ, ຜະດຸງຄັນຍຶດໜັ້ນໃນການສູ້ກັບຄວາມທ້າທາຍຂອງເຊື້ອພະຍາດ COVID-19. ດ້ວຍການສະໜັບສະໜູນຈາກ ອົງການ UNFPA, ໃນປະເທດທີ່ຮັບຜົນກະທົບໜັກ ຜະດຸງຄັນແມ່ນກຳລັງປະຕິບັດໜ້າທີ່ຢ່າງບໍ່ມີເວລາຢຸດພັກ ເພື່ອໃຫ້ບໍລິການແກ່ແມ່ຍິງ ເດັກເກີດໃຫ່ມ ແລະ ເດັກນ້ອຍ. ຜະດຸງຄັນເຫຼົ່ານີ້ໄດ້ກ່າວວ່າ ພວກເຂົາຈະບໍ່ມີວັນຖິ້ມປະຄົນເຈັບຂອງພວກເຂົາ

ໂດຍການຮ່ວມມື ລະຫວ່າງ ອົງການອະນາໄມໂລກ ແລະ ຄູ່ຮ່ວມພັດທະນາອື່ນໆ, ທາງ ອົງການUNFPA ຈະຢູ່ຄຽງຂ້າງຜະດຸງຄັນຢູ່ທົ່ວໂລກ ໃນມື້ນີ້ ແລະ ທຸກມື້ໆ. 

ຊີວິດຕ້ອງດຳເນີນຕໍ່ໄປ ເຖິງວ່າຈະມີການແຜ່ລະບາດພະຍາດ; ການຖືພາ ແລະ ການເກີດລູກກໍ່ບໍ່ມີຂໍ້ຍົກເວັ້ນ. ໃນຊ່ວງເວລາທີ່ຫຍຸ້ງຍາກສຳລັບທຸກຄົນ, ແລະ ໂດຍສະເພາະບຸກຄະລາກອນໃຫ້ບໍລິການດ້ານສຸຂະພາບ, ມາຮ່ວມກັນເຮັດທຸກສິ່ງທຸກຢ່າງດ້ວຍພະລັງຂອງພວກເຮົາໃນການປົກປ້ອງຜະດຸງຄັນ ເພື່ອພວກເຂົາໄດ້ສືບຕໍ່ຊ່ວຍແມ່ຍິງ ແລະ ເດັກເກີດໃໝ່ໃຫ້ປອດໄພ.