You are here

ການຕາຍຂອງແມ່ ຫຼຸດລົງຫຼາຍກວ່າ 5 ເທົ່າ, ໃນປະຈຸບັນ ມີຜະດຸງຄັນຫຼາຍກວ່າ 2,500 ຄົນ ແລະ ພວກເຂົາສ່ວນຫຼາຍ ຖືກບັນຈຸເຮັດວຽກຢູ້ເຂດຊົນນະບົດ ແລະ ເຂົ້າເຖິງຍາກທີ່ສຸດ ຢູ່ໃນ ສປປ ລາວ! ນີ້ແມ່ນຄວາມຄືບໜ້າອັນໃຫຍ່ຫຼວງທີ່ພວກເຮົາສາມາດບັນລຸ ນັບຕັ້ງແຕ່ການຮັບຮອງ ແລະ ຈັດຕັ້ງປະຕິບັດແຜນດຳເນີນງານຂອງກອງປະຊຸມສາກົນ ດ້ານປະຊາກອນ ແລະ ການພັດທະນາ (ICPD) ກ່າວໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ, ຮອງລັດຖະມົນຕີ, ກະຊວງແຜນການ ແລະ ການລົງທຶນ ໃນວາລະການສະເຫຼີມວັນປະຊາກອນໂລກ ປີ 2019.

 

 

ການສະເຫຼີມວັນປະຊາກອນໂລກ ປະຈຳປີ 2019 ຈັດຂຶ້ນໃນວັນທີ 11 ກໍລະກົດ ປີ 2019 ຢູ່ ນະຄອນຫຼວງວຽງຈັນ, ສປປ ລາວ ພາຍໃຕ້ຫົວຂໍ້ສົ່ງເສີມສິດທິ ແລະ ທາງເລືອກໃນການດຳລົງຊີວິດທີ່ດີສຳລັບທຸກຄົນ”. ເປັນປະທານໃນງານດັ່ງກ່າວ ແມ່ນ ທ່ານ ນາງ ຄຳຈັນ ວົງແສນບູນ, ຮອງລັດຖະມົນ ຕີ, ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ Mariam A. Khan, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ.

 

ໂດຍການນຳພາ ຂອງ ກະຊວງແຜນການ ແລະ ການລົງທຶນ, ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ(UNFPA) ຢູ່ ໃນ ສປປ ລາວ, ການສະເຫຼີມສະຫຼອງໃນປີນີ້ ຍັງເປັນການສະເຫຼີມສະຫຼອງຄົບຮອບ 25 ປີ ຂອງກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD). ລັດຖະບານຂອງ ສປປ ລາວ ໄດ້ສະເຫຼີມສະຫຼອງ ໂດຍການເນັ້ນໃສ່ຄວາມຄືບໜ້າ ໃນໄລຍະ 25 ປີຜ່ານມາ ແລະ ສົນທະນາວຽກງານທີ່ຍັງບໍ່ທັນສຳເລັດຂອງ ICPD ເພື່ອເພີ່ມທະວີການຮ່ວມມື ໃນການເພີ່ມທະວີການຈັດຕັ້ງປະຕິບັດວາລະ ICPD.

 

ໃນ 25 ປີ ຜ່ານມາ, ຜູ້ນໍາໂລກ ຈາກ 179 ປະເທດ ໄດ້ຮ່ວມໂຕກັນ ຢູ່ທີ ກຸງໄຄໂຣ ເພື່ອສົນທະນາ ກ່ຽວກັບ ປະຊາກອນ ແລະ ການພັດທະນາ ຢູ່ໃນກອງປະຊຸມສາກົນ ວ່າດ້ວຍ ປະຊາກອນ ແລະ ການພັດທະນາ (ICPD) ຄັ້ງທຳອິດ. ກ່ອນ   ໜ້ານັ້ນ, ຫົວຂໍ້ຈຸດສຸມ ແມ່ນຈຳນວນທີ່ອີງໃສ່ການເຕີບໂຕຂອງປະຊາກອນ, ແຕ່ ICPD ດຳເນີນການຫັນປ່ຽນອັນສຳຄັນ ໂດຍການເອົາສິດທິ ແລະ ສຸຂະພາບຈະເລີນພັນ ຂອງແມ່ຍິງ ແລະ ຜູ້ຊາຍ ແລະ ການເປັນຢູ່ຂອງປະຊາກອນ ເປັນໃຈກາງຂອງວາລະວຽກປະຊາກອນ ແລະ ການພັດທະນາ. ສປປ ລາວ ໄດ້ຮັບຮອງເອົາແຜນດຳເນີນງານ ICPD (PoA) ແລະ ໄດ້ຈັດຕັ້ງປະຕິບັດແຜນດຳເນີນງານດັ່ງກ່າວ ໂດຍສຸມໃສ່ຊິວິດການເປັນຢູ່ຂອງແມ່ຍິງ ແລະ ເດັກຍິງ.

 

ຄວາມຄືບໝ້າ

 

 

ສປປ ລາວ ແມ່ນໜຶ່ງໃນສາມປະເທດທີ່ມີການຫຼຸດລົງຂອງອັດຕາການຕາຍຂອງແມ່ຢ່າງໄວວາ. ໃນປິ 1990, ມິແມ່ 1,100 ຄົນ ເສຍຊີວິດ ໃນເວລາເກີດລູກ, ແຕ່ ໃນປີ 2015 ອັດຕາດັ່ງກ່າວ ຫຼຸດລົງເຫຼືອ 206 ການຕາຍ ຕໍ່ 100,000 ການເກີດມີຊີວິດ.

ໃນປີ 2009, ແຜນງານຜະດຸງຄັນ ໄດ້ລິເລີ້ມຈັດຕັ້ງປະຕິບັດ ແລະ ມາຮອດປະຈຸບັນ ມີຜະດຸງຄັນທີ່ມີທັກສະຫຼາຍກວ່າ 1,800 ຄົນ ທີ່ໄດ້ຮັບການບັນຈຸເຮັດວຽກ ໃນຂອບເຂດທົ່ວປະເທດ. ຜະດຸງຄັນ ໄດ້ຮັບການເຝິກອົບຮົມ ເພື່ອໃຫ້ສາມາດສະໜອງການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ວາງແຜນຄອບຄົວ ພ້ອມທັງຊ່ວຍເກີດລູກ.

ໃນປີ 2000, ອັດຕາຄວາມຕ້ອງການວິທີການຄຸມກຳເນີດແຕ່ບໍ່ໄດ້ຮັບການຕອບສະໜອງຂອງແມ່ຍິງທີ່ແຕ່ງງານແລ້ວ ແມ່ນເກືອບຮອດ 40%, ແຕ່ມາຮອດປີ 2017 ອັດຕາດັ່ງກ່າວຫຼຸດລົງເຫຼືອພຽງ 14%.

ການບໍລິການສຸຂະພາບທງເພດ ແລະ ສຸຂະພາບຈະເລີນພັນທີ່ເປັນມິດຕໍ່ກັບແມ່ຍິງ ໄດ້ຖືກລິເລີ້ມຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.

ມີຂໍ້ມູນລະດັບຊາດທີ່ມີຄຸນະພາບ ແລະ ແຍກອາຍຸ ແລະ ເພດ ຢູ່ໃນການສຳຫຼວດພົນລະເມືອງ ປີ 2015, LSIS I ແລະ LSIS II, ແລະ ການສຳຫຼວດອື່ນໆ.

 

ມີເດັກຍິງ ແລະ ເດັກຊາຍ ຈຳນວນຫຼາຍຂຶ້ນ ທີ່ສຳເລັດການສຶກສາຂັ້ນປະຖົມ ແລະ ລັດຖະບານ ຍັງສຳເລັດການເຊື່ອມ CSE (ເພດສຶກສາທີ່ຄົບຖ້ວນ) ເຂົ້າໃນຫຼັກສູດການສອນ ສຳລັບຂັ້ນມັດທະຍົມສຶກສາ ແລະ ອະຊີວະສຶກສາ.

ໃນປີ 2016, ລັດຖະບານ ສປປ ລາວ ດຳເນີນກອບວຽກ "ນາງ ນ້ອຍ" ເຊິ່ງເນັ້ນໃສ່ຄວາມຕ້ອງການຂອງໄວໜຸ່ມຍິງ ເພື່ອຊ່ວຍເສີມສ້າງຄວາມເຂົ້າໃຈຂອງຊຸມຊົນ ແລະ ຜູ້ສ້າງນະໂຍບາຍ ກ່ຽວກັບ ຄວາມຮີບດ່ວນໃນການລົງທຶນເພີ່ມຂຶ້ນ ສຳລັບໄວໜຸ່ມ ໂດຍສະເພາະ ໄວໜຸ່ມຍິງ ເຊິ່ງມີຄວາມສ່ຽງສູງທີ່ຈະຖືກຕັດອອກຈາການຕັດສິນໃຈທີ່ສຳຄັນດ້ານການວາງແຜນ ແລະ ການເງິນ.

 

ແຕ່ວ່າ, ຍັງມີສິ່ງທ້າທາຍ

 

 

ອັດຕາສ່ວນການຕາຍຂອງແມ່ ຢູ່ ສປປ ລາວ ຍັງເປັນສິ່ງທ້າທາຍ ຢູ່ຂົງເຂດອາຊຽນ. ຊຸມຊົນ ທີ່ບໍ່ສາມາດເຂົ້າເຖິງໄດ້ງ່າຍ, ບໍ່ມີເສັ້ນທາງເຂົ້າເຖິງ, ຍັງປະເຊີນໜ້າກັບສິ່ງທ້າທາຍ ໃນການເຂົ້າເຖິງການບໍລິການສັງຄົມທີ່ມີຄຸນະພາບດ້ານການສຶກສາ ແລະ ສຸຂະພາບ.

ເດັກຍິງ ຍັງຕ້ອງຮັບພາລະເຮັດວຽກເຮືອນ, ມີອັດຕາການອອກໂຮງຮຽນສູງ ແລະ ດັ່ງນັ້ນ ມີທ່າອ່ຽງທີ່ຈະແຕ່ງງານໄວ ແລະ ຖືພາໃນເວລາທີ່ຍັງເປັນເດັກນ້ອຍ. ເກືອບ 83 ຕໍ່ເດັກຍິງ 1,000 ຄົນ ໄດ້ເກີດລູກຜູ້ທຳອິດກ່ອນຮອດອາຍຸ 18 ປີ.

ການຄົ້ນຄວ້າ ໄດ້ສະແດງໃຫ້ເຫັນວ່າ 75% ຂອງໄວໜຸ່ມຍິງອາຍຸ 15-19 ປີ ທີ່ຍັງບໍ່ທັນແຕ່ງງານ ບໍ່ສາມາດເຂົ້າເຖິງວິທີຄຸມກຳເນີດແບບທັນສະໄໝ ແລະ 30% ຂອງແມ່ຍິງ ລາຍງານວ່າເຄີຍຖືກຄວາມຮຸນແຮງ ແຕ່ການສະໜັບສະໜູນ ແລະ ການບໍລິການສຳລັບພວກເຂົາ ຕ້ອງໄດ້ຮັບການປັບປຸງ.

 

ບາດກ້າວຕໍ່ໄປ ແມ່ນຫຍັງ?

ລົງທຶນງົບປະມານ ແລະ ວິຊາການ ໃສ່ມາດຕະການການປ້ອງກັນ ເພື່ອແກ້ໄຂບັນຫາຂ້າງເທິງນັ້ນ ແມ່ນຄວາມຕ້ອງການອັນຮີບດ່ວນ ສຳລັບ ສປປ ລາວ ເພື່ອໃຫ້ແທດເໝາະກັບຄວາມຕ້ອງການທາງດ້ານເສດຖະກິດ-ສັງຄົມ ໃນຂະນະດຽວກັນ ປັບປຸງຄວາມເທົ່າທຽມ ແລະ ການເປັນຢູ່ຂອງແມ່ຍິງ, ຜູ້ຊາຍ, ແລະ ໄວໜຸ່ມ. ການບັນລຸວາລະ ICPD ແມ່ນກຸນເຈສຳຄັນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs). ແຜນດຳເນີນງານ ICPD ປະກອບສ່ວນໂດຍກົງໃສ່ເປົ້າໝາຍ SDG ເຊັ່ນ SDG ເປົ້າໝາຍທີ 3: ສຸຂະພາບ ແລະ ການເປັນຢູ່ທີ່ດີ, SDG ເປົ້າໝາຍທີ 4: ການສຶກສາທີ່ມີຄຸນະພາບ, SDG ເປົ້າໝາຍທີ 5 ຄວາມສະເໝີພາບລະຫວ່າງຍິງ-ຊາຍ, SDG ເປົ້າໝາຍທີ 8: ວຽກເຮັດງານທຳທີ່ດີ ແລະ ການເຕີບໂຕຂອງເສດຖະກິດ ແລະ ຜົນກະທົບຕໍ່ກັບ SDGs ເປົ້າໝາຍອື່ນໆ.

ປາສະຈາກການລົງທຶນ, ການເຕີບໂຕແບບຍືນຍົງທີ່ເທົ່າທຽມກັນ ຈະມີຄວາມຊັກຊ້າ ແລະ ອາດປະປ່ອຍໃຫ້ກຸ່ມປະຊາກອນໃດໜຶ່ງໄວ້ຂ້າງຫຼັງ.

 

ໃນຖານະທີ່ເປັນອົງການຜູ້ນຳໃນດ້ານການວາງແຜນ ຢູ່ ສປປ ລາວ, ກະຊວງແຜນການ ແລະ ການລົງທຶນ ຢູ່ໃນຂະບວນການປັບປຸງນະໂຍບາຍ, ຫຼັກຖານ ແລະ ຂໍ້ມູນ ໃນການສະໜັບສະໜູນການຈັດຕັ້ງປະຕິບັດຂົງເຂດທີ່ຍັງບໍ່ທັນສຳເລັດຜົນຂອງ ICPD." ກ່າວໂດຍ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ.

 

 

ໃນເດືອນ ພະຈິກ ນີ້, ປະຊາຄົມໂລກ ຈະຮ່ວມຕົວກັນອີກຄັ້ງ ຢູ່ກອງປະຊຸມໃຫຍ່ ຢູ່ເມືອງ ໄນໂຣບີ ເພື່ອສົນທະນາ ກ່ຽວກັບ ຂົງເຂດທີ່ຍັງບໍ່ທັນບັນລຸຂອງ ICPD. ພວກເຮົາຈົ່ງພ້ອມກັນຫາແນວຄວາມຄິດໃໝ່ໆ, ຮ່ວມມືກັນ ແລະ ມຸ້ງໝັ້ນ ເພື່ອຊອກຫາທາງອອກສຳລັບສິ່ງທ້າທາຍທີ່ຍັງມີຢູ່" ກ່າວໂດຍ ທ່ານ ນາງ Mariam A. Khan, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ.

 

ປີ 2019 ຍັງແມ່ນການຄົບຮອບ 50 ປີ ຂອງອົງການ UNFPA, ລັດຖະບານ ສປປ ລາວ ຂອບໃຈການປະກອບສ່ວນຂອງອົງການ UNFPA ແລະ ໃຫ້ຄຳໝັ້ນສັນຍາຕໍ່ກັບ ICPD. ທ່ານ ນາງ ຄຳຈັນ ວົງແສນບູນ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ມອບໃບຍ້ອງຍໍ ສຳລັບ ອົງການ UNFPA ຢູ່ ສປປ ລາວ, ເນັ້ນໃສ່ສາຍສຳພັນທີ່ເຂັ້ມແຂງ ແລະ ຜົນສຳເລັດທິີ່ດີເດັ່ນ ໃນການຊ່ວຍຫຼຸດຜ່ອນການຕາຍຂອງແມ່, ໂດຍສະເພາະ ຜ່ານແຜນງານຜະດຸງຄັນ ແລະ ການຂະຫຍາຍແຜນງານການວາງແຜນຄອບຄົວ ໃນຂອບເຂດທົ່ວປະເທດ. ທ່ານຮອງລັດຖະມົນຕີ ກ່າວຕື່ມວ່າ "ພວກເຮົາ ຫວັງວ່າ ອົງການ UNFPA ແລະ ຄູ່ຮ່ວມງານ ຈະສືບຕໍ່ເຮັດວຽກຮ່ວມກັນ ແລະ ຊ່ວຍໃຫ້ເດັກຍິງທຸກຄົນທີ່ເປັນຕົວແທນຂອງ ນາງ ນ້ອຍ ໄດ້ຮັບການສຶກສາ, ທັກສະ ແລະ ມີຄວາມເຂັ້ມແຂງ ພາຍໃນປີ 2030"

 

ພາຍໃຕ້ການນຳຂອງ MPI, ຜູ້ຕາງໜ້າ ໃນງານດັ່ງກ່າວ ຈາກກະຊວງຂະແໜງການ, CSOs, ອົງການຮ່ວມມືສອງຝ່າຍ ແລະ ພາກສ່ວນເອກະຊົນ ຮ່ວມໃຈເຊັນຊື່ໃສ່ເທິງຝາຄຳໝັ້ນສັນຍາ ເພື່ອໃຫ້ຄຳສັນຍາເຂົ້າຮ່ວມເຮັດໃຫ້ການຕາຍຂອງແມ່, ຄວາມຕ້ອງການການວາງແຜນຄອບຄົວທີ່ບໍ່ຖືກຕອງສະໜອງ ແລະ ຄວາມຮຸນແຮງບົນພື້ນຖານຄຸນລັກສະນະທາງເພດ ໃຫ້ເຫຼືອສູນ ພາຍໃນປີ 2030.

 

 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການ, ທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໂດຍສະເພາະ ສຸຂະພາບຂອງແມ່, ໃນຫຼາຍກວ່າ 150 ປະເທດ, ລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກ, ແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.

 

  

ສຳລັບ ຂໍ້ມູນເພີ່ມຕື່ມ ຕິດຕໍ່:

ທ່ານ ມໍລະກົດ ວົງໄຊ, ຫົວໜ້າພະແນກການຈັດຕັ້ງສາກົນ, DIC/MPI

ໂທ: 021 222214

ອີເມວ: k_vongxay@hotmail.com

 

ທ່ານ ນາງ ໄກອຳພອນ ສິງຫາລາດ, ວິຊາການສື່ສານ

ໂທ: 021 267 680

ອີເມວ: Singhalath@unfpa.org