You are here

ນະຄອນຫຼວງວຽງຈັນ, ສປປ ລາວ, 10 ກໍລະກົດ 2020 - ລັດຖະບານ ສປປ ລາວ ຮ່ວມມືກັບ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ UNFPA ແລະ ບັນດາອົງການຈັດຕັ້ງທາງສັງຄົມ, ຄູ່ຮ່ວມພັດທະນາຕ່າງໆ ໄດ້ສຸມໃສ່ວຽກງານສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ ເພື່ອແກ້ໄຂການຖືພາແບບບໍ່ຕັ້ງໃຈ ແລະ ຫຼຸດຜ່ອນອັດຕາການຕາຍຂອງແມ່ໃນ ສປປ ລາວ ໃຫ້ຫຼຸດລົງຢ່າງກ້າວກະໂດດ, ເຊິ່ງມັນໄດ້ສົ່ງຜົນໃຫ້ ແມ່ຍິງ ແລະ ເດັກຍິງ ຫຼາຍລ້ານຄົນ ມີສຸຂະພາບແຂງແຮງ, ມີການດໍາລົງຊີວິດທີ່ດີຂື້ນເປັນກ້າວໆ.

 

ໃນສະພາບການປະຈຸບັນ, ການແຜ່ລະບາດຂອງພະຍາດ COVID-19 ໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ ສປປ ລາວ ແລະ ທົວໂລກ ເຮັດໃຫ້ການເຄື່ອນໄຫວວຽກງານ ໃນຫຼາຍຂົງເຂດ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກຍິງ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ເນື່ອງຈາກ, ເປັນກຸ່ມທີ່ມີຄວາມສ່ຽງ ແລະ ມີຄວາມບອບບາງທາງສັງຄົມສູງ ສະນັ້ນ, ຈິ່ງເຮັດໃຫ້ເຂົາເຈົ້າໄດ້ຮັບຜົນກະທົບໂດຍກົງເປັນຕົ້ນແມ່ນ: ແມ່ຍິງຜູ້ທີ່ບໍ່ໄດ້ຮັບການສຶກສາ, ຜູ້ທີ່ມີລາຍຮັບຕໍ່າ, ຊົນເຜົ່າ, ຜູ້ອົບພະຍົບ, ຄົນພິການຜູ້ທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ແລະ ອື່ນໆ.

 

ອີງຕາມບົດຄົ້ນຄວ້າຂອງ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ UNFPA ໄດ້ສະແດງໃຫ້ເຫັນວ່າຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ອາດຈະສົ່ງຜົນເຮັດໃຫ້ເກີດມີການຖືພາໂດຍບໍ່ໄດ້ຕັ້ງໃຈຫລາຍຂື້ນ, ເຊິ່ງຄາດວ່າຈະສົ່ງຜົນໃຫ້ອັດຕາການຕາຍຂອງແມ່ເພີ່ມສູງຂຶ້ນຫຼາຍເຖິງ 684 ກໍລະນີ ພາຍໃນປີ 2020, ຖ້າທຽບໃສ່ຊຸມປີ ຜ່ານມາເຫັນວ່າເປັນຕົວເລກທີ່ສູງກວ່າອັດຕາສະເລ່ຍຕໍ່ປີເຖີງ 284 ກໍລະນີ.       

 

ເນື່ອງໃນໂອກາດວັນປະຊາກອນໂລກ ໃນປີນີ້,  ລັດຖະບານ ສປປ ລາວ ຂໍສະແດງຄວາມຊົມເຊີຍ ຕໍ່​ຜົນສຳເລັດຂອງ​ກອງປະຊຸມສຸດຍອດໄນໂຣບີ​ ແລະ ຄຳໝາຍ​ໝັ້ນໃນການຈັດຕັ້ງປະຕິບັດແຜນດຳເນີນງານກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ(ICPD) ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ 2030. ໃນການ​ຮັບຮອງເອົາແຜນດຳເນີນງານ​ (ICPD) ດັ່ງກ່າວນີ້, ບັນດາປະເທດໃນໂລກໄດ້ມີຄວາມຄືບ ແລະມີສິ່ງພົ້ນເດັ່ນສຳຄັນຫຼາຍດ້ານ ໂດຍສະເພາະການຈັດຕັ້ງວຽກງານໃນຂົງເຂດແມ່ຍິງ ແລະ ເດັກຍິງ, ດ້ານພື້ນຖານໂຄງລ່າງ ແລະ ການປົກປ້ອງສິດທິຂອງເຂົາເຈົ້າ.

 

 

ໃນໄລຍະຜ່ານມາ, ການຈັດຕັ້ງປະຕິບັດແຜນດຳເນີນງານກອງປະຊຸມສາກົນ ວ່າດ້ວຍປະຊາ ກອນ ແລະ ການພັດທະນາ (ICPD) ຂອງ ສປປ ລາວ ແລະ ຫຼາຍ​ປະເທດ ໄດ້ປະສົບກັບຄວາມຫຍຸ້ງ ຍາກໃນການປະຕິບັດພັນທະຂອງຕົນ ແລະ ຖືກສະກັດກັ້ນດ້ວຍໄພນາບຂູ່ຕ່າງໆ ເຊັ່ນ: ການຂາດເຂີນທຶນຮອນ, ໄພຂົ່ມຂູ່ຈາກ​ທຳມະຊາດ, ສົງຄາມ, ວິກິດການດ້ານເສດຖະກິດ, ພະຍາດລະບາດ ແລະ ອື່ນໆເຊິ່ງເປັນສິ່ງທ້າທາຍ ທີ່ພວກເຮົາຈະຈະຕ້ອງຮ່ວມແຮງຮ່ວມໃຈຂ້າມຜ່ານໄປໃຫ້ໄດ້ ເພື່ອໃຫ້ບັນລຸຄໍາໝາຍ​ໝັ້ນ ໃນການຈັດຕັ້ງປະຕິບັດແຜນດໍາເນີນງານ ກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະການພັດທະນາ (ICPD)  ແລະ ວາລະການພັດທະນາແບບຍືນຍົງປີ 2030 ໂດຍສະເພາະ 3 ເປົ້າໝາຍຂອງການປ່ຽນແປງທີ່ສຳຄັນ ຄື​: 1) ຫຼຸດອັດຕາການຕາຍຂອງແມ່​ ໃຫ້ກາຍເປັນສູນ;  2) ຫຼຸດຄວາມຕ້ອງການການວາງແຜນຄອບຄົວແບບທັນສະໄໝແຕ່ບໍ່ໄດ້ຮັບການສະໜອງກາຍເປັນສູນ; ແລະ 3)  ຫຼຸດຄວາມຮຸນແຮງທາງເພດ ແລະ ການປະຕິບັດທີ່ເປັນອັນຕະລາຍຈາກຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ກາຍເປັນສູນ

 

 

ລັດຖະບານ ສປປ ລາວ ໄດ້ສຸມໃສ່ການຟື້ນຟູຜົນກະທົບຈາກ ການແຜ່ລະບາດຂອງພະຍາດ COVID-19 ຄຽງຄູ່ກັນກັບການວາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9, ແລະໄດ້ເຮັດບົດລາຍງານການຄາດຄະເນປະຊາກອນລາວ ໃນປີ 2030 ເຊີ່ງເຫັນວ່າ ປະຊາກອນ ສປປ ລາວ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນຮອດ . ສະນັ້ນ, ຈື່ງຈຳເປັນຈະຕ້ອງໄດ້ເພີ່ມທະວີການລົງທຶນ ໃສ່ການປັບປຸງການສຶກສາລະດັບມັດທະຍົມ ໂດຍໃຫ້ມີໂຮງຮຽນ ແລະ ຄູສອນທີ່ມີທັກສະພຽງພໍ ເພື່ອຮັບຮອງນັກຮຽນ ເຖິງ 1,068,500 ຄົນທີ່ຈະບັນຈຸເຂົ້າໃນການສຶກສາລະດັບມັດທະຍົມໃນຕໍ່ໜ້າ;ພາຍໃນປີ 2030, ຕ້ອງມີວຽກຮອງຮັບຊາວໜຸ່ມຈຳນວນ 87,000 ຄົນທີ່ຈະເພີ່ມຂື້ນໃນແຕ່ລະປີ; ແລະຈະຕ້ອງມີນະໂຍບາຍເພື່ອຮັບປະກັນດ້ານສຸຂະພາບ, ເພີ້ມບຸກຄະລາກອນດ້ານສາທາລະນະສຸກ ໂດຍສະເພາະແພດພະດຸງຄັນຂຶ້ນຕື່ມອີກ 50 ສ່ວນຮ້ອຍ ຂອງຈຳນວນແພດພະດຸງຄັນໃນທົ່ວປະເທດ.

 

 

ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ສີສົມພອນ ເພັດດາວເຮືອງ, ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ

ອີເມລ: sysomphorn.dic@gmail.com

ທ່ານ ພອນໄຊ ສິດທິຣາຊວົງສາ, ຜູ້ຮັບຜິດຊອບຕິດຕາມ ແລະ ປະເມີນຜົນ ແຜນງານພັດທະນາປະຊາກອນ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ

ອີເມລ: sithirajvongsa@unfpa.org

 

************

ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໂດຍມີເປົ້າໝາຍເພື່ອ ບັນລຸໃຫ້ອັດຕາການຕາຍຂອງແມ່ເປັນສູນ, ໃຫ້ອັດຕາຂາດການຄຸມກຳເນີດເປັນສູນ ແລະ ຫຼຸດຄວາມຮຸນແຮງທາງເພດ ແລະ ພຶດຕິກຳທີ່ເປັນອັນຕະລາຍ ເປັນສູນ ໃນແມ່ຍິງ ແລະ ເດັກຍິງ.