You are here

ນັບແຕ່ປີ 1992 ໄດ້ມີການສະເຫຼີມສະຫຼອງ ວັນຜະດຸງຄັນສາກົນ (IDM), ປີນີ້ ຜະດຸງຄັນ, ຕາງໜ້າດ້ານສາທາລະນະສຸກ, ແລະ ຄູ່ຮ່ວມງານດ້ານການພັດທະນາ ໄດ້ມາເຕົ້າໂຮມກັນເພື່ອສະເຫຼີມສະຫຼອງ ແລະ ຍ້ອງຍໍຜົນສຳເລັດຂອງຜະດຸງຄັນ ທີ່ເປັນຜູ້ປົກປ້ອງສິດທິຂອງແມ່ຍິງ.

ງານໄດ້ຈັດຂຶ້ນໂດຍສະມາຄົມຜະດຸງຄັນ (LAM) ພາຍໃຕ້ກະຊວງສາທາລະນະສຸກ ແລະ ສະໜັບສະໜຸນໂດຍ ສະຫະປະຊາຊາດ ກອງທຶນປະຊາກອນ (UNFPA) ເຊິ່ງເປັນສ່ວນໃນການສະເຫຼີມສະຫຼອງ ICPD ຄົບຮອບ 25 ປີ. ງານຄັ້ງນີ້ຍັງມີຈຸດປະສົງເສີມສ້າງບົດບາດ, ສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຄົມຜະດຸງຄັນ ໃນສາຍການພັດທະນາວຽກງານຜະດຸງຄັນພາຍໃຕ້ຂົງເຂດສຸຂະພາບທາງເພດ ແລະ ຈະເລີນພັນ.

ກະຊວງສາທາ ແລະ ຄູ່ຮ່ວມງານຕ່າງໆໄດ້ພາກັນລົງທຶນໃສ່ໂຄງການຜະດຸງຄັນທົ່ວປະເທດຈຳນວນຫຼວງຫຼາຍ. ປັດຈຸບັນມີຜະດຸງຄັນທີ່ໄດ້ຮັບການຍົກລະດັບເກືອບ 2,500 ຄົນ, ຍັງມີຄູສອນຜະດຸງຄັນ ຈໍານວນ 76 ຄົນທີ່ໄດ້ໄປຍົກລະດັບທີ່ມະຫາວິທະຍາໄລ ຂອນແກ່ນ ຈາກທຶນສະໜັບສະໜຸນຂອງ UNFPA ຜ່ານໂຄງການການຮ່ວມມື ໃຕ້-ໃຕ້  (South-South collaboration). ກະຊວງສາທາຍັງໄດ້ຈ້າງງານຜະດຸງຄັນ 1,800 ກວ່າຄົນປະຈໍາຢູ່ທົ່ວປະເທດ ເພື່ອຊ່ວຍເຫຼືອແມ່ຍິງຖືພາໃຫ້ປອດໄພ.

10 ປີທີ່ຜ່ານມາ, 8 ໃນ 10 ຂອງການເກີດແມ່ນບໍ່ໄດ້ຮັບການຊ່ວຍເຫຼືອຈາກຜູ້ຊ່ຽວຊານດ້ານສຸຂະພາບ, ຍິ່ງໄປກວ່ານັ້ນ ເຂດຫ່າງໄກສອກຫຼີກ ແລະ ບໍ່ມີຫົນທາງ ທຸກໆ 9 ໃນ 10 ການເກີດແມ່ນບໍ່ໄດ້ຮັບການຊ່ວຍເຫຼືອຈາກຜູ້ຊ່ຽວຊານ. ແມ່ມານສ່ວນໃຫຍ່ຈະເກີດຢູ່ເຮືອນ, ບາງຄັ້ງໄດ້ຮັບການຊ່ວຍເຫຼືອຈາກຍາດພີ່ນ້ອງ ຫຼື ໝູ່ເພື່ອນ, ເຊິ່ງພວກເຂົາບໍ່ໄດ້ຜ່ານການເຝິກອົບຮົມມາສະເພາະດ້ານ. ເປັນສາເຫດເຮັດໃຫ້ອັດຕາການຕາຍຂອງແມ່ຢູ່ ສປປ ລາວແມ່ນສູງທີ່ສຸດໃນຂົງເຂດອາຊຽນ.

 “ຖ້າແມ່ເສຍຊີວິດ ຄວາມຢູ່ລອດຂອງລູກກໍຈະພົບຄວາມຫຍຸ້ງຍາກຫຼາຍຢ່າງ, ຄອບຄົວກໍ່ເຊັ່ນດຽວກັນ ບໍ່ວ່າທາງດ້ານຈິດໃຈ, ເສດຖະກິດ ແລະ ສັງຄົມ. ອາການສົນຕ່າງໆກ່ຽວກັບການຖືພາ ແລະ ເກີດລູກ ອາດບໍ່ສາມາດຄາດການລ່ວງໜ້າໄດ້, ແຕ່ການຕາຍຂອງແມ່ສາມາດຫຼຸດລົງໄດ້ ຖ້າຫານມີຊ່ຽວຊານດ້ານການເກີດລູກທີ່ເກັ່ງຄືຜະດຸງຄັນ ໃຫ້ການຊ່ວຍເຫຼືອໃນເມື່ອເວລາເກີດລູກຢ່າງໃກ້ຊິດ. ກ່າວໂດຍ ທ່ານຄຳພອນ ພຸດທະວົງ, ຮອງລົດຖະມົນຕີກະຊວງສາທາລະນະສຸກ.

ນອກຈາກໃຫ້ການເບິ່ງແຍງສຸຂະພາບທີ່ສຳຄັນ 83 ສ່ວນຮ້ອຍ ແລ້ວ, ຜະດຸງຄັນຢູ່ລາວຍັງໄດ້ຜ່ານການເຝິກອົບຮົມການໃຫ້ບໍລິການທີ່ເປັນມິດ ແລະ ປິດລັບດ້ານສຸຂະພາບທາງເພດ ແລະ ຈະເລີນພັນ, ໂດຍປາສະຈາກການແບ່ງແຍກ. ເພາະມັນຈຳເປັນຫຼາຍສຳລັບໄວໜຸ່ມທີ່ຕ້ອງຮູ້ວ່າຄວນຈະລົມກັບໃຜ, ຮັບບໍລິການຢູ່ໃສ, ເພື່ອໄວໜຸ່ມຍິງສາມາດຫຼີກລ່ຽງການຖືພາແຕ່ຍັງນ້ອຍ ແລະ ໄວໜຸ່ມຊາຍສາມາດມີຄວາມຮັບຜິດຊອບ. ບົດລາຍງານອັດຕາການຕາຍຂອງແມ່ພິສູດໃຫ້ເຫັນວ່າ 4 ໃນ 10 ການຕາຍຂອງແມ່ມີສາເຫດມາຈາກ ແມ່ທີ່ເປັນໄວໜຸ່ມ ຫຼື ຍັງນ້ອຍເກີນໄປ, ເຊິ່ງນັບແຕ່ 15-24 ປິ.

"ຜົນການສຳຫຼວດລະດັບໂລຫສະແດງໃຫ້ເຫັນວ່າ, ຜະດຸງຄັນສາມາດປ້ອງກັນອັດຕາການຕາຍຂອງແມ່ ແລະ ເດັກໄດ້ 2/3; ຖ້າຫາກວ່າຜະດຸງຄັນໄດ້ລົງເຮັດວຽກຕາມຊຸມຊົນ, ເຂົ້າເຖິງແມ່ຍິງເຂດຊົນນະບົດ ແລະ ມີອຸປະກອນທີ່ຈຳເປັນຄົບຖ້ວນ, ພວກເຮົາຈະສາມາດແກ້ໄຂກັບປັນຫາທີ່ຍັງຄົງຄ້າງ ແລະ ປ້ອງກັນບໍ່ໃຫ້ເກີດການຕາຍຂອງແມ່ໄດ້.” ກ່າວໂດຍ ທ່ານນາງ ມາຣຽມ ຄານ, ຜູ້ຕາງໜ້າ UNFPA

ງານດັ່ງກ່າວຍັງໄດ້ເຜີຍແຜ່ສາລະຄະດີສັ້ນທີ່ຖ່າຍທຳຢູ່ແຂວງອັດຕະປື, ເວົ້າເຖິງບົດບາດອັນສຳຄັນຂອງຜະດຸງຄັນ ໃນການໃຫ້ການຊ່ວຍເຫຼືອຢູ່ເມືອງສະໜາມໄຊ ຫຼັງຈາກເກີດເຫດການນໍ້າຖ້ວມທີ່ສ້າງຄວາມເສຍຫານອັນມະຫາສານ ໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ. ໃນຍາມທີ່ເກີດໄພພິບັດ, ແມ່ຍິງຖືພາ ແລະ ຍິງໃນໄວຈະເລີນພັນຖືວ່າເປັນຄົນກຸ່ມສ່ຽງທີ່ສຸດ. ທ່ານນາງ ມະນີວົງ, ຜູ້ທີ່ເຮັດວຽກຢ່າງບໍ່ອິດເມື່ອຍ ທັງກາງເວັນ ແລະ ກາງຄືນ ເພື່ອຊ່ວຍໃຫ້ແມ່ມານເກີດລູກຢ່າງປອດໄພ, ແມ່ຍິງ ແລະ ຄູ່ຜົວເມຍສາມາດສືບຕໍ່ວາງແຜນຄອບຄົວ ແລະ ເດັກຍິງສາມາດປອດໄພຈາກຄວາມຮຸນແຮງ. ມະນີວົງ ເປັນທີ່ຮູ້ຈັກໃນນາມຜູ້ປົກປ້ອງສິດທິຂອງແມ່ຍິງ.

 

 

 

 

  1. Skilled Birth Attendance (SBA) Report 2009.

 

###

 

UNFPA is the United Nations reproductive health and rights agency. It is the leading agency for delivering a world where every pregnancy is wanted, every childbirth is safe and every young person's potential is fulfilled. UNFPA promotes sexual and reproductive health and rights, particularly maternal health, in over 150 countries, as well as working to end harmful practices such as child marriage, and supporting population data collection and analysis.

ICPD25  

For more information, please contact:

Ms. Kay amphone Singhalath

Telephone: 021 267 680 Mob: 020 77776597

Email: Singhalath@unfpa.org